bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Peter 1
2 Peter 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 2 →
1
ຈົດໝາຍສະບັບນີ້ຈາກເຮົາຊີໂມນເປໂຕ ຜູ້ເປັນຜູ້ຮັບໃຊ້ ແລະ ເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ, ເຖິງບັນດາຜູ້ທີ່ໄດ້ຮັບຄວາມເຊື່ອອັນລ້ຳຄ່າເໝືອນກັບທີ່ພວກເຮົາໄດ້ຮັບໂດຍຜ່ານທາງຄວາມຊອບທຳຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ:
2
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງມີແກ່ພວກເຈົ້າຢ່າງລົ້ນເຫລືອຜ່ານທາງການຮູ້ຈັກພຣະເຈົ້າ ແລະ ຮູ້ຈັກພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
3
ລິດອຳນາດຂອງພຣະອົງໄດ້ໃຫ້ທຸກສິ່ງທີ່ຈຳເປັນສຳລັບຊີວິດໃນທາງຂອງພຣະເຈົ້າແກ່ພວກເຮົາ ຜ່ານທາງການຮູ້ຈັກພຣະອົງຜູ້ເອີ້ນພວກເຮົາດ້ວຍສະຫງ່າລາສີ ແລະ ຄຸນຄວາມດີຂອງພຣະອົງເອງ.
4
ໂດຍຜ່ານທາງສິ່ງເຫລົ່ານີ້ພຣະອົງໄດ້ໃຫ້ສັນຍາອັນຍິ່ງໃຫຍ່ ແລະ ລ້ຳຄ່າຂອງພຣະອົງແກ່ພວກເຮົາ. ເພື່ອວ່າໂດຍຜ່ານທາງສັນຍາເຫລົ່ານີ້ພວກເຈົ້າຈະໄດ້ເຂົ້າສ່ວນໃນລັກສະນະຂອງພຣະເຈົ້າ ແລະ ພົ້ນຈາກຄວາມເສື່ອມຊາມໃນໂລກທີ່ເກີດຈາກຄວາມປາຖະໜາຊົ່ວ.
5
ດ້ວຍເຫດນີ້, ພວກເຈົ້າຈົ່ງພະຍາຍາມທຸກວິທີທີ່ຈະເພີ່ມຄວາມດີເຂົ້າກັບຄວາມເຊື່ອຂອງພວກເຈົ້າ ແລະ ເພີ່ມຄວາມຮູ້ເຂົ້າກັບຄວາມດີ,
6
ແລະ ເພີ່ມການບັງຄົບຕົນເຂົ້າກັບຄວາມຮູ້, ເພີ່ມຄວາມອົດທົນເຂົ້າກັບການບັງຄັບຕົນ, ເພີ່ມຊີວິດໃນທາງຂອງພຣະເຈົ້າເຂົ້າກັບຄວາມບາກບັ່ນ
7
ແລະ ເພີ່ມຄວາມຮັກກັນເໝືອນພີ່ນ້ອງເຂົ້າກັບຊີວິດໃນທາງຂອງພຣະເຈົ້າ ແລະ ເພີ່ມຄວາມຮັກເຂົ້າກັບຄວາມຮັກກັນເໝືອນພີ່ນ້ອງ.
8
ເພາະຖ້າພວກເຈົ້າມີຄຸນສົມບັດເຫລົ່ານີ້ຫລາຍຂຶ້ນ ກໍຈະເຮັດໃຫ້ພວກເຈົ້າມີປະສິດທິພາບ ແລະ ເກີດຜົນໃນການຮູ້ຈັກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
9
ແຕ່ຖ້າຜູ້ໃດຂາດຄຸນສົມບັດເຫລົ່ານີ້ ກໍເປັນເໝືອນກັບຄົນສາຍຕາສັ້ນ ແລະ ຕາບອດ, ລືມວ່າຕົນໄດ້ຮັບການຊຳລະຈາກຄວາມບາບໃນອະດີດແລ້ວ.
10
ເຫດສະນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງພະຍາຍາມເຮັດທຸກວິທີເພື່ອຢືນຢັນໃນການເອີ້ນ ແລະ ເລືອກຂອງພວກເຈົ້ານັ້ນ. ເພາະວ່າຖ້າພວກເຈົ້າເຮັດຢ່າງນັ້ນແລ້ວພວກເຈົ້າກໍຈະບໍ່ສະດຸດລົ້ມລົງຈັກເທື່ອ
11
ແລະ ພວກເຈົ້າຈະໄດ້ຮັບການຕ້ອນຮັບທີ່ອຸດົມສົມບູນເຂົ້າໃນອານາຈັກນິລັນດອນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນ ແລະ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
12
ດັ່ງນັ້ນ ເຮົາຈະເຕືອນພວກເຈົ້າໃຫ້ລະນຶກເຖິງສິ່ງເຫລົ່ານີ້ສະເໝີ, ເຖິງແມ່ນວ່າພວກເຈົ້າຮູ້ຈັກເລື່ອງນີ້ແລ້ວ ແລະ ຕັ້ງໝັ້ນຄົງໃນຄວາມຈິງທີ່ພວກເຈົ້າມີຢູ່ກໍຕາມ.
13
ເຮົາຄິດວ່າເປັນການຖືກຕ້ອງແລ້ວທີ່ຈະເຕືອນຄວາມຈື່ຈຳຂອງພວກເຈົ້າຕາບທີ່ເຮົາຍັງຢູ່ໃນເຮືອນທີ່ເປັນຮ່າງກາຍນີ້,
14
ເພາະເຮົາຮູ້ວ່າອີກບໍ່ດົນເຮົາຈະຕ້ອງຈາກເຮືອນທີ່ເປັນຮ່າງກາຍນີ້ໄປ, ຕາມທີ່ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ໄດ້ສະແດງໄວ້ແກ່ເຮົາຢ່າງຊັດເຈນແລ້ວ.
15
ແລະ ເຮົາຈະພະຍາຍາມເຮັດທຸກວິທີໃຫ້ພວກເຈົ້າສາມາດລະນຶກເຖິງສິ່ງເຫລົ່ານີ້ສະເໝີຫລັງຈາກເຮົາຈາກໄປແລ້ວ.
16
ເມື່ອພວກເຮົາບອກພວກເຈົ້າເຖິງການມາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາໃນລິດອຳນາດນັ້ນ ພວກເຮົາບໍ່ໄດ້ນຳເອົາເລື່ອງທີ່ປະດິດຄິດແຕ່ງຂຶ້ນມາໂດຍຄວາມສະຫລາດຂອງມະນຸດ ແຕ່ພວກເຮົາໄດ້ເປັນພະຍານກັບຕາເຖິງບາລະມີອັນຍິ່ງໃຫຍ່ຂອງພຣະອົງ.
17
ພຣະອົງໄດ້ຮັບກຽດ ແລະ ສະຫງ່າລາສີຈາກພຣະເຈົ້າພຣະບິດາເຈົ້າ ເມື່ອມີສຽງຈາກອົງຜູ້ມີສະຫງ່າລາສີຍິ່ງໃຫຍ່ສູງສຸດຂອງພຣະອົງ, ກ່າວວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ, ຜູ້ທີ່ເຮົາຮັກ, ເຮົາພໍໃຈເພິ່ນຫລາຍ”.
18
ພວກເຮົາເອງໄດ້ຍິນສຽງນີ້ມາຈາກສະຫວັນຂະນະທີ່ພວກເຮົາຢູ່ກັບພຣະອົງທີ່ພູສັກສິດ.
19
ພວກເຮົາມີຖ້ອຍຄຳຂອງການທຳນວາຍເໝືອນກັນ ເຊິ່ງເປັນສິ່ງທີ່ເຊື່ອຖືໄດ້ຢ່າງຄົບຖ້ວນ, ຈະເປັນເລື່ອງດີຖ້າພວກເຈົ້າເອົາໃຈໃສ່ຖ້ອຍຄຳເຫລົ່ານີ້ ເໝືອນແສງສະຫວ່າງທີ່ສ່ອງໃນບ່ອນມືດຈົນກວ່າຈະເຖິງວັນຮຸ່ງເຊົ້າ ແລະ ດາວແຫ່ງອາລຸນຍາມເຊົ້າຈະປາກົດຂຶ້ນໃນໃຈຂອງພວກເຈົ້າ.
20
ເໜືອສິ່ງອື່ນໃດທັງໝົດ ພວກເຈົ້າຕ້ອງເຂົ້າໃຈວ່າບໍ່ມີຄຳເປີດເຜີຍໃດໃນພຣະຄຳພີທີ່ມາຈາກການແປຄວາມໝາຍກ່ຽວກັບສິ່ງຕ່າງໆຂອງທຳນວາຍເອງ.
21
ເພາະຄຳເປີດເຜີຍນັ້ນບໍ່ເຄີຍເກີດຂຶ້ນຈາກເຈດຕະນາຂອງມະນຸດ ເຖິງແມ່ນວ່າຜູ້ທຳນວາຍຈະເປັນມະນຸດ ກໍກ່າວຖ້ອຍຄຳທີ່ມາຈາກພຣະເຈົ້າຕາມທີ່ພຣະວິນຍານບໍລິສຸດເຈົ້ານຳພວກເພິ່ນ.
Jump to:
Chapter 1
Chapter 2
Chapter 3
Chapter 2 →
All chapters:
1
2
3