bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Corinthians 7
2 Corinthians 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 8 →
1
ບັນດາເພື່ອນທີ່ຮັກຂອງເຮົາເອີຍ, ເມື່ອພວກເຮົາມີພຣະສັນຍາໃໝ່ດັ່ງນີ້ແລ້ວ ຈົ່ງໃຫ້ພວກເຮົາຊຳລະຕົວຈາກທຸກສິ່ງ ທີ່ເຮັດໃຫ້ຮ່າງກາຍແລະຈິດວິນຍານເປັນມົນທິນ ແລະຈົ່ງເຮັດໃຫ້ມີຄວາມບໍຣິສຸດຢ່າງຄົບຖ້ວນ ໂດຍຄວາມຢຳເກງພຣະເຈົ້າ.
2
ຈົ່ງເປີດໃຈຂອງພວກເຈົ້າອອກໃຫ້ກວ້າງ ໄວ້ຕ້ອນຮັບພວກເຮົາເຖີດ ພວກເຮົາບໍ່ໄດ້ເຮັດຜິດຄິດຮ້າຍຕໍ່ຜູ້ໃດ ພວກເຮົາບໍ່ໄດ້ທຳລາຍຜູ້ໃດ ທັງບໍ່ໄດ້ຊອກເອົາລັດເອົາປຽບຜູ້ໃດຈັກເທື່ອ.
3
ເຮົາກ່າວຢ່າງນີ້ ກໍບໍ່ແມ່ນເພື່ອຈະໃສ່ໂທດພວກເຈົ້າ ເພາະເຮົາໄດ້ບອກແລ້ວວ່າ, ເຈົ້າທັງຫລາຍຢູ່ໃນໃຈຂອງເຮົາ ຄືຈະຕາຍ ຫລືຈະເປັນກໍຢູ່ດ້ວຍກັນ.
4
ເຮົາມີຄວາມໄວ້ໃຈ ແລະພາກພູມໃຈໃນພວກເຈົ້າຢ່າງຫລວງຫລາຍ ເຮົາໄດ້ຮັບຄວາມຊູໃຈຢ່າງບໍລິບູນ ແລະໃນຄວາມທຸກລຳບາກຂອງເຮົາທຸກຢ່າງ ເຮົາກໍຍັງມີຄວາມຊົມຊື່ນຍິນດີຢ່າງລົ້ນເຫຼືອ.
5
ເພາະເຖິງແມ່ນວ່າ ພວກເຮົາໄດ້ມາເຖິງແຂວງມາເກໂດເນຍແລ້ວກໍຕາມ ຮ່າງກາຍຂອງພວກເຮົາກໍບໍ່ໄດ້ພັກຜ່ອນ ເພາະມີຄວາມທຸກລຳບາກຢູ່ອ້ອມຂ້າງ, ພາຍນອກມີການຕໍ່ສູ້ ແລະພາຍໃນກໍມີຄວາມຢ້ານກົວ.
6
ແຕ່ພຣະເຈົ້າ ອົງຊົງໜູນໃຈຜູ້ທີ່ໂສກເສົ້າ ຊົງໂຜດໜູນໃຈພວກເຮົາດ້ວຍການທີ່ໃຫ້ຕີໂຕມາເຖິງພວກເຮົາ.
7
ແລະບໍ່ພຽງແຕ່ການມາຂອງຕີໂຕເທົ່ານັ້ນ, ແຕ່ດ້ວຍການທີ່ພວກເຈົ້າໄດ້ຊູໃຈຂອງຕີໂຕອີກດ້ວຍ ຕາມທີ່ຕີໂຕໄດ້ມາເລົ່າໃຫ້ຟັງເຖິງຄວາມອາໄລ ແລະຄວາມໂສກເສົ້າຂອງເຈົ້າທັງຫລາຍ ກັບທັງໃຈຮ້ອນຮົນຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີທະວີຂຶ້ນ.
8
ເພາະເຖິງແມ່ນຈົດໝາຍຂອງເຮົາສະບັບນັ້ນ ໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍຕາມ ເຮົາກໍບໍ່ກິນແໜງ ເຖິງແມ່ນວ່າເຮົາໄດ້ກິນແໜງແດ່ແລ້ວກໍຕາມ ເພາະເຮົາເຫັນວ່າ ຈົດໝາຍສະບັບນັ້ນໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍພຽງແຕ່ຊົ່ວຄາວເທົ່ານັ້ນ.
9
ບັດນີ້ ເຮົາມີຄວາມຊົມຊື່ນຍິນດີ ບໍ່ແມ່ນເພາະຄວາມທຸກໃຈຂອງເຈົ້າທັງຫລາຍ, ແຕ່ເພາະຄວາມທຸກໃຈນັ້ນ ເປັນເຫດໃຫ້ພວກເຈົ້າກັບໃຈເສຍໃໝ່ ເພາະວ່າພວກເຈົ້າໄດ້ຮັບຄວາມທຸກໃຈຢ່າງທີ່ຊອບພຣະໄທພຣະເຈົ້າ ຈຶ່ງບໍ່ໄດ້ຮັບຜົນຮ້າຍຈາກເຮົາຈັກຢ່າງ.
10
ດ້ວຍວ່າ, ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ຍ່ອມເຮັດໃຫ້ກັບໃຈເສຍໃໝ່ ຊຶ່ງນຳໄປສູ່ຄວາມພົ້ນໂດຍບໍ່ຄວນກິນແໜງ, ແຕ່ຄວາມທຸກໃຈຕາມຢ່າງໂລກນັ້ນ ຍ່ອມນຳໄປເຖິງຄວາມຕາຍ.
11
ຈົ່ງພິຈາລະນາເບິ່ງວ່າ ການທີ່ເຈົ້າທັງຫລາຍໄດ້ທຸກໃຈ ຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ໄດ້ເຮັດໃຫ້ພວກເຈົ້າເກີດມີຄວາມຂະຫຍັນຂັນແຂງຫລາຍເທົ່າໃດ ເອົາໃຈໃສ່ທີ່ຈະແກ້ຕົວຫລາຍເທົ່າໃດ ຄວາມເຄືອງໃຈ ຄວາມຕື່ນຕົວ ຄວາມອາໄລ ຄວາມຮ້ອນຮົນ ແລະການລົງໂທດຕອບແທນຫລາຍເທົ່າໃດ ໃນທຸກສິ່ງເຫຼົ່ານີ້ ເຈົ້າທັງຫລາຍໄດ້ສະແດງຕົວວ່າ ເປັນຄົນບໍ່ມີຜິດໃນການນັ້ນແລ້ວ.
12
ເຫດສະນັ້ນ ແມ່ນວ່າເຮົາໄດ້ຂຽນມາເຖິງເຈົ້າທັງຫລາຍ ກໍບໍ່ແມ່ນຍ້ອນຜູ້ທີ່ໄດ້ເຮັດຜິດ ຫລືຍ້ອນຜູ້ທີ່ຖືກຜິດນັ້ນ ແຕ່ເພື່ອຄວາມຂະຫຍັນຂັນແຂງ ທີ່ພວກເຈົ້າມີຕໍ່ເຮົານັ້ນ ຈະໄດ້ປາກົດແກ່ເຈົ້າທັງຫລາຍຊ້ອງພຣະພັກພຣະເຈົ້າ.
13
ໂດຍເຫດນີ້ ເຮົາຈຶ່ງມີຄວາມຊູໃຈ. ນອກຈາກຄວາມຊູໃຈຂອງເຮົານັ້ນ ເຮົາມີຄວາມຊົມຊື່ນຍິນດີຢ່າງເຫລືອລົ້ນ ເພາະຍ້ອນຄວາມຍິນດີຂອງຕີໂຕ ໃນການທີ່ພວກເຈົ້າໄດ້ເຮັດໃຫ້ຈິດໃຈຂອງຕີໂຕສະຫງົບລົງ.
14
ເຮົາໄດ້ເວົ້າອວດເຖິງເລື່ອງຂອງພວກເຈົ້າສູ່ຕີໂຕ ແລະພວກເຈົ້າກໍບໍ່ໄດ້ເຮັດໃຫ້ເຮົາຜິດຫວັງ ພວກເຮົາໄດ້ກ່າວຄວາມຈິງແກ່ພວກເຈົ້າຢູ່ສະເໝີສັນໃດ ການທີ່ພວກເຮົາເວົ້າອວດເຖິງເລື່ອງການເຊື່ອຟັງຂອງພວກເຈົ້າສູ່ຕີໂຕ ກໍກາຍເປັນຄວາມຈິງສັນນັ້ນ.
15
ດັ່ງນັ້ນ ຄວາມຮັກຂອງຕີໂຕ ທີ່ມີຕໍ່ພວກເຈົ້າຈຶ່ງຫລາຍຍິ່ງຂຶ້ນ ເມື່ອເພິ່ນລະນຶກເຖິງການເຊື່ອຟັງຂອງພວກເຈົ້າທຸກຄົນ ແລະການທີ່ພວກເຈົ້າໄດ້ຮັບຕ້ອນເພິ່ນດ້ວຍຄວາມຢຳເກງຈົນຕົວສັ່ນ.
16
ເຮົາມີຄວາມຊື່ນຊົມຍິນດີຢ່າງເຫລືອລົ້ນ ເພາະເຮົາເຊື່ອໝັ້ນໃນພວກເຈົ້າໄດ້ທຸກຢ່າງ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13