bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Peter 3
1 Peter 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 4 →
1
ໃນທຳນອງດຽວກັນນັ້ນ ເມຍທັງຫລາຍຈົ່ງຍອມເຊື່ອຟັງຜົວຂອງຕົນ ເພື່ອວ່າຖ້າຜົວບາງຄົນບໍ່ເຊື່ອຟັງພຣະຄຳຂອງພຣະເຈົ້າ ແຕ່ການປະຕິບັດຂອງເມຍກໍອາດຊະນະໃຈລາວໂດຍບໍ່ຕ້ອງເວົ້າຫຍັງຈັກຄຳ.
2
ເມື່ອພວກເຂົາເຫັນຄວາມບໍລິສຸດ ແລະ ຄວາມຢຳເກງພຣະເຈົ້າໃນຊີວິດຂອງພວກເຈົ້າ.
3
ຄວາມງາມຂອງພວກເຈົ້ານັ້ນຈະຕ້ອງບໍ່ມາຈາກການຕົບແຕ່ງພາຍນອກເຊັ່ນວ່າ: ການເຮັດຊົງຜົມທີ່ປານີດ, ໃສ່ເຄື່ອງປະດັບຄຳ ຫລື ເຄື່ອງນຸ່ງທີ່ງາມ.
4
ແຕ່ໃຫ້ເປັນຄວາມງາມທີ່ຢູ່ພາຍໃນ ຄືຄວາມງາມທີ່ບໍ່ເສື່ອມສູນຂອງຈິດໃຈທີ່ອ່ອນນ້ອມ ແລະ ສະຫງົບ ເຊິ່ງມີຄຸນຄ່າໃນສາຍຕາຂອງພຣະເຈົ້າຫລາຍ.
5
ເພາະນີ້ເປັນວິຖີທາງທີ່ບັນດາຜູ້ຍິງບໍລິສຸດໃນອະດີດ ຜູ້ທີ່ມອບຄວາມຫວັງໃຈໄວ້ໃນພຣະເຈົ້າເຄີຍນຳໃຊ້ເພື່ອຕົບແຕ່ງຕົນເອງ. ພວກເຂົາຍອມເຊື່ອຟັງຜົວຂອງຕົນ,
6
ເໝືອນດັ່ງນາງຊາຣາທີ່ໄດ້ເຊື່ອຟັງອັບຣາຮາມ ແລະ ເອີ້ນເພິ່ນວ່ານາຍ. ຖ້າພວກເຈົ້າເຮັດສິ່ງທີ່ຖືກຕ້ອງ ແລະ ບໍ່ຢ້ານກົວຕໍ່ສິ່ງໃດ ພວກເຈົ້າກໍເປັນລູກຫລານຂອງນາງແລ້ວ.
7
ໃນທຳນອງດຽວກັນນັ້ນ ຝ່າຍຜົວທັງຫລາຍຈົ່ງຢູ່ກັບເມຍຂອງຕົນດ້ວຍຄວາມເອົາໃຈໃສ່, ຈົ່ງໃຫ້ກຽດເມຍໃນຖານະເປັນຜູ້ທີ່ອ່ອນແອກວ່າ ແລະ ເປັນຜູ້ທີ່ຈະຮັບຊີວິດ ເຊິ່ງເປັນຂອງປະທານແຫ່ງພຣະຄຸນ ເພື່ອຈະບໍ່ມີສິ່ງໃດຂັດຂວາງຄຳອະທິຖານຂອງພວກເຈົ້າທັງສອງ.
8
ສຸດທ້າຍນີ້, ພວກເຈົ້າທັງຫລາຍຈົ່ງເປັນນ້ຳໜຶ່ງໃຈດຽວກັນ, ຈົ່ງເຫັນອົກເຫັນໃຈກັນ, ຈົ່ງຮັກເຊິ່ງກັນແລະກັນ, ຈົ່ງມີໃຈອ່ອນນ້ອມ ແລະ ຖ່ອມໂຕ.
9
ຢ່າເຮັດຄວາມຊົ່ວຕອບແທນຄວາມຊົ່ວ ຫລື ຢ່າດ່າຕອບແທນຄົນທີ່ດ່າ. ໃນທາງກົງກັນຂ້າມ, ຈົ່ງຕອບແທນຄວາມຊົ່ວດ້ວຍຄຳອວຍພອນ ເພາະວ່າພຣະເຈົ້າໄດ້ເອີ້ນພວກເຈົ້າໃຫ້ເຮັດຢ່າງນີ້ ເພື່ອວ່າພວກເຈົ້າຈະໄດ້ຮັບພອນເປັນມໍລະດົກ.
10
ເພາະ, “ຜູ້ໃດກໍຕາມຮັກຊີວິດ ແລະ ປາຖະໜາຈະເຫັນວັນທີ່ດີ ພວກເຂົາຕ້ອງຮັກສາລີ້ນຂອງຕົນໃຫ້ພົ້ນຈາກຄວາມຊົ່ວ ຮັກສາປາກຂອງຕົນໃຫ້ບໍ່ໃຫ້ເວົ້າຄຳຫລອກລວງ.
11
ພວກເຂົາຕ້ອງຫັນໜີຈາກຄວາມຊົ່ວ ແລະ ເຮັດຄວາມດີ ພວກເຂົາຕ້ອງສະແຫວງຫາສັນຕິສຸກ ແລະ ຕິດຕາມສັນຕິສຸກນັ້ນ.
12
ເພາະຕາຂອງອົງພຣະຜູ້ເປັນເຈົ້າເຝົ້າເບິ່ງຄົນຊອບທຳ ແລະ ຫູຂອງພຣະອົງຮັບຟັງຄຳອະທິຖານຂອງພວກເຂົາ, ແຕ່ອົງພຣະຜູ້ເປັນເຈົ້າຫັນໜ້າຕໍ່ສູ້ບັນດາຜູ້ທີ່ເຮັດຊົ່ວ”.
13
ຖ້າພວກເຈົ້າກະຕືລືລົ້ນໃນການເຮັດດີ ຜູ້ໃດຈະມາເຮັດຮ້າຍພວກເຈົ້າໄດ້?
14
ແຕ່ເຖິງແມ່ນວ່າພວກເຈົ້າຕ້ອງທົນທຸກຍ້ອນເຮັດສິ່ງທີ່ຖືກຕ້ອງ ພວກເຈົ້າກໍໄດ້ຮັບພອນ. “ຢ່າຢ້ານກົວຕໍ່ການກະທຳຂອງພວກເຂົາ, ຢ່າວິຕົກກັງວົນໃຈເລີຍ”.
15
ແຕ່ໃນໃຈຂອງພວກເຈົ້າຈົ່ງເຄົາລົບພຣະຄຣິດເຈົ້າວ່າເປັນອົງພຣະຜູ້ເປັນເຈົ້າ. ຈົ່ງຕຽມພ້ອມສະເໝີທີ່ຈະຕອບທຸກຄົນທີ່ຖາມພວກເຈົ້າເຖິງເຫດຜົນທີ່ພວກເຈົ້າມີຄວາມຫວັງຢ່າງນີ້. ແຕ່ຈົ່ງຕອບຢ່າງສຸພາບອ່ອນນ້ອມ ແລະ ໃຫ້ກຽດ.
16
ຈົ່ງຮັກສາຈິດສຳນຶກໃຫ້ໃສສະອາດ ເພື່ອຜູ້ທີ່ກ່າວຮ້າຍຄວາມປະພຶດດີຂອງພວກເຈົ້າໃນພຣະຄຣິດເຈົ້ານັ້ນຈະໄດ້ລະອາຍໃຈທີ່ມາໃສ່ຮ້າຍພວກເຈົ້າ.
17
ເພາະຖ້າເປັນຄວາມປະສົງຂອງພຣະເຈົ້າໃຫ້ພວກເຈົ້າທົນທຸກເນື່ອງຈາກການເຮັດດີກໍດີກວ່າທົນທຸກເພາະການເຮັດຊົ່ວ.
18
ເພາະພຣະຄຣິດເຈົ້າໄດ້ຕາຍເພື່ອລຶບລ້າງບາບພຽງຄັ້ງດຽວເປັນການສິ້ນສຸດ ຄືຄົນຊອບທຳຕາຍເພື່ອຄົນອະທຳເພື່ອນຳພວກເຮົາທັງຫລາຍໄປເຖິງພຣະເຈົ້າ. ພຣະອົງຖືກປະຫານທາງຮ່າງກາຍ ແຕ່ພຣະອົງຖືກບັນດານໃຫ້ເປັນຄືນມາທາງພຣະວິນຍານ.
19
ໂດຍທາງວິນຍານນັ້ນ ພຣະອົງຍັງໄດ້ໄປປະກາດແກ່ວິນຍານທັງຫລາຍທີ່ຖືກຂັງຄຸກຢູ່ດ້ວຍ.
20
ໃນອະດີດບໍ່ເຊື່ອຟັງ ເມື່ອເວລາທີ່ພຣະເຈົ້າອົດທົນລໍຖ້າໃນສະໄໝຂອງໂນອາຂະນະທີ່ເພິ່ນສ້າງເຮືອ. ໃນເຮືອນີ້ມີຄົນທີ່ຢູ່ບໍ່ຫລາຍ ຄືແປດຄົນເທົ່ານັ້ນທີ່ພຣະເຈົ້າໄດ້ໃຊ້ນ້ຳຊ່ວຍພວກເຂົາໃຫ້ລອດ.
21
ແລະ ນ້ຳນີ້ເປັນສັນຍາລັກການຮັບບັບຕິສະມາ ເຊິ່ງບັດນີ້ໄດ້ຊ່ວຍພວກເຈົ້າທັງຫລາຍໃຫ້ລອດພົ້ນເໝືອນກັນ ບໍ່ແມ່ນເປັນການກຳຈັດສິ່ງເປື້ອນເປິອອກຈາກຮ່າງກາຍ ແຕ່ເປັນການປະຕິຍານຕໍ່ພຣະເຈົ້າວ່າຈະຮັກສາຈິດສຳນຶກທີ່ດີ. ບັບຕິສະມາໄດ້ຊ່ວຍພວກເຈົ້າໃຫ້ພົ້ນໂດຍການເປັນຄືນມາຈາກຕາຍຂອງພຣະເຢຊູຄຣິດເຈົ້າ,
22
ຜູ້ທີ່ໄດ້ເຂົ້າໃນສະຫວັນ ແລະ ບັດນີ້ກໍນັ່ງຢູ່ທີ່ເບື້ອງຂວາມືຂອງພຣະເຈົ້າໂດຍມີບັນດາເທວະດາ, ຜູ້ມີອຳນາດ ແລະ ອຳນາດທີ່ຢູ່ໃຕ້ພຣະອົງ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 4 →
All chapters:
1
2
3
4
5