bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Corinthians 13
1 Corinthians 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 14 →
1
ເຖິງແມ່ນເຮົາເວົ້າພາສາແປກໆໄດ້ ຈະເປັນພາສາມະນຸດ ຫລືພາສາຂອງເທວະດາກໍຕາມ, ແຕ່ບໍ່ມີຄວາມຮັກ ການເວົ້າຂອງເຮົາ ກໍເປັນເໝືອນສຽງຄ້ອງແລະສຽງແຊ່ງທີ່ດັງອຶກກະທຶກ.
2
ເຖິງແມ່ນເຮົາຈະປະກາດພຣະທຳໄດ້ ແລະເຂົ້າໃຈໃນຂໍ້ລັບເລິກທັງປວງ ແລະມີຄວາມຮູ້ທັງສິ້ນ ແລະມີຄວາມເຊື່ອຢ່າງຄົບຖ້ວນ ພໍຈະບອກໃຫ້ພູເຄື່ອນທີ່ໄປໄດ້, ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ມີຄ່າອັນໃດ.
3
ເຖິງແມ່ນເຮົາບໍລິຈາກສິ່ງຂອງທັງໝົດທີ່ເຮົາມີຢູ່ ແລະສະຫລະແມ່ນແຕ່ຕົວເຮົາເອງໃຫ້ເຂົາເຜົາໄຟ ແຕ່ຖ້າເຮົາບໍ່ມີຄວາມຮັກ ການກະທຳຢ່າງນັ້ນກໍບໍ່ໄດ້ປະໂຫຍດຫຍັງໝົດ.
4
ຄວາມຮັກກໍອົດທົນດົນນານ, ຄວາມຮັກຄືຄວາມເມດຕາກະລຸນາ, ຄວາມຮັກບໍ່ເຫິງສາ ບໍ່ອວດອ້າງ ບໍ່ຈອງຫອງ
5
ບໍ່ເຮັດການອັນບໍ່ສຸພາບ ບໍ່ຄິດເຫັນປະໂຫຍດສ່ວນຕົວແຕ່ຝ່າຍດຽວ ບໍ່ມີໃຈຮ້າຍງ່າຍ ບໍ່ມັກຈົດຈຳຄວາມຜິດ
6
ບໍ່ຍິນດີໃນການອະທຳ, ແຕ່ຍິນດີໃນການສັດຈິງ.
7
ຄວາມຮັກສູ້ທົນທຸກສິ່ງ ເຊື່ອທຸກສິ່ງ ໄວ້ວາງໃຈໃນທຸກສິ່ງ ແລະພຽນທົນເອົາທຸກສິ່ງ.
8
ເຖິງແມ່ນການປະກາດພຣະທຳກໍຈະຖືກຍົກເລີກ ຫລືການເວົ້າພາສາແປກໆກໍຈະເຊົາ ແລະວິຊາຄວາມຮູ້ກໍຈະຖືກຍົກເລີກເສຍ, ແຕ່ຄວາມຮັກຍັງຈະຕັ້ງໝັ້ນຄົງຢູ່ຕະຫລອດໄປ.
9
ເພາະວ່າຄວາມຮູ້ຂອງເຮົານັ້ນບໍ່ສົມບູນ ແລະການປະກາດພຣະທຳກໍບໍ່ສົມບູນ,
10
ແຕ່ເມື່ອຄວາມສົມບູນມາເຖິງແລ້ວ ຄວາມບົກພ່ອງນັ້ນກໍຈະຖືກຍົກເລີກເສຍ.
11
ເມື່ອເຮົາຍັງເປັນເດັກນ້ອຍຢູ່ນັ້ນ ການເວົ້າຈາ ຄວາມຮູ້ສຶກ ແລະຄວາມນຶກຄິດຂອງເຮົາກໍເປັນຢ່າງເດັກນ້ອຍ, ແຕ່ເມື່ອເຮົາກາຍເປັນຜູ້ໃຫຍ່ແລ້ວ ເຮົາກໍເລີກຄວາມປະພຶດຢ່າງເດັກນ້ອຍນັ້ນເສຍ.
12
ເພາະວ່າດຽວນີ້ເຮົາທັງຫລາຍເຫັນພໍມົວໆ ເໝືອນເບິ່ງໃນແວ່ນ, ແຕ່ວ່າເວລານັ້ນຈະໄດ້ເຫັນພຣະພັກຢ່າງຄັກ. ດຽວນີ້ຄວາມຮູ້ຂອງເຮົາບໍ່ສົມບູນ, ແຕ່ເວລານັ້ນ ເຮົາຈະຮູ້ຢ່າງສົມບູນເໝືອນພຣະເຈົ້າຊົງຮູ້ຈັກເຮົາແລ້ວ.
13
ບັດນີ້ ຍັງຕັ້ງຢູ່ສາມສິ່ງຄື: ຄວາມເຊື່ອ ຄວາມຫວັງໃຈ ແລະຄວາມຮັກ ແຕ່ສິ່ງທີ່ໃຫຍ່ກວ່າແມ່ນຄວາມຮັກ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16