bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Peter 1
1 Peter 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
1
ຈົດໝາຍສະບັບນີ້ຈາກເຮົາເປໂຕ ຜູ້ເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ, ເຖິງບັນດາຜູ້ທີ່ພຣະເຈົ້າໄດ້ເລືອກໄວ້, ເຊິ່ງເປັນຄົນຕ່າງຖິ່ນທີ່ກະຈັດກະຈາຍໄປທົ່ວແຂວງປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບິທີເນຍ,
2
ເປັນຜູ້ທີ່ໄດ້ເລືອກໄວ້ຕາມທີ່ພຣະເຈົ້າພຣະບິດາເຈົ້າຮູ້ລ່ວງໜ້າແລ້ວຜ່ານທາງການຊຳລະໃຫ້ບໍລິສຸດຂອງພຣະວິນຍານ, ເພື່ອໃຫ້ເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະ ໄດ້ຮັບການຊິດໃສ່ດ້ວຍໂລຫິດຂອງພຣະອົງ: ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງມີແກ່ພວກເຈົ້າຢ່າງລົ້ນເຫລືອ.
3
ສັນລະເສີນພຣະເຈົ້າພຣະບິດາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ດ້ວຍຄວາມເມດຕາອັນຍິ່ງໃຫຍ່ຂອງພຣະອົງ ພຣະອົງໄດ້ໃຫ້ພວກເຮົາໄດ້ບັງເກີດໃໝ່ເຂົ້າໃນຄວາມຫວັງອັນມີຊີວິດຢູ່ຜ່ານທາງການເປັນຄືນມາຈາກຕາຍຂອງພຣະເຢຊູຄຣິດເຈົ້າ,
4
ແລະ ເຂົ້າໃນມໍລະດົກອັນບໍ່ມີວັນເສື່ອມສູນ, ບໍ່ເປື່ອຍເນົ່າ ຫລື ບໍ່ຈາງຫາຍໄປ. ມໍລະດົກນີ້ໄດ້ຮັກສາໄວ້ໃນສະຫວັນເພື່ອພວກເຈົ້າ.
5
ຜູ້ທີ່ພຣະເຈົ້າໄດ້ປົກປ້ອງໄວ້ດ້ວຍລິດອຳນາດຂອງພຣະອົງຜ່ານທາງຄວາມເຊື່ອ ຈົນເຖິງຄວາມພົ້ນ ເຊິ່ງພ້ອມແລ້ວທີ່ຈະເປີດເຜີຍໃນຍຸກສຸດທ້າຍ.
6
ພວກເຈົ້າຊື່ນຊົມຍິນດີຢ່າງໃຫຍ່ໃນສິ່ງທັງໝົດນີ້, ເຖິງແມ່ນວ່າໃນຂະນະນີ້ພວກເຈົ້າຕ້ອງທົນທຸກກັບຄວາມໂສກເສົ້າໃນການທົດລອງທຸກຢ່າງຊົ່ວຂະນະໜຶ່ງ
7
ສິ່ງເຫລົ່ານີ້ມີມາກໍເພື່ອພິສູດວ່າພວກເຈົ້າມີຄວາມເຊື່ອແທ້, ຄວາມເຊື່ອນີ້ລ້ຳຄ່າຍິ່ງກວ່າຄຳ ເຊິ່ງສາມາດເສື່ອມສູນໄປເຖິງແມ່ນວ່າໄດ້ຖືກຫລອມດ້ວຍໄຟ ຄວາມເຊື່ອນີ້ກໍ່ໃຫ້ເກີດຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດເມື່ອພຣະເຢຊູຄຣິດເຈົ້າຈະມາປາກົດ.
8
ເຖິງແມ່ນວ່າພວກເຈົ້າຍັງບໍ່ເຫັນພຣະອົງ, ແຕ່ກໍຮັກພຣະອົງ ແລະ ແມ່ນແຕ່ໃນເວລານີ້ພວກເຈົ້າບໍ່ເຫັນພຣະອົງ ແຕ່ກໍເຊື່ອໃນພຣະອົງ ແລະ ເຕັມດ້ວຍຄວາມຍິນດີອັນຍິ່ງໃຫຍ່ຈົນບໍ່ສາມາດຈະບັນລະຍາຍໄດ້,
9
ເພາະພວກເຈົ້າກຳລັງໄດ້ຮັບຜົນສຸດທ້າຍຂອງຄວາມເຊື່ອຂອງພວກເຈົ້າ ຄືຄວາມພົ້ນແຫ່ງຈິດວິນຍານຂອງພວກເຈົ້າ.
10
ກ່ຽວກັບເລື່ອງຄວາມພົ້ນນີ້, ບັນດາຜູ້ທຳນວາຍຜູ້ທີ່ໄດ້ກ່າວເຖິງພຣະຄຸນທີ່ຈະມາເຖິງພວກເຈົ້ານັ້ນກໍໄດ້ຄົ້ນຄວ້າຢ່າງຕັ້ງໃຈ ແລະ ດ້ວຍຄວາມເອົາໃຈໃສ່ທີ່ສຸດ.
11
ພວກເພິ່ນພະຍາຍາມຄົ້ນຫາວ່າສິ່ງທີ່ພຣະວິນຍານຂອງພຣະຄຣິດເຈົ້າທີ່ຢູ່ໃນພວກເພິ່ນໄດ້ບົ່ງໄວ້ນັ້ນຈະເກີດຂຶ້ນເມື່ອໃດ ແລະ ຈະເກີດຂຶ້ນຢ່າງໃດ ເມື່ອພຣະອົງໄດ້ທຳນວາຍເຖິງຄວາມທຸກທໍລະມານຂອງພຣະຄຣິດເຈົ້າ ແລະ ເຖິງສະຫງ່າລາສີທີ່ຈະຕາມມານັ້ນ.
12
ພວກເພິ່ນໄດ້ຮັບການເປີດເຜີຍວ່າສິ່ງຕ່າງໆທີ່ໄດ້ທຳນວາຍເຖິງນັ້ນ ບໍ່ແມ່ນເພື່ອເປັນການຮັບໃຊ້ພວກເພິ່ນເອງແຕ່ເພື່ອພວກເຈົ້າ, ບັດນີ້ ບັນດາຜູ້ປະກາດຂ່າວປະເສີດໄດ້ກ່າວເຖິງສິ່ງຕ່າງໆເຫລົ່ານີ້ແກ່ພວກເຈົ້າແລ້ວໂດຍທາງພຣະວິນຍານບໍລິສຸດເຈົ້າທີ່ໄດ້ສົ່ງມາຈາກສະຫວັນ. ແມ່ນແຕ່ພວກເທວະດາກໍຍັງປາຖະໜາຈະເຂົ້າໃຈສິ່ງເຫລົ່ານີ້.
13
ເຫດສະນັ້ນ ຈົ່ງຕຽມຄວາມຄິດຈິດໃຈໃຫ້ພ້ອມ ແລະ ມີສະຕິ, ຈົ່ງຕັ້ງຄວາມຫວັງໄວ້ເທິງພຣະຄຸນທີ່ຈະມາເຖິງພວກເຈົ້າເມື່ອພຣະເຢຊູຄຣິດເຈົ້າມາປາກົດ.
14
ໃນຖານະລູກທີ່ເຊື່ອຟັງ, ຢ່າດຳເນີນຕາມຄວາມປາຖະໜາຊົ່ວທີ່ພວກເຈົ້າເຄີຍມີເມື່ອເວລາທີ່ພວກເຈົ້າໃຊ້ຊີວິດໃນຄວາມໂງ່ນັ້ນ.
15
ແຕ່ພວກເຈົ້າຈົ່ງບໍລິສຸດໃນການກະທຳທຸກຢ່າງ ເໝືອນດັ່ງພຣະອົງຜູ້ເອີ້ນເອົາພວກເຈົ້ານັ້ນບໍລິສຸດ.
16
ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ: “ຈົ່ງບໍລິສຸດ, ເພາະເຮົາບໍລິສຸດ”.
17
ເມື່ອພວກເຈົ້າຂໍຕໍ່ພຣະບິດາເຈົ້າຜູ້ຕັດສິນການກະທຳຂອງແຕ່ລະຄົນໂດຍບໍ່ເລືອກໜ້າຜູ້ໃດ ກໍຈົ່ງດຳເນີນຊີວິດໃນຖານະທີ່ເປັນຄົນຕ່າງດ້າວດ້ວຍຄວາມຢຳເກງ.
18
ເພາະພວກເຈົ້າກໍຮູ້ແລ້ວວ່າ ພຣະອົງໄດ້ໄຖ່ພວກເຈົ້າໃຫ້ພົ້ນຈາກວິຖີຊີວິດອັນບໍ່ມີປະໂຫຍດ ເຊິ່ງພວກເຈົ້າໄດ້ສືບທອດມາຈາກບັນພະບຸລຸດຂອງພວກເຈົ້ານັ້ນ ບໍ່ໄດ້ໄຖ່ດ້ວຍສິ່ງທີ່ເສື່ອມສູນໄປເຊັ່ນເງິນ ຫລື ຄຳ,
19
ແຕ່ດ້ວຍໂລຫິດອັນລ້ຳຄ່າຂອງພຣະຄຣິດເຈົ້າ ຜູ້ເປັນລູກແກະທີ່ບໍ່ມີຕຳໜິ ຫລື ຂໍ້ບົກຜ່ອງໃດໆ.
20
ພຣະອົງໄດ້ເລືອກພຣະຄຣິດເຈົ້າໄວ້ຕັ້ງແຕ່ກ່ອນສ້າງໂລກ ແຕ່ໄດ້ໃຫ້ພຣະຄຣິດເຈົ້າປາກົດໃນວາລະສຸດທ້າຍນີ້ເພື່ອເຫັນແກ່ພວກເຈົ້າທັງຫລາຍ.
21
ໂດຍທາງພຣະອົງພວກເຈົ້າຈຶ່ງເຊື່ອໃນພຣະເຈົ້າ ຜູ້ບັນດານໃຫ້ພຣະຄຣິດເຈົ້າເປັນຄືນມາຈາກຕາຍ ແລະ ມອບສະຫງ່າລາສີໃຫ້ແກ່ພຣະອົງ. ດັ່ງນັ້ນແຫລະ ຄວາມເຊື່ອ ແລະ ຄວາມຫວັງຂອງພວກເຈົ້າຈຶ່ງຢູ່ໃນພຣະເຈົ້າ.
22
ບັດນີ້ ເມື່ອພວກເຈົ້າໄດ້ຊຳລະໂຕໃຫ້ບໍລິສຸດດ້ວຍການເຊື່ອຟັງຄວາມຈິງ ເພື່ອວ່າພວກເຈົ້າຈະຮັກເຊິ່ງກັນແລະກັນດ້ວຍຈິງໃຈແລ້ວ ກໍຈົ່ງຮັກກັນໃຫ້ເລິກສຸດໃຈ.
23
ເພາະພວກເຈົ້າໄດ້ບັງເກີດໃໝ່ແລ້ວ, ບໍ່ແມ່ນເກີດຈາກເມັດພັນອັນເສື່ອມສູນໄດ້ ແຕ່ຈາກເມັດພັນອັນບໍ່ມີເສື່ອມສູນ ຜ່ານທາງພຣະຄຳຂອງພຣະເຈົ້າອັນມີຊີວິດ ແລະ ຕັ້ງໝັ້ນຄົງຖາວອນ.
24
ເພາະວ່າ, “ມະນຸດທຸກຄົນນັ້ນເປັນເໝືອນດັ່ງຕົ້ນຫຍ້າ ແລະ ສະຫງ່າລາສີທັງໝົດຂອງພວກເຂົາກໍເປັນເໝືອນດັ່ງດອກຫຍ້າຕາມທົ່ງນາ, ຕົ້ນຫຍ້າຫ່ຽວແຫ້ງໄປ ແລະ ດອກມັນກໍຫລົ່ນລົງ,
25
ແຕ່ພຣະຄຳຂອງອົງພຣະຜູ້ເປັນເຈົ້າຕັ້ງໝັ້ນຄົງຢູ່ຕະຫລອດໄປ”. ແລະ ນີ້ຄືຖ້ອຍຄຳທີ່ໄດ້ປະກາດແກ່ພວກເຈົ້າແລ້ວ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
All chapters:
1
2
3
4
5