bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Romans 14
Romans 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 15 →
1
ສ່ວນຜູ້ທີ່ອ່ອນໃນຄວາມເຊື່ອນັ້ນ ຈົ່ງຮັບລາວໄວ້ ຢ່າຖົກຖຽງກັບລາວໃນເລື່ອງຄວາມເຊື່ອທີ່ແຕກຕ່າງກັນ.
2
ຄົນໜຶ່ງເຊື່ອວ່າກິນຫຍັງກໍໄດ້ໝົດ ແຕ່ຄົນທີ່ມີຄວາມເຊື່ອອ່ອນ ກໍກິນແຕ່ບາງຢ່າງເທົ່ານັ້ນ.
3
ຢ່າໃຫ້ຄົນທີ່ກິນ ໝິ່ນປະໝາດຄົນທີ່ບໍ່ກິນ ແລະຢ່າໃຫ້ຜູ້ທີ່ກິນແຕ່ບາງຢ່າງກ່າວໂທດຜູ້ທີ່ກິນໄດ້ທຸກຢ່າງ ເພາະພຣະເຈົ້າໄດ້ຊົງຮັບເອົາຜູ້ນັ້ນແລ້ວ.
4
ເຈົ້າແມ່ນຜູ້ໃດຈຶ່ງຕັດສິນຄົນຮັບໃຊ້ຂອງຜູ້ອື່ນ? ຄົນຮັບໃຊ້ນັ້ນຈະສຳເລັດ ຫລືຫລົ້ມເຫລວ ກໍຂຶ້ນຢູ່ກັບນາຍຂອງລາວ, ລາວຈະຕັ້ງໝັ້ນຢູ່ໄດ້ ເພາະອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ລາວຕັ້ງໝັ້ນຢູ່ໄດ້ແນ່ນອນ.
5
ຄົນໜຶ່ງຄິດວ່າ ວັນໜຶ່ງດີກວ່າວັນໜຶ່ງອີກ ແຕ່ອີກຄົນໜຶ່ງຄິດວ່າທຸກວັນດີເໝືອນກັນໝົດ ຄວນໃຫ້ທຸກຄົນມີຄວາມແນ່ໃຈໃນຄວາມຄິດຂອງຕົນເອງ.
6
ຜູ້ທີ່ຖືວັນ ກໍຖືເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າເໝືອນກັນ ຜູ້ທີ່ກິນ ກໍກິນເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ. ດ້ວຍວ່າ, ເພິ່ນໄດ້ໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານນັ້ນ ສ່ວນຜູ້ທີ່ບໍ່ຍອມກິນບາງຢ່າງ ກໍບໍ່ຍອມກິນເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ ແລະເພິ່ນກໍຍັງໂມທະນາຂອບພຣະຄຸນພຣະເຈົ້າ.
7
ບໍ່ມີຜູ້ໃດໃນພວກເຮົາທີ່ມີຊີວິດຢູ່ເພື່ອຕົນເອງ ຫລືຕາຍເພື່ອຕົນເອງ.
8
ແຕ່ຖ້າພວກເຮົາມີຊີວິດຢູ່ ກໍມີຊີວິດຢູ່ເພື່ອອົງພຣະຜູ້ເປັນເຈົ້າ ແລະຖ້າພວກເຮົາຕາຍ ກໍຕາຍເພື່ອອົງພຣະຜູ້ເປັນເຈົ້າ. ສະນັ້ນ ຖ້າພວກເຮົາມີຊີວິດຢູ່ ຫລືຕາຍກໍດີ ພວກເຮົາກໍເປັນຂອງອົງພຣະຜູ້ເປັນເຈົ້າ.
9
ເພາະເຫດນີ້ ພຣະຄຣິດໄດ້ຕາຍ ແລະໄດ້ເປັນຄືນມາຈາກຕາຍ ກໍເພື່ອຈະໄດ້ຊົງເປັນອົງພຣະຜູ້ເປັນເຈົ້າຂອງຄົນເປັນແລະຄົນຕາຍ.
10
ແລ້ວເປັນຫຍັງ ເຈົ້າຈຶ່ງກ່າວໂທດໃສ່ພີ່ນ້ອງຂອງຕົນ? ເປັນຫຍັງເຈົ້າຈຶ່ງໝິ່ນປະໝາດພີ່ນ້ອງຂອງຕົນ? ເພາະວ່າ ພວກເຮົາທຸກຄົນຈະຕ້ອງຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງພຣະເຈົ້າ.
11
ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ທຸກຄົນຈະຄຸເຂົ່າລົງຂາບໄຫວ້ເຮົາສັນນັ້ນ ແລະທຸກສິ່ງກໍຈະ ຍ້ອງຍໍສັນລະເສີນພຣະເຈົ້າ.”’
12
ດັ່ງນັ້ນ ພວກເຮົາແຕ່ລະຄົນ ຈຶ່ງຈະຕ້ອງລາຍງານເລື່ອງລາວຂອງຕົນເອງຕໍ່ພຣະເຈົ້າ.
13
ເຫດສະນັ້ນ ພວກເຮົາຢ່າກ່າວໂທດໃສ່ກັນແລະກັນອີກຕໍ່ໄປ, ແຕ່ຈົ່ງຕັດສິນໃຈເຮັດດັ່ງນີ້ກໍດີກວ່າ ຄືຢ່າເອົາສິ່ງໃດສິ່ງໜຶ່ງທີ່ເຮັດໃຫ້ພີ່ນ້ອງຊູນສະດຸດ ຫລືລົ້ມລົງໃນບາບ ມາຂວາງທາງພີ່ນ້ອງ.
14
ໝັ້ນໃຈໃນອົງພຣະເຢຊູເຈົ້າວ່າ ບໍ່ມີອັນໃດທີ່ເປັນຂອງຕ້ອງຫ້າມໃນຕົວມັນເອງ; ແຕ່ຖ້າຄົນໃດຄິດວ່າມັນເປັນຂອງຕ້ອງຫ້າມ ສິ່ງນັ້ນກໍເປັນຂອງຕ້ອງຫ້າມສຳລັບລາວ.
15
ຖ້າພີ່ນ້ອງຂອງເຈົ້າເປັນທຸກໃຈ ເພາະອາຫານທີ່ເຈົ້າກິນ, ເຈົ້າກໍບໍ່ໄດ້ເຮັດດ້ວຍຄວາມຮັກເສຍແລ້ວ ຢ່າໃຫ້ອາຫານທີ່ເຈົ້າກິນນັ້ນ ເປັນເຫດເຮັດໃຫ້ຄົນທີ່ພຣະຄຣິດໄດ້ສິ້ນພຣະຊົນແທນແລ້ວ ຕ້ອງຈິບຫາຍໄປ.
16
ດັ່ງນັ້ນ ຢ່າເຮັດໃຫ້ສິ່ງທີ່ເຈົ້າຖືວ່າດີນັ້ນ ເປັນສິ່ງທີ່ຄົນອື່ນຕຳໜິໄດ້.
17
ດ້ວຍວ່າ, ອານາຈັກຂອງພຣະເຈົ້າ ບໍ່ແມ່ນເລື່ອງການກິນແລະການດື່ມ, ແຕ່ແມ່ນເລື່ອງຄວາມຊອບທຳ, ສັນຕິສຸກ ແລະຄວາມຊົມຊື່ນຍິນດີ ທີ່ມາຈາກພຣະວິນຍານບໍຣິສຸດເຈົ້າ.
18
ເມື່ອຜູ້ໃດບົວລະບັດຮັບໃຊ້ພຣະຄຣິດໃນທຳນອງນີ້ ກໍເຮັດໃຫ້ພຣະເຈົ້າຊົງພໍພຣະໄທ ແລະເຮັດໃຫ້ມະນຸດເຫັນດີດ້ວຍ.
19
ເຫດສະນັ້ນ ພວກເຮົາຈົ່ງສະແຫວງຫາສິ່ງທັງຫລາຍທີ່ເຮັດໃຫ້ເກີດຄວາມສະຫງົບສຸກ ແລະເຮັດໃຫ້ເກີດຄວາມຈະເລີນແກ່ກັນແລະກັນ.
20
ຢ່າທຳລາຍກິດຈະການຂອງພຣະເຈົ້າ ຍ້ອນເລື່ອງອາຫານການກິນ ອາຫານທຸກຢ່າງບໍ່ເປັນຂອງຕ້ອງຫ້າມກໍຈິງ, ແຕ່ວ່າຄົນໃດທີ່ກິນອາຫານ ຊຶ່ງເປັນເຫດໃຫ້ຄົນອື່ນຊູນສະດຸດໃຈ ກໍມີຄວາມຜິດ.
21
ການທີ່ຈະບໍ່ກິນຊີ້ນ ຫລືດື່ມເຫຼົ້າ ຫລືເຮັດສິ່ງໃດໆ ຊຶ່ງເປັນເຫດໃຫ້ພີ່ນ້ອງຊູນສະດຸດໃຈ ກໍເປັນການຖືກຕ້ອງຢູ່ແລ້ວ.
22
ຈົ່ງຍຶດຖືໄວ້ໃຫ້ໝັ້ນ ໃນຄວາມເຊື່ອທີ່ເຈົ້າມີຢູ່ນັ້ນ ລະຫວ່າງເຈົ້າເອງກັບພຣະເຈົ້າ ຜູ້ໃດບໍ່ມີເຫດຜົນ ທີ່ຈະຕຳໜິຕົນເອງໃນສິ່ງທີ່ຕົນເອງເຫັນວ່າດີ ແລ້ວກໍເປັນສຸກ
23
ແຕ່ຜູ້ທີ່ສົງໄສໃນສິ່ງທີ່ຕົນເອງກິນ ຖ້າຍັງຂືນກິນ ກໍຖືວ່າຜິດ ເພາະລາວບໍ່ໄດ້ກິນຕາມທີ່ຕົນເຊື່ອ ເພາະວ່າສິ່ງໃດທີ່ເຮັດໄປໂດຍບໍ່ເກີດຈາກຄວາມເຊື່ອໝັ້ນ ກໍເປັນບາບທັງສິ້ນ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16