bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Daniel 1
Daniel 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 2 →
1
ໃນປີທີສາມ ທີ່ເຈົ້າເຢໂຮຍອາກິມໄດ້ເປັນກະສັດແຫ່ງຢູດາຍ ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ໂຈມຕີນະຄອນເຢຣູຊາເລັມ ແລະອ້ອມເມືອງໄວ້.
2
ອົງພຣະຜູ້ເປັນເຈົ້າໄດ້ໃຫ້ກະສັດເນບູກາດເນັດຊາຈັບກະສັດເຢໂຮຍອາກິມ ແລະຢຶດເອົາເຄຶ່ອງໃຊ້ບາງຢ່າງໃນວິຫານຂອງພຣະເຈົ້າໄປ. ເພິ່ນໄດ້ຈັບເອົາຊະເລີຍບາງຄົນກັບຄືນໄປທີ່ວິຫານພະຂອງເພິ່ນໃນບາບີໂລນ ແລະເອົາຊັບສົມບັດທີ່ຢຶດໄດ້ນັ້ນໄປເກັບໄວ້ໃນຄັງພະຂອງຕົນທີ່ວິຫານ.
3
ກະສັດໄດ້ສັ່ງອັດຊະເປນັດ ຜູ້ເປັນຫົວໜ້າບັນດາຂ້າຣາຊການຂອງຕົນ ໃຫ້ເລືອກເຟັ້ນເອົາຊາຍໜຸ່ມຈາກພວກອິດສະຣາເອນພັດຖິ່ນບາງຄົນ ທີ່ເປັນເຊື້ອສາຍໃນຄອບຄົວຂອງກະສັດ ແລະໃນຄອບຄົວຂອງເຈົ້ານາຍຂຸນນາງ.
4
ຄົນເຫຼົ່ານີ້ຈະຕ້ອງເປັນຜູ້ສະຫງ່າງາມ, ມີຄວາມສະຫລຽວສະຫລາດ, ໄດ້ຮັບການຝຶກຫັດເປັນຢ່າງດີ, ມີປັນຍາສ້ຽມແຫລມ ແລະມີສຸຂະພາບສົມບູນດີ, ເພື່ອວ່າພວກເຂົາຈະມີຄຸນສົມບັດເຂົ້າຮັບໃຊ້ໃນຣາຊສຳນັກ. ອັດຊະເປນັດຈະເປັນຜູ້ທີ່ສອນພວກເຂົາໃຫ້ອ່ານແລະຂຽນພາສາບາບີໂລນ.
5
ກະສັດຍັງໄດ້ອອກຄຳສັ່ງໃຫ້ນຳເອົາອາຫານ ແລະເຫຼົ້າອະງຸ່ນຢ່າງດຽວໃນວັງ ມາໃຫ້ພວກເຂົາກິນແລະດື່ມທຸກວັນ. ຫລັງຈາກການຝຶກແອບເປັນເວລາສາມປີແລ້ວ ພວກເຂົາຈະຕ້ອງໄປປາກົດຕົວຕໍ່ໜ້າກະສັດ.
6
ໃນບັນດາຜູ້ທີ່ຖືກຄັດເລືອກເອົາເຫຼົ່ານີ້ ມີຊາວຢູດາຍລວມຢູ່ດ້ວຍ ດັ່ງນີ້: ດານີເອນ, ຮານານີຢາ, ມີຊາເອນ ແລະອາຊາຣີຢາ.
7
ຫົວໜ້າຂ້າຣາຊການໄດ້ໃສ່ຊື່ໃໝ່ໃຫ້ພວກເຂົາດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະອາເບັດເນໂກ.
8
ດານີເອນໄດ້ຕັດສິນໃຈວ່າຈະບໍ່ໃຫ້ຕົນເອງເປັນມົນທິນ ຍ້ອນກິນອາຫານແລະເຫຼົ້າອະງຸ່ນຈາກຣາຊສຳນັກ; ດັ່ງນັ້ນ ລາວຈຶ່ງຂໍຮ້ອງໃຫ້ອັດຊະເປນັດຊ່ວຍເຫລືອຕົນ
9
ແລະພຣະເຈົ້າກໍເຮັດໃຫ້ອັດຊະເປນັດມີໃຈເມດຕາຕໍ່ດານີເອນ.
10
ແຕ່ອັດຊະເປນັດຢ້ານກົວກະສັດ; ດັ່ງນັ້ນ ລາວຈຶ່ງບອກດານີເອນວ່າ, “ກະສັດເປັນຜູ້ສັ່ງໃນເລື່ອງອາຫານແລະເຄື່ອງດື່ມຂອງພວກເຈົ້າ ຖ້າພວກເຈົ້າບໍ່ຈົບງາມດັ່ງຊາຍອື່ນແລ້ວ ເພິ່ນອາດຂ້າຂ້ອຍກໍໄດ້.”
11
ດັ່ງນັ້ນ ດານີເອນຈຶ່ງໄປຫາຄົນຍາມ ທີ່ອັດຊະເປນັດໄດ້ແຕ່ງຕັ້ງໃຫ້ເປັນຜູ້ຄວບຄຸມຕົນພ້ອມກັບຮານານີຢາ, ມີຊາເອນ ແລະອາຊາຣີຢາ.
12
ດານີເອນໄດ້ກ່າວວ່າ, “ໃຫ້ເອົາແຕ່ຜັກກັບນໍ້າລ້າໆ ມາໃຫ້ພວກຂ້ອຍກິນລອງເບິ່ງຈັກສິບວັນ.
13
ແລ້ວໃຫ້ເຈົ້າທຽບສີໜ້າຂອງພວກຂ້ອຍໃສ່ກັບຊາຍໜຸ່ມອື່ນໆທີ່ກິນອາຫານຂອງກະສັດ ແລະໃຫ້ຕັດສິນໃຈເອົາຕາມທີ່ເຈົ້າເຫັນນັ້ນ.”
14
ຄົນຍາມໄດ້ຕົກລົງໃຫ້ພວກເພິ່ນລອງກິນເບິ່ງສິບວັນ.
15
ເມື່ອໝົດກຳນົດແລ້ວກໍເຫັນວ່າ, ພວກເພິ່ນມີສຸຂະພາບດີແລະແຂງແຮງກວ່າພວກທີ່ກິນອາຫານຂອງກະສັດ.
16
ສະນັ້ນ ນັບຕັ້ງແຕ່ນັ້ນມາ ຄົນຍາມຈຶ່ງໃຫ້ພວກເພິ່ນສືບຕໍ່ກິນແຕ່ຜັກກັບນໍ້າລ້າໆ ແທນທີ່ຈະກິນອາຫານທີ່ກະສັດເອົາໃຫ້.
17
ພຣະເຈົ້າໄດ້ໃຫ້ພວກຊາຍໜຸ່ມສີ່ຄົນນີ້ ມີຄວາມຮູ້ແລະຄວາມຊຳນິຊຳນານໃນດ້ານວັນນະຄະດີແລະມີສະຕິປັນຍາເປັນຢ່າງດີ. ນອກຈາກນີ້ ພຣະອົງຍັງໄດ້ໂຜດໃຫ້ດານີເອນ ຊຳນານໃນການແປນິມິດແລະແກ້ຄວາມຝັນຕ່າງໆອີກດ້ວຍ.
18
ເມື່ອຄົບສາມປີທີ່ກະສັດກຳນົດໃຫ້ ອັດຊະເປນັດກໍນຳເອົາຊາຍໜຸ່ມທັງໝົດ ເຂົ້າໄປຫາກະສັດເນບູກາດເນັດຊາ.
19
ກະສັດໄດ້ສົນທະນາກັບພວກເຂົາທຸກຄົນ ແລະເຫັນວ່າດານີເອນ, ຮານານີຢາ, ມີຊາເອນ ແລະອາຊາຣີຢາເປັນທີ່ຖືກໃຈກະສັດກວ່າຄົນອື່ນໆ. ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ເຂົ້າຮັບໃຊ້ເປັນສະມາຊິກໃນຣາຊສຳນັກ.
20
ບໍ່ວ່າບັນຫາຫລືຄຳຖາມໃດໆທີ່ກະສັດຍົກຂຶ້ນມາ ສີ່ຄົນນີ້ກໍຮູ້ດີກວ່າພວກໝໍມໍໃນອານາຈັກຂອງເພິ່ນເຖິງສິບເທົ່າ.
21
ດານີເອນໄດ້ຮັບໃຊ້ໃນຣາຊການເລື້ອຍມາ ຈົນເຖິງສະໄໝຂອງເຈົ້າໄຊຣັດ ກະສັດແຫ່ງເປີເຊຍ ຕີເອົາບາບີໂລນໄດ້.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12