bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Corinthians 3
2 Corinthians 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 4 →
1
ພວກເຮົາກຳລັງຍ້ອງຍໍພວກເຮົາເອງອີກບໍ? ຫລືວ່າພວກເຮົາຕ້ອງການໜັງສືແນະນຳຕົວມາໃຫ້ພວກເຈົ້າເໝືອນຢ່າງບາງຄົນບໍ? ຫລືເຮົາຕ້ອງການໜັງສືແນະນຳຕົວຈາກພວກເຈົ້າບໍ?
2
ແມ່ນພວກເຈົ້າເອງທີ່ເປັນໜັງສືແນະນຳຕົວສຳລັບພວກເຮົາ ຊຶ່ງຈາລຶກໄວ້ໃສ່ຫົວໃຈຂອງພວກເຮົາໃຫ້ທຸກຄົນໄດ້ຮູ້ແລະໄດ້ອ່ານ
3
ແລະເປັນທີ່ຈະແຈ້ງແລ້ວວ່າ ພວກເຈົ້າເປັນຕົວໜັງສືທີ່ມາຈາກພຣະຄຣິດ ທີ່ພວກເຮົາເປັນຜູ້ຂຽນ ຊຶ່ງບໍ່ໄດ້ຂຽນດ້ວຍນໍ້າມຶກ ແຕ່ຂຽນດ້ວຍພຣະວິນຍານຂອງພຣະເຈົ້າອົງຊົງຊີວິດຢູ່ ແລະບໍ່ໄດ້ຂຽນໃສ່ແຜ່ນຫີນ ແຕ່ຂຽນໃສ່ຫົວໃຈຂອງມະນຸດ.
4
ພວກເຮົາກ່າວເຊັ່ນນີ້ກໍເພາະວ່າ ພວກເຮົາມີຄວາມໝັ້ນໃຈໃນພຣະເຈົ້າໂດຍທາງພຣະຄຣິດ.
5
ທີ່ຈິງແລ້ວ ພວກເຮົາບໍ່ໄດ້ຖືສິ່ງໃດວ່າເກີດມາຈາກຄວາມສາມາດຂອງພວກເຮົາເອງ, ແຕ່ຄວາມສາມາດທີ່ພວກເຮົາມີນັ້ນ ແມ່ນມາຈາກພຣະເຈົ້າ.
6
ເພາະແມ່ນພຣະອົງທີ່ໄດ້ເຮັດໃຫ້ພວກເຮົາສາມາດເປັນຜູ້ຮັບໃຊ້ພັນທະສັນຍາໃໝ່ ຊຶ່ງບໍ່ແມ່ນປະກອບດ້ວຍຕົວໜັງສື ແຕ່ດ້ວຍພຣະວິນຍານ. ດ້ວຍວ່າ, ຕົວໜັງສືປະຫານໃຫ້ຕາຍ ແຕ່ພຣະວິນຍານນັ້ນ ຊົງປະທານໃຫ້ມີຊີວິດ.
7
ແຕ່ຖ້າການປະຕິບັດທີ່ນຳໄປເຖິງຄວາມຕາຍ ຄືການປະຕິບັດຕາມຕົວອັກສອນ ຊຶ່ງຊົງຈາລຶກໄວ້ທີ່ແຜ່ນຫີນນັ້ນຍັງມາດ້ວຍຣັດສະໝີ ເຖິງແມ່ນວ່າເປັນຣັດສະໝີທີ່ຈາງຫາຍໄປ ກໍຍັງເຮັດໃຫ້ພວກອິດສະຣາເອນເບິ່ງໜ້າຂອງໂມເຊບໍ່ໄດ້.
8
ການປະຕິບັດຕາມພຣະວິນຍານ ກໍມີສະຫງ່າຣາສີອັນຍິ່ງໃຫຍ່ກວ່ານັ້ນອີກຈັກເທົ່າໃດໜໍ
9
ຖ້າການປະຕິບັດທີ່ນຳການຕັດສິນລົງໂທດ ຍັງມີສະຫງ່າຣາສີ ການປະຕິບັດທີ່ນຳສູ່ຄວາມຊອບທຳ ກໍຍິ່ງມີສະຫງ່າຣາສີລື່ນກວ່ານັ້ນອີກຈັກເທົ່າໃດໜໍ
10
ຄວາມຈິງແລ້ວ ສະຫງ່າຣາສີທີ່ໄດ້ເຄີຍສ່ອງແສງເຫຼື້ອມໃສໃນອະດີດນັ້ນ ໄດ້ຈາງຫາຍໄປແລ້ວ ເພາະມີສະຫງ່າຣາສີທີ່ຍິ່ງໃຫຍ່ກວ່າ.
11
ດ້ວຍວ່າ, ຖ້າສິ່ງທີ່ຈາງຫາຍໄປ ຍັງມີສະຫງ່າຣາສີເຖິງພຽງນັ້ນ ສິ່ງທີ່ເປັນຢູ່ຕະຫລອດໄປ ກໍຍິ່ງມີສະຫງ່າຣາສີລື່ນກວ່ານັ້ນອີກຈັກເທົ່າໃດໜໍ.
12
ເຫດສະນັ້ນ ໃນເມື່ອພວກເຮົາມີຄວາມຫວັງຢ່າງນີ້ ພວກເຮົາກໍມີໃຈກ້າຫລາຍຂຶ້ນ.
13
ພວກເຮົາບໍ່ເປັນເໝືອນໂມເຊ ທີ່ຕ້ອງເອົາຜ້າປົກໜ້າຂອງຕົນເອງໄວ້ ເພື່ອຊາວອິດສະຣາເອນຈະບໍ່ໄດ້ເຫັນແສງອັນສະຫງ່າຣາສີທີ່ກຳລັງຈາງລົງ ແລະສູນຫາຍໄປນັ້ນ.
14
ແຕ່ຈິດໃຈຂອງພວກເຂົາປຶກຕັນແທ້ຈິງຈົນເຖິງທຸກວັນນີ້ ເມື່ອພວກເຂົາອ່ານໜັງສືແຫ່ງພັນທະສັນຍາເດີມ ຈິດໃຈຂອງພວກເຂົາກໍຍັງຖືກປົກຄຸມຢູ່ດ້ວຍຜ້າປົກໜ້າຢ່າງດຽວກັນ ເພາະຜ້າປົກໜ້ານັ້ນຖືກເປີດອອກໂດຍພຣະຄຣິດເທົ່ານັ້ນ.
15
ແມ່ນວ່າໃນປະຈຸບັນນີ້ ເມື່ອໃດທີ່ພວກເຂົາອ່ານກົດບັນຍັດຂອງໂມເຊ ຜ້າປົກໜ້ານັ້ນ ກໍຍັງປົກຄຸມຈິດໃຈຂອງພວກເຂົາຢູ່.
16
ແຕ່ວ່າ ເມື່ອໃດເພິ່ນຫລົບເຂົ້າໄປເຝົ້າອົງພຣະຜູ້ເປັນເຈົ້າ ຜ້າປົກນັ້ນຈຶ່ງເປີດອອກເສຍ.
17
ບັດນີ້ຄຳວ່າ, “ອົງພຣະຜູ້ເປັນເຈົ້າ” ນັ້ນແມ່ນພຣະວິນຍານ ແລະທີ່ໃດມີພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຢູ່ນຳ ທີ່ນັ້ນກໍມີເສລີພາບ.
18
ແຕ່ເຮົາທັງຫລາຍບໍ່ມີຜ້າປົກໜ້າແລ້ວ ຕົວພວກເຮົາຈຶ່ງສະທ້ອນແສງແຫ່ງພຣະສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ແລະພຣະສະຫງ່າຣາສີທີ່ມາຈາກອົງພຣະຜູ້ເປັນເຈົ້າ ຊຶ່ງເປັນພຣະວິນຍານນັ້ນ ກໍຊົງເຮັດໃຫ້ເຮົາທັງຫລາຍປ່ຽນມີລັກສະນະເໝືອນພຣະອົງ ໂດຍມີສະຫງ່າຣາສີເປັນລຳດັບຂຶ້ນໄປ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13