bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Peter 2
2 Peter 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
1
ແຕ່ກໍມີພວກຜູ້ທຳນວາຍປອມໃນທ່າມກາງປະຊາຊົນ ເຊັ່ນດຽວກັບທີ່ມີຄູສອນປອມໃນທ່າມກາງພວກເຈົ້າເໝືອນກັນ. ພວກເຂົາຈະລັກນຳເອົາຄຳສອນຜິດທີ່ເຮັດໃຫ້ເສຍຫາຍເຂົ້າມາ, ຈົນເຖິງກັບປະຕິເສດອົງພຣະຜູ້ເປັນເຈົ້າອົງເຈົ້ານາຍຜູ້ໄດ້ໄຖ່ພວກເຂົາ. ເຊິ່ງການກະທຳຢ່າງນີ້ຈະນຳຄວາມຈິບຫາຍມາເຖິງພວກເຂົາເອງຢ່າງໄວວາ.
2
ຈະມີຫລາຍຄົນປະຕິບັດຕາມການປະພຶດຊົ່ວຮ້າຍຂອງພວກເຂົາ ແລະ ຈະນຳທາງແຫ່ງຄວາມຈິງໄປສູ່ຄວາມເສື່ອມເສຍ.
3
ດ້ວຍຄວາມໂລບຂອງພວກເຂົານັ້ນ ພວກຄູສອນເຫລົ່ານີ້ຈະແຕ່ງເລື່ອງຕ່າງໆຂຶ້ນມາເພື່ອຂູດຮີດພວກເຈົ້າ. ຄຳພິພາກສາລົງໂທດຂອງພວກເຂົາກໍຖືກຫ້ອຍຢູ່ເທິງພວກເຂົາດົນນານມາແລ້ວ ແລະ ຄວາມຈິບຫາຍຂອງພວກເຂົາກໍບໍ່ໄດ້ຫລັບຢູ່.
4
ເພາະຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນບັນດາເທວະດາທີ່ໄດ້ເຮັດບາບ, ແຕ່ໄດ້ສົ່ງພວກເຂົາລົງໄປສູ່ນະລົກ, ລ່າມໂສ້ພວກເຂົາຂັງໄວ້ໃນບ່ອນມືດ ເພື່ອລໍຖ້າການພິພາກສາ.
5
ຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນໂລກໃນສະໄໝບູຮານເມື່ອພຣະອົງໄດ້ໃຫ້ນ້ຳຖ້ວມຄົນອະທຳທີ່ຢູ່ໃນໂລກ, ແຕ່ໄດ້ປົກປ້ອງໂນອາຜູ້ປະກາດຄວາມຊອບທຳ ແລະ ຄົນອື່ນໆອີກເຈັດຄົນ.
6
ຖ້າພຣະເຈົ້າໄດ້ລົງໂທດເມືອງໂຊໂດມ ແລະ ເມືອງໂກໂມຣາໂດຍເຜົາໃຫ້ເປັນຂີ້ເຖົ່າ ເພື່ອເປັນຕົວຢ່າງໃນສິ່ງທີ່ຈະເກີດຂຶ້ນແກ່ຄົນອະທຳ.
7
ແລະ ຖ້າພຣະອົງໄດ້ກອບກູ້ເອົາໂລດຜູ້ຊອບທຳ, ຜູ້ມີຄວາມທຸກໃຈເພາະການກະທຳທີ່ຂາດສິນທຳຂອງຄົນໄຮ້ສິນທຳເຫລົ່ານັ້ນ.
8
(ເພາະເມື່ອຄົນຊອບທຳຜູ້ນີ້ດຳເນີນຊີວິດຢູ່ໃນທ່າມກາງພວກເຂົາໃນແຕ່ລະວັນ, ຈິດວິນຍານອັນຊອບທຳຂອງເພິ່ນກໍທຸກທໍລະມານເພາະໄດ້ເຫັນ ແລະ ໄດ້ຍິນການກະທຳທີ່ຜິດສິນທຳນັ້ນ).
9
ຖ້າເປັນດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າຍ່ອມຮູ້ຈັກວິທີວ່າຈະກອບກູ້ເອົາຄົນຊອບທຳໃຫ້ລອດພົ້ນຈາກການທົດລອງໄດ້ຢ່າງໃດ ແລະ ຮັກສາຄົນອະທຳໄວ້ເພື່ອລໍຖ້າວັນພິພາກສາ.
10
ໂດຍສະເພາະຈະລົງໂທດຄົນເຫລົ່ານັ້ນທີ່ປ່ອຍໂຕໄປຕາມຄວາມປາຖະໜາຂອງເນື້ອໜັງ ແລະ ດູຖູກຜູ້ມີອຳນາດ. ຄູສອນປອມເຫລົ່ານີ້ກ້າຫານ ແລະ ຈອງຫອງ, ພວກເຂົາຫຸ້ມດ່າເທວະດາເບື້ອງເທິງໂດຍບໍ່ໄດ້ຢ້ານກົວ.
11
ແມ່ນແຕ່ພວກເທວະດາຜູ້ທີ່ມີກຳລັງເຂັ້ມແຂງກວ່າ ແລະ ມີລິດອຳນາດຫລາຍກວ່າ ກໍຍັງບໍ່ໄດ້ຫຸ້ມດ່າເທວະດາເຫລົ່ານີ້ເມື່ອເວລານຳເອົາການຕັດສິນຈາກ ອົງພຣະຜູ້ເປັນເຈົ້າມາເຖິງພວກເຂົາ.
12
ແຕ່ຄົນເຫລົ່ານີ້ໝິ່ນປະໝາດໃນສິ່ງທີ່ຕົນບໍ່ເຂົ້າໃຈ. ພວກເຂົາເປັນເໝືອນສັດທີ່ບໍ່ມີເຫດຜົນເຮັດຕາມສັນຊາດຕະຍານ, ເກີດມາພຽງເພື່ອຖືກຈັບ ແລະ ຖືກທຳລາຍເທົ່ານັ້ນ. ແລະ ພວກເຂົາຈະຕ້ອງຈິບຫາຍໄປເໝືອນກັບສັດຢ່າງແນ່ນອນ.
13
ພວກເຂົາຈະໄດ້ຮັບການຕອບແທນດ້ວຍຄວາມຊົ່ວຮ້າຍສຳລັບສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ. ພວກເຂົາຖືວ່າການດື່ມເຫລົ້າໃນເວລາກາງເວັນເປັນຄວາມສະໜຸກສະໜານ. ພວກເຂົາເປັນຮອຍເປື້ອນ ແລະ ຮອຍຕຳໜິ, ພວກເຂົາຫາແຕ່ຄວາມສະໜຸກສະໜານໃສ່ຕົນຂະນະທີ່ກຳລັງກິນລ້ຽງຮ່ວມກັບພວກເຈົ້າ.
14
ຕາຂອງພວກເຂົາເຕັມໄປດ້ວຍການຫລິ້ນຊູ້, ພວກເຂົາບໍ່ເຄີຍຢຸດເຮັດບາບ, ພວກເຂົາລໍ້ລວງຄົນທີ່ບໍ່ໜັກແໜ້ນ, ພວກເຂົາມີຄວາມຊຳນານໃນຄວາມໂລບ ແລະ ພວກເຂົາຄືເຜົ່າພັນທີ່ຖືກສາບແຊ່ງ.
15
ພວກເຂົາປະຖິ້ມທາງທີ່ຊື່ ແລະ ຫລົງໄປຕາມທາງຂອງບາລາອາມລູກຂອງເບອໍ ຜູ້ທີ່ມັກຄ່າຈ້າງຂອງຄວາມຊົ່ວຮ້າຍ.
16
ແຕ່ບາລາອາມໄດ້ຖືກສັ່ງຫ້າມເນື່ອງຈາກການກະທຳທີ່ຜິດຂອງຕົນໂດຍໂຕລໍ ເຊິ່ງເປັນສັດທີ່ເວົ້າບໍ່ໄດ້ແຕ່ເວົ້າອອກມາເປັນສຽງມະນຸດ ແລະ ໄດ້ລະງັບຄວາມບ້າຂອງຜູ້ທຳນວາຍນັ້ນ.
17
ຄົນເຫລົ່ານີ້ເປັນນໍ້າພຸທີ່ບໍ່ມີນ້ຳ ແລະ ເປັນໝອກທີ່ຖືກພະຍຸພັດໄປ. ຄວາມມືດທີ່ສຸດກໍສະຫງວນໄວ້ສຳລັບພວກເຂົາ.
18
ເພາະພວກເຂົາເວົ້າລ້າໆ, ເວົ້າຄຳໂອ້ອວດ ແລະ ໃຊ້ຄວາມປາຖະໜາຂອງເນື້ອໜັງດຶງດູດຄົນທັງຫລາຍທີ່ຫາກໍໜີພົ້ນຈາກບັນດາຜູ້ທີ່ດຳເນີນຊີວິດໃນທາງທີ່ຜິດ.
19
ພວກເຂົາສັນຍາວ່າຈະໃຫ້ຄົນເຫລົ່ານັ້ນເປັນອິດສະຫລະໃນຂະນະທີ່ພວກເຂົາເອງກໍຍັງເປັນຂ້າທາດຂອງຄວາມເສື່ອມໂຊມຢູ່ ເພາະວ່າ “ຄົນເຮົາຖືກສິ່ງໃດຄອບງຳກໍເປັນຂ້າທາດຂອງສິ່ງນັ້ນ”.
20
ຖ້າພວກເຂົາໄດ້ໜີພົ້ນຈາກມົນທິນຂອງໂລກມາແລ້ວໂດຍການຮູ້ຈັກກັບອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ແລ້ວຍັງກັບຄືນໄປພົວພັນ ແລະ ພ່າຍແພ້ກັບສິ່ງນັ້ນຢູ່ ບັ້ນປາຍຂອງພວກເຂົາກໍກັບຊົ່ວຮ້າຍຍິ່ງກວ່າບັ້ນຕົ້ນ.
21
ເພາະຖ້າພວກເຂົາບໍ່ຮູ້ຈັກທາງແຫ່ງຄວາມຊອບທຳນັ້ນກໍຍັງດີກວ່າໄດ້ຮູ້ຈັກແລ້ວຫັນຫລັງໃຫ້ກັບກົດບັນຍັດອັນສັກສິດ ເຊິ່ງສືບທອດມາເຖິງພວກເຂົາ.
22
ພວກເຂົາກໍເປັນຈິງຕາມສຸພາສິດທີ່ວ່າ: “ໝາກໍກັບຄືນໄປຫາສິ່ງທີ່ມັນຮາກອອກມາ” ແລະ “ໝູທີ່ລ້າງແລ້ວກໍກັບໄປກິ້ງເກືອກໃນຂີ້ຕົມ”.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
All chapters:
1
2
3