bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Romans 7
Romans 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 8 →
1
ພວກພີ່ນ້ອງທັງຫລາຍເອີຍ ພວກເຈົ້າບໍ່ຮູ້ຫລື (ເຮົາກຳລັງເວົ້າກັບຄົນທີ່ຮູ້ຈັກກົດລະບຽບແລ້ວ) ວ່າກົດໝາຍອັນໃດມີອຳນາດເໜືອມະນຸດ ກໍໃນຂະນະທີ່ເຂົາຍັງມີຊີວິດຢູ່ເທົ່ານັ້ນ.
2
ຍົກຕົວຢ່າງ ຍິງທີ່ແຕ່ງງານແລ້ວ ຕາບໃດທີ່ຜົວຂອງນາງຍັງມີຊີວິດຢູ່ ນາງຕ້ອງຜູກພັນຢູ່ກັບຜົວຕາມກົດໝາຍ, ແຕ່ຖ້າຜົວຂອງນາງຕາຍໄປ ນາງກໍພົ້ນຈາກກົດໝາຍນັ້ນ.
3
ສະນັ້ນ ຖ້ານາງຢູ່ກິນກັບຊາຍອື່ນ ເມື່ອຜົວຍັງມີຊີວິດຢູ່ ນາງກໍຈະໄດ້ຊື່ວ່າ ເປັນຍິງຫລິ້ນຊູ້, ແຕ່ຖ້າຜົວຂອງນາງຕາຍໄປ ນາງກໍເປັນອິດສະຫລະຕາມກົດໝາຍ, ຖ້ານາງແຕ່ງງານກັບຊາຍອື່ນ ນາງບໍ່ຜິດໃນຖານຫລິ້ນຊູ້.
4
ດັ່ງນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຈົ້າໄດ້ຕາຍຈາກກົດບັນຍັດ ໂດຍພຣະກາຍຂອງພຣະຄຣິດ, ເພື່ອພວກເຈົ້າຈະຕົກເປັນຂອງຜູ້ອື່ນ ຄືຂອງພຣະອົງ ຜູ້ຊົງຟື້ນຄືນມາຈາກຕາຍແລ້ວ ເພື່ອພວກເຮົາຈະເກີດຜົນຖວາຍແດ່ພຣະເຈົ້າ.
5
ດ້ວຍວ່າ, ເມື່ອພວກເຮົາດຳເນີນຊີວິດຕາມເນື້ອໜັງ ຊຶ່ງກົດບັນຍັດຍົວະເຍົ້າໃຫ້ເກີດຂຶ້ນນັ້ນ ໄດ້ເຮັດໃຫ້ອະໄວຍະວະຂອງເຮົາເກີດຜົນ ຊຶ່ງນຳໄປສູ່ຄວາມຕາຍ.
6
ແຕ່ບັດນີ້ ພວກເຮົາໄດ້ພົ້ນຈາກກົດບັນຍັດແລ້ວ ເພາະພວກເຮົາໄດ້ຕາຍຕໍ່ສິ່ງທີ່ເຄີຍຜູກມັດໃຫ້ເປັນຊະເລີຍໃນເມື່ອກ່ອນນັ້ນ, ເພື່ອພວກເຮົາຈະບໍ່ໄດ້ບົວລະບັດຮັບໃຊ້ໃນທາງເກົ່າ ຄືຕາມຕົວອັກສອນທີ່ບັນຍັດມີຂຽນໄວ້ ແຕ່ໄດ້ບົວລະບັດຮັບໃຊ້ໃນທາງໃໝ່ ຄືຕາມລັກສະນະຂອງພຣະວິນຍານ.
7
ຖ້າເປັນເຊັ່ນນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ກົດບັນຍັດຄືບາບຊັ້ນບໍ? ບໍ່ແມ່ນຢ່າງນັ້ນດອກ ແຕ່ແມ່ນກົດບັນຍັດທີ່ໄດ້ເຮັດໃຫ້ເຮົາຮູ້ວ່າອັນໃດຄືບາບ, ຖ້າກົດບັນຍັດບໍ່ໄດ້ຫ້າມວ່າ, “ຢ່າໂລບ” ເຮົາກໍບໍ່ຮູ້ວ່າຄວາມໂລບນັ້ນຄືອັນໃດ.
8
ແຕ່ວ່າຄວາມຜິດບາບ ໄດ້ຖືເອົາຂໍ້ກົດບັນຍັດເປັນຊ່ອງທາງຍົວະເຍົ້າ ຕັນຫາຊົ່ວທຸກຢ່າງໃຫ້ເກີດຂຶ້ນໃນຕົວເຮົາ ແຕ່ຖ້າບໍ່ມີກົດບັນຍັດ ຄວາມບາບນັ້ນກໍຕາຍເສຍແລ້ວ.
9
ຄັ້ງໜຶ່ງ ເຮົາເອງເຄີຍມີຊີວິດຢູ່ໂດຍບໍ່ມີກົດບັນຍັດ, ແຕ່ເມື່ອມີກົດບັນຍັດແລ້ວ ຄວາມບາບກໍເກີດຂຶ້ນມາ ແລະເຮົາກໍຕາຍ
10
ຝ່າຍກົດບັນຍັດ ຊຶ່ງມີຂຶ້ນເພື່ອໃຫ້ມີຊີວິດນັ້ນ ກໍປາກົດວ່າເປັນເຫດໃຫ້ເຮົາຕ້ອງຕາຍ.
11
ເພາະວ່າ ຄວາມບາບໄດ້ຖືເອົາກົດບັນຍັດ ເພື່ອເປັນຊ່ອງທາງຫລອກລວງເຮົາ ແລະໄດ້ຂ້າເຮົາໃຫ້ຕາຍດ້ວຍກົດບັນຍັດນັ້ນ.
12
ດ້ວຍເຫດນັ້ນ ກົດບັນຍັດຈຶ່ງເປັນສິ່ງສັກສິດໃນຕົວ ແລະຂໍ້ບັນຍັດກໍສັກສິດ, ຍຸດຕິທຳ ແລະດີງາມ.
13
ແຕ່ເລື່ອງນີ້ໝາຍຄວາມວ່າ ສິ່ງທີ່ດີນຳຄວາມຕາຍມາສູ່ເຮົາຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ ແມ່ນຄວາມຜິດບາບນັ້ນແຫຼະ ຄືບາບທີ່ອາໄສສິ່ງດີນຳຄວາມຕາຍມາສູ່ເຮົາ ເພື່ອໃຫ້ສັນດານແທ້ຂອງຄວາມບາບຖືກເປີດເຜີຍ. ສະນັ້ນ ໂດຍທາງກົດບັນຍັດຄວາມຜິດບາບຈຶ່ງຖືກສະແດງໃຫ້ເຫັນວ່າ ມັນຊົ່ວຮ້າຍຫລາຍທີ່ສຸດ.
14
ພວກເຮົາຮູ້ແລ້ວວ່າ ກົດບັນຍັດເປັນມາໂດຍຝ່າຍພຣະວິນຍານ, ແຕ່ສ່ວນເຮົາເປັນຝ່າຍມະນຸດທຳມະດາທີ່ຕາຍເປັນ ຊຶ່ງໄດ້ຖືກຂາຍໃຫ້ເປັນທາດຂອງຄວາມບາບ.
15
ເຮົາບໍ່ເຂົ້າໃຈສິ່ງທີ່ເຮົາເຮັດຢູ່ ເພາະເຮົາບໍ່ໄດ້ເຮັດສິ່ງທີ່ເຮົາຕ້ອງການ, ແຕ່ເຮົາກັບໄປເຮັດສິ່ງທີ່ເຮົາກຽດຊັງ.
16
ໃນເມື່ອສິ່ງທີ່ເຮົາເຮັດນັ້ນ ແມ່ນສິ່ງທີ່ເຮົາບໍ່ຢາກເຮັດ ກໍສະແດງວ່າເຮົາເຫັນພ້ອມວ່າ ກົດບັນຍັດນັ້ນຖືກຕ້ອງ.
17
ສະນັ້ນ ຈຶ່ງບໍ່ແມ່ນເຮົາເອງທີ່ເປັນຜູ້ເຮັດສິ່ງນັ້ນ, ແຕ່ແມ່ນຄວາມບາບທີ່ອາໄສຢູ່ໃນຕົວເຮົາເປັນຜູ້ເຮັດ.
18
ເພາະເຮົາຮູ້ວ່າໃນຕົວເຮົາ ຄືໃນສັນດານມະນຸດນັ້ນ ບໍ່ມີການດີຈັກຢ່າງຢູ່ນຳ. ເຖິງແມ່ນວ່າ ການຢາກເຮັດດີມີຢູ່ໃນຕົວເຮົາ, ແຕ່ເຮົາກໍບໍ່ສາມາດເຮັດດີໄດ້.
19
ເຮົາບໍ່ໄດ້ເຮັດການດີທີ່ເຮົາຢາກເຮັດ, ແຕ່ເຮົາຊໍ້າພັດເຮັດການຊົ່ວທີ່ເຮົາບໍ່ຢາກເຮັດ.
20
ຖ້າເຮົາເຮັດສິ່ງທີ່ເຮົາບໍ່ຢາກເຮັດ ກໍບໍ່ແມ່ນຕົວເຮົາເອງເປັນຜູ້ເຮັດ, ແຕ່ແມ່ນຄວາມບາບທີ່ຢູ່ໃນຕົວເຮົາເປັນຜູ້ເຮັດ.
21
ດັ່ງນັ້ນ ເຮົາຈຶ່ງຄົ້ນພົບກົດຢ່າງໜຶ່ງ ຄືເມື່ອເຮົາຢາກເຮັດໃນສິ່ງທີ່ດີ ສິ່ງທີ່ຊົ່ວກໍມາຕັນເຮົາໄວ້.
22
ສ່ວນເລິກໃນຈິດໃຈຂອງເຮົາແລ້ວ ເຮົາກໍພໍໃຈປິຕິຍິນດີກັບກົດບັນຍັດຂອງພຣະເຈົ້າ.
23
ແຕ່ເຮົາເຫັນກົດອີກຢ່າງໜຶ່ງ ຢູ່ໃນຮ່າງກາຍຂອງເຮົາ ຊຶ່ງຕໍ່ສູ້ກັບກົດແຫ່ງຈິດໃຈຂອງເຮົາ ຊຶ່ງເຮັດໃຫ້ເຮົາຕົກເປັນຊະເລີຍຕໍ່ກົດຂອງຄວາມບາບທີ່ມີຢູ່ໃນອະໄວຍະວະຂອງເຮົາ.
24
ເຮົາຊ່າງເປັນຄົນທຸກເຂັນໃຈແທ້ໜໍ ຜູ້ໃດເດ ຈະຊ່ວຍເຮົາໃຫ້ພົ້ນຈາກຮ່າງກາຍທີ່ຕາຍເປັນນີ້ໄດ້.
25
ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ອົງທີ່ດຳເນີນການນີ້ໂດຍທາງພຣະເຢຊູຄຣິດເຈົ້າ ພຣະອົງເຈົ້າຂອງພວກເຮົາ. ເຫດສະນັ້ນ ທາງດ້ານຈິດໃຈຂອງເຮົາ ເຮົາກໍເປັນທາດກົດບັນຍັດຂອງພຣະເຈົ້າ ແຕ່ດ້ານຮ່າງກາຍເຮົາກໍເປັນທາດຂອງກົດແຫ່ງຄວາມຜິດບາບ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16