bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Corinthians 9
2 Corinthians 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 10 →
1
ເຮົາບໍ່ຈຳເປັນຂຽນຫາພວກເຈົ້າເຖິງການສົງເຄາະ ທີ່ສົ່ງໄປຊ່ວຍເຫລືອໄພ່ພົນຂອງພຣະເຈົ້າ.
2
ເຮົາຮູ້ວ່າ ພວກເຈົ້າມີໃຈພ້ອມແລ້ວທີ່ຢາກຊ່ວຍເຫລືອ ແລະເຮົາໄດ້ເວົ້າອວດອ້າງເລື່ອງຂອງພວກເຈົ້າສູ່ຊາວມາເກໂດເນຍ ວ່າ, ພວກພີ່ນ້ອງໃນແຂວງອະຂາຢາ ພ້ອມທີ່ຈະຊ່ວຍເຫລືອແຕ່ປີກາຍແລ້ວ ຄວາມກະຕືລືລົ້ນຂອງພວກເຈົ້າໄດ້ຊຸກຍູ້ຈິດໃຈພວກເຂົາຫລາຍທີ່ສຸດ.
3
ບັດນີ້ ເຮົາໃຊ້ພີ່ນ້ອງເຫຼົ່ານີ້ໄປ ເພື່ອວ່າຄຳເວົ້າອວດອ້າງຂອງເຮົາເຖິງເລື່ອງພວກເຈົ້ານັ້ນ ຈະບໍ່ກາຍເປັນຄຳເປົ່າໆ, ແຕ່ຕາມທີ່ເຮົາໄດ້ເວົ້າມານັ້ນ ພວກເຈົ້າຄົງຈະໄດ້ຈັດຕຽມເຄື່ອງສົງເຄາະໄວ້ພ້ອມແລ້ວ.
4
ບໍ່ດັ່ງນັ້ນ ຖ້າຊາວມາເກໂດເນຍບາງຄົນມາກັບເຮົາ ແລະເຫັນວ່າເຈົ້າທັງຫລາຍບໍ່ໄດ້ຈັດແຈງໄວ້ພ້ອມ ຕາມທີ່ເຮົາໄດ້ຕາຍໃຈເຊື່ອນັ້ນ ຢ່າວ່າແຕ່ພວກເຈົ້າຈະຖືກອັບອາຍຂາຍໜ້າ, ແຕ່ເຮົາເອງກໍຈະຖືກອັບອາຍຂາຍໜ້າເໝືອນກັນ.
5
ດັ່ງນັ້ນ ເຮົາຈຶ່ງເຫັນວ່າ ຈຳເປັນຕ້ອງວອນຂໍພີ່ນ້ອງເຫຼົ່ານັ້ນ ໃຫ້ໄປຫາພວກເຈົ້າກ່ອນເຮົາ ເພື່ອຕຽມເຄື່ອງບໍລິຈາກໄວ້ຕາມທີ່ພວກເຈົ້າໄດ້ສັນຍາ ແລ້ວສິ່ງນັ້ນກໍຄົງຈະໄດ້ມີໄວ້ພ້ອມ ເມື່ອເຮົາໄປເຖິງ ອັນຈະເປັນການສະແດງໃຫ້ເຫັນວ່າ ພວກເຈົ້າມີນໍ້າໃຈຢາກຖວາຍບໍ່ແມ່ນດ້ວຍຄວາມຂືນໃຈ.
6
ດັ່ງນີ້ແຫລະ ຄົນທີ່ຫວ່ານພຽງເລັກນ້ອຍ ກໍເກັບກ່ຽວໄດ້ພຽງເລັກນ້ອຍ ແລະຄົນທີ່ຫວ່ານຫລາຍກໍເກັບກ່ຽວໄດ້ຫລາຍ.
7
ທຸກຄົນຈົ່ງໃຫ້ຕາມທີ່ຕົນໄດ້ຄິດໝາຍໄວ້ໃນໃຈ ບໍ່ແມ່ນໃຫ້ດ້ວຍຄິດເສຍດາຍ ຫລືດ້ວຍຂືນໃຈໃຫ້ ເຫດວ່າພຣະເຈົ້າຊົງຮັກຄົນນັ້ນ ທີ່ໃຫ້ດ້ວຍຊື່ນໃຈຍິນດີ.
8
ແລະພຣະເຈົ້າຊົງຣິດສາມາດປະທານພຣະຄຸນອັນອຸດົມທຸກຢ່າງແກ່ເຈົ້າທັງຫລາຍ ເພື່ອໃຫ້ພວກເຈົ້າມີທຸກສິ່ງທຸກຢ່າງພຽງພໍສຳລັບຕົວຢູ່ສະເໝີ ທັງຈະມີສິ່ງຂອງບໍຣິບູນສຳລັບການງານດີທຸກຢ່າງດ້ວຍ.
9
ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເພິ່ນບໍລິຈາກໃຫ້ແກ່ຜູ້ຂັດສົນ ດ້ວຍໃຈກວ້າງຂວາງ ຄວາມຊອບທຳຂອງເພິ່ນ ກໍຕັ້ງຢູ່ເປັນນິດ.”
10
ຝ່າຍພຣະອົງ ຜູ້ຊົງປະທານແນວປູກໃຫ້ແກ່ຜູ້ຫວ່ານ ກັບທັງອາຫານສຳລັບກິນ ຈະຊົງປະທານແນວປູກໃຫ້ແກ່ເຈົ້າທັງຫລາຍ ທັງຈະຊົງບັນດານໃຫ້ແນວປູກນັ້ນທະວີຫລາຍຂຶ້ນ ຊໍ້າຈະຊົງບັນດານໃຫ້ຜົນແຫ່ງຄຸນຄວາມດີຂອງພວກເຈົ້ານັ້ນຈະເລີນຂຶ້ນ
11
ໂດຍຊົງໂຜດໃຫ້ເຈົ້າທັງຫລາຍຮັ່ງມີ ດ້ວຍສິ່ງຂອງຢ່າງບໍລິບູນ ເພື່ອໃຫ້ພວກເຈົ້າມີຂອງແຈກຢາຍຢ່າງກວ້າງຂວາງ ຊຶ່ງເຮົາໄດ້ນຳໄປແຈກຢາຍ ຈຶ່ງເປັນເຫດໃຫ້ເກີດການໂມທະນາຂອບພຣະຄຸນຕໍ່ພຣະເຈົ້າ.
12
ເພາະວ່າ ການຮັບໃຊ້ໃນການບົວລະບັດ ບໍ່ແມ່ນເປັນການຊ່ວຍພວກໄພ່ພົນຂອງພຣະອົງ ທີ່ຂາດເຂີນເທົ່ານັ້ນ, ແຕ່ຍັງເປັນເຫດໃຫ້ມີການໂມທະນາຂອບພຣະຄຸນພຣະເຈົ້າຫລວງຫລາຍອີກດ້ວຍ.
13
ແລະເນື່ອງຈາກຜົນແຫ່ງການບົວລະບັດນັ້ນ ພວກເຂົາຈຶ່ງສັນລະເສີນພຣະເຈົ້າ ໂດຍເຫດທີ່ເຈົ້າທັງຫລາຍຍອມຟັງ ແລະຕັ້ງໃຈຢູ່ໃນອຳນາດຂ່າວປະເສີດເລື່ອງພຣະຄຣິດ ແລະເພາະເຫດພວກເຈົ້າໄດ້ແຈກຈ່າຍແກ່ພວກເຂົາ ແລະແກ່ຄົນທັງປວງດ້ວຍໃຈກວ້າງຂວາງ.
14
ຝ່າຍພວກເຂົາກໍຈະຮັກແພງ ແລະພາວັນນາອະທິຖານເພື່ອເຈົ້າທັງຫລາຍ ເພາະເຫດພຣະຄຸນຂອງພຣະເຈົ້າ ທີ່ສະຖິດຢູ່ໃນພວກເຈົ້າຢ່າງລົ້ນເຫລືອ.
15
ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ເພາະຂອງພຣະຣາຊທານ ອັນເຫຼືອທີ່ຈະພັນລະນາໃຫ້ສິ້ນສຸດໄດ້.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13