bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
James 5
James 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
1
ບັດນີ້ ພວກເຈົ້າຄົນຮັ່ງມີເອີຍ ຈົ່ງຟັງສາ, ຈົ່ງຮ້ອງໄຫ້ ແລະ ໂອ່ຍຄາງຍ້ອນຄວາມທຸກທໍລະມານທີ່ຈະເກີດຂຶ້ນກັບພວກເຈົ້າ.
2
ຊັບສົມບັດຂອງພວກເຈົ້າໄດ້ເສື່ອມສູນໄປ ແລະ ໂຕມອດກໍໄດ້ກັດກິນເຄື່ອງນຸ່ງຂອງພວກເຈົ້າແລ້ວ.
3
ຄຳ ແລະ ເງິນຂອງພວກເຈົ້າກໍເປັນຂີ້ໝ້ຽງ. ຂີ້ໝ້ຽງນັ້ນຈະເປັນພະຍານຕໍ່ສູ້ພວກເຈົ້າ ແລະ ກັດກິນເນື້ອໜັງຂອງພວກເຈົ້າເໝືອນດັ່ງໄຟ. ພວກເຈົ້າໄດ້ສະສົມຊັບສົມບັດໄວ້ໃນວັນສຸດທ້າຍ
4
ເບິ່ງແມ! ຄ່າຈ້າງທີ່ພວກເຈົ້າສໍ້ໂກງຄົນງານທີ່ກ່ຽວເຂົ້າໃນທົ່ງນາຂອງພວກເຈົ້ານັ້ນ ກໍກຳລັງຮ້ອງຕໍ່ສູ້ພວກເຈົ້າຢູ່. ສຽງຮ້ອງທຸກຂອງຜູ້ເກັບກ່ຽວໄດ້ຂຶ້ນໄປເຖິງຫູຂອງອົງພຣະຜູ້ເປັນເຈົ້າຜູ້ລິດອຳນາດຍິ່ງໃຫຍ່.
5
ພວກເຈົ້າໄດ້ໃຊ້ຊີວິດຢູ່ໃນໂລກຢ່າງຫລູຫລາ ແລະ ຕາມໃຈຂອງຕົນເອງ. ພວກເຈົ້າລ້ຽງຕົນເອງໄວ້ລໍຖ້າວັນປະຫານ
6
ພວກເຈົ້າຕັດສິນລົງໂທດ ແລະ ຂ້າຜູ້ບໍລິສຸດ ຜູ້ທີ່ບໍ່ໄດ້ຕໍ່ຕ້ານພວກເຈົ້າ.
7
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງອົດທົນຈົນກວ່າອົງພຣະຜູ້ເປັນເຈົ້າຈະມາ. ຈົ່ງເບິ່ງຊາວນາທີ່ລໍຖ້າພືດຜົນອັນລ້ຳຄ່າຈາກແຜ່ນດິນ, ລໍຖ້າຝົນຕົ້ນລະດູ ແລະ ຝົນປາຍລະດູດ້ວຍຄວາມອົດທົນຫລາຍປານໃດ.
8
ພວກເຈົ້າກໍເໝືອນກັນ, ຈົ່ງອົດທົນ ແລະ ຕັ້ງໝັ້ນຄົງຢູ່ເພາະວ່າອົງພຣະຜູ້ເປັນເຈົ້າໃກ້ຈະມາແລ້ວ.
9
ພີ່ນ້ອງທັງຫລາຍເອີຍ, ຢ່າຈົ່ມໃຫ້ກັນແລະກັນເພື່ອຈະບໍ່ຖືກຕັດສິນໂທດ. ອົງຜູ້ພິພາກສາຢືນຢູ່ທີ່ປະຕູແລ້ວ!
10
ພີ່ນ້ອງທັງຫລາຍເອີຍ, ຈົ່ງເອົາບັນດາຜູ້ທຳນວາຍໃນນາມຂອງອົງພຣະຜູ້ເປັນເຈົ້າເປັນແບບຢ່າງຂອງຄວາມອົດທົນໃນການປະເຊີນກັບຄວາມທຸກຍາກລຳບາກ.
11
ດັ່ງທີ່ພວກເຈົ້າຮູ້ແລ້ວວ່າ, ພວກເຮົາຖືວ່າບັນດາຜູ້ທີ່ອົດທົນນັ້ນກໍເປັນສຸກ. ພວກເຈົ້າກໍໄດ້ຍິນເຖິງຄວາມອົດທົນຂອງໂຢບ ແລະ ໄດ້ເຫັນວ່າໃນທີ່ສຸດອົງພຣະຜູ້ເປັນເຈົ້າໃຫ້ເກີດຫຍັງຂຶ້ນ. ອົງພຣະຜູ້ເປັນເຈົ້າເຕັມດ້ວຍຄວາມກະລຸນາ ແລະ ຄວາມເມດຕາ.
12
ພີ່ນ້ອງທັງຫລາຍເອີຍ, ເໜືອສິ່ງອື່ນທັງໝົດຄື: ຢ່າສາບານ, ບໍ່ວ່າຈະອ້າງເຖິງສະຫວັນ ຫລື ອ້າງເຖິງແຜ່ນດິນໂລກ ຫລື ອ້າງເຖິງສິ່ງອື່ນໃດ. ພວກເຈົ້າຄວນຈະກ່າວວ່າ “ແມ່ນ” ຫລື “ບໍ່ແມ່ນ” ບໍ່ດັ່ງນັ້ນພວກເຈົ້າຈະຖືກຕັດສິນລົງໂທດ.
13
ມີຜູ້ໃດໃນທ່າມກາງພວກເຈົ້າຄວາມເດືອດຮ້ອນບໍ? ໃຫ້ພວກເຂົາອະທິຖານ. ມີຜູ້ໃດມີຄວາມສຸກບໍ? ໃຫ້ພວກເຂົາຮ້ອງເພງສັນລະເສີນພຣະເຈົ້າ.
14
ມີຜູ້ໃດໃນພວກເຈົ້າເຈັບປ່ວຍບໍ? ໃຫ້ພວກເຂົາເຊີນບັນດາຜູ້ປົກຄອງຄຣິສຕະຈັກມາອະທິຖານເພື່ອ ແລະ ເຈີມພວກເຂົາດ້ວຍນ້ຳມັນໃນນາມຂອງອົງພຣະຜູ້ເປັນເຈົ້າ.
15
ແລະ ຄຳອະທິຖານດ້ວຍຄວາມເຊື່ອຈະເຮັດໃຫ້ຜູ້ປ່ວຍນັ້ນຫາຍດີ. ອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ພວກເຂົາຫາຍດີ. ຖ້າວ່າພວກເຂົາໄດ້ເຮັດບາບ ພວກເຂົາກໍຈະໄດ້ຮັບການອະໄພ.
16
ເຫດສະນັ້ນ ຈົ່ງສາລະພາບຄວາມບາບຂອງພວກເຈົ້າຕໍ່ກັນແລະກັນ ແລະ ອະທິຖານເພື່ອກັນແລະກັນ ເພື່ອວ່າພວກເຈົ້າຈະຫາຍດີ. ຄຳອະທິຖານຂອງຄົນຊອບທຳນັ້ນມີພະລັງ ແລະ ເກີດຜົນ.
17
ເອລີຢາກໍເປັນມະນຸດເໝືອນກັນກັບພວກເຮົາທັງຫລາຍ. ເພິ່ນໄດ້ທຸ້ມເທອະທິຖານຂໍບໍ່ໃຫ້ຝົນຕົກ, ຝົນກໍບໍ່ຕົກລົງເທິງແຜ່ນດິນຕະຫລອດສາມປີເຄິ່ງ.
18
ເມື່ອເພິ່ນອະທິຖານອີກ ແລ້ວຟ້າສະຫວັນກໍໃຫ້ຝົນຕົກ ແລະ ແຜ່ນດິນໂລກກໍຜະລິດພືດຜົນ.
19
ພີ່ນ້ອງທັງຫລາຍເອີຍ, ຖ້າມີຄົນໜຶ່ງໃນພວກເຈົ້າຫລົງທາງໄປຈາກຄວາມຈິງ ແລະ ມີບາງຄົນນຳເອົາຄົນນັ້ນກັບຄືນມາ,
20
ຈົ່ງຈົດຈຳໄວ້ວ່າ: ຜູ້ໃດກໍຕາມເຮັດໃຫ້ຄົນບາບຫັນໜີຈາກທາງທີ່ຫລົງຜິດຂອງພວກເຂົາ ກໍຈະຊ່ວຍພວກເຂົາໃຫ້ພົ້ນຈາກຄວາມຕາຍ ແລະ ລຶບລ້າງຄວາມບາບທັງຫລາຍ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
All chapters:
1
2
3
4
5