bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Romans 10
Romans 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 11 →
1
ພີ່ນ້ອງທັງຫລາຍຂອງເຮົາເອີຍ ຄວາມປາຖະໜາໃນຈິດໃຈຂອງເຮົາ ແລະຄຳພາວັນນາອະທິຖານຕໍ່ພຣະເຈົ້າສຳລັບຊາວອິດສະຣາເອນ ແມ່ນຂໍໃຫ້ພວກເຂົາໄດ້ພົ້ນ.
2
ເຮົາເປັນພະຍານໄດ້ວ່າ ພວກເຂົາມີໃຈຮ້ອນຮົນປະຕິບັດພຣະເຈົ້າ, ແຕ່ບໍ່ໄດ້ເປັນໄປຕາມຄວາມຮູ້ ແລະສະຕິປັນຍາ.
3
ເພາະພວກເຂົາບໍ່ໄດ້ຮູ້ຈັກຄວາມຊອບທຳ ຊຶ່ງພຣະເຈົ້າປະທານໃຫ້ ແຕ່ພວກເຂົາໄດ້ພະຍາຍາມຕັ້ງຄວາມຊອບທຳຂອງພວກເຂົາເອງແທນ, ພວກເຂົາຈຶ່ງບໍ່ຍອມຢູ່ໃຕ້ຄວາມຊອບທຳທີ່ມາຈາກພຣະເຈົ້າ.
4
ດ້ວຍວ່າ, ພຣະຄຣິດໄດ້ເຮັດໃຫ້ກົດບັນຍັດຖືກຍົກເລີກ ເພື່ອວ່າຜູ້ທີ່ວາງໃຈເຊື່ອທຸກຄົນ ຈະໄດ້ເປັນຄົນຊອບທຳ.
5
ໂມເຊໄດ້ຂຽນເຖິງຄວາມຊອບທຳຕາມຫລັກກົດບັນຍັດວ່າ, “ຜູ້ໃດທີ່ປະຕິບັດຕາມຫລັກກົດບັນຍັດ ກໍຈະໄດ້ຊີວິດຕາມນັ້ນ.”
6
ແຕ່ຄວາມຊອບທຳ ຊຶ່ງມີຄວາມເຊື່ອເປັນຫລັກ ກໍກ່າວໄວ້ດັ່ງນີ້ວ່າ, “ຢ່າຄິດໃນໃຈວ່າ, ‘ຜູ້ໃດຈະຂຶ້ນໄປເທິງສະຫວັນ?”’ (ຄືນຳເອົາພຣະຄຣິດລົງມາ).
7
“ຫລື ‘ຜູ້ໃດຈະລົງໄປໃນເຫວເລິກ?”’ (ຄືນຳເອົາພຣະຄຣິດໃຫ້ເປັນຄືນມາຈາກຕາຍ).
8
ແຕ່ຄວາມຊອບທຳນັ້ນໄດ້ກ່າວໄວ້ຢ່າງໃດ ໄດ້ກ່າວວ່າ, “ຖ້ອຍຄຳຂອງພຣະເຈົ້າຢູ່ໃກ້ເຈົ້າ ຢູ່ທີ່ສົບປາກ ແລະຢູ່ໃນໃຈຂອງເຈົ້າ” (ໝາຍເຖິງຖ້ອຍຄຳແຫ່ງຄວາມເຊື່ອ ທີ່ພວກເຮົາປະກາດຢູ່ນັ້ນ).
9
ຖ້າເຈົ້າຮັບດ້ວຍປາກວ່າ, “ພຣະເຢຊູເຈົ້າຊົງເປັນອົງພຣະຜູ້ເປັນເຈົ້າ” ແລະເຊື່ອໃນໃຈວ່າ, “ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ” ເຈົ້າກໍຈະໄດ້ພົ້ນ.
10
ດ້ວຍວ່າ, ມະນຸດເຊື່ອ ກໍເຊື່ອໃນໃຈຂອງຕົນເອງ ຈຶ່ງໄດ້ຊົງຖືວ່າເປັນຄົນຊອບທຳ ແລະທີ່ຍອມຮັບ ກໍຍອມຮັບດ້ວຍປາກ ຈຶ່ງຊົງຖືກໂຜດໃຫ້ພົ້ນ.
11
ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ, “ບຸກຄົນໃດທີ່ວາງໃຈເຊື່ອໃນພຣະອົງ ຈະບໍ່ໄດ້ຮັບຄວາມອັບອາຍ.”
12
ເພາະພຣະເຈົ້າບໍ່ໄດ້ຖືວ່າແຕກຕ່າງກັນ ລະຫວ່າງຄົນຢິວແລະຄົນຕ່າງຊາດ, ອົງພຣະຜູ້ເປັນເຈົ້າຊົງເປັນອົງພຣະຜູ້ເປັນເຈົ້າອົງດຽວຂອງຄົນທັງໝົດ ແລະອວຍພອນຢ່າງບໍຣິບູນແກ່ທຸກຄົນທີ່ຮ້ອງຫາພຣະອົງ.
13
ເພາະວ່າ, “ທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ ກໍຈະໄດ້ພົ້ນ.”
14
ແຕ່ຜູ້ທີ່ຍັງບໍ່ທັນໄດ້ເຊື່ອໃນພຣະອົງນັ້ນ ພວກເຂົາຈະທູນຂໍຕໍ່ພຣະອົງໄດ້ຢ່າງໃດ? ແລະຜູ້ທີ່ຍັງບໍ່ໄດ້ຍິນເຖິງເລື່ອງພຣະອົງນັ້ນ ຈະເຊື່ອໃນພຣະອົງໄດ້ຢ່າງໃດ? ແລະເມື່ອບໍ່ມີຜູ້ໃດປະກາດໃຫ້ພວກເຂົາຟັງ ພວກເຂົາຈະໄດ້ຍິນເຖິງເລື່ອງພຣະອົງໄດ້ຢ່າງໃດ?
15
ແລະຖ້າບໍ່ມີຜູ້ໃດໃຊ້ພວກເຂົາໄປ ພວກເຂົາຈະໄປປະກາດໄດ້ຢ່າງໃດ? ດັ່ງມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຕີນຂອງຜູ້ທີ່ນຳຂ່າວປະເສີດມາ ກໍງົດງາມປານໃດໜໍ”
16
ແຕ່ບໍ່ແມ່ນທຸກຄົນທີ່ຍອມຟັງຂ່າວປະເສີດນັ້ນ ເພາະເອຊາຢາໄດ້ກ່າວໄວ້ວ່າ, “ພຣະອົງເຈົ້າເອີຍ, ມີຜູ້ໃດແດ່ທີ່ໄດ້ເຊື່ອຟັງໃນຖ້ອຍຄຳ ຕາມທີ່ພວກເຂົາໄດ້ຍິນຈາກພວກຂ້ານ້ອຍນັ້ນ?”
17
ດັ່ງນັ້ນ ຄວາມເຊື່ອເກີດຂຶ້ນໄດ້ກໍເພາະການໄດ້ຍິນ ແລະການໄດ້ຍິນເກີດຂຶ້ນໄດ້ ກໍເພາະການປະກາດເລື່ອງພຣະຄຣິດ.
18
ແຕ່ເຮົາຖາມວ່າ, “ພວກເຂົາບໍ່ໄດ້ຍິນບໍ?” ແນ່ນອນ ແທ້ຈິງພວກເຂົາໄດ້ຍິນແລ້ວ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ສຽງຂອງພວກເຂົາດັງກ້ອງ ແຜ່ໄປທົ່ວແຜ່ນດິນໂລກ ແລະ ຖ້ອຍຄຳຂອງພວກເຂົາ ກໍເຖິງທີ່ສຸດແຜ່ນດິນໂລກ.”
19
ເຮົາຖາມອີກວ່າ, “ພວກອິດສະຣາເອນບໍ່ຮູ້ຈັກບໍ?” ໂມເຊເອງເປັນຄົນທຳອິດທີ່ຕອບວ່າ, “ເຮົາຈະເຮັດໃຫ້ເຈົ້າ ເກີດຄວາມອິດສາຊົນຊາດ ທີ່ຍັງບໍ່ເປັນປະເທດ, ເຮົາຈະຍົວະໃຫ້ພວກເຈົ້າ ເຄືອງແຄ້ນປະເທດທີ່ເປັນຊົນຊາດທີ່ໂງ່.”
20
ຝ່າຍເອຊາຢາກ້າກ່າວວ່າ, “ຄົນເຫຼົ່ານັ້ນບໍ່ໄດ້ສະແຫວງຫາເຮົາ ກໍພົບເຮົາ ແລະເຮົາກໍໄດ້ປາກົດແກ່ ຜູ້ທີ່ບໍ່ໄດ້ຖາມຫາເຮົາ.”
21
ແຕ່ເພິ່ນກ່າວເຖິງພວກອິດສະຣາເອນນັ້ນວ່າ, “ເຮົາໄດ້ຍື່ນມືຂອງເຮົາອອກຕະຫລອດວັນ ເພື່ອຄອຍຮັບໄພ່ພົນຈຳພວກໜຶ່ງ ທີ່ດື້ດ້ານແລະບໍ່ເຊື່ອຟັງ.”
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16