bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ruth 1
Ruth 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 2 →
1
ດົນນານມາແລ້ວ ໃນຄາວທີ່ຊາດອິດສະຣາເອນຍັງບໍ່ທັນມີກະສັດປົກຄອງ ໄດ້ມີການອຶດຢາກເກີດຂຶ້ນໃນດິນແດນ. ດັ່ງນັ້ນ ຈຶ່ງມີຊາຍຄົນໜຶ່ງຊື່ວ່າ, ເອລີເມເຫຼັກ ທີ່ເປັນຄົນໃນຕະກຸນເອຟຣັດ ແລະນາງນາໂອມີເມຍຂອງຕົນພ້ອມກັບລູກຊາຍສອງຄົນ ຄືມາໂລນແລະກີລີໂອນ; ພວກເຂົາໄດ້ໜີຈາກເມືອງເບັດເລເຮັມແຂວງຢູດາຍ ແລະໄປອາໄສຢູ່ຊົ່ວຄາວທີ່ດິນແດນໂມອາບ. ໃນຂະນະທີ່ພວກເຂົາຢູ່ໃນດິນແດນນັ້ນ
3
ເອລີເມເຫຼັກກໍຕາຍໄປ. ນາງນາໂອມີຈຶ່ງຢູ່ກັບລູກຊາຍທັງສອງຂອງຕົນ;
4
ເຂົາທັງສອງໄດ້ແຕ່ງງານກັບຍິງສາວຊາວໂມອາບ ຄືນາງໂອປາ ແລະນາງຣຸດ. ປະມານສິບປີຕໍ່ມາ
5
ມາໂລນແລະກີລີໂອນກໍໄດ້ຕາຍໄປເຊັ່ນກັນ ນາງນາໂອມີຈຶ່ງຢູ່ຜູ້ດຽວໂດຍບໍ່ມີຜົວແລະບໍ່ມີລູກ.
6
ຕໍ່ມາ ນາງນາໂອມີໄດ້ຍິນວ່າ ພຣະເຈົ້າຢາເວໄດ້ອວຍພອນປະຊາຊົນຂອງພຣະອົງໂດຍໃຫ້ມີການເກັບກ່ຽວໄດ້ດີ. ສະນັ້ນ ນາງພ້ອມລູກໃພ້ທັງສອງຈຶ່ງຕຽມຕົວໜີໄປຈາກດິນແດນໂມອາບ.
7
ພວກເຂົາກັບຄືນເມືອສູ່ດິນແດນຢູດາຍ, ແຕ່ໃນຂະນະທີ່ເດີນທາງກັບເມືອນັ້ນ
8
ນາງນາໂອມີໄດ້ເວົ້າກັບພວກລູກໃພ້ຂອງຕົນວ່າ, “ຈົ່ງກັບຄືນເມືອຢູ່ນຳແມ່ຂອງພວກເຈົ້າສາ. ຂໍໃຫ້ພຣະເຈົ້າຢາເວເມດຕາຕໍ່ພວກເຈົ້າທັງສອງດັ່ງທີ່ພວກເຈົ້າໄດ້ເຮັດຕໍ່ຜູ້ທີ່ຕາຍໄປແລ້ວ ແລະຕໍ່ຂ້ອຍດ້ວຍ.
9
ຂໍພຣະເຈົ້າຢາເວໂຜດໃຫ້ພວກເຈົ້າແຕ່ລະຄົນໄດ້ແຕ່ງງານໃໝ່ ແລະມີຄອບຄົວອີກເຖີດ.” ແລ້ວນາງນາໂອມີກໍຈູບສັ່ງລາພວກເຂົາ, ແຕ່ລູກໃພ້ທັງສອງເລີ່ມຮ້ອງໄຫ້ຂຶ້ນ
10
ແລະເວົ້າວ່າ, “ບໍ່ ພວກລູກຈະບໍ່ກັບເມືອ ພວກລູກຈະໄປກັບແມ່ແລະໄປຫາພີ່ນ້ອງຂອງແມ່.”
11
ນາງນາໂອມີຕອບວ່າ, “ລູກຂອງແມ່ເອີຍ ຈົ່ງກັບເມືອສາ. ເປັນຫຍັງພວກເຈົ້າຈຶ່ງຢາກໄປກັບແມ່? ພວກເຈົ້າຄິດວ່າແມ່ຈະມີລູກຊາຍໄດ້ອີກ ເພື່ອໃຫ້ພວກເຈົ້າແຕ່ງງານກັບເຂົາຊັ້ນບໍ?
12
ລູກຂອງແມ່ເອີຍ ຈົ່ງກັບຄືນເມືອສາ ເພາະວ່າແມ່ກໍເຖົ້າແກ່ກາຍຍາມທີ່ຈະແຕ່ງງານໃໝ່ແລ້ວ. ເຖິງແມ່ນແມ່ຄິດວ່າຍັງມີຄວາມຫວັງຢູ່ ແລະແຕ່ງງານໃໝ່ໃນຄືນນີ້ແລະມີລູກຊາຍອີກຫລາຍຄົນ
13
ພວກເຈົ້າກໍຈະລໍຖ້າຈົນພວກເຂົາໃຫຍ່ຊັ້ນບໍ? ມັນຈະບໍ່ເປັນການຈ່ອງດຶງພວກເຈົ້າໄວ້ໃຫ້ແຕ່ງງານກັບຄົນອື່ນບໍ? ລູກຂອງແມ່ເອີຍ ມັນເປັນໄປບໍ່ໄດ້. ພຣະເຈົ້າຢາເວໄດ້ຫັນມາຕໍ່ສູ້ແມ່ ແລະແມ່ເອງກໍຮູ້ສຶກເສຍໃຈນຳພວກເຈົ້າດ້ວຍ.”
14
ລູກໃພ້ທັງສອງຈຶ່ງເລີ່ມຮ້ອງໄຫ້ຂຶ້ນອີກ. ແລ້ວນາງໂອປາກໍຈູບສັ່ງລາແມ່ຍ່າຂອງຕົນ ແລະກັບຄືນເມືອເຮືອນ. ແຕ່ນາງຣຸດບໍ່ຍອມໜີໄປຈາກແມ່ຍ່າ.
15
ນາງນາໂອມີຈຶ່ງເວົ້າກັບນາງຣຸດວ່າ, “ຣຸດເອີຍ ເອື້ອຍໃພ້ຂອງເຈົ້າໄດ້ກັບຄືນເມືອຫາພີ່ນ້ອງແລະພະ ຂອງນາງແລ້ວ ລູກຈົ່ງກັບຄືນເມືອກັບນາງສາເທາະ.”
16
ແຕ່ນາງຣຸດຕອບວ່າ, “ຂໍຢ່າໃຫ້ລູກຕ້ອງຈາກແມ່ໄປເລີຍ ໃຫ້ລູກໄປກັບແມ່ເຖີດ. ແມ່ໄປທີ່ໃດລູກກໍຈະໄປທີ່ນັ້ນ; ແມ່ຢູ່ບ່ອນໃດລູກກໍຈະຢູ່ບ່ອນນັ້ນ. ຄົນຂອງແມ່ກໍຈະເປັນຄົນຂອງລູກ; ພຣະເຈົ້າຂອງແມ່ກໍຈະເປັນພຣະເຈົ້າຂອງລູກ.
17
ແມ່ຕາຍຢູ່ບ່ອນໃດລູກກໍຈະຕາຍຢູ່ບ່ອນນັ້ນ ແລະທີ່ນັ້ນ ຈະເປັນບ່ອນຝັງສົບຂອງລູກ. ຖ້າມີສິ່ງໃດເຮັດໃຫ້ລູກຈາກແມ່ໄປ ຊຶ່ງນອກຈາກຄວາມຕາຍເທົ່ານັ້ນ ຂໍໃຫ້ພຣະເຈົ້າຢາເວລົງໂທດລູກຢ່າງໜັກເຖີດ.”
18
ເມື່ອນາງນາໂອມີເຫັນວ່າ ນາງຣຸດຕັດສິນໃຈໄປກັບຕົນແທ້ກໍບໍ່ເວົ້າຫຍັງຕື່ມ.
19
ແລ້ວທັງສອງກໍເດີນທາງຕໍ່ໄປຮອດເມືອງເບັດເລເຮັມ. ເມື່ອເດີນທາງມາເຖິງ ຄົນທັງເມືອງກໍຕື່ນເຕັ້ນ ແລະພວກຜູ້ຍິງໃນທີ່ນັ້ນທ້ວງວ່າ, “ແມ່ນນາໂອມີແທ້ບໍ?”
20
ນາງຕອບວ່າ, “ຢ່າເອີ້ນຂ້ອຍວ່າ ນາໂອມີ, ແຕ່ໃຫ້ເອີ້ນຂ້ອຍວ່າ ມາຣາ ຍ້ອນວ່າພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ເຮັດໃຫ້ຊີວິດຂອງຂ້ອຍຂົມຂື່ນ.
21
ເມື່ອຂ້ອຍຈາກບ່ອນນີ້ໄປ ຂ້ອຍມີທຸກສິ່ງພຽບພ້ອມ ແຕ່ພຣະເຈົ້າຢາເວນຳຂ້ອຍກັບມາມືເປົ່າ. ເມື່ອພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ລົງໂທດຂ້ອຍ ແລະໃຫ້ຂ້ອຍມີຄວາມລຳບາກຢ່າງນີ້ ເປັນຫຍັງຈຶ່ງເອີ້ນຂ້ອຍວ່າ, ນາໂອມີ?”
22
ດັ່ງນັ້ນ ນາໂອມີຈຶ່ງກັບມາຈາກດິນແດນໂມອາບກັບນາງຣຸດຊາວໂມອາບຜູ້ທີ່ເປັນລູກໃພ້. ເມື່ອທັງສອງມາຮອດເມືອງເບັດເລເຮັມນັ້ນ ກໍພໍດີຖືກກັບຕົ້ນລະດູເກັບກ່ຽວເຂົ້າເດືອຍ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 2 →
All chapters:
1
2
3
4