bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Peter 4
1 Peter 4
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 5 →
1
ເຫດສະນັ້ນ, ເພາະພຣະຄຣິດເຈົ້າໄດ້ທົນທຸກທາງກາຍຂອງພຣະອົງແລ້ວ ພວກເຈົ້າເອງກໍຈົ່ງຕຽມໂຕໃຫ້ພ້ອມດ້ວຍທ່າທີຢ່າງດຽວກັນ. ເພາະຜູ້ໃດກໍຕາມທີ່ທົນທຸກທາງກາຍກໍຈະເຊົາເຮັດບາບ.
2
ຜົນກໍຄື, ພວກເຂົາຈະບໍ່ດຳເນີນຊີວິດທີ່ເຫລືອຢູ່ໃນໂລກນີ້ຕາມຄວາມປາຖະໜາຂອງມະນຸດ ແຕ່ຕາມຄວາມປະສົງຂອງພຣະເຈົ້າ.
3
ເພາະໃນອະດີດພວກເຈົ້າໄດ້ໃຊ້ເວລາຫລາຍແລ້ວໃນການເຮັດສິ່ງທີ່ຄົນບໍ່ເຊື່ອພຣະເຈົ້າເລືອກທີ່ຈະເຮັດ ຄືໄດ້ດຳເນີນຊີວິດຢູ່ໃນຄວາມຊົ່ວຊ້າ, ຕັນຫາ, ເມົາເຫລົ້າ, ຮ່ວມເພດກັນເປັນກຸ່ມ, ດື່ມເຫລົ້າຢ່າງໜັກ ແລະ ຂາບໄຫວ້ຮູບເຄົາລົບອັນໜ້າລັງກຽດ.
4
ພວກເຂົາຈຶ່ງປະຫລາດໃຈທີ່ພວກເຈົ້າບໍ່ເຂົ້າຮ່ວມໃນການດຳເນີນຊີວິດແບບຊະຊາຍ ແລະ ດຳເນີນຊີວິດແບບປ່າເຖື່ອນກັບພວກເຂົາ ແລະ ພວກເຂົາຈຶ່ງຫຸ້ມດ່າພວກເຈົ້າ.
5
ແຕ່ພວກເຂົາຈະຕ້ອງລາຍງານຕໍ່ພຣະອົງຜູ້ພ້ອມແລ້ວທີ່ຈະພິພາກສາທັງຄົນເປັນ ແລະ ຄົນຕາຍ
6
ດ້ວຍເຫດຜົນນີ້ຂ່າວປະເສີດຈຶ່ງໄດ້ຖືກປະກາດອອກໄປເຖິງແມ່ນແຕ່ແກ່ຄົນທີ່ຕາຍໄປແລ້ວ, ເພື່ອວ່າພວກເຂົາຈະຖືກຕັດສິນຕາມມາດຕະຖານຂອງມະນຸດທາງຮ່າງກາຍ ແຕ່ທາງຈິດວິນຍານພວກເຂົາຈະມີຊີວິດຢູ່ຕາມຄວາມປະສົງຂອງພຣະເຈົ້າ.
7
ເວລາສຸດທ້າຍຂອງສິ່ງທັງໝົດນີ້ໃກ້ຈະມາເຖິງແລ້ວ. ເຫດສະນັ້ນ ຈົ່ງມີສະຕິ ແລະ ຮູ້ຈັກບັງຄັບຕົນເພື່ອພວກເຈົ້າຈະໄດ້ອະທິຖານ.
8
ເໜືອສິ່ງອື່ນໃດທັງໝົດ, ຈົ່ງຮັກເຊິ່ງກັນແລະກັນຢ່າງເລິກເຊິ່ງ, ເພາະຄວາມຮັກປິດບັງຄວາມບາບຈຳນວນຫລວງຫລາຍໄວ້ໄດ້.
9
ຈົ່ງຕ້ອນຮັບເຊິ່ງກັນແລະກັນໂດຍບໍ່ມີການຈົ່ມ.
10
ແຕ່ລະຄົນຄວນໃຊ້ຂອງປະທານທີ່ຕົນໄດ້ຮັບມານັ້ນຮັບໃຊ້ຜູ້ອື່ນ, ບໍລິຫານຂອງປະທານແຫ່ງພຣະຄຸນຂອງພຣະເຈົ້າໃນຮູບແບບຕ່າງໆທີ່ໄດ້ຮັບມາຢ່າງສັດຊື່.
11
ຖ້າຜູ້ໃດຈະກ່າວ, ພວກເຂົາກໍຄວນເຮັດເໝືອນເປັນຜູ້ກ່າວພຣະຄຳຂອງພຣະເຈົ້າ. ຖ້າຜູ້ໃດຈະຮັບໃຊ້, ພວກເຂົາກໍຄວນເຮັດດ້ວຍກຳລັງທີ່ພຣະເຈົ້າໃຫ້, ເພື່ອວ່າພຣະເຈົ້າຈະໄດ້ຮັບການສັນລະເສີນໃນທຸກສິ່ງໂດຍຜ່ານທາງພຣະເຢຊູຄຣິດເຈົ້າ. ຂໍໃຫ້ສະຫງ່າລາສີ ແລະ ລິດອຳນາດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.
12
ເພື່ອນທີ່ຮັກທັງຫລາຍເອີຍ, ຢ່າປະຫລາດໃຈກັບການທົດລອງອັນເຈັບປວດທີ່ພວກເຈົ້າປະເຊີນຢູ່ເໝືອນກັບວ່າມີສິ່ງແປກປະຫລາດເກີດຂຶ້ນກັບພວກເຈົ້າ.
13
ແຕ່ຈົ່ງຊື່ນຊົມຍິນດີທີ່ໄດ້ຮ່ວມໃນຄວາມທຸກທໍລະມານຂອງພຣະຄຣິດເຈົ້າ ເພື່ອພວກເຈົ້າຈະໄດ້ຊື່ນຊົມຍິນດີຢ່າງລົ້ນເຫລືອເມື່ອສະຫງ່າລາສີຂອງພຣະອົງມາປາກົດ.
14
ຖ້າພວກເຈົ້າຖືກດູຖູກຍ້ອນນາມຂອງພຣະຄຣິດເຈົ້າພວກເຈົ້າກໍໄດ້ຮັບພອນ ເພາະພຣະວິນຍານບໍລິສຸດເຈົ້າແຫ່ງສະຫງ່າລາສີຂອງພຣະເຈົ້ານັ້ນຢູ່ກັບພວກເຈົ້າ.
15
ຖ້າພວກເຈົ້າທົນທຸກ ກໍຢ່າໄດ້ທົນທຸກໃນຖານະທີ່ເປັນຜູ້ຂ້າຄົນ ຫລື ເປັນຄົນຂີ້ລັກ ຫລື ຄະດີອາຍາປະເພດຕ່າງໆ ຫລື ແມ່ນແຕ່ເປັນຄົນມັກຫຍຸ້ງເລື່ອງຂອງຜູ້ອື່ນ
16
ແຕ່ຖ້າພວກເຈົ້າທົນທຸກໃນຖານະທີ່ເປັນຄຣິສຕຽນກໍຢ່າໄດ້ອັບອາຍ, ແຕ່ຈົ່ງສັນລະເສີນພຣະເຈົ້າທີ່ພວກເຈົ້າໄດ້ຮັບການເອີ້ນຕາມນາມນັ້ນ.
17
ເພາະເຖິງເວລາແລ້ວທີ່ການພິພາກສາຈະເລີ່ມຂຶ້ນທີ່ຄົວເຮືອນຂອງພຣະເຈົ້າ ແລະ ຖ້າການພິພາກສາເລີ່ມຕົ້ນທີ່ພວກເຮົາກ່ອນ ແລ້ວຜົນທີ່ຈະໄດ້ຮັບຂອງບັນດາຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຈົ້າຈະເປັນຢ່າງໃດ?
18
ແລະ, “ຖ້າຄົນຊອບທຳຈະໄດ້ຮັບຄວາມພົ້ນກໍຍັງຍາກ, ແລ້ວຄົນອະທຳກັບຄົນບາບຈະເປັນຢ່າງໃດ?”
19
ດັ່ງນັ້ນ ຜູ້ທີ່ທົນທຸກຕາມຄວາມປະສົງຂອງພຣະເຈົ້າກໍຄວນມອບຕົນເອງໄວ້ກັບພຣະຜູ້ສ້າງຜູ້ສັດຊື່ຂອງພວກເຂົາ ແລະ ເຮັດຄວາມດີຕໍ່ໄປ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 5 →
All chapters:
1
2
3
4
5