bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Philippians 1
Philippians 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 2 →
1
ຈົດໝາຍສະບັບນີ້ຈາກເຮົາໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ, ເຖິງບັນດາຄົນບໍລິສຸດຂອງພຣະເຈົ້າໃນພຣະຄຣິດເຈົ້າເຢຊູທີ່ຢູ່ເມືອງຟີລິບປອຍ ພ້ອມທັງບັນດາຜູ້ປົກຄອງ ແລະ ຜູ້ດູແລທຸກຄົນ:
2
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາຂອງພວກເຮົາ ແລະ ຈາກພຣະຄຣິດເຈົ້າເຢຊູອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພວກເຈົ້າທັງຫລາຍ.
3
ເຮົາກໍຂອບພຣະຄຸນພຣະເຈົ້າຂອງເຮົາທຸກຄັ້ງ ເມື່ອເຮົາລະນຶກເຖິງພວກເຈົ້າທັງຫລາຍ.
4
ທຸກຄັ້ງທີ່ເຮົາອະທິຖານເພື່ອພວກເຈົ້າທຸກຄົນ ເຮົາກໍອະທິຖານດ້ວຍຄວາມຊື່ນຊົມຍິນດີສະເໝີ
5
ເພາະວ່າພວກເຈົ້າມີສ່ວນຮ່ວມໃນຂ່າວປະເສີດຕັ້ງແຕ່ມື້ທຳອິດຈົນມາເຖິງດຽວນີ້,
6
ດ້ວຍຄວາມໝັ້ນໃຈໃນເລື່ອງນີ້ວ່າ ພຣະອົງຜູ້ເລີ່ມຕົ້ນການດີໃນພວກເຈົ້ານັ້ນຈະເຮັດໃຫ້ສຳເລັດຈົນເຖິງວັນແຫ່ງພຣະຄຣິດເຈົ້າເຢຊູ.
7
ເປັນການຖືກຕ້ອງແລ້ວທີ່ເຮົາຮູ້ສຶກແບບນີ້ກັບພວກເຈົ້າທຸກຄົນ, ເນື່ອງຈາກເຮົາມີພວກເຈົ້າຢູ່ໃນຫົວໃຈຂອງເຮົາ, ບໍ່ວ່າເຮົາກຳລັງຖືກລ່າມໂສ້ ຫລື ກຳລັງກ່າວປ້ອງກັນ ແລະ ກຳລັງຢືນຢັນຂ່າວປະເສີດຢູ່ກໍຕາມ, ພວກເຈົ້າທັງໝົດກໍໄດ້ຮັບສ່ວນແບ່ງໃນພຣະຄຸນຂອງພຣະເຈົ້າຮ່ວມກັບເຮົາ.
8
ພຣະເຈົ້າເປັນພະຍານໄດ້ວ່າເຮົາປາຖະໜາຈະພົບພວກເຈົ້າດ້ວຍຄວາມຮັກຂອງພຣະຄຣິດເຈົ້າເຢຊູຫລາຍຂະໜາດໃດ.
9
ແລະ ນີ້ແມ່ນຄຳອະທິຖານຂອງເຮົາຄື: ຂໍໃຫ້ຄວາມຮັກຂອງພວກເຈົ້າຈະເພີ່ມຂຶ້ນເລື້ອຍໆໃນຄວາມຮູ້ ແລະ ຄວາມເຂົ້າໃຈອັນເລິກເຊິ່ງ,
10
ເພື່ອວ່າພວກເຈົ້າທັງຫລາຍຈະສາມາດທົດສອບໄດ້ວ່າສິ່ງໃດດີທີ່ສຸດ ແລະ ເພື່ອພວກເຈົ້າຈະໄດ້ບໍລິສຸດ ແລະ ບໍ່ມີຕຳໜິສຳລັບວັນຂອງພຣະຄຣິດເຈົ້າ,
11
ເຊິ່ງເຕັມລົ້ນດ້ວຍຜົນຂອງຄວາມຊອບທຳທີ່ມາຜ່ານທາງພຣະເຢຊູຄຣິດເຈົ້າ ເພື່ອສະຫງ່າລາສີ ແລະ ການສັນລະເສີນພຣະເຈົ້າ.
12
ພີ່ນ້ອງທັງຫລາຍເອີຍ, ບັດນີ້ເຮົາຢາກໃຫ້ພວກເຈົ້າຮູ້ວ່າແທ້ຈິງແລ້ວສິ່ງທີ່ໄດ້ເກີດຂຶ້ນກັບເຮົານັ້ນ ກໍເພື່ອເຮັດໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປ.
13
ດັ່ງຜົນທີ່ປາກົດກໍຄື ທະຫານທຸກຄົນທີ່ຮັກສາລາຊະວັງ ແລະ ຄົນອື່ນໆກໍຮູ້ແຈ້ງທົ່ວກັນວ່າເຮົາຖືກລ່າມໂສ້ນັ້ນກໍເພື່ອພຣະຄຣິດເຈົ້າ.
14
ແລະ ເພາະການທີ່ເຮົາຖືກລ່າມໂສ້ນັ້ນ ເຮັດໃຫ້ພີ່ນ້ອງສ່ວນຫລາຍມີຄວາມໝັ້ນໃຈໃນອົງພຣະຜູ້ເປັນເຈົ້າ ແລະ ທ້າທາຍທຸກຄົນໃຫ້ປະກາດຂ່າວປະເສີດໂດຍບໍ່ໄດ້ຢ້ານກົວ.
15
ກໍເປັນຄວາມຈິງທີ່ບາງຄົນໄດ້ປະກາດພຣະຄຣິດເຈົ້າດ້ວຍຈິດໃຈທີ່ອິດສາ ແລະ ຊິງດີຊິງເດັ່ນກັນ, ແຕ່ກໍມີຄົນອື່ນທີ່ປະກາດດ້ວຍເຈດຕະນາດີ.
16
ຄົນກຸ່ມຕໍ່ມາປະກາດດ້ວຍຄວາມຮັກ, ເພາະຮູ້ວ່າເຮົາຖືກຂັງຢູ່ບ່ອນນີ້ກໍເພື່ອປ້ອງກັນຂ່າວປະເສີດ.
17
ສ່ວນຄົນພວກທຳອິດນັ້ນປະກາດພຣະຄຣິດເຈົ້າດ້ວຍຄວາມທະເຍີທະຍານທີ່ເຫັນແກ່ຕົວ, ບໍ່ຈິງໃຈ, ພວກເຂົາຫວັງຈະສ້າງຄວາມເດືອດຮ້ອນໃຫ້ເຮົາໃນຂະນະທີ່ຖືກລ່າມໂສ້ຢູ່.
18
ແຕ່ສິ່ງນີ້ຈະເປັນຫຍັງ? ສິ່ງສຳຄັນກໍຄືໃນທຸກໆດ້ານ ບໍ່ວ່າຈະເຮັດດ້ວຍແຮງຈູງໃຈທີ່ຜິດ ຫລື ຖືກ, ພວກເຂົາກໍໄດ້ປະກາດພຣະຄຣິດເຈົ້າແລ້ວ. ແລະ ເພາະສິ່ງນີ້ແຫລະເຮົາຈຶ່ງຊື່ນຊົມຍິນດີ. ແມ່ນແລ້ວ ແລະ ເຮົາຈະຊື່ນຊົມຍິນດີຕໍ່ໄປ,
19
ເພາະເຮົາຮູ້ວ່າຜ່ານທາງຄຳອະທິຖານຂອງພວກເຈົ້າ ແລະ ການຈັດຕຽມຂອງພຣະເຈົ້າໂດຍພຣະວິນຍານຂອງພຣະເຢຊູຄຣິດເຈົ້າ ສິ່ງທີ່ເກີດຂຶ້ນກັບເຮົາຈະເປັນການປົດປ່ອຍເຮົາໃຫ້ລອດພົ້ນ.
20
ເຮົາຄາດໝາຍ ແລະ ຫວັງຢ່າງກະຕືລືລົ້ນວ່າເຮົາຈະບໍ່ຖືກອັບອາຍໃນທາງໃດເລີຍ, ແຕ່ຈະມີຄວາມກ້າຫານພຽງພໍ ເພື່ອວ່າບັດນີ້ ພຣະຄຣິດເຈົ້າຈະໄດ້ຮັບກຽດເພາະຮ່າງກາຍຂອງເຮົາເໝືອນດັ່ງທີ່ເຄີຍໄດ້ຮັບມາຕະຫລອດ, ບໍ່ວ່າໂດຍການມີຊີວິດຢູ່ ຫລື ໂດຍຄວາມຕາຍກໍຕາມ.
21
ເພາະສຳລັບເຮົາ, ທີ່ຈະມີຊີວິດຢູ່ກໍເພື່ອພຣະຄຣິດເຈົ້າ ແລະ ທີ່ຈະຕາຍກໍເປັນກຳໄລ.
22
ຖ້າເຮົາຍັງມີຊີວິດຢູ່ໃນຮ່າງກາຍນີ້ຕໍ່ໄປ ນີ້ກໍຈະໝາຍຄວາມວ່າພາລະກິດຂອງເຮົາເກີດຜົນ. ແຕ່ເຮົາຈະເລືອກເອົາທາງໃດ? ເຮົາກໍບໍ່ຮູ້!
23
ເຮົາຍັງລັງເລໃຈຢູ່ລະຫວ່າງສອງທາງ ເຮົາປາຖະໜາຢາກຈາກໄປແລ້ວຢູ່ກັບພຣະຄຣິດເຈົ້າ, ເຊິ່ງປະເສີດຫລາຍກວ່າ,
24
ແຕ່ເປັນສິ່ງທີ່ຈຳເປັນສຳລັບພວກເຈົ້າຫລາຍກວ່າທີ່ເຮົາຍັງມີຊີວິດຢູ່ໃນຮ່າງກາຍ.
25
ເມື່ອແນ່ໃຈຢ່າງນີ້ແລ້ວ, ເຮົາກໍຮູ້ວ່າເຮົາຈະຍັງຢູ່ ແລະ ເຮົາຈະສືບຕໍ່ຢູ່ກັບພວກເຈົ້າທຸກຄົນເພື່ອຄວາມກ້າວໜ້າ ແລະ ຄວາມຊື່ນຊົມຍິນດີຂອງພວກເຈົ້າໃນຄວາມເຊື່ອ,
26
ເພື່ອວ່າເມື່ອເຮົາໄດ້ຢູ່ກັບພວກເຈົ້າອີກ ຄວາມໂອ້ອວດໃນພຣະຄຣິດເຈົ້າເຢຊູຂອງພວກເຈົ້າກໍຈະອຸດົມສົມບູນເນື່ອງຈາກເຮົາ.
27
ບໍ່ວ່າສິ່ງໃດຈະເກີດຂຶ້ນ, ພວກເຈົ້າຈົ່ງປະພຶດຕົນໃຫ້ສົມກັບຂ່າວປະເສີດຂອງພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່ວ່າເຮົາຈະມາຫາພວກເຈົ້າ ຫລື ພຽງແຕ່ໄດ້ຍິນກ່ຽວກັບພວກເຈົ້າໃນຂະນະທີ່ເຮົາບໍ່ຢູ່ກໍຕາມ, ເຮົາຈະຮູ້ວ່າພວກເຈົ້າຕັ້ງໝັ້ນຄົງໃນພຣະວິນຍານອົງດຽວກັນ, ຕໍ່ສູ້ຮ່ວມກັນເໝືອນເປັນຄົນດຽວກັນເພື່ອຄວາມເຊື່ອແຫ່ງຂ່າວປະເສີດ
28
ໂດຍບໍ່ມີຄວາມຢ້ານກົວອັນໃດຕໍ່ບັນດາຜູ້ທີ່ຕໍ່ຕ້ານພວກເຈົ້າ. ນີ້ເປັນເຄື່ອງໝາຍໃຫ້ພວກເຂົາຮູ້ວ່າພວກເຂົາຈະຖືກທຳລາຍ, ແຕ່ວ່າພວກເຈົ້າຈະລອດພົ້ນໂດຍພຣະເຈົ້າ.
29
ເພາະພຣະເຈົ້າໄດ້ໃຫ້ສິດທິພິເສດແກ່ພວກເຈົ້າໃນນາມພຣະຄຣິດເຈົ້າບໍ່ແມ່ນພຽງໃຫ້ພວກເຈົ້າເຊື່ອໃນພຣະອົງເທົ່ານັ້ນ, ແຕ່ໃຫ້ທົນທຸກເພາະເຫັນແກ່ພຣະອົງດ້ວຍ,
30
ເພາະພວກເຈົ້າເອງກໍກຳລັງຕໍ່ສູ້ຢ່າງດຽວກັນກັບທີ່ພວກເຈົ້າໄດ້ເຫັນເຮົາຕໍ່ສູ້ມາແລ້ວ ແລະ ບັດນີ້ ພວກເຈົ້າກໍໄດ້ຍິນວ່າເຮົາກໍຍັງຕໍ່ສູ້ຢູ່.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 2 →
All chapters:
1
2
3
4