bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Daniel 10
Daniel 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 11 →
1
ໃນປີທີສາມ ທີ່ເຈົ້າໄຊຣັດເປັນກະສັດແຫ່ງເປີເຊຍນັ້ນ ດານີເອນໄດ້ຮັບຖ້ອຍຄຳຈາກພຣະເຈົ້າທາງນິມິດ (ດານີເອນມີຊື່ໜຶ່ງອີກວ່າເບັນເຕຊັດຊາເຣ). ຖ້ອຍຄຳນັ້ນເປັນຄວາມຈິງ ແຕ່ເຂົ້າໃຈຍາກທີ່ສຸດ. ຖ້ອຍຄຳນີ້ໄດ້ຖືກອະທິບາຍໃຫ້ລາວຮູ້ທາງນິມິດ.
2
ໃນເວລານັ້ນ ຂ້າພະເຈົ້າໄວ້ທຸກຢູ່ເປັນເວລາສາມອາທິດ.
3
ຂ້າພະເຈົ້າບໍ່ໄດ້ກິນອາຫານແຊບ ຫລືຊີ້ນໃດໆ ບໍ່ໄດ້ດື່ມເຫຼົ້າອະງຸ່ນ ຫລືບໍ່ໄດ້ຫວີຜົມຈົນກວ່າສາມອາທິດໄດ້ຜ່ານພົ້ນໄປ.
4
ໃນວັນທີຊາວສີ່ຂອງເດືອນທຳອິດໃນປີນັ້ນ ຂ້າພະເຈົ້າໄດ້ຢືນຢູ່ແຄມແມ່ນໍ້າຕິກຣິດ.
5
ຂ້າພະເຈົ້າເງີຍໜ້າຂຶ້ນເຫັນຊາຍຜູ້ໜຶ່ງທີ່ນຸ່ງເຄື່ອງອັນສະຫງ່າງາມ ແລະຂັດສາຍແອວຄຳຈາກອູຟາດ.
6
ຕົນຕົວຂອງເພິ່ນສ່ອງແສງເປັນປະກາຍເໝືອນເພັດ. ໜ້າຂອງເພິ່ນເປັນແສງເໝືອນໄຟ. ແຂນຂາເຫລື້ອມເປັນເງົາເໝືອນທອງສຳຣິດທີ່ຂັດສີແລ້ວ ແລະສຽງຮ້ອງຂອງເພິ່ນດັງເໝືອນສຽງຮ້ອງຂອງປະຊາຊົນຈຳນວນຫລາຍ.
7
ຂ້າພະເຈົ້າຜູ້ດຽວເທົ່ານັ້ນທີ່ໄດ້ເຫັນນິມິດນີ້. ຄົນທັງຫລາຍທີ່ຢູ່ກັບຂ້າພະເຈົ້າບໍ່ໄດ້ເຫັນຫຍັງເລີຍ; ແຕ່ພວກເຂົາຢ້ານກົວແລະແລ່ນໜີໄປລີ້.
8
ມີແຕ່ຂ້າພະເຈົ້າຜູ້ດຽວເທົ່ານັ້ນທີ່ຢູ່ເບິ່ງນິມິດອັນແປກປະຫລາດນີ້. ຂ້າພະເຈົ້າບໍ່ມີເຫື່ອແຮງເຫຼືອຢູ່ເລີຍ ແລະສີໜ້າກໍປ່ຽນແປງໄປຈົນບໍ່ມີຜູ້ໃດຈື່ຂ້າພະເຈົ້າໄດ້.
9
ເມື່ອຂ້າພະເຈົ້າໄດ້ຍິນສຽງນີ້ ຂ້າພະເຈົ້າກໍໝົດສະຕິລົ້ມລົງກັບພື້ນດິນ ແລະໝູບໜ້າຢູ່ທີ່ນັ້ນ.
10
ແລ້ວມີມືໜຶ່ງໂຊມຂ້າພະເຈົ້າໃຫ້ລຸກ ໂດຍຊູຫົວເຂົ່າ ແລະມືຂອງຂ້າພະເຈົ້າຂຶ້ນ ແຕ່ຕົວກໍຍັງສັ່ນຢູ່.
11
ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ດານີເອນເອີຍ ພຣະເຈົ້າຮັກເຈົ້າ. ຈົ່ງລຸກຂຶ້ນ ແລະຕັ້ງໃຈຟັງສິ່ງທີ່ເຮົາຈະກ່າວ. ພຣະເຈົ້າໄດ້ໃຊ້ເຮົາມາຫາເຈົ້າ.” ເມື່ອເພິ່ນກ່າວດັ່ງນີ້ແລ້ວ ຂ້າພະເຈົ້າກໍລຸກຢືນຂຶ້ນແຕ່ຕົວກໍຍັງສັ່ນຢູ່.
12
ຕໍ່ມາ ເພິ່ນໄດ້ກ່າວຕໍ່ໄປວ່າ, “ດານີເອນເອີຍ ຢ່າສູ່ຢ້ານກົວເລີຍ. ມື້ທຳອິດທີ່ເຈົ້າຕັດສິນໃຈຖ່ອມຕົວລົງພາວັນນາອະທິຖານ ແລະຂໍຄວາມເຂົ້າໃຈຕໍ່ໜ້າພຣະເຈົ້າຂອງເຈົ້າ ພຣະອົງໄດ້ຮັບຟັງຄຳພາວັນນາອະທິຖານຂອງເຈົ້າແລ້ວ. ເຮົາມາກໍເພື່ອຕອບຄຳພາວັນນາອະທິຖານຂອງເຈົ້າ.
13
ເທວະດາຕົນທີ່ພິທັກຮັກສາອານາຈັກເປີເຊຍ ໄດ້ຂັດຂວາງເຮົາໄວ້ເປັນເວລາຊາວເອັດວັນ. ແລ້ວມີຄາເອນ ເທວະດາຊັ້ນຫົວໜ້າຕົນໜຶ່ງໄດ້ມາຊ່ວຍເຮົາ ເພາະເຮົາຖືກຢັບຢັ້ງໄວ້ຢູ່ໃນອານາຈັກເປີເຊຍ.
14
ເຮົາມາເພື່ອເຮັດໃຫ້ເຈົ້າເຂົ້າໃຈໃນສິ່ງທີ່ຈະເກີດຂຶ້ນກັບປະຊາຊົນຂອງເຈົ້າໃນອະນາຄົດ. ອັນນີ້ແມ່ນນິມິດກ່ຽວກັບອະນາຄົດ.”
15
ເມື່ອເພິ່ນກ່າວດັ່ງນີ້ແລ້ວ ຂ້າພະເຈົ້າກໍກົ້ມໜ້າລົງໂດຍບໍ່ເວົ້າຫຍັງ.
16
ແລ້ວເທວະດາຕົນໜຶ່ງທີ່ມີຮູບຮ່າງເໝືອນມະນຸດກໍເດ່ມືອອກມາບາຍຮິມສົບຂອງຂ້າພະເຈົ້າ. ຂ້າພະເຈົ້າຈຶ່ງເວົ້າກັບເພິ່ນທີ່ຢືນຢູ່ຂ້າງໜ້າວ່າ, “ນາຍເອີຍ ນິມິດນີ້ເຮັດໃຫ້ຂ້ານ້ອຍອ່ອນແຮງຫລາຍ ຈົນຂ້ານ້ອຍບໍ່ເຊົາສັ່ນເຊັນ.
17
ຂ້ານ້ອຍເປັນດັ່ງຂ້າທາດຄົນໜຶ່ງ ທີ່ຢືນຢູ່ຕໍ່ໜ້ານາຍຂອງຕົນ. ຂ້ານ້ອຍຈະເວົ້າກັບທ່ານໄດ້ຢ່າງໃດ? ຂ້ານ້ອຍບໍ່ມີແຮງຫລືມີລົມຫາຍໃຈເຫຼືອຢູ່ເລີຍ.”
18
ແລ້ວເພິ່ນກໍຈັບບາຍຂ້າພະເຈົ້າອີກເທື່ອໜຶ່ງ ຂ້າພະເຈົ້າຈຶ່ງຮູ້ສຶກມີແຮງຂຶ້ນ.
19
ເພິ່ນກ່າວວ່າ, “ພຣະເຈົ້າຮັກເຈົ້າ. ດັ່ງນັ້ນ ຢ່າໃຫ້ສິ່ງໃດເຮັດໃຫ້ເຈົ້າອຸກໃຈຫລືຢ້ານກົວເລີຍ.” ເມື່ອເພິ່ນໄດ້ກ່າວດັ່ງນີ້ແລ້ວ ຂ້າພະເຈົ້າກໍຮູ້ສຶກມີແຮງຂຶ້ນ ແລະເວົ້າວ່າ, “ນາຍເອີຍ ຈົ່ງບອກສິ່ງທີ່ທ່ານຈະຕ້ອງກ່າວນັ້ນສູ່ຂ້ານ້ອຍຟັງແດ່. ທ່ານໄດ້ເຮັດໃຫ້ຂ້ານ້ອຍມີແຮງຂຶ້ນແດ່ແລ້ວ.”
20
ແລ້ວເພິ່ນກໍກ່າວວ່າ, “ເຈົ້າບໍ່ຮູ້ບໍວ່າເປັນຫຍັງເຮົາຈຶ່ງມາຫາເຈົ້າ? ເຮົາມາວັນນີ້ເພື່ອເປີດເຜີຍໃຫ້ເຈົ້າຮູ້ໃນສິ່ງທີ່ມີຂຽນໄວ້ໃນໜັງສືແຫ່ງຄວາມຈິງ. ບັດນີ້ ເຮົາຈະຕ້ອງຄືນໄປຕໍ່ສູ້ກັບເທວະດາຕົນທີ່ພິທັກຮັກສາປະເທດເປີເຊຍ. ຫລັງຈາກນັ້ນແລ້ວ ເທວະດາຕົນທີ່ພິທັກຮັກສາປະເທດກຣີກ ກໍຈະມາປາກົດ. ບໍ່ມີຜູ້ໃດຊ່ວຍເຫລືອເຮົານອກຈາກມີຄາເອນ ເທວະດາຕົນທີ່ພິທັກຮັກສາ ປະເທດອິດສະຣາເອນ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12