bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Daniel 7
Daniel 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 8 →
1
ໃນປີທຳອິດແຫ່ງຣາຊການຂອງເຈົ້າເບັນຊັດຊາເຣ ກະສັດແຫ່ງບາບີໂລນ ຂ້າພະເຈົ້າໄດ້ຝັນ ແລະເຫັນນິມິດໃນເວລາກາງຄືນ. ສະນັ້ນ ຂ້າພະເຈົ້າຈຶ່ງບັນທຶກຄວາມຝັນນັ້ນໄວ້ ແລະຕໍ່ໄປນີ້ແມ່ນບັນທຶກຂອງຄວາມຝັນ
2
ທີ່ຂ້າພະເຈົ້າໄດ້ເຫັນໃນຄືນນັ້ນ: ໄດ້ມີລົມພັດມາຈາກທຸກທິດ ຕີໜ້ານໍ້າມະຫາສະໝຸດໃຫ້ເປັນຟອງ.
3
ແລ້ວກໍມີສັດໃຫຍ່ສີ່ໂຕຂຶ້ນມາຈາກມະຫາສະໝຸດນັ້ນ ສັດແຕ່ລະໂຕມີຮູບຮ່າງແຕກຕ່າງກັນ.
4
ໂຕທຳອິດເບິ່ງຄ້າຍຄືສິງ ແຕ່ມີປີກເໝືອນນົກອິນຊີ. ໃນຂະນະທີ່ຂ້າພະເຈົ້າຫລຽວເບິ່ງຢູ່ນັ້ນ ປີກຂອງມັນກໍຖືກຫລົກອອກ. ສັດໂຕນັ້ນຖືກຍົກຂຶ້ນ ແລະໃຫ້ຢືນຢູ່ເໝືອນຄົນ. ແລ້ວມັນກໍໄດ້ຮັບຈິດໃຈດັ່ງມະນຸດ.
5
ສັດໂຕທີສອງເບິ່ງຄ້າຍຄືໝີ ທີ່ກຳລັງຢືນຢູ່ດ້ວຍຂາຫລັງຂອງມັນ. ປາກມັນຄາບກະດູກສາມຊີກໄວ້ ແລະມີສຽງໜຶ່ງບອກມັນວ່າ, “ຈົ່ງກິນຊີ້ນຕໍ່ໄປໃຫ້ຫລາຍໆ.”
6
ໃນຂະນະທີ່ຂ້າພະເຈົ້າກຳລັງຫລຽວເບິ່ງຢູ່ນັ້ນ ກໍມີສັດອີກໂຕໜຶ່ງປາກົດຂຶ້ນມາ. ສັດໂຕນີ້ເບິ່ງຄ້າຍຄືເສືອດາວ ແຕ່ເທິງຫລັງມີສີ່ປີກເໝືອນປີກນົກ ແລະມີສີ່ຫົວ. ມັນໄດ້ຮັບສິດອຳນາດແຫ່ງການເປັນໃຫຍ່.
7
ໃນຂະນະທີ່ ຂ້າພະເຈົ້າກຳລັງເຝົ້າເບິ່ງຢູ່ນັ້ນ ກໍມີສັດໂຕທີສີ່ປາກົດຂຶ້ນມາ. ມັນມີອຳນາດຫລາຍທັງເປັນຕາຢ້ານ ແລະຮ້າຍກາດ. ດ້ວຍແຂ້ວເຫຼັກຂະໜາດໃຫຍ່ນັ້ນ ມັນໄດ້ຫຍໍ້າກິນສິ່ງທີ່ເປັນເຫຍື່ອຂອງມັນ ແລະທັງຢຽບຢໍ່າຖິ້ມ. ມັນມີສິບເຂົາແລະບໍ່ເໝືອນກັບສັດອື່ນໆ.
8
ໃນຂະນະທີ່ຂ້າພະເຈົ້າກຳລັງຈ້ອງເບິ່ງເຂົາເຫຼົ່ານັ້ນ ຂ້າພະເຈົ້າກໍເຫັນເຂົານ້ອຍໆອັນໜຶ່ງປົ່ງອອກມາຈາກເຂົາທັງໝົດ ແລະເຮັດໃຫ້ເຂົາສາມອັນໃນນັ້ນຫລ່ອນອອກ. ເຂົານ້ອຍນີ້ມີຕາເໝືອນມະນຸດ ແລະມີປາກເວົ້າຄູຍໂມ້ໂອ້ອວດຢ່າງຈອງຫອງ.
9
ໃນຂະນະທີ່ຂ້າພະເຈົ້າກຳລັງເບິ່ງຢູ່ນັ້ນ ກໍມີບັນລັງຫລາຍອັນໄດ້ຖືກນຳມາຕັ້ງໄວ້. ເພິ່ນຜູ້ມີຊີວິດຢູ່ຕະຫລອດໄປ ໄດ້ນັ່ງຢູ່ເທິງບັນລັງອັນໜຶ່ງໃນຈຳນວນບັນລັງເຫຼົ່ານີ້. ເຄື່ອງນຸ່ງຂອງເພິ່ນຂາວເໝືອນຫິມະ ຜົມຂອງເພິ່ນເໝືອນຂົນແກະບໍຣິສຸດຜຸດຜ່ອງ. ບັນລັງຂອງເພິ່ນທີ່ຢູ່ເທິງລໍ້ກໍເປັນໄຟລຸກໄໝ້ຢູ່
10
ແລະມີແປວໄຟຟົ້ງອອກຈາກທີ່ນັ້ນ. ມີຫລາຍພັນຄົນບົວລະບັດຮັບໃຊ້ເພິ່ນຢູ່ທີ່ນັ້ນ ແລະມີຫລາຍລ້ານຄົນຢືນຢູ່ຊ້ອງໜ້າເພິ່ນ. ສານເລີ່ມການພິພາກສາ ແລະໜັງສືຕ່າງໆກໍຖືກເປີດອອກ.
11
ໃນຂະນະທີ່ຂ້າພະເຈົ້າກຳລັງເບິ່ງຢູ່ນັ້ນ ກໍໄດ້ຍິນສຽງຂອງເຂົານ້ອຍເວົ້າຄຸຍໂມ້ ແລະໂອ້ອວດຂຶ້ນ. ເມື່ອຂ້າພະເຈົ້າເຝົ້າເບິ່ງຢູ່ ສັດໂຕທີສີ່ໄດ້ຖືກຂ້າ ແລະຊາກສົບຂອງມັນກໍຖືກໂຍນໃສ່ໄຟ ເພື່ອທຳລາຍຖິ້ມ.
12
ສ່ວນສັດໂຕອື່ນໆກໍຖືກປົດອອກຈາກອຳນາດ; ແຕ່ພວກມັນໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ຕໍ່ໄປ.
13
ໃນເວລາກາງຄືນລະຫວ່າງເກີດນິມິດນີ້ ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງມີຮູບຮ່າງເໝືອນມະນຸດ. ເພິ່ນຫຍັບເຂົ້າມາໃກ້ຂ້າພະເຈົ້າ ເພິ່ນມາເທິງເມກໃນສະຫວັນ ແລະເພິ່ນໄດ້ໄປຫາຜູ້ມີຊີວິດຢູ່ຕະຫລອດໄປ ແລະເຂົ້າເຝົ້າເພິ່ນ.
14
ເພິ່ນໄດ້ຮັບສິດອຳນາດ, ກຽດຕິຍົດ ແລະອຳນາດແຫ່ງການເປັນໃຫຍ່ ຈົນວ່າທຸກຊົນຊາດ, ທຸກເຊື້ອຊາດ ແລະທຸກພາສາໄດ້ຮັບໃຊ້ເພິ່ນ. ສິດອຳນາດຂອງເພິ່ນຈະດຳລົງຢູ່ຕະຫລອດໄປ ແລະອານາຈັກຂອງເພິ່ນກໍຈະບໍ່ສິ້ນສຸດເປັນຈັກເທື່ອ.
15
ນິມິດທີ່ຂ້າພະເຈົ້າໄດ້ເຫັນນັ້ນເຮັດໃຫ້ຂ້າພະເຈົ້າຕື່ນຕົກໃຈ ແລະຂ້າພະເຈົ້າກໍເປັນທຸກໃຈທີ່ສຸດ.
16
ຂ້າພະເຈົ້າຈຶ່ງຂຶ້ນໄປຫາທ່ານຜູ້ໜຶ່ງທີ່ຢືນຢູ່ທີ່ນັ້ນ ແລະຂໍຮ້ອງເພິ່ນໃຫ້ອະທິບາຍເລື່ອງທັງໝົດນີ້. ສະນັ້ນ ເພິ່ນຈຶ່ງບອກຄວາມໝາຍແກ່ຂ້າພະເຈົ້າ.
17
ເພິ່ນບອກວ່າ, “ສັດໃຫຍ່ສີ່ໂຕເຫຼົ່ານີ້ ແມ່ນອານາຈັກທັງສີ່ ທີ່ຈະເກີດຂຶ້ນໃນແຜ່ນດິນໂລກ.
18
ປະຊາຊົນຂອງພຣະເຈົ້າອົງສູງສຸດຈະໄດ້ຮັບອຳນາດແຫ່ງກະສັດ ແລະຈະຮັກສາອຳນາດນັ້ນໄວ້ໄດ້ຕະຫລອດໄປ.”
19
ແລ້ວຂ້າພະເຈົ້າກໍສົນໃຈຢາກຮູ້ເລື່ອງຕື່ມກ່ຽວກັບສັດໂຕທີສີ່ ຊຶ່ງບໍ່ເໝືອນກັບສັດໂຕອື່ນໆ ມັນເປັນສັດທີ່ໜ້າຢ້ານທີ່ສຸດ ຊຶ່ງມີເລັບທອງສຳຣິດ ແລະມີແຂ້ວເຫຼັກ. ມັນຫຍໍ້າກິນແລະຢຽບຢໍ່າທຳລາຍເຫຍື່ອຂອງມັນ.
20
ຂ້າພະເຈົ້າຢາກຮູ້ກ່ຽວກັບສິບເຂົາທີ່ຢູ່ເທິງຫົວຂອງມັນ ແລະເຂົາອັນໜຶ່ງທີ່ປົ່ງຊ້ອນອອກມາຕາມຫລັງ ຊຶ່ງເຮັດໃຫ້ສາມເຂົາຫລ່ອນອອກນັ້ນ. ເຂົາອັນນີ້ມີຕາ ແລະມີປາກເວົ້າຄູຍໂອ້ອວດຢ່າງຈອງຫອງ. ມັນເປັນໜ້າເກງກົວຫລາຍກວ່າເຂົາອື່ນໆ.
21
ໃນຂະນະທີ່ຂ້າພະເຈົ້າກຳລັງຫລຽວເບິ່ງຢູ່ນັ້ນ ເຂົາອັນນັ້ນກໍໄດ້ຮົບເສິກກັບປະຊາຊົນຂອງພຣະເຈົ້າ ແລະໄດ້ຮັບໄຊຊະນະ.
22
ແລ້ວອົງຊົງພຣະຊົນຢູ່ຕະຫລອດໄປ ກໍໄດ້ມາປະກາດຕັດສິນເຂົ້າຂ້າງ ປະຊາຊົນຂອງພຣະເຈົ້າອົງສູງສຸດ. ເວລາຂອງປະຊາຊົນຂອງພຣະເຈົ້າ ທີ່ຕ້ອງຮັບອຳນາດແຫ່ງກະສັດໄດ້ມາເຖິງແລ້ວ.
23
ຕໍ່ໄປນີ້ ແມ່ນການແກ້ຄວາມຝັນທີ່ຂ້າພະເຈົ້າໄດ້ຮັບ ດັ່ງນີ້: ສັດໂຕທີສີ່ແມ່ນຈັກກະພົບທີສີ່ທີ່ຈະເກີດຂຶ້ນເທິງແຜ່ນດິນໂລກ ແລະຈະແຕກຕ່າງຈາກຈັກກະພົບອື່ນໆທັງປວງ. ມັນຈະຢຽບຢໍ່າທຳລາຍແຜ່ນດິນໂລກທັງໝົດໃຫ້ໝຸ່ນ.
24
ສິບເຂົານັ້ນແມ່ນກະສັດສິບຄົນທີ່ຈະປົກຄອງຈັກກະພົບນັ້ນ. ແລ້ວຈະມີກະສັດອີກອົງໜຶ່ງປາກົດຕົວຂຶ້ນ; ກະສັດຄົນນີ້ຈະແຕກຕ່າງຈາກກະສັດຄົນກ່ອນຫລາຍ ແລະເພິ່ນຈະໂຄ່ນລົ້ມກະສັດສາມຄົນນັ້ນເສຍ.
25
ເພິ່ນຈະເວົ້າຕໍ່ສູ້ພຣະເຈົ້າອົງສູງສຸດ ແລະຈະຂົ່ມເຫັງປະຊາຊົນຂອງພຣະເຈົ້າ. ເພິ່ນຈະພະຍາຍາມປ່ຽນແປງກົດໝາຍ ແລະວັນສະຫລອງຕ່າງໆທາງສາສະໜາ ແລະປະຊາຊົນຂອງພຣະເຈົ້າຈະຢູ່ໃຕ້ອຳນາດຂອງເພິ່ນເປັນເວລາສາມປີເຄິ່ງ.
26
ແລ້ວສານແຫ່ງສະຫວັນກໍຈະພິພາກສາເພິ່ນ, ຈະຖອນອຳນາດຂອງເພິ່ນ ແລະຈະທຳລາຍເພິ່ນຈົນໝົດສິ້ນ.
27
ອຳນາດແລະຄວາມຍິ່ງໃຫຍ່ຂອງອານາຈັກທັງໝົດໃນແຜ່ນດິນໂລກນັ້ນ ຈະຖືກມອບໃຫ້ແກ່ປະຊາຊົນຂອງພຣະເຈົ້າອົງສູງສຸດ. ອຳນາດແຫ່ງກະສັດຂອງພວກເຂົາຈະບໍ່ສິ້ນສຸດໄປ ແລະບັນດາຜູ້ປົກຄອງທັງໝົດທີ່ເທິງແຜ່ນດິນໂລກຈະຮັບໃຊ້ແລະເຊື່ອຟັງພວກເຂົາ.
28
ນີ້ແມ່ນບົດສຸດທ້າຍຂອງເລື່ອງ. ຂ້າພະເຈົ້າຕົກໃຈຢ້ານກົວຈົນໜ້າຊີດໄປ ແຕ່ຂ້າພະເຈົ້າກໍຍັງຈື່ຈຳເລື່ອງລາວທັງໝົດນີ້ໄວ້ໄດ້.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12