bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Ephesians 4
Ephesians 4
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 5 →
1
ດັ່ງນັ້ນ, ເຮົາຜູ້ເປັນນັກໂທດເພື່ອອົງພຣະຜູ້ເປັນເຈົ້າຈຶ່ງຂໍຮ້ອງພວກເຈົ້າໃຫ້ດຳເນີນຊີວິດສົມກັບການເອີ້ນທີ່ພວກເຈົ້າໄດ້ຮັບ.
2
ຈົ່ງຖ່ອມຕົວລົງ ແລະ ສຸພາບອ່ອນໂຍນໃນທຸກດ້ານ; ຈົ່ງອົດທົນ ແລະ ຜ່ອນໜັກຜ່ອນເບົາຕໍ່ກັນແລະກັນດ້ວຍຄວາມຮັກ.
3
ຈົ່ງພຽນພະຍາຍາມຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນໃນພຣະວິນຍານໂດຍມີສັນຕິສຸກເປັນເຄື່ອງຜູກມັດ.
4
ມີຮ່າງກາຍດຽວ ແລະ ພຣະວິນຍານອົງດຽວເໝືອນກັບທີ່ພວກເຈົ້າໄດ້ຖືກເອີ້ນມາສູ່ຄວາມຫວັງດຽວເມື່ອພວກເຈົ້າໄດ້ຖືກເອີ້ນນັ້ນ;
5
ມີອົງພຣະຜູ້ເປັນເຈົ້າອົງດຽວ, ຄວາມເຊື່ອດຽວ, ບັບຕິສະມາດຽວ,
6
ມີພຣະເຈົ້າອົງດຽວ ແລະ ພຣະບິດາເຈົ້າຂອງຄົນທັງປວງ, ຜູ້ສະຖິດຢູ່ເໜືອຄົນທັງປວງ ແລະ ທົ່ວຄົນທັງປວງ ແລະ ໃນຄົນທັງປວງ.
7
ແຕ່ວ່າພຣະຄຸນນັ້ນມອບໃຫ້ແກ່ພວກເຮົາແຕ່ລະຄົນຕາມທີ່ພຣະຄຣິດເຈົ້າໄດ້ກຳນົດໄວ້.
8
ເຫດສະນັ້ນ ຈຶ່ງມີພຣະຄຳກ່າວ ໄວ້ວ່າ: “ເມື່ອພຣະອົງໄດ້ຂຶ້ນສູ່ເບື້ອງເທິງ, ພຣະອົງໄດ້ນຳເອົາບັນດາຊະເລີຍຫລາຍຄົນໄປດ້ວຍ ແລະ ມອບຂອງປະທານໃຫ້ແກ່ປະຊາຊົນຂອງພຣະອົງ”.
9
(ທີ່ວ່າ “ພຣະອົງໄດ້ຂຶ້ນສູ່” ນັ້ນຈະໝາຍຄວາມຢ່າງອື່ນບໍ່ໄດ້ ນອກຈາກວ່າພຣະອົງໄດ້ລົງສູ່ເບື້ອງລຸ່ມຂອງໂລກດ້ວຍ.
10
ພຣະອົງຜູ້ລົງໄປນັ້ນ ກໍຄືອົງດຽວແທ້ໆກັບທີ່ໄດ້ຂຶ້ນເມືອສູ່ທີ່ສູງກວ່າຟ້າສະຫວັນທັງໝົດ, ເພື່ອຈະໄດ້ເຕີມເຕັມທົ່ວທັງຈັກກະວານ.)
11
ດັ່ງນັ້ນພຣະຄຣິດເຈົ້າເອງໄດ້ໃຫ້ບັນດາອັກຄະສາວົກ, ບັນດາຜູ້ທຳນວາຍ, ບັນດາຜູ້ປະກາດຂ່າວປະເສີດ, ບັນດາສິດຍາພິບານ ແລະ ບັນດາອາຈານ,
12
ເພື່ອຈັດຕຽມຄົນຂອງພຣະອົງສຳລັບງານຮັບໃຊ້, ເພື່ອວ່າກາຍຂອງພຣະຄຣິດເຈົ້າຈະໄດ້ຮັບການເສີມສ້າງຂຶ້ນ
13
ຈົນກວ່າພວກເຮົາທັງໝົດຈະບັນລຸເຖິງຄວາມເປັນອັນໜຶ່ງອັນດຽວກັນໃນຄວາມເຊື່ອ ແລະ ໃນຄວາມຮູ້ເຖິງພຣະບຸດຂອງພຣະເຈົ້າ ແລະ ກາຍເປັນຄົນທີ່ເຕີບໃຫຍ່ ຄືການບັນລຸເຖິງຂະໜາດຄວາມສົມບູນຂອງພຣະຄຣິດເຈົ້າ.
14
ແລ້ວພວກເຮົາຈະບໍ່ໄດ້ເປັນເດັກນ້ອຍອີກຕໍ່ໄປ, ເຊິ່ງຖືກຄື້ນຊັດໄປມາ ແລະ ຖືກພັດໄປທາງນີ້ທາງນັ້ນດ້ວຍລົມປາກແຫ່ງຄຳສອນ ແລະ ດ້ວຍກົນອຸບາຍກັບເລ່ລ່ຽມຂອງມະນຸດໃນແຜນການຫລອກລວງຂອງພວກເຂົາ.
15
ແຕ່ການກ່າວຄວາມຈິງດ້ວຍຄວາມຮັກ, ພວກເຮົາຈະເຕີບໃຫຍ່ຂຶ້ນໃນທຸກດ້ານຈົນເຖິງຄວາມເປັນຜູ້ໃຫຍ່ໃນພຣະກາຍຂອງພຣະອົງຜູ້ເປັນຫົວ, ຄືພຣະຄຣິດເຈົ້າ.
16
ຈາກພຣະອົງນັ້ນ ທົ່ວທັງຮ່າງກາຍໄດ້ເຊື່ອມຕໍ່ ແລະ ຕິດເຂົ້າກັນໂດຍເສັ້ນເອັນທຸກເສັ້ນ, ຈຶ່ງເຕີບໃຫຍ່ຂຶ້ນ ແລະ ເສີມສ້າງຕົນເອງຂຶ້ນໃນຄວາມຮັກ, ຂະນະທີ່ແຕ່ລະສ່ວນເຮັດໜ້າທີ່ຂອງຕົນ.
17
ເຫດສະນັ້ນ, ເຮົາຈຶ່ງຂໍບອກສິ່ງນີ້ ແລະ ຢືນຢັນສິ່ງນີ້ໃນນາມຂອງອົງພຣະຜູ້ເປັນເຈົ້າວ່າ ແຕ່ນີ້ຕໍ່ໄປພວກເຈົ້າຢ່າດຳເນີນຊີວິດເໝືອນດັ່ງຄົນຕ່າງຊາດອີກ, ຄືໃນຄວາມຄິດທີ່ບໍ່ມີປະໂຫຍດຂອງພວກເຂົາ.
18
ພວກເຂົາມີຄວາມມືດມົວໃນຄວາມເຂົ້າໃຈຂອງພວກເຂົາ ແລະ ຖືກແຍກຈາກຊີວິດຝ່າຍພຣະເຈົ້າເພາະຄວາມໂງ່ທີ່ຢູ່ໃນພວກເຂົາເນື່ອງຈາກໃຈທີ່ແຂງກະດ້າງຂອງພວກເຂົາ.
19
ບໍ່ມີຄວາມຢັ້ງຄິດ, ພວກເຂົາໄດ້ປ່ອຍຕົວໄປຕາມຕັນຫາ ມົວເມົາຢູ່ໃນຄວາມເປື້ອນເປິທຸກຢ່າງ ແລະ ພວກເຂົາເຕັມໄປດ້ວຍຄວາມໂລບ.
20
ເຖິງຢ່າງໃດກໍຕາມ, ນັ້ນບໍ່ແມ່ນວິທີທາງຂອງຊີວິດທີ່ພວກເຈົ້າໄດ້ຮຽນຮູ້
21
ເມື່ອພວກເຈົ້າໄດ້ຍິນເລື່ອງຂອງພຣະຄຣິດເຈົ້າ ແລະ ໄດ້ຮັບຄຳສັ່ງສອນເລື່ອງພຣະອົງຕາມຄວາມຈິງທີ່ຢູ່ໃນພຣະເຢຊູເຈົ້າ.
22
ພວກເຈົ້າໄດ້ຖືກສອນກ່ຽວກັບວິຖີຊີວິດເກົ່າຂອງພວກເຈົ້າ, ໃຫ້ຖອດຖິ້ມສະພາບມະນຸດຄົນເກົ່າຂອງພວກເຈົ້າ ເຊິ່ງກຳລັງຖືກເຮັດໃຫ້ເສື່ອມເສຍໄປໂດຍຄວາມປາຖະໜາອັນລໍ້ລວງຂອງມັນ;
23
ເພື່ອຮັບການສ້າງໃໝ່ໃນທັດສະນະຄະຕິຂອງຈິດໃຈຂອງພວກເຈົ້າ,
24
ແລະ ເພື່ອສວມສະພາບມະນຸດໃໝ່, ເຊິ່ງຖືກສ້າງຂຶ້ນໃຫ້ເປັນເໝືອນພຣະເຈົ້າໃນຄວາມຊອບທຳ ແລະ ຄວາມບໍລິສຸດທີ່ແທ້ຈິງ.
25
ເຫດສະນັ້ນ ພວກເຈົ້າແຕ່ລະຄົນຕ້ອງປະຖິ້ມຄວາມບໍ່ຈິງ ແລະ ຈົ່ງເວົ້າຄວາມຈິງຕໍ່ເພື່ອນບ້ານຂອງພວກເຈົ້າ, ເພາະພວກເຮົາທຸກຄົນເປັນອະໄວຍະວະໃນກາຍດຽວກັນ.
26
“ໃນຄວາມໃຈຮ້າຍຂອງພວກເຈົ້ານັ້ນຢ່າໄດ້ເຮັດບາບ”. ຢ່າໃຈຮ້າຍຢູ່ຈົນເຖິງຕາເວັນຕົກດິນ,
27
ແລະ ຢ່າປ່ອຍໂອກາດໃຫ້ມານຮ້າຍ.
28
ຜູ້ທີ່ເຄີຍລັກກໍຢ່າລັກອີກ, ແຕ່ຈົ່ງເຮັດວຽກ, ຈົ່ງໃຊ້ມືຂອງຕົນເຮັດສິ່ງທີ່ມີປະໂຫຍດ ເພື່ອຈະມີບາງສິ່ງແບ່ງປັນໃຫ້ແກ່ຜູ້ທີ່ມີຄວາມຈຳເປັນ.
29
ຢ່າໃຫ້ຄຳເວົ້າທີ່ບໍ່ສົມຄວນອອກຈາກປາກຂອງພວກເຈົ້າ, ແຕ່ໃຫ້ໃຊ້ຄຳເວົ້າອັນເປັນປະໂຫຍດເພື່ອເສີມສ້າງຜູ້ອື່ນຂຶ້ນຕາມຄວາມຕ້ອງການຂອງພວກເຂົາເທົ່ານັ້ນ, ເພື່ອຈະໄດ້ຜົນດີແກ່ບັນດາຜູ້ທີ່ຟັງ.
30
ແລະ ຢ່າເຮັດໃຫ້ພຣະວິນຍານບໍລິສຸດເຈົ້າຂອງພຣະເຈົ້າເສຍໃຈ ເພາະໂດຍພຣະວິນຍານນັ້ນພວກເຈົ້າໄດ້ຖືກປະທັບຕາໝາຍແລ້ວສຳລັບວັນແຫ່ງການໄຖ່ໃຫ້ພົ້ນ.
31
ຈົ່ງກຳຈັດຄວາມຂົມຂື່ນທັງໝົດ, ຄວາມໂກດແຄ້ນ ແລະ ຄວາມໃຈຮ້າຍ, ການຜິດຖຽງກັນ ແລະ ການໃສ່ຮ້າຍປ້າຍສີ ພ້ອມທັງການປອງຮ້າຍທຸກຮູບແບບ.
32
ຈົ່ງເມດຕາ ແລະ ເຫັນໃຈກັນແລະກັນ, ຍົກໂທດໃຫ້ກັນແລະກັນ, ເໝືອນດັ່ງທີ່ພຣະເຈົ້າໄດ້ຍົກໂທດໃຫ້ພວກເຈົ້າໃນພຣະຄິດເຈົ້າ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 5 →
All chapters:
1
2
3
4
5
6