bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Philippians 3
Philippians 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 4 →
1
ນອກຈາກນີ້, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າ! ບໍ່ເປັນການລຳບາກສຳລັບເຮົາເລີຍທີ່ຈະຂຽນເລື່ອງດຽວກັນເຖິງພວກເຈົ້າອີກ ແລະ ເລື່ອງນີ້ກໍເປັນການປ້ອງກັນພວກເຈົ້າດ້ວຍ.
2
ຈົ່ງລະວັງພວກໝາເຫລົ່ານັ້ນ, ພວກຄົນເຮັດຊົ່ວເຫລົ່ານັ້ນ, ພວກຄົນທີ່ປາດເນື້ອເຖືອໜັງເຫລົ່ານັ້ນ.
3
ເພາະວ່າແມ່ນພວກເຮົາທີ່ເປັນຜູ້ຖືພິທີຕັດ, ພວກເຮົາເປັນຜູ້ຮັບໃຊ້ ພຣະເຈົ້າດ້ວຍພຣະວິນຍານຂອງພຣະອົງ, ພວກເຮົາເປັນຜູ້ອວດອ້າງໃນພຣະຄຣິດເຈົ້າເຢຊູ ແລະ ພວກເຮົາບໍ່ໄດ້ໝັ້ນໃຈໃນຝ່າຍເນື້ອໜັງ
4
ເຖິງແມ່ນວ່າ ເຮົາເອງມີເຫດຜົນຫລາຍປະການທີ່ຈະໝັ້ນໃຈເຊັ່ນນັ້ນ. ຖ້າຄົນໃດຄິດວ່າຕົນມີເຫດຜົນທີ່ຈະໝັ້ນໃຈໃນເນື້ອໜັງນັ້ນ ເຮົາກໍມີຫລາຍກວ່າຄື:
5
ເຮົາເກີດມາໄດ້ແປດວັນເຮົາກໍໄດ້ຮັບພິທີຕັດ, ເຮົາເປັນຄົນອິດສະຣາເອນ, ຢູ່ໃນຕະກຸນເບັນຢາມິນ, ເປັນຄົນເຮັບເຣີເກີດຈາກຊາວເຮີບເຣີ, ໃນດ້ານກົດບັນຍັດ ເຮົາກໍເປັນຄົນຟາຣີຊາຍຜູ້ໜຶ່ງ,
6
ໃນດ້ານຄວາມຮ້ອນຮົນ ເຮົາເຄີຍຂົ່ມເຫັງຄຣິສຕະຈັກ; ໃນດ້ານຄວາມຊອບທຳຕາມກົດບັນຍັດ ເຮົາກໍບໍ່ມີຂໍ້ບົກຜ່ອງ.
7
ແຕ່ວ່າສິ່ງໃດທີ່ເຄີຍເປັນປະໂຫຍດແກ່ເຮົາ ບັດນີ້ ເຮົາຖືວ່າໄຮ້ປະໂຫຍດເພາະເຫັນແກ່ພຣະຄຣິດເຈົ້າ.
8
ຫລາຍກວ່ານັ້ນ ເຮົາຖືວ່າທຸກສິ່ງນັ້ນເປັນຂອງໄຮ້ປະໂຫຍດເພາະການທີ່ໄດ້ຮູ້ຈັກກັບພຣະຄຣິດເຈົ້າເຢຊູອົງພຣະຜູ້ເປັນເຈົ້າຂອງເຮົານັ້ນເປັນສິ່ງທີ່ລໍ້າຄ່າຫລາຍ, ເພາະເຫັນແກ່ພຣະອົງເຮົາຈຶ່ງໄດ້ຍອມສະຫລະທຸກສິ່ງ. ເຮົາຖືວ່າສິ່ງເຫລົ່ານັ້ນເປັນຂີ້ເຫຍື້ອ ເພື່ອເຮົາຈະໄດ້ພຣະຄຣິດເຈົ້າ
9
ແລະ ໄດ້ຢູ່ໃນພຣະອົງ, ໂຕເຮົາເອງບໍ່ມີຄວາມຊອບທຳທີ່ໄດ້ມາໂດຍກົດບັນຍັດ, ແຕ່ຄວາມຊອບທຳທີ່ໄດ້ມາໂດຍຄວາມເຊື່ອໃນພຣະຄຣິດເຈົ້າ ເປັນຄວາມຊອບທຳທີ່ມາຈາກພຣະເຈົ້າເທິງພື້ນຖານຂອງຄວາມເຊື່ອ.
10
ເຮົາຢາກຮູ້ຈັກພຣະຄຣິດເຈົ້າ ຢາກຮູ້ຈັກລິດອຳນາດແຫ່ງການເປັນຄືນມາຈາກຕາຍຂອງພຣະອົງ ແລະ ການມີສ່ວນຮ່ວມໃນຄວາມທົນທຸກຂອງພຣະອົງ, ການ ກາຍມາເປັນເໝືອນພຣະອົງໃນຄວາມຕາຍຂອງພຣະອົງ,
11
ແລະ ເຖິງຢ່າງໃດກໍຕາມ ເພື່ອຈະໄດ້ມາເຖິງການເປັນຄືນມາຈາກຕາຍດ້ວຍ.
12
ບໍ່ແມ່ນວ່າເຮົາໄດ້ຮັບສິ່ງທັງໝົດນີ້ແລ້ວ ຫລື ໄດ້ໄປເຖິງເປົ້າໝາຍຂອງເຮົາແລ້ວ, ແຕ່ເຮົາມຸ່ງໜ້າຕໍ່ໄປເພື່ອຮັບເອົາສິ່ງທີ່ພຣະຄຣິດເຈົ້າເຢຊູໄດ້ຮັບເອົາໄວ້ສຳລັບເຮົາ.
13
ພີ່ນ້ອງທັງຫລາຍເອີຍ ເຮົາບໍ່ຖືວ່າເຮົາເອງໄດ້ຮັບເອົາສິ່ງນີ້ມາແລ້ວ. ແຕ່ເຮົາເຮັດຢ່າງໜຶ່ງຄື: ລືມສິ່ງຢູ່ເບື້ອງຫລັງ ແລະ ເອົາໃຈໃສ່ສິ່ງທີ່ຢູ່ຂ້າງໜ້າ,
14
ເຮົາກຳລັງມຸ່ງໜ້າໄປສູ່ຫລັກໄຊເພື່ອຈະໄດ້ຮັບລາງວັນເພາະເປັນລາງວັນທີ່ພຣະເຈົ້າໄດ້ເອີ້ນເຮົາໃຫ້ໄປຮັບຢູ່ສະຫວັນໃນພຣະຄຣິດເຈົ້າເຢຊູ.
15
ແລ້ວພວກເຮົາທຸກຄົນທີ່ເປັນຜູ້ໃຫຍ່ແລ້ວຄວນມີທັດສະນະຄະຕິຢ່າງນີ້. ແລະ ຖ້າພວກເຈົ້າຄິດແຕກຕ່າງໄປໃນບາງປະເດັນ, ພຣະເຈົ້າກໍຈະໃຫ້ພວກເຈົ້າເຂົ້າໃຈເລື່ອງນີ້ຢ່າງຈະແຈ້ງດ້ວຍ.
16
ຂໍພຽງແຕ່ໃຫ້ພວກເຮົາດຳເນີນຊີວິດໃຫ້ສົມກັບສິ່ງທີ່ພວກເຮົາໄດ້ຮັບມາແລ້ວ.
17
ພີ່ນ້ອງທັງຫລາຍເອີຍ ຈົ່ງຮ່ວມກັນເຮັດຕາມແບບຢ່າງຂອງເຮົາ ແລະ ຕາມທີ່ພວກເຈົ້າມີພວກເຮົາປັນແບບຢ່າງ, ຈົ່ງເບິ່ງຄົນເຫລົ່ານັ້ນທີ່ດຳເນີນຊີວິດຕາມທີ່ພວກເຮົາເຮັດ.
18
ເພາະວ່າ, ດັ່ງທີ່ເຮົາເຄີຍບອກພວກເຈົ້າຫລາຍເທື່ອແລ້ວ ແລະ ບັດນີ້ກໍບອກພວກເຈົ້າອີກແມ່ນແຕ່ດ້ວຍນ້ຳຕາ, ມີຫລາຍຄົນທີ່ດຳເນີນຊີວິດເປັນສັດຕູຕໍ່ໄມ້ກາງແຂນຂອງພຣະຄຣິດເຈົ້າ.
19
ປາຍທາງຂອງພວກເຂົາຄືຄວາມຈິບຫາຍ, ພະຂອງພວກເຂົາຄືທ້ອງຂອງພວກເຂົາ, ຊື່ສຽງຂອງພວກເຂົາຄືຄວາມອັບອາຍຂອງພວກເຂົາ. ຈິດໃຈຂອງພວກເຂົາປັກຢູ່ແຕ່ກັບສິ່ງຂອງຝ່າຍໂລກ.
20
ແຕ່ພວກເຮົາທັງຫລາຍເປັນພົນລະເມືອງຂອງສະຫວັນ. ແລະ ພວກເຮົາຄອຍຖ້າພຣະຜູ້ຊ່ວຍໃຫ້ພົ້ນຈາກສະຫວັນຢ່າງກະຕືລືລົ້ນ, ຄືພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ,
21
ພຣະອົງຈະປ່ຽນແປງຮ່າງກາຍອັນຕ່ຳຕ້ອຍຂອງພວກເຮົາໃຫ້ເປັນເໝືອນກາຍອັນສະຫງ່າລາສີຂອງພຣະອົງ ໂດຍລິດອຳນາດທີ່ປາບທຸກສິ່ງໄວ້ໃຕ້ການບັງຄັບຂອງພຣະອົງ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 4 →
All chapters:
1
2
3
4
Recommended Reading
Commentary
Philippians Commentaries
→
Devotional
Philippians Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→