bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Corinthians 8
1 Corinthians 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 9 →
1
ເລື່ອງອາຫານທີ່ມາຈາກການຖວາຍບູຊາແກ່ພະທຽມນັ້ນ, ເຮົາທັງຫລາຍຮູ້ຢູ່ວ່າ, “ພວກເຮົາທຸກຄົນຕ່າງກໍມີຄວາມຮູ້.” ຄວາມຮູ້ເຮັດໃຫ້ເຮົາອວດຕົວ ແຕ່ຄວາມຮັກເຮັດໃຫ້ຈະເລີນຂຶ້ນ.
2
ຖ້າຜູ້ໃດ ຖືວ່າຕົນຮູ້ສິ່ງໃດແລ້ວ ຜູ້ນັ້ນຍັງບໍ່ຮູ້ຕາມທີ່ຕົນຄວນຈະຮູ້.
3
ແຕ່ຖ້າຜູ້ໃດຮັກພຣະເຈົ້າ ພຣະເຈົ້າກໍຊົງຮູ້ຈັກຜູ້ນັ້ນ.
4
ເລື່ອງການກິນອາຫານ ທີ່ເຂົາເອົາບູຊາແກ່ພະທຽມນັ້ນ, ເຮົາທັງຫລາຍຮູ້ຢູ່ວ່າ, “ພະທຽມນັ້ນ ບໍ່ເປັນຂອງແທ້” ແລະ “ມີພຣະເຈົ້າແທ້ແຕ່ອົງດຽວ.”
5
ເຖິງແມ່ນວ່າມີພະຫລາຍໃນສະຫວັນ ແລະເທິງແຜ່ນດິນໂລກກໍດີ ທີ່ເຂົາເອີ້ນວ່າ, “ພຣະເຈົ້າ” (ພະກໍມີຫລາຍ ເຈົ້າກໍມີຫລາຍແທ້).
6
ແຕ່ສຳລັບພວກເຮົານັ້ນ ມີພຣະເຈົ້າອົງດຽວ ຄືພຣະບິດາເຈົ້າ ແລະສິ່ງສາລະພັດທັງປວງເກີດມາຈາກພຣະອົງ ແລະພວກເຮົາເປັນມາເພື່ອພຣະອົງ ແລະມີອົງພຣະຜູ້ເປັນເຈົ້າອົງດຽວ ຄືພຣະເຢຊູຄຣິດເຈົ້າ ແລະ ສິ່ງສາລະພັດກໍເກີດຂຶ້ນໂດຍພຣະອົງ ແລະເຮົາກໍເປັນມາໂດຍພຣະອົງ.
7
ແຕ່ບໍ່ແມ່ນທຸກຄົນທີ່ຮູ້ຄວາມຢ່າງນີ້ ມີບາງຄົນເຄີຍນັບຖືຮູບເຄົາຣົບແຕ່ໃດໆມາຈົນເຖິງບັດນີ້ ເມື່ອກິນອາຫານຢ່າງນັ້ນ ເຂົາກໍຍັງຖືວ່າເປັນຂອງຖວາຍບູຊາແກ່ພະທຽມນັ້ນ ໃຈສຳນຶກຜິດແລະຊອບຂອງເຂົາຍັງອ່ອນ ແລະເຂົາກໍຮູ້ສຶກເປັນມົນທິນຍ້ອນອາຫານນັ້ນ.
8
ອາຫານບໍ່ແມ່ນສິ່ງທີ່ຊ່ວຍເຮົາ ໃຫ້ມີຄວາມສຳພັນກັບພຣະເຈົ້າດີຂຶ້ນ ຖ້າເຮົາບໍ່ກິນ ເຮົາກໍບໍ່ໄດ້ຊົ່ວລົງ ຖ້າເຮົາກິນ ເຮົາກໍບໍ່ໄດ້ດີຂຶ້ນ.
9
ແຕ່ຈົ່ງລະວັງໃຫ້ດີ ຢ່າໃຫ້ການໃຊ້ເສລີພາບຂອງພວກເຈົ້າ ເປັນເຫດໃຫ້ຄົນທີ່ມີຄວາມເຊື່ອອ່ອນສະດຸດໃຈ.
10
ຖ້າມີຄົນໜຶ່ງ ທີ່ມີໃຈສຳນຶກຜິດແລະຊອບຍັງອ່ອນໃນເລື່ອງນີ້, ເຫັນເຈົ້າຜູ້ທີ່ມີຄວາມຮູ້ ກຳລັງນັ່ງກິນຢູ່ໃນວິຫານຂອງພະທຽມ ເລື່ອງນີ້ຈະບໍ່ເປັນການຊຸກຍູ້ລາວ ໃຫ້ກິນອາຫານທີ່ຖວາຍບູຊາແກ່ພະທຽມນັ້ນບໍ?
11
ຄວາມຮູ້ຂອງເຈົ້າຈະເຮັດໃຫ້ພີ່ນ້ອງຜູ້ທີ່ມີຄວາມເຊື່ອອ່ອນ ຊຶ່ງພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອນັ້ນຕ້ອງຈິບຫາຍໄປ.
12
ດັ່ງນັ້ນ ເມື່ອເຈົ້າເຮັດຜິດຕໍ່ພີ່ນ້ອງ ຄືທຳຮ້າຍແກ່ໃຈສຳນຶກຜິດແລະຊອບອັນອ່ອນຂອງເຂົາ ເຈົ້າກໍເຮັດຜິດຕໍ່ພຣະຄຣິດດ້ວຍ.
13
ເພາະສະນັ້ນ ຖ້າອາຫານເປັນເຫດເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ ເຮົາກໍຈະບໍ່ກິນຊີ້ນຕະຫລອດໄປ ເພື່ອວ່າຈະບໍ່ໄດ້ເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16