bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Ephesians 2
Ephesians 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 3 →
1
ສ່ວນພວກເຈົ້ານັ້ນ, ພວກເຈົ້າໄດ້ຕາຍແລ້ວໃນການລ່ວງລະເມີດ ແລະ ໃນຄວາມບາບຂອງພວກເຈົ້າ,
2
ເຊິ່ງພວກເຈົ້າເຄີຍດຳເນີນຊີວິດເມື່ອພວກເຈົ້າໄດ້ຕິດຕາມທາງຂອງໂລກນີ້ ແລະ ວິຖີຂອງຜູ້ມີອຳນາດແຫ່ງຍ່ານຟ້າອາກາດ, ເຊິ່ງເປັນວິນຍານທີ່ເວລານີ້ທຳງານຢູ່ໃນບັນດາຜູ້ທີ່ບໍ່ເຊື່ອຟັງ.
3
ຄັ້ງໜຶ່ງ ພວກເຮົາທຸກຄົນກໍເຄີຍດໍາເນີນຊີວິດຢູ່ໃນທ່າມກາງຄົນເຫລົ່ານັ້ນ, ເຊິ່ງເປັນການສະໜອງຕັນຫາຂອງເນື້ອໜັງ ຂອງພວກເຮົາ ແລະ ປະຕິບັດຕາມຄວາມປາຖະໜາ ແລະ ຕາມຄວາມຄິດຂອງເນື້ອໜັງນັ້ນ. ພວກເຮົາຈຶ່ງສົມຄວນໄດ້ຮັບຄວາມໂກດຮ້າຍເໝືອນກັບຄົນອື່ນ.
4
ແຕ່ຍ້ອນຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງທີ່ມີຕໍ່ພວກເຮົາ, ພຣະເຈົ້າຜູ້ອຸດົມສົມບູນດ້ວຍຄວາມເມດຕາ
5
ຈຶ່ງເຮັດໃຫ້ພວກເຮົາມີຊີວິດຢູ່ກັບພຣະຄຣິດເຈົ້າ ແມ່ນແຕ່ເມື່ອພວກເຮົາໄດ້ຕາຍແລ້ວໃນການລ່ວງລະເມີດ ຄືພວກເຈົ້າໄດ້ຮັບຄວາມພົ້ນນັ້ນກໍດ້ວຍພຣະຄຸນ.
6
ແລະ ພຣະເຈົ້າໄດ້ໃຫ້ພວກເຮົາເປັນຄືນມາດ້ວຍກັນກັບພຣະຄຣິດເຈົ້າ ແລະ ໃຫ້ພວກເຮົານັ່ງກັບພຣະອົງໃນສະຫວັນສະຖານໃນພຣະຄຣິດເຈົ້າເຢຊູ,
7
ເພື່ອວ່າໃນຍຸກທີ່ຈະມາເຖິງ ພຣະອົງຈະໄດ້ສະແດງຄວາມອຸດົມສົມບູນອັນຫາທີ່ປຽບບໍ່ໄດ້ເຖິງພຣະຄຸນຂອງພຣະອົງ, ເຊິ່ງໄດ້ສະແດງອອກດ້ວຍຄວາມເມດຕາຂອງພຣະອົງທີ່ມີຕໍ່ພວກເຮົາໃນພຣະຄຣິດເຈົ້າເຢຊູ.
8
ດ້ວຍວ່າ ພວກເຈົ້າໄດ້ຮັບຄວາມພົ້ນນັ້ນກໍໂດຍພຣະຄຸນຜ່ານທາງຄວາມເຊື່ອ ແລະ ຄວາມລອດພົ້ນນີ້ບໍ່ໄດ້ມາຈາກພວກເຈົ້າເອງ, ແຕ່ເປັນຂອງປະທານຈາກພຣະເຈົ້າ
9
ບໍ່ແມ່ນໂດຍການປະຕິບັດ, ດັ່ງນັ້ນເພື່ອວ່າບໍ່ໃຫ້ຜູ້ໃດສາມາດອວດໄດ້.
10
ເພາະພວກເຮົາເປັນຜົນງານຂອງພຣະເຈົ້າ ເຊິ່ງໄດ້ສ້າງຂຶ້ນໃນພຣະຄຣິດເຈົ້າເຢຊູ ເພື່ອໃຫ້ເຮັດການດີທີ່ພຣະເຈົ້າໄດ້ຈັດຕຽມໄວ້ລ່ວງໜ້າເພື່ອໃຫ້ພວກເຮົາປະຕິບັດ.
11
ເຫດສະນັ້ນ, ຈົ່ງລະນຶກວ່າແຕ່ກ່ອນພວກເຈົ້າເຄີຍເປັນຄົນຕ່າງຊາດໂດຍກຳເນີດ ແລະ ເປັນບັນດາຜູ້ທີ່ເອີ້ນຕົນເອງວ່າ “ຝ່າຍຮັບພິທີຕັດ” (ເຊິ່ງໄດ້ເຮັດໃນຮ່າງກາຍດ້ວຍມືມະນຸດ) ເອີ້ນພວກເຈົ້າວ່າ “ຝ່າຍບໍ່ຮັບພິທີຕັດ”
12
ຈົ່ງລະນຶກວ່າໃນເວລານັ້ນພວກເຈົ້າໄດ້ແຍກອອກຈາກພຣະຄຣິດເຈົ້າ, ບໍ່ໄດ້ເປັນພົນລະເມືອງຂອງອິດສະຣາເອນ ແລະ ເປັນຄົນຕ່າງດ້າວຢູ່ນອກບັນດາພັນທະສັນຍາທີ່ສັນຍາໄວ້, ບໍ່ມີຄວາມຫວັງ ແລະ ຢູ່ໃນໂລກນີ້ໂດຍບໍ່ມີພຣະເຈົ້າ.
13
ແຕ່ບັດນີ້ ພວກເຈົ້າທັງຫລາຍຢູ່ໃນພຣະຄຣິດເຈົ້າເຢຊູ ເຊິ່ງເມື່ອກ່ອນນັ້ນເຄີຍຢູ່ໄກແຕ່ໄດ້ຖືກນຳເຂົ້າມາໃກ້ແລ້ວໂດຍໂລຫິດຂອງພຣະຄຣິດເຈົ້າ.
14
ເພາະພຣະອົງເອງເປັນສັນຕິສຸກຂອງພວກເຮົາ ຜູ້ທີ່ເຮັດໃຫ້ທັງສອງຝ່າຍເຂົ້າເປັນກາຍດຽວກັນ ແລະ ທຳລາຍສິ່ງກີດຂວາງ ຄືກຳແພງແຫ່ງການແບ່ງແຍກຂອງສັດຕູນັ້ນ,
15
ໂດຍການຍົກເລີກກົດບັນຍັດພ້ອມກັບຄຳສັ່ງ ແລະ ກົດລະບຽບຕ່າງໆດ້ວຍຮ່າງກາຍຂອງພຣະອົງ. ຈຸດປະສົງຂອງພຣະອົງກໍເພື່ອສ້າງຂຶ້ນໃຫ້ເປັນມະນຸດໃໝ່ຄົນດຽວກັນໃນພຣະອົງເອງໂດຍບໍ່ມີສອງຝ່າຍ, ດັ່ງນັ້ນຈຶ່ງເປັນການສ້າງສັນຕິສຸກ,
16
ແລະ ໃນກາຍດຽວກັນນີ້ທັງສອງຝ່າຍຈຶ່ງຄືນດີກັນກັບພຣະເຈົ້າຜ່ານທາງໄມ້ກາງແຂນ, ໂດຍທີ່ພຣະອົງໄດ້ທຳລາຍຄວາມເປັນສັດຕູກັນຂອງພວກເຂົາ.
17
ພຣະອົງໄດ້ມາ ແລະ ໄດ້ປະກາດສັນຕິສຸກແກ່ພວກເຈົ້າທັງຫລາຍທີ່ຢູ່ໄກ ແລະ ແກ່ບັນດາຜູ້ທີ່ຢູ່ໃກ້.
18
ເພາະໂດຍທາງພຣະອົງພວກເຮົາທັງສອງຈຶ່ງໄດ້ເຂົ້າເຖິງພຣະບິດາເຈົ້າໂດຍພຣະວິນຍານອົງດຽວກັນ.
19
ດັ່ງນັ້ນ ພວກເຈົ້າຈຶ່ງບໍ່ແມ່ນຄົນຕ່າງດ້າວ ແລະ ຄົນແປກໜ້າອີກຕໍ່ໄປ, ແຕ່ເປັນພົນລະເມືອງດຽວກັບບັນດາຄົນຂອງພຣະເຈົ້າ ແລະ ເປັນສະມາຊິກໃນຄອບຄົວຂອງພຣະອົງເໝືອນກັນ,
20
ເຊິ່ງໄດ້ຮັບການສ້າງຂຶ້ນເທິງຮາກຖານຂອງບັນດາອັກຄະສາວົກ ແລະ ບັນດາຜູ້ທຳນວາຍ, ໂດຍມີພຣະຄຣິດເຈົ້າເຢຊູພຣະອົງເອງເປັນຫີນເສົາເອກ.
21
ໃນພຣະອົງອາຄານທັງໝົດກໍຖືກເຊື່ອມຕໍ່ເຂົ້າກັນ ແລະ ຖືກຍົກຂຶ້ນເພື່ອເປັນວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ.
22
ແລະ ໃນພຣະອົງນັ້ນ ພວກເຈົ້າກໍເໝືອນກັນ ພວກເຈົ້າກຳລັງຮັບການສ້າງຂຶ້ນດ້ວຍກັນເພື່ອໃຫ້ກາຍເປັນບ່ອນສະຖິດທີ່ພຣະເຈົ້າສະຖິດຢູ່ໂດຍພຣະວິນຍານຂອງພຣະອົງ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 3 →
All chapters:
1
2
3
4
5
6