bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Corinthians 6
1 Corinthians 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 7 →
1
ຖ້າຜູ້ໃດໃນພວກເຈົ້າເປັນຄວາມກັນ ຈະກ້າໄປສູ້ຄວາມກັນຕໍ່ໜ້າຄົນທີ່ບໍ່ເຊື່ອພຣະເຈົ້າ ແລະບໍ່ແມ່ນຕໍ່ໜ້າໄພ່ພົນຂອງພຣະເຈົ້າບໍ?
2
ພວກເຈົ້າບໍ່ຮູ້ບໍວ່າ ໄພ່ພົນຂອງພຣະເຈົ້າຈະຕັດສິນໂລກ? ຖ້າພວກເຈົ້າຈະຕັດສິນໂລກ ພວກເຈົ້າຈະບໍ່ສາມາດຕັດສິນເລື່ອງເລັກນ້ອຍເຊັ່ນນີ້ບໍ?
3
ພວກເຈົ້າບໍ່ຮູ້ບໍວ່າ ພວກເຮົາຈະຕັດສິນບັນດາເທວະດາ? ຫລາຍກວ່ານັ້ນອີກເທົ່າໃດ ເຮົາສົມຄວນທີ່ຈະຕັດສິນເລື່ອງໃນຊີວິດນີ້.
4
ເມື່ອພວກເຈົ້າເປັນຄວາມກັນໃນເລື່ອງຊີວິດນີ້, ເປັນຫຍັງພວກເຈົ້າຈຶ່ງເອົາຄົນທີ່ຄຣິສຕະຈັກບໍ່ນັບຖືມາຕັ້ງໄວ້ໃຫ້ເປັນຜູ້ຕັດສິນ?
5
ເຮົາກ່າວດັ່ງນີ້ ກໍເພື່ອໃຫ້ພວກເຈົ້າເກີດຄວາມລະອາຍໃຈ ໃນພວກເຈົ້າບໍ່ມີຈັກຄົນໜຶ່ງບໍ ທີ່ມີປັນຍາພໍທີ່ຈະສາມາດຕັດສິນຄວາມລະຫວ່າງພີ່ນ້ອງ?
6
ແຕ່ພີ່ນ້ອງກັບພີ່ນ້ອງດ້ວຍກັນ ຕ້ອງໄປສູ້ຄວາມກັນ ໃຫ້ຄົນທີ່ບໍ່ເຊື່ອຕັດສິນຊັ້ນບໍ?
7
ທີ່ເຈົ້າທັງຫລາຍມີຄະດີກ່ຽວຂ້ອງກັນແລະກັນນັ້ນ ກໍເປັນການຂາດສິນທຳແທ້. ເປັນຫຍັງພວກເຈົ້າຈຶ່ງບໍ່ທົນເອົາ ເມື່ອພວກເຂົາເຮັດຮ້າຍແກ່ຕົນ ເປັນຫຍັງຈຶ່ງບໍ່ຍອມໃຫ້ພວກເຂົາໂກງຕົນເອງກໍດີກວ່າ?
8
ແຕ່ພວກເຈົ້າຍັງເຮັດຮ້າຍຕໍ່ກັນແລະກັນ ແລະສໍ້ໂກງກັນ ໃນລະຫວ່າງພວກພີ່ນ້ອງຂອງຕົນ.
9
ພວກເຈົ້າບໍ່ຮູ້ບໍວ່າ ຄົນຊົ່ວຊ້າອະທຳຈະບໍ່ມີສ່ວນໃນຣາຊອານາຈັກຂອງພຣະເຈົ້າ, ຢ່າເຂົ້າໃຈຜິດວ່າ ຄົນຜິດຊາຍຍິງ ຄົນຂາບໄຫວ້ຮູບເຄົາຣົບ ຄົນຫລິ້ນຊູ້ສູ່ຜົວເມຍ ໂສເພນີຊາຍແລະຍິງ ພວກຮັກຮ່ວມເພດ,
10
ຄົນຂີ້ລັກ ຄົນຂີ້ໂລບ ຄົນຂີ້ເຫລົ້າ ຄົນເວົ້າໃສ່ຮ້າຍປ້າຍສີ ຫລືຄົນສໍ້ໂກງກໍດີ ຄົນເຫຼົ່ານັ້ນ ຈະບໍ່ມີສ່ວນໃນຣາຊອານາຈັກຂອງພຣະເຈົ້າ.
11
ແຕ່ກ່ອນ ມີບາງຄົນໃນພວກເຈົ້າໄດ້ເປັນຢ່າງນັ້ນ, ແຕ່ພວກເຈົ້າໄດ້ຖືກຊຳລະຈາກບາບກຳແລ້ວ, ພວກເຈົ້າໄດ້ຖືກຊຳລະໃຫ້ບໍຣິສຸດແລ້ວ, ພວກເຈົ້າໄດ້ເປັນຄົນຊອບທຳແລ້ວ ໂດຍພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ແລະໂດຍພຣະວິນຍານແຫ່ງພຣະເຈົ້າຂອງພວກເຮົາ.
12
“ເຮົາເຮັດທຸກສິ່ງໄດ້ບໍ່ມີຜູ້ໃດຫ້າມ,” ແຕ່ບໍ່ແມ່ນທຸກສິ່ງທີ່ເຮົາເຮັດນັ້ນຈະໃຫ້ປະໂຫຍດ, “ເຮົາເຮັດທຸກສິ່ງໄດ້ບໍ່ມີຜູ້ໃດຫ້າມ” ແຕ່ເຮົາຈະບໍ່ຍອມຢູ່ໃຕ້ອຳນາດສິ່ງໃດໝົດ.
13
ອາຫານມີໄວ້ສຳລັບທ້ອງ ແລະທ້ອງກໍມີໄວ້ສຳລັບອາຫານ, ແຕ່ພຣະເຈົ້າຈະໃຫ້ທັງສອງ ຄືທ້ອງແລະອາຫານສູນສິ້ນໄປ ຮ່າງກາຍບໍ່ໄດ້ມີໄວ້ສຳລັບການຫລິ້ນຊູ້, ແຕ່ມີໄວ້ສຳລັບອົງພຣະຜູ້ເປັນເຈົ້າ ແລະອົງພຣະຜູ້ເປັນເຈົ້າມີໄວ້ສຳລັບຮ່າງກາຍ.
14
ພຣະເຈົ້າໄດ້ບັນດານໃຫ້ອົງພຣະຜູ້ເປັນເຈົ້າ ເປັນຄືນມາຈາກຕາຍຢ່າງໃດ ພຣະອົງກໍຈະບັນດານໃຫ້ພວກເຮົາເປັນຄືນມາຢ່າງນັ້ນ ໂດຍຣິດອຳນາດຂອງພຣະອົງ.
15
ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງພວກເຈົ້ານັ້ນເປັນອະໄວຍະວະຂອງພຣະຄຣິດ. ຖ້າເປັນດັ່ງນັ້ນ ເຮົາຈະເອົາອະໄວຍະວະຂອງພຣະຄຣິດ ໄປເຂົ້າສ່ວນໃນອະໄວຍະວະຂອງຍິງແມ່ຈ້າງບໍ? ຢ່າໃຫ້ເປັນຢ່າງນັ້ນເລີຍ.
16
ພວກເຈົ້າບໍ່ຮູ້ບໍວ່າ ຄົນທີ່ຜູກພັນກັບຍິງແມ່ຈ້າງ ກໍເປັນຮ່າງກາຍດຽວກັບນາງ? ເພາະພຣະເຈົ້າຊົງກ່າວວ່າ, “ເຂົາທັງສອງຈະເປັນກາຍອັນດຽວ.”
17
ແຕ່ຜູ້ທີ່ຕິດພັນເຂົ້າກັບອົງພຣະຜູ້ເປັນເຈົ້າ ກໍເປັນຈິດໜຶ່ງໃຈດຽວກັບພຣະອົງ.
18
ຈົ່ງຫລີກເວັ້ນເສຍຈາກການຫລິ້ນຊູ້ ຜິດບາບທຸກຢ່າງທີ່ມະນຸດເຮັດນັ້ນ ເປັນບາບນອກກາຍ, ແຕ່ຄົນທີ່ຫລິ້ນຊູ້ນັ້ນ ກໍເຮັດຜິດບາບຕໍ່ຮ່າງກາຍຂອງຕົນເອງ.
19
ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງພວກເຈົ້າເປັນວິຫານຂອງພຣະວິນຍານບໍຣິສຸດເຈົ້າ ອົງຊົງສະຖິດຢູ່ໃນພວກເຈົ້າ ຊຶ່ງພວກເຈົ້າໄດ້ຮັບຈາກພຣະເຈົ້າ ເຈົ້າທັງຫລາຍບໍ່ໄດ້ເປັນເຈົ້າຂອງຕົວເຈົ້າເອງ.
20
ພຣະເຈົ້າໄດ້ຊົງຊື້ພວກເຈົ້າມາດ້ວຍລາຄາສູງ. ສະນັ້ນ ຈົ່ງຖວາຍພຣະກຽດແກ່ພຣະເຈົ້າດ້ວຍຮ່າງກາຍຂອງຕົນ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16