bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Philippians 2
Philippians 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 3 →
1
ເຫດສະນັ້ນ ຖ້າພວກເຈົ້າໄດ້ຮັບກຳລັງໃຈຈາກການເປັນອັນໜຶ່ງອັນດຽວກັບພຣະຄຣິດເຈົ້າ, ຖ້າໄດ້ຮັບການເລົ້າໂລມຈາກຄວາມຮັກຂອງພຣະອົງ, ຖ້າໄດ້ຮ່ວມສາມັກຄີທຳໃນພຣະວິນຍານບໍລິສຸດເຈົ້າ, ຖ້າໄດ້ຮັບຄວາມອ່ອນໂຍນ ແລະ ຄວາມເມດຕາ,
2
ແລ້ວກໍຈົ່ງເຮັດໃຫ້ຄວາມຊື່ນຊົມຍິນດີຂອງເຮົາບໍລິບູນໂດຍມີຄວາມຄິດຢ່າງດຽວກັນ, ມີຄວາມຮັກຢ່າງດຽວກັນ, ເປັນໜຶ່ງດຽວກັນໃນຈິດວິນຍານ ແລະ ມີຈິດໃຈອັນດຽວກັນ.
3
ຢ່າເຮັດສິ່ງໃດດ້ວຍຄວາມທະເຍີທະຍານທີ່ເຫັນແກ່ຕົວ ຫລື ການອວດດີທີ່ໄຮ້ປະໂຫຍດ. ແຕ່ຈົ່ງເຮັດດ້ວຍຄວາມຖ່ອມໃຈຖືວ່າຄົນອື່ນດີກວ່າຕົນ.
4
ຢ່າໃຫ້ຜູ້ໃດເຫັນແກ່ຜົນປະໂຫຍດຂອງຕົນຝ່າຍດຽວ ແຕ່ພວກເຈົ້າທຸກຄົນຈົ່ງເຫັນແກ່ຜົນປະໂຫຍດຂອງຄົນອື່ນດ້ວຍ.
5
ໃນຄວາມສຳພັນຂອງພວກເຈົ້າຕໍ່ຄົນອື່ນນັ້ນ, ຈົ່ງມີຄວາມຄິດເຊັ່ນດຽວກັນກັບພຣະຄຣິດເຈົ້າເຢຊູ.
6
ຜູ້ມີສະພາບ ເປັນພຣະເຈົ້າ, ແຕ່ບໍ່ໄດ້ຄິດໃຊ້ເພື່ອຄວາມເທົ່າທຽມກັບພຣະເຈົ້າເພື່ອຜົນປະໂຫຍດຂອງພຣະອົງເອງ,
7
ແຕ່ພຣະອົງໄດ້ສະຫລະທຸກສິ່ງ ມາຮັບສະພາບ ເປັນຜູ້ຮັບໃຊ້, ບັງເກີດເປັນມະນຸດ.
8
ແລະ ເມື່ອປາກົດໃນຮ່າງມະນຸດ, ພຣະອົງໄດ້ຖ່ອມພຣະອົງເອງລົງ ໂດຍຍອມເຊື່ອຟັງຈົນເຖິງຄວາມຕາຍ ແມ່ນແຕ່ຄວາມຕາຍເທິງໄມ້ກາງແຂນ!
9
ເຫດສະນັ້ນ ພຣະເຈົ້າຈຶ່ງໄດ້ຍົກພຣະອົງຂຶ້ນສູ່ທີ່ສູງສຸດ ແລະ ມອບນາມແກ່ພຣະອົງ ເຊິ່ງເປັນນາມທີ່ຢູ່ເໜືອນາມທັງປວງ,
10
ເພື່ອທຸກຫົວເຂົ່າໃນສະຫວັນ ແລະ ເທິງແຜ່ນດິນໂລກ ແລະ ໃຕ້ແຜ່ນດິນໂລກຈະຄຸເຂົ່າລົງຕໍ່ນາມຂອງພຣະເຢຊູເຈົ້າ,
11
ແລະ ທຸກລິ້ນຈະຍອມຮັບວ່າພຣະເຢຊູຄຣິດເຈົ້າເປັນອົງພຣະຜູ້ເປັນເຈົ້າ, ເພື່ອຖວາຍກຽດຕິຍົດແກ່ພຣະເຈົ້າພຣະບິດາ.
12
ເຫດສະນັ້ນ, ເພື່ອນທີ່ຮັກທັງຫລາຍຂອງເຮົາ, ເໝືອນດັ່ງທີ່ພວກເຈົ້າໄດ້ເຊື່ອຟັງຕະຫລອດມາ ບໍ່ພຽງແຕ່ໃນຂະນະທີ່ເຮົາຢູ່ນໍາ, ແຕ່ບັດນີ້ ຈົ່ງເຊື່ອຟັງຫລາຍຂຶ້ນກວ່າເກົ່າອີກໃນຂະນະທີ່ເຮົາບໍ່ຢູ່ນໍາ ຈົ່ງບາກບັ່ນຕໍ່ໄປເພື່ອຄວາມພົ້ນຂອງພວກເຈົ້າດ້ວຍຄວາມຢຳເກງ ແລະ ຕົວສັ່ນ,
13
ເພາະວ່າແມ່ນພຣະເຈົ້າເປັນຜູ້ກະທຳການຢູ່ພາຍໃນພວກເຈົ້າ ເພື່ອໃຫ້ພວກເຈົ້າຕັ້ງໃຈ ແລະ ການກະທຳເພື່ອໃຫ້ບັນລຸຈຸດປະສົງອັນດີຂອງພຣະອົງ.
14
ຈົ່ງເຮັດທຸກສິ່ງໂດຍບໍ່ມີການຈົ່ມ ຫລື ການຖົກຖຽງກັນ,
15
ເພື່ອວ່າພວກເຈົ້າຈະກາຍເປັນຜູ້ບໍ່ມີຕຳໜິ ແລະ ບໍລິສຸດ, “ເປັນລູກຂອງພຣະເຈົ້າຜູ້ປາດສະຈາກຄວາມຜິດໃນຍຸກທີ່ບິດເບືອນ ແລະ ຄົດໂກງ”. ແລ້ວພວກເຈົ້າຈະສ່ອງສະຫວ່າງທ່າມກາງພວກເຂົາເໝືອນດັ່ງດວງດາວໃນທ້ອງຟ້າ
16
ຂະນະທີ່ພວກເຈົ້າໄດ້ຢຶດໝັ້ນໃນພຣະຄຳແຫ່ງຊີວິດ. ແລະ ຫລັງຈາກນັ້ນເຮົາກໍຈະສາມາດອວດອ້າງໄດ້ໃນວັນແຫ່ງພຣະຄຣິດເຈົ້າວ່າເຮົາບໍ່ໄດ້ແລ່ນ ຫລື ເຮັດການໜັກໜ່ວງໂດຍບໍ່ມີປະໂຫຍດ.
17
ແຕ່ເຖິງແມ່ນວ່າ ເຮົາຖືກເທອອກເໝືອນດັ່ງເທເຄື່ອງດື່ມຖວາຍໃສ່ບ່ອນຖວາຍບູຊາ ແລະ ການຮັບໃຊ້ທີ່ມາຈາກຄວາມເຊື່ອຂອງພວກເຈົ້າ, ເຮົາກໍຍັງດີໃຈ ແລະ ຊື່ນຊົມຍິນດີຮ່ວມກັບພວກເຈົ້າທຸກຄົນ.
18
ດັ່ງນັ້ນ ພວກເຈົ້າກໍເໝືອນກັນຄວນຈະດີໃຈ ແລະ ຊື່ນຊົມຍິນດີຮ່ວມກັບເຮົາດ້ວຍ.
19
ເຮົາຫວັງໃນພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າວ່າອີກບໍ່ດົນຈະສົ່ງຕີໂມທຽວໄປຫາພວກເຈົ້າ, ເພື່ອວ່າເຮົາຈະໄດ້ຮັບຄວາມຊື່ນໃຈເໝືອນກັນເມື່ອເຮົາໄດ້ຍິນຂ່າວກ່ຽວກັບພວກເຈົ້າ.
20
ເຮົາບໍ່ມີຜູ້ໃດທີ່ເໝືອນຕີໂມທຽວຜູ້ທີ່ເອົາໃຈໃສ່ໃນຄວາມສຸກທຸກຂອງພວກເຈົ້າຢ່າງແທ້ຈິງ.
21
ເພາະແຕ່ລະຄົນຕ່າງກໍສະແຫວງຫາຜົນປະໂຫຍດສ່ວນຕົວຂອງຕົນເອງ, ບໍ່ໄດ້ຄຳນຶງເຖິງພຣະເຢຊູຄຣິດເຈົ້າ.
22
ແຕ່ພວກເຈົ້າຮູ້ແລ້ວວ່າຕີໂມທຽວໄດ້ພິສູດຕົນເອງແລ້ວ, ເພາະເພິ່ນໄດ້ຮ່ວມຮັບໃຊ້ກັບເຮົາໃນການປະກາດຂ່າວປະເສີດເໝືອນດັ່ງລູກກັບພໍ່.
23
ເຫດສະນັ້ນ ເຮົາຈຶ່ງຫວັງຈະສົ່ງເພິ່ນມາທັນທີທີ່ເຮົາເຫັນວ່າເລື່ອງຕ່າງໆກ່ຽວກັບເຮົາຈະເປັນໄປຢ່າງໃດ.
24
ແລະ ເຮົາໝັ້ນໃຈໃນອົງພຣະຜູ້ເປັນເຈົ້າວ່າເຮົາເອງຈະມາຫາພວກເຈົ້າໃນໄວໆນີ້.
25
ແຕ່ເຮົາຄິດວ່າຈຳເປັນທີ່ຈະສົ່ງເອປາໂຟດີໂຕກັບມາຫາພວກເຈົ້າ, ເພິ່ນເປັນນ້ອງຊາຍ, ເປັນເພື່ອນຮ່ວມງານ ແລະ ເປັນເພື່ອນທະຫານດ້ວຍກັນກັບເຮົາ, ເປັນຜູ້ທີ່ພວກເຈົ້າໃຊ້ມາເພື່ອເບິ່ງແຍງໃນຍາມເຮົາຂັດສົນ.
26
ເພາະເພິ່ນຄິດເຖິງພວກເຈົ້າທັງໝົດຫລາຍ ແລະ ເປັນທຸກໃຈເພາະພວກເຈົ້າໄດ້ຮັບຂ່າວວ່າເພິ່ນບໍ່ສະບາຍ.
27
ຕາມຄວາມຈິງແລ້ວ ເພິ່ນບໍ່ສະບາຍ ແລະ ເກືອບຈະຕາຍ. ແຕ່ພຣະເຈົ້າເມດຕາເພິ່ນ ແລະ ບໍ່ພຽງແຕ່ເມດຕາເພິ່ນເທົ່ານັ້ນ ແຕ່ຍັງເມດຕາເຮົາເໝືອນກັນ, ເພື່ອຮັກສາເຮົາໄວ້ຈາກຄວາມເສົ້າໃຈເມື່ອຄວາມເສົ້າໃຈມາເຖິງ.
28
ເຫດສະນັ້ນ ເຮົາຈຶ່ງມີຄວາມກະຕືລືລົ້ນທີ່ຈະສົ່ງເພິ່ນມາ, ເພື່ອວ່າເມື່ອພວກເຈົ້າໄດ້ພົບເພິ່ນອີກພວກເຈົ້າຈະໄດ້ດີໃຈ ແລະ ຄວາມກະວົນກະວາຍໃຈຂອງເຮົາຈະໄດ້ເບົາບາງລົງ.
29
ດັ່ງນັ້ນ ຈົ່ງຕ້ອນຮັບເພິ່ນໃນອົງພຣະຜູ້ເປັນເຈົ້າດ້ວຍຄວາມຊື່ນຊົມຍິນດີຢ່າງໃຫຍ່ ແລະ ຈົ່ງໃຫ້ກຽດຄົນຄືເພິ່ນນີ້,
30
ເພາະວ່າເພິ່ນເກືອບຕາຍເພື່ອພາລະກິດຂອງພຣະຄຣິດເຈົ້າ. ເພິ່ນໄດ້ສ່ຽງຊີວິດຂອງເພິ່ນເພື່ອຊ່ວຍເຫລືອເຮົາໃນສິ່ງທີ່ພວກເຈົ້າບໍ່ສາມາດໃຫ້ເຮົາໄດ້.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 3 →
All chapters:
1
2
3
4