bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Corinthians 5
1 Corinthians 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 6 →
1
ມີຂ່າວເລົ່າລືກັນທົ່ວໄປວ່າ ໃນທ່າມກາງພວກເຈົ້ານັ້ນ, ມີການຜິດຊາຍຍິງອັນໜັກໜ່ວງຫລາຍ ແມ່ນແຕ່ໃນພວກຕ່າງຊາດ ກໍບໍ່ເຄີຍມີເລີຍ ຄືມີຊາຍຄົນໜຶ່ງໄດ້ເອົາແມ່ນ້າຂອງຕົນມາເປັນເມຍ
2
ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງອວດຕົວຂຶ້ນ ແທນທີ່ຈະເປັນທຸກຮ້ອນໃຈ ແລະຄົນຢ່າງນັ້ນຄວນຖືກຂັບໄລ່ອອກຈາກພວກເຈົ້າໄປເສຍ.
3
ເຖິງແມ່ນວ່າ ເຮົາບໍ່ໄດ້ຢູ່ກັບພວກເຈົ້າທາງກາຍ, ແຕ່ທາງໃຈຂອງເຮົາກໍຢູ່ກັບພວກເຈົ້າ ເຮົາໄດ້ຕັດສິນລົງໂທດຜູ້ທີ່ປະພຶດຜິດຢ່າງນັ້ນ ເໝືອນດັ່ງເຮົາຢູ່ທ່າມກາງພວກເຈົ້າ.
4
ເມື່ອພວກເຈົ້າມາປະຊຸມກັນ ໃນພຣະນາມອົງພຣະເຢຊູເຈົ້າ ແລະໃຈຂອງເຮົາກໍຮ່ວມຢູ່ດ້ວຍ ພ້ອມທັງຣິດອຳນາດຂອງອົງພຣະເຢຊູເຈົ້າຂອງພວກເຮົາ.
5
ພວກເຈົ້າຈົ່ງມອບຊາຍຄົນນີ້ໄວ້ໃຫ້ມານຊາຕານທຳລາຍເນື້ອກາຍ ເພື່ອໃຫ້ຈິດວິນຍານຂອງລາວໄດ້ພົ້ນ ໃນວັນຂອງອົງພຣະຜູ້ເປັນເຈົ້າ.
6
ການທີ່ພວກເຈົ້າອວດອ້າງນັ້ນ ບໍ່ເປັນການດີເລີຍ ພວກເຈົ້າກໍຮູ້ວ່າ ເຊື້ອແປ້ງແຕ່ໜ້ອຍດຽວ ກໍເຮັດໃຫ້ແປ້ງນວດຟູຂຶ້ນທັງກ້ອນໄດ້.
7
ດ້ວຍເຫດນັ້ນ ຈົ່ງຊຳລະບາບກຳອັນເປັນເຊື້ອເກົ່າອອກໄປເສຍ ແລ້ວພວກເຈົ້າກໍຈະເປັນເໝືອນແປ້ງນວດກ້ອນໃໝ່ ໂດຍບໍ່ມີເຊື້ອແປ້ງແລ້ວ. ດ້ວຍວ່າ, ພຣະຄຣິດຜູ້ຊົງເປັນລູກແກະປັດສະຄາຂອງພວກເຮົານັ້ນໄດ້ຖືກຂ້າບູຊາແລ້ວ.
8
ດ້ວຍເຫດນັ້ນ ເຮົາທັງຫລາຍຈຶ່ງຖືປັດສະຄານັ້ນ, ບໍ່ແມ່ນດ້ວຍເຊື້ອເກົ່າ ຫລືເຊື້ອຂອງຄວາມຊົ່ວຮ້າຍ, ແຕ່ດ້ວຍເຂົ້າຈີ່ບໍ່ມີເຊື້ອແປ້ງ ຄືຄວາມສັດຊື່ແລະຄວາມຈິງ.
9
ເຮົາໄດ້ຂຽນຈົດໝາຍບອກເຈົ້າທັງຫລາຍແລ້ວວ່າ, ຢ່າຄົບຫາກັບຄົນຫລິ້ນຊູ້,
10
ແຕ່ເຮົາບໍ່ໄດ້ຫ້າມຄົບຫາກັບທຸກຄົນໃນໂລກທີ່ຫລິ້ນຊູ້ ຫລືຄົນໂລບ, ຄົນຂົ່ມຂູ່ ຫລືຄົນຂາບໄຫວ້ຮູບເຄົາຣົບ. ເພາະວ່າ ຖ້າຫ້າມຢ່າງນັ້ນແລ້ວ ພວກເຈົ້າຈະຕ້ອງໄດ້ອອກໄປເສຍຈາກໂລກນີ້.
11
ແຕ່ເຮົາໄດ້ຂຽນມາບອກພວກເຈົ້າວ່າ ຖ້າຜູ້ໃດໄດ້ຊື່ວ່າເປັນພີ່ນ້ອງແລ້ວ, ແຕ່ຍັງເປັນຄົນຫລິ້ນຊູ້ ຄົນໂລບ ຄົນຂາບໄຫວ້ຮູບເຄົາຣົບ ຄົນເວົ້າຫຍາບຊ້າ ຄົນຂີ້ເຫລົ້າ ຄົນຂົ່ມຂູ່ກໍດີ ຢ່າຄົບຫາກັບຄົນຢ່າງນັ້ນ, ແມ່ນແຕ່ກິນເຂົ້າຮ່ວມພາ ກໍຢ່າຊູ່ກິນ.
12
ບໍ່ແມ່ນໜ້າທີ່ຂອງເຮົາ ທີ່ຈະຕັດສິນລົງໂທດຄົນພາຍນອກ, ແຕ່ແມ່ນໜ້າທີ່ຂອງພວກເຈົ້າ ທີ່ຕັດສິນລົງໂທດຄົນພາຍໃນບໍ່ແມ່ນບໍ?
13
ສ່ວນຄົນພາຍນອກນັ້ນ ແມ່ນພຣະເຈົ້າຈະຊົງຕັດສິນລົງໂທດ, “ຈົ່ງກຳຈັດຄົນຊົ່ວຊ້ານີ້ໃຫ້ອອກໄປຈາກພວກເຈົ້າເສຍ.”
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16