bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Corinthians 2
2 Corinthians 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 3 →
1
ດັ່ງນັ້ນ ເຮົາຈຶ່ງໄດ້ຕັ້ງໃຈທີ່ຈະບໍ່ມາຫາພວກເຈົ້າອີກ ເມື່ອມີຄວາມທຸກໂສກຢູ່.
2
ເພາະວ່າ ຖ້າເຮົາເຮັດໃຫ້ພວກເຈົ້າທຸກໂສກແລ້ວ ແມ່ນຜູ້ໃດຈະເຮັດໃຫ້ເຮົາຊົມຊື່ນຍິນດີ? ກໍແມ່ນຜູ້ທີ່ເຮົາໄດ້ເຮັດໃຫ້ທຸກໂສກນັ້ນແຫຼະ.
3
ແລະເຮົາໄດ້ຂຽນຂໍ້ຄວາມນັ້ນເພື່ອວ່າເມື່ອເຮົາມາ ເຮົາຈະບໍ່ໄດ້ຄວາມທຸກໂສກຈາກຄົນເຫຼົ່ານັ້ນທີ່ຄວນຈະເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີ. ເຮົາໄວ້ໃຈພວກເຈົ້າວ່າ, ຄວາມຍິນດີຂອງເຮົາກໍເປັນຄວາມຍິນດີຂອງເຈົ້າທັງຫລາຍດ້ວຍ.
4
ເຮົາໄດ້ຂຽນມາເຖິງພວກເຈົ້າ ດ້ວຍຄວາມລຳບາກຍິ່ງ ແລະຄວາມເສົ້າໂສກຢ່າງໜັກ ແລະດ້ວຍນໍ້າຕາຫລັ່ງໄຫລ, ຈຸດປະສົງຂອງເຮົາບໍ່ແມ່ນເພື່ອຈະເຮັດໃຫ້ພວກເຈົ້າເສົ້າໂສກ, ແຕ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກວ່າ ເຮົາຮັກພວກເຈົ້າທຸກຄົນຫລາຍເທົ່າໃດ.
5
ຖ້າຜູ້ໃດເປັນຕົ້ນເຫດເຮັດໃຫ້ເກີດຄວາມເສົ້າໂສກ ຜູ້ນັ້ນກໍບໍ່ໄດ້ເຮັດໃຫ້ເຮົາຄົນດຽວ ແຕ່ໄດ້ເຮັດໃຫ້ບາງຄົນໃນພວກເຈົ້າເສົ້າໂສກດ້ວຍ. (ການທີ່ເຮົາກ່າວວ່າບາງຄົນນັ້ນ ກໍເພາະວ່າເຮົາບໍ່ຢາກເວົ້າໃສ່ຄົນນັ້ນໜັກຈົນເກີນໄປ).
6
ການທີ່ຄົນຢ່າງນັ້ນຖືກລົງໂທດໂດຍຄົນສ່ວນຫລາຍ ກໍເປັນການພຽງພໍແລ້ວ.
7
ດັ່ງນັ້ນ ພວກເຈົ້າຄວນຍົກໂທດໃຫ້ລາວແລະໜູນໃຈລາວ ເພື່ອບໍ່ໃຫ້ລາວຈົມລົງໃນຄວາມເສົ້າໂສກອັນເຫລືອລົ້ນ.
8
ສະນັ້ນ ເຮົາຈຶ່ງຂໍຮ້ອງພວກເຈົ້າໃຫ້ສະແດງຄວາມຮັກຕໍ່ລາວຢ່າງແທ້ຈິງ.
9
ນີ້ແຫຼະ ແມ່ນເຫດຜົນທີ່ເຮົາໄດ້ຂຽນມາເຖິງພວກເຈົ້າ ເພື່ອຢາກຈະລອງເບິ່ງວ່າ ພວກເຈົ້າຈະຍອມເຊື່ອຟັງຂໍ້ແນະນຳຂອງເຮົາທຸກປະການຫລືບໍ່.
10
ເມື່ອພວກເຈົ້າຍົກໂທດໃຫ້ຜູ້ໃດ ເຮົາກໍຈະຍົກໂທດໃຫ້ຜູ້ນັ້ນເໝືອນກັນ. ດ້ວຍວ່າ, ເມື່ອເຮົາຍົກໂທດໃຫ້ຜູ້ໃດແລ້ວ ເຮົາກໍຍົກໂທດໃຫ້ຜູ້ນັ້ນ. ເພາະເຫັນແກ່ເຈົ້າທັງຫລາຍຕໍ່ໜ້າພຣະຄຣິດ
11
ເພື່ອບໍ່ໃຫ້ມານຊາຕານມີໄຊເໜືອພວກເຮົາ ເພາະວ່າພວກເຮົາຮູ້ແຜນການຂອງມັນແລ້ວ.
12
ເມື່ອເຮົາໄປເຖິງເມືອງໂທອາດ ເພື່ອປະກາດຂ່າວປະເສີດ ເລື່ອງພຣະຄຣິດນັ້ນ ອົງພຣະຜູ້ເປັນເຈົ້າໄດ້ໄຂຊ່ອງທາງໃຫ້ແກ່ເຮົາ.
13
ແຕ່ເຖິງປານນັ້ນ ເຮົາກໍບໍ່ສະບາຍໃຈ ເພາະເຮົາບໍ່ໄດ້ພົບຕີໂຕພີ່ນ້ອງຂອງພວກເຮົາ ເຮົາຈຶ່ງອຳລາຄົນຢູ່ໃນທີ່ນັ້ນ ແລະເດີນທາງໄປສູ່ແຂວງມາເກໂດເນຍ.
14
ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ຜູ້ຊົງໂຜດນຳເຮົາທຸກເວລາຕໍ່ໄປ ຕາມຂະບວນຝ່າຍຄວາມໄຊຊະນະໂດຍພຣະຄຣິດ ແລະຊົງໂຜດປະທານກິ່ນຫອມຂອງຄວາມຮູ້ຈັກພຣະອົງ ໃຫ້ປາກົດດ້ວຍເຮົາໃນທຸກບ່ອນ.
15
ດ້ວຍວ່າ, ພວກເຮົາເປັນດັ່ງກິ່ນຫອມຫວານທີ່ພຣະຄຣິດຖວາຍແກ່ພຣະເຈົ້າ ໃນທ່າມກາງພວກທີ່ຖືກຊົງໂຜດຊ່ວຍໃຫ້ພົ້ນ ແລະໃນທ່າມກາງພວກທີ່ກຳລັງຈິບຫາຍໄປ.
16
ສຳລັບພວກທີ່ກຳລັງຈິບຫາຍໄປນັ້ນ ແມ່ນກິ່ນເໝັນແຫ່ງຄວາມຕາຍທີ່ນຳໄປສູ່ຄວາມຕາຍ ສຳລັບພວກທີ່ຖືກໂຜດຊ່ວຍໃຫ້ພົ້ນນັ້ນ ແມ່ນກິ່ນຫອມຫວານແຫ່ງຊີວິດທີ່ນຳໄປສູ່ຊີວິດ. ຜູ້ໃດໜໍ ຈະເປັນຜູ້ທີ່ຄູ່ຄວນກັບພາລະກິດເຊັ່ນນີ້?
17
ພວກເຮົາບໍ່ຄືຫລາຍຄົນ ທີ່ເຮັດກັບຖ້ອຍຄຳຂອງພຣະເຈົ້າ ເປັນເໝືອນສິນຄ້າຊື້ຂາຍລາຄາຖືກໆ ແຕ່ເພາະພຣະເຈົ້າໄດ້ໃຊ້ພວກເຮົາມາ ພວກເຮົາຈຶ່ງກ່າວດ້ວຍຄວາມຈິງໃຈຊ້ອງໜ້າພຣະອົງ ເໝືອນຢ່າງຜູ້ຮັບໃຊ້ຂອງພຣະຄຣິດ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13