bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Ephesians 6
Ephesians 6
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
1
ຝ່າຍລູກທັງຫລາຍ ຈົ່ງເຊື່ອຟັງພໍ່ແມ່ຂອງຕົນໃນອົງພຣະຜູ້ເປັນເຈົ້າ ເພາະນີ້ເປັນສິ່ງທີ່ຖືກຕ້ອງ.
2
“ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງພວກເຈົ້າ” ເຊິ່ງເປັນພຣະບັນຍັດຂໍ້ທຳອິດທີ່ມີມາພ້ອມກັບຄຳສັນຍາ
3
“ເພື່ອວ່າພວກເຈົ້າຈະຢູ່ເຢັນເປັນສຸກ ແລະ ມີຊີວິດຍືນຍາວຢູ່ເທິງແຜ່ນດິນໂລກ”.
4
ຝ່າຍພໍ່ທັງຫລາຍ, ຢ່າເຮັດໃຫ້ລູກຂອງຕົນຂັດເຄືອງໃຈ; ແຕ່ຈົ່ງນຳພວກເຂົາເຂົ້າມາສູ່ການອົບຮົມ ແລະ ການສັ່ງສອນຂອງອົງພຣະຜູ້ເປັນເຈົ້າ.
5
ຜູ້ທີ່ເປັນຂ້າທາດ, ຈົ່ງນັບຖືນາຍຂອງພວກເຈົ້າທີ່ຢູ່ໂລກນີ້ດ້ວຍຄວາມເຄົາລົບ ແລະ ຢຳເກງດ້ວຍຄວາມຈິງໃຈ ເໝືອນດັ່ງພວກເຈົ້າເຊື່ອຟັງພຣະຄຣິດເຈົ້າ.
6
ບໍ່ພຽງແຕ່ເຊື່ອຟັງນາຍເມື່ອຢູ່ຕໍ່ໜ້າເພື່ອໃຫ້ພວກເພິ່ນພໍໃຈເທົ່ານັ້ນ, ແຕ່ໃຫ້ເປັນເໝືອນຂ້າທາດຂອງພຣະຄຣິດເຈົ້າ ຄືເຮັດຕາມຄວາມປະສົງຂອງພຣະເຈົ້າຈາກໃຈຂອງພວກເຈົ້າ.
7
ຈົ່ງຮັບໃຊ້ດ້ວຍຄວາມເຕັມໃຈເໝືອນກັບກຳລັງຮັບໃຊ້ອົງພຣະຜູ້ເປັນເຈົ້າ ບໍ່ແມ່ນຮັບໃຊ້ມະນຸດ,
8
ເພາະພວກເຈົ້າຮູ້ແລ້ວວ່າອົງພຣະຜູ້ເປັນເຈົ້າຈະໃຫ້ບຳເໜັດແກ່ທຸກຄົນໃນທຸກສິ່ງທີ່ພວກເຂົາເຮັດດີ, ບໍ່ວ່າຄົນນັ້ນຈະເປັນຂ້າທາດ ຫລື ເປັນອິດສະຫລະ.
9
ແລະ ຜູ້ທີ່ເປັນນາຍ ກໍຈົ່ງປະຕິບັດຕໍ່ຂ້າທາດຂອງຕົນໃນທຳນອງດຽວກັນນີ້. ຢ່າຂົ່ມຂູ່ພວກເຂົາ, ດ້ວຍວ່າພວກເຈົ້າກໍຮູ້ແລ້ວວ່າພຣະອົງຜູ້ເປັນທັງເຈົ້ານາຍຂອງພວກເຂົາ ແລະ ເຈົ້ານາຍຂອງພວກເຈົ້ານັ້ນຢູ່ໃນສະຫວັນ ແລະ ພຣະອົງບໍ່ໄດ້ມີຄວາມລຳອຽງ.
10
ສຸດທ້າຍນີ້ ຈົ່ງເຂັ້ມແຂງໃນອົງພຣະຜູ້ເປັນເຈົ້າ ແລະ ໃນລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ.
11
ຈົ່ງສວມຍຸດທະພັນຄົບຊຸດຂອງພຣະເຈົ້າ ເພື່ອວ່າພວກເຈົ້າຈະສາມາດຢືນຕົວຕໍ່ສູ້ກັບກົນອຸບາຍຂອງມານຮ້າຍໄດ້.
12
ເພາະພວກເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງ ແລະ ເລືອດ, ແຕ່ຕໍ່ສູ້ກັບບັນດາຜູ້ປົກຄອງ, ຕໍ່ສູ້ກັບຜູ້ມີສິດອຳນາດ, ຕໍ່ສູ້ກັບອຳນາດແຫ່ງຄວາມມືດຂອງໂລກນີ້ ແລະ ຕໍ່ສູ້ກັບບັນດາວິນຍານຝ່າຍຄວາມຊົ່ວຮ້າຍໃນອາກາດສະຖານ.
13
ເຫດສະນັ້ນ ຈົ່ງສວມຍຸດທະພັນຄົບຊຸດຂອງພຣະເຈົ້າ ເພື່ອວ່າເມື່ອວັນຊົ່ວຮ້າຍມາເຖິງ ພວກເຈົ້າຈະສາມາດຢືນຕົວໄດ້ ແລະ ຫລັງຈາກພວກເຈົ້າໄດ້ເຮັດທຸກສິ່ງແລ້ວກໍຢືນຕົວຢູ່ໄດ້.
14
ດັ່ງນັ້ນ ພວກເຈົ້າທັງຫລາຍຈົ່ງຢືດໝັ້ນໂດຍເອົາສາຍແອວແຫ່ງຄວາມຈິງຮັດແອວຂອງພວກເຈົ້າໄວ້, ສວມເສື້ອເກາະປ້ອງກັນເອິກແຫ່ງຄວາມຊອບທຳ
15
ແລະ ເອົາຄວາມພ້ອມທີ່ມາຈາກຂ່າວປະເສີດແຫ່ງສັນຕິສຸກມາສຸບໃສ່ຕີນຂອງພວກເຈົ້າ.
16
ນອກຈາກທີ່ກ່າວມາທັງໝົດນີ້ແລ້ວ ຈົ່ງຢຶດເອົາກຳບັງແຫ່ງຄວາມເຊື່ອ ດ້ວຍກຳບັງນັ້ນພວກເຈົ້າຈຶ່ງສາມາດດັບລູກສອນໄຟທັງໝົດຂອງມານຮ້າຍໄດ້.
17
ຈົ່ງສວມໝວກເກາະແຫ່ງຄວາມພົ້ນ ແລະ ຖືດາບແຫ່ງພຣະວິນຍານ ເຊິ່ງແມ່ນພຣະຄຳຂອງພຣະເຈົ້າ.
18
ແລະ ຈົ່ງອະທິຖານໃນພຣະວິນຍານໃນທຸກໂອກາດດ້ວຍການອະທິຖານ ແລະ ການຮ້ອງຂໍທຸກຮູບແບບ. ໂດຍຄຳນຶງເຖິງສິ່ງນີ້, ຈົ່ງເຝົ້າລະວັງໃນການອະທິຖານເພື່ອຄົນຂອງອົງພຣະຜູ້ເປັນເຈົ້າຢູ່ສະເໝີ.
19
ແລະ ຂໍໃຫ້ອະທິຖານເພື່ອເຮົາດ້ວຍ, ເພື່ອວ່າເມື່ອໃດທີ່ເຮົາກ່າວ ພຣະອົງຈະໃຫ້ຖ້ອຍຄຳແກ່ເຮົາ ເພື່ອວ່າເຮົາຈະກ້າຫານໃນການເຮັດໃຫ້ຄວາມເລິກລັບຂອງຂ່າວປະເສີດເປັນທີ່ຮູ້ຈັກ,
20
ເພາະຍ້ອນຂ່າວປະເສີດນີ້ແຫລະ ເຮົາຈຶ່ງເປັນທູດທີ່ຖືກລ່າມໂສ້ຢູ່. ຈົ່ງອະທິຖານເພື່ອວ່າເຮົາຈະປະກາດຂ່າວປະເສີດນັ້ນຢ່າງກ້າຫານຕາມທີ່ເຮົາຄວນຈະກ່າວ.
21
ຕີຂີໂກ ນ້ອງຊາຍທີ່ຮັກ ແລະ ເປັນຜູ້ຮັບໃຊ້ທີ່ສັດຊື່ໃນອົງພຣະຜູ້ເປັນເຈົ້າ ຈະເລົ່າທຸກສິ່ງໃຫ້ພວກເຈົ້າຟັງ ເພື່ອວ່າພວກເຈົ້າຈະໄດ້ຮູ້ວ່າເຮົາຢູ່ຢ່າງໃດ ແລະ ກຳລັງເຮັດຫຍັງ.
22
ເຮົາກຳລັງສົ່ງລາວມາຫາພວກເຈົ້າກໍເພາະຈຸດປະສົງນີ້ແທ້, ເພື່ອໃຫ້ພວກເຈົ້າຮູ້ວ່າພວກເຮົາຢູ່ຢ່າງໃດ ແລະ ເພື່ອລາວຈະໄດ້ໜູນໃຈພວກເຈົ້າ.
23
ຂໍໃຫ້ສັນຕິສຸກ ແລະ ຄວາມຮັກພ້ອມດ້ວຍຄວາມເຊື່ອຈາກພຣະເຈົ້າພຣະບິດາ ແລະ ຈາກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພີ່ນ້ອງທັງຫລາຍ.
24
ຂໍໃຫ້ພຣະຄຸນຈົ່ງຢູ່ກັບບັນດາຄົນທັງປວງທີ່ຮັກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາດ້ວຍຄວາມຮັກທີ່ບໍ່ຮູ້ເສື່ອມສູນ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
All chapters:
1
2
3
4
5
6