bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ruth 2
Ruth 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 3 →
1
ຝ່າຍນາງນາໂອມີນັ້ນມີພີ່ນ້ອງທາງເອລີເມເຫຼັກຜົວຂອງຕົນຢູ່ຄົນໜຶ່ງຊື່ວ່າ ໂບອາດ. ຊາຍຄົນນີ້ເປັນຄົນຮັ່ງມີແລະທັງມີອິດທິພົນດ້ວຍ.
2
ຢູ່ມາມື້ໜຶ່ງ ນາງຣຸດຊາວໂມອາບໄດ້ເວົ້າກັບນາງນາໂອມີວ່າ, “ຂໍໃຫ້ລູກໄປເກັບເອົາເຂົ້າ ຊຶ່ງພວກກ່ຽວເຂົ້າເຮັດຕົກຢູ່ຕາມທົ່ງນາເຖີດ. ລູກເຊື່ອແນ່ວ່າ ຄົງຈະມີບາງຄົນອະນຸຍາດໃຫ້ລູກເກັບເອົາໄດ້.” ນາງນາໂອມີຈຶ່ງຕອບວ່າ, “ຈົ່ງໄປເຖີດ ລູກເອີຍ.”
3
ດັ່ງນັ້ນ ນາງຣຸດຈຶ່ງອອກໄປທີ່ທົ່ງນາ ແລະຍ່າງຕາມຫລັງຂອງພວກທີ່ກ່ຽວເຂົ້າ ເພື່ອເກັບເອົາຮວງເຂົ້າທີ່ຕົກເຮ່ຍ. ຢູ່ໃນນາທີ່ນາງຣຸດເກັບຮວງເຂົ້າຢູ່ນັ້ນ ເປັນນາຂອງໂບອາດຜູ້ເປັນພີ່ນ້ອງຂອງເອລີເມເຫຼັກ.
4
ເວລາຕໍ່ມາ ໂບອາດເອງໄດ້ມາຈາກເມືອງເບັດເລເຮັມ ເພື່ອຖາມຄວາມສຸກທຸກຂອງຄົນງານ. ເພິ່ນເວົ້າວ່າ, “ຂໍພຣະເຈົ້າຢາເວສະຖິດຢູ່ນຳພວກເຈົ້າເທີ້ນ.” ພວກເຂົາຕອບວ່າ, “ຂໍພຣະເຈົ້າຢາເວອວຍພອນທ່ານເຖີດ.”
5
ໂບອາດຖາມຫົວໜ້າຄົນງານວ່າ, “ຍິງສາວຜູ້ນັ້ນແມ່ນໃຜ?”
6
ຫົວໜ້າຄົນງານຕອບວ່າ, “ເປັນຍິງສາວຈາກໂມອາບທີ່ໄດ້ຄືນມາກັບນາງນາໂອມີ.
7
ນາງຂໍອະນຸຍາດນຳຂ້ານ້ອຍ ເພື່ອເກັບເອົາຮວງເຂົ້າທີ່ຕົກເຮ່ຍຕາມຫລັງຄົນງານ. ນາງມາເກັບແຕ່ເຊົ້າ ແລະຫາກໍນັ່ງພັກເຊົາໜ້ອຍໜຶ່ງຢູ່ໃຕ້ຮົ່ມໄມ້ນັ້ນ.”
8
ແລ້ວໂບອາດກໍເວົ້າກັບນາງຣຸດວ່າ, “ຂ້ອຍຂໍແນະນຳເຈົ້າບາງຢ່າງ. ຢ່າສູ່ໄປເກັບເອົາຮວງເຂົ້າຢູ່ບ່ອນອື່ນ ໃຫ້ເຈົ້າເຮັດວຽກກັບພວກຜູ້ຍິງຢູ່ທີ່ນີ້.
9
ຈົ່ງຊອມເບິ່ງວ່າພວກເຂົາກ່ຽວເຂົ້າຢູ່ບ່ອນໃດ ແລະໃຫ້ຢູ່ກັບພວກເຂົາໃນບ່ອນນັ້ນ. ຂ້ອຍໄດ້ສັ່ງພວກຜູ້ຊາຍແລ້ວວ່າ ບໍ່ໃຫ້ພວກເຂົາຂົ່ມເຫັງເຈົ້າ. ຖ້າເຈົ້າຫິວນໍ້າ ໃຫ້ໄປດື່ມຈາກໄຫທີ່ເຂົາຕັກນໍ້າມາໄວ້ແລ້ວນັ້ນ.”
10
ນາງຣຸດກົ້ມລົງກັບພື້ນດິນແລະຂາບໂບອາດ ແລ້ວນາງກໍເວົ້າຕໍ່ໂບອາດວ່າ, “ເປັນຫຍັງທ່ານຈຶ່ງເປັນຫ່ວງຂ້ານ້ອຍຫລາຍຢ່າງນີ້? ແລະເປັນຫຍັງທ່ານຈຶ່ງເມດຕາຄົນຕ່າງດ້າວດັ່ງຂ້ານ້ອຍນີ້ນໍ?”
11
ໂບອາດຕອບນາງວ່າ, “ຂ້ອຍໄດ້ຍິນເຖິງທຸກໆສິ່ງທີ່ເຈົ້າໄດ້ປະຕິບັດຕໍ່ແມ່ຍ່າຂອງເຈົ້າ ເມື່ອຜົວຂອງເຈົ້າຕາຍໄປ. ຂ້ອຍຮູ້ວ່າເຈົ້າໄດ້ຈາກພໍ່ແມ່ ແລະບ້ານເກີດເມືອງນອນຂອງເຈົ້າ ມາຢູ່ກັບຄົນທີ່ເຈົ້າບໍ່ເຄີຍຮູ້ຈັກມາກ່ອນ.
12
ຂໍໃຫ້ພຣະເຈົ້າຢາເວຕອບແທນຄຸນງາມຄວາມດີທີ່ເຈົ້າໄດ້ສ້າງມານັ້ນເຖີດ. ຂໍໃຫ້ເຈົ້າໄດ້ຮັບບຳເໜັດອັນລົ້ນເຫລືອຈາກພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ອົງທີ່ເຈົ້າມາເພິ່ງພາອາໄສນີ້ເທີ້ນ.”
13
ນາງຣຸດຕອບວ່າ, “ທ່ານເອີຍ ທ່ານດີຕໍ່ຂ້ານ້ອຍຢ່າງເຫລືອຫລາຍ. ທ່ານເວົ້າຈາອ່ອນຫວານກັບຂ້ານ້ອຍ ຊຶ່ງເຮັດໃຫ້ຂ້ານ້ອຍມີກຳລັງໃຈຂຶ້ນ ເຖິງແມ່ນວ່າຂ້ານ້ອຍເອງບໍ່ມີຄຸນຄ່າເທົ່າທຽມກັບຄົນຮັບໃຊ້ຜູ້ໜຶ່ງຂອງທ່ານກໍຕາມ.”
14
ຍາມກິນເຂົ້າ ໂບອາດກໍບອກນາງວ່າ, “ຈົ່ງໄປເອົາເຂົ້າມາຈໍ້ານໍ້າແຈ່ວກິນແມ.” ດັ່ງນັ້ນ ນາງຣຸດຈຶ່ງໄປນັ່ງກັບພວກຄົນງານ ແລະໂບອາດກໍຍື່ນເຂົ້າຂົ້ວບາງສ່ວນໃຫ້ນາງກິນ. ນາງກິນຈົນອີ່ມແລະຈົນເຫຼືອ.
15
ຫລັງຈາກນາງຣຸດອອກໄປເກັບເອົາຮວງເຂົ້າແລ້ວ ໂບອາດກໍສັ່ງພວກຄົນງານວ່າ, “ຈົ່ງອະນຸຍາດໃຫ້ນາງເກັບເອົາຮວງເຂົ້າຕາມບ່ອນທີ່ວາງມັດເຂົ້າໄວ້ໄດ້ ແລະຢ່າເວົ້າຫຍັງໃຫ້ນາງເດີ. ນອກຈາກນີ້ ໃຫ້ພວກເຈົ້າດຶງເອົາຮວງເຂົ້າອອກຈາກມັດ ແລະປະໄວ້ໃຫ້ນາງເກັບເອົາ.”
17
ນາງຣຸດຈຶ່ງເກັບເອົາຮວງເຂົ້າຢູ່ຕາມທົ່ງນາຈົນຄໍ່າ. ຫລັງຈາກຟາດເຂົ້າແລ້ວ ນາງຈຶ່ງໄດ້ເຂົ້າປະມານສິບກິໂລກຼາມ.
18
ນາງນຳເອົາເຂົ້ານັ້ນກັບເມືອໃນເມືອງ ເພື່ອໃຫ້ຍ່າເບິ່ງວ່າຕົນເກັບໄດ້ຫລາຍເທົ່າໃດ. ນາງຍັງໄດ້ເອົາອາຫານທີ່ເຫຼືອກິນນັ້ນໃຫ້ຍ່າດ້ວຍ.
19
ນາງນາໂອມີຈຶ່ງຖາມວ່າ, “ມື້ນີ້ ລູກໄປເກັບເອົາເຂົ້າເຫຼົ່ານີ້ຢູ່ບ່ອນໃດ? ລູກເກັບຢູ່ໃນນາຂອງຜູ້ໃດ? ຂໍພຣະເຈົ້າອວຍພອນຊາຍທີ່ມີໃຈເມດຕາແກ່ລູກດ້ວຍເທີ້ນ.” ດັ່ງນັ້ນ ນາງຣຸດຈຶ່ງບອກນາງນາໂອມີວ່າ ຕົນໄດ້ໄປເກັບເອົາເຂົ້າຢູ່ຕາມທົ່ງນາຂອງຊາຍຄົນໜຶ່ງຊື່ວ່າ ໂບອາດ.
20
ນາງນາໂອມີຈຶ່ງເວົ້າວ່າ, “ຂໍພຣະເຈົ້າຢາເວອວຍພອນໂບອາດເທີ້ນ ດ້ວຍວ່າ, ພຣະອົງຮັກສາຄຳສັນຍາຂອງພຣະອົງທີ່ມີໄວ້ກັບຜູ້ທີ່ຍັງມີຊີວິດຢູ່ ແລະທັງຜູ້ທີ່ໄດ້ຕາຍໄປແລ້ວດ້ວຍ.” ນາງນາໂອມີເວົ້າຕໍ່ໄປອີກວ່າ, “ຊາຍຜູ້ນັ້ນເປັນພີ່ນ້ອງທີ່ໃກ້ຊິດກັບພວກເຮົາ ເປັນຜູ້ໜຶ່ງທີ່ມີໜ້າທີ່ຮັບຜິດຊອບເບິ່ງແຍງພວກເຮົາ.”
21
ແລ້ວນາງຣຸດຊາວໂມອາບກໍເວົ້າວ່າ, “ນອກຈາກນີ້ເພິ່ນຍັງບອກໃຫ້ລູກເກັບເອົາຮວງເຂົ້ານຳພວກຄົນງານຂອງເພິ່ນ ຈົນພວກເຂົາກ່ຽວເຂົ້າແລ້ວ.”
22
ນາງນາໂອມີເວົ້າກັບນາງຣຸດວ່າ, “ແມ່ນແລ້ວ ລູກເອີຍ ຈະເປັນການດີກວ່າສຳລັບລູກ ທີ່ເກັບເອົາເຂົ້ານຳພວກຄົນງານຜູ້ຍິງໃນນາຂອງໂບອາດ. ຖ້າລູກໄປເກັບໃນນາຂອງຄົນອື່ນ ລູກອາດຖືກເຂົາຂົ່ມເຫັງກໍໄດ້.”
23
ດັ່ງນັ້ນ ນາງຣຸດຈຶ່ງເກັບເອົາຮວງເຂົ້ານຳພວກຄົນງານຂອງໂບອາດ ຈົນກວ່າພວກເຂົາກ່ຽວເຂົ້າແລ້ວ ແລະນາງຣຸດກໍຍັງສືບຕໍ່ອາໄສຢູ່ນຳແມ່ຍ່າຂອງຕົນ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 3 →
All chapters:
1
2
3
4