bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Daniel 6
Daniel 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 7 →
1
ເຈົ້າດາຣິອຸດໄດ້ຕັດສິນໃຈແຕ່ງຕັ້ງເຈົ້າແຂວງ ໜຶ່ງຮ້ອຍຊາວຄົນ ໃຫ້ປົກຄອງທົ່ວອານາຈັກຂອງເພິ່ນ.
2
ນອກຈາກນີ້ແລ້ວ ເພິ່ນຍັງເລືອກເອົາດານີເອນກັບສອງຄົນອື່ນອີກ ໃຫ້ເປັນຜູ້ກວດກາຣາຊການແຜ່ນດິນ ເພື່ອດູແລແລະຮັກສາຜົນປະໂຫຍດຂອງກະສັດ.
3
ຕໍ່ມາບໍ່ເຫິງ ດານີເອນກໍໄດ້ສະແດງໃຫ້ເຫັນວ່າ ຕົນເຮັດວຽກດີກວ່າຜູ້ກວດກາຣາຊການ ແລະເຈົ້າແຂວງຄົນອື່ນໆ. ຍ້ອນດານີເອນເປັນຄົນເດັ່ນນີ້ເອງ ກະສັດຈຶ່ງພິຈາລະນາແຕ່ງຕັ້ງເພິ່ນເປັນຜູ້ຮັບຜິດຊອບທົ່ວທັງອານາຈັກ.
4
ແລ້ວຜູ້ກວດກາ ແລະເຈົ້າແຂວງຄົນອື່ນໆ ກໍພະຍາຍາມຊອກຈັບຜິດດານີເອນໃນການບໍລິຫານອານາຈັກ; ແຕ່ພວກເຂົາຈັບຜິດບໍ່ໄດ້ ເພາະດານີເອນເປັນຄົນສັດຊື່ທີ່ສຸດແລະບໍ່ໄດ້ເຮັດໃນສິ່ງທີ່ຜິດ ຫລືໃນສິ່ງທີ່ເສື່ອມເສຍໃດໆເລີຍ.
5
ພວກເຂົາຈຶ່ງເວົ້າຕໍ່ກັນແລະກັນວ່າ, “ພວກເຮົາຈະຫາເລື່ອງມາຟ້ອງດານີເອນບໍ່ໄດ້ດອກ ນອກຈາກຫາເລື່ອງຕໍ່ສູ້ກົດບັນຍັດຂອງພຣະເຈົ້າຂອງລາວແຕ່ເທົ່ານັ້ນ.”
6
ດັ່ງນັ້ນ ພວກເຂົາຈຶ່ງເຂົ້າໄປຫາກະສັດແລະກ່າວວ່າ, “ຂ້າແດ່ພະຣາຊາດາຣິອຸດ ຂໍໃຫ້ພະຣາຊາຈົ່ງໝັ້ນຍືນຕະຫລອດໄປເຖີດ
7
ພວກຂ້ານ້ອຍທັງໝົດຜູ້ບໍລິຫານອານາຈັກຂອງທ່ານ ຄືຜູ້ກວດກາຣາຊການແຜ່ນດິນ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະພວກຂ້າຣາຊການຄົນອື່ນໆໄດ້ຕົກລົງກັນເຫັນດີວ່າ ພະຣາຊາສົມຄວນຈະອອກຄຳສັ່ງຢ່າງໜຶ່ງ ແລະໃຫ້ທຸກຄົນເຮັດຕາມຢ່າງເຂັ້ມງວດ. ໃຫ້ອອກຄຳສັ່ງວ່າໃນສາມສິບວັນນີ້ ຢ່າໃຫ້ຜູ້ໃດພາວັນນາອະທິຖານຂໍສິ່ງໃດຈາກພຣະ ຫລືຄົນໃດໆທັງສິ້ນ ເວັ້ນໄວ້ແຕ່ຂໍຈາກພະຣາຊາເທົ່ານັ້ນ. ຜູ້ໃດຜູ້ໜຶ່ງທີ່ຝ່າຝືນຄຳສັ່ງນີ້ຈະຖືກໂຍນເຂົ້າໄປໃນຖໍ້າສິງ.
8
ສະນັ້ນ ຂໍໃຫ້ພະຣາຊາອອກຄຳສັ່ງນີ້ແລະເຊັນຊື່ລົງໃນໜັງສືໝາຍສຳຄັນ ເພື່ອຈະໄດ້ນຳອອກໄປໃຊ້ບັງຄັບເປັນກົດໝາຍຂອງເມເດຍແລະເປີເຊຍ ຊຶ່ງເປັນກົດໝາຍທີ່ປ່ຽນແປງບໍ່ໄດ້.”
9
ດ້ວຍເຫດນີ້ ກະສັດດາຣິອຸດຈຶ່ງເຊັນຊື່ລົງໃນໜັງສືຄຳສັ່ງນັ້ນ.
10
ເມື່ອດານີເອນຮູ້ວ່າໜັງສືຄຳສັ່ງໄດ້ເຊັນລົງໄປແລ້ວ ເພິ່ນກໍກັບຄືນເມືອເຮືອນຂອງຕົນ. ໃນຫ້ອງຊັ້ນເທິງຂອງເຮືອນນັ້ນ ມີປ່ອງຢ້ຽມຢູ່ສາມປ່ອງປິ່ນໜ້າໃສ່ນະຄອນເຢຣູຊາເລັມ. ຢູ່ທີ່ນັ້ນດັ່ງທີ່ເຄີຍປະຕິບັດມາ ດານີເອນໄດ້ຄຸເຂົ່າລົງຕໍ່ໜ້າປ່ອງຢ້ຽມທີ່ໄຂໄວ້, ພາວັນນາອະທິຖານ ແລະໂມທະນາຂອບພຣະຄຸນຕໍ່ພຣະເຈົ້າຂອງເພິ່ນ ວັນລະສາມເທື່ອ ດັ່ງທີ່ເພິ່ນເຄີຍປະຕິບັດມາແຕ່ກ່ອນ.
11
ເມື່ອພວກສັດຕູຂອງດານີເອນໄດ້ສັງເກດເຫັນລາວພາວັນນາອະທິຖານ ແລະວິງວອນຂໍຕໍ່ໜ້າພຣະເຈົ້າຂອງເພິ່ນ.
12
ພວກເຂົາທັງໝົດຈຶ່ງໄປຫາກະສັດ ແລະຟ້ອງດານີເອນວ່າ, “ຂ້າແດ່ພະຣາຊາ ທ່ານໄດ້ເຊັນຊື່ລົງໃນໜັງສືຄຳສັ່ງແລ້ວວ່າໃນລະຫວ່າງສາມສິບວັນຕໍ່ໄປ ຖ້າບຸກຄົນໜຶ່ງຄົນໃດ ພາວັນນາອະທິຖານຂໍສິ່ງໜຶ່ງສິ່ງໃດຈາກພຣະ ຫລືຄົນໃດໆເວັ້ນໄວ້ແຕ່ຂໍຈາກທ່ານ ບຸກຄົນນັ້ນກໍຈະຕ້ອງຖືກໂຍນເຂົ້າໄປໃນຖໍ້າສິງ.” ກະສັດຈຶ່ງຕອບວ່າ, “ແມ່ນແລ້ວ ເປັນຄຳສັ່ງທີ່ເດັດຂາດ ເປັນກົດໝາຍຂອງເມເດຍ ແລະເປີເຊຍຊຶ່ງຖືກປ່ຽນແປງບໍ່ໄດ້.”
13
ແລ້ວພວກເຂົາກໍເວົ້າຕໍ່ກະສັດວ່າ, “ດານີເອນຜູ້ເປັນຊະເລີຍຄົນໜຶ່ງຈາກຢູດາຍ ລາວບໍ່ໄດ້ເຄົາຣົບນັບຖືພະຣາຊາ ຫລືເຊື່ອຟັງຄຳສັ່ງທີ່ທ່ານໄດ້ປະກາດອອກໄປນັ້ນ. ລາວໄດ້ພາວັນນາອະທິຖານເປັນປະຈຳ ວັນລະສາມເທື່ອ.”
14
ເມື່ອກະສັດໄດ້ຍິນດັ່ງນີ້ ເພິ່ນກໍເປັນທຸກໃຈ ແລະຄິດຫາຊ່ອງທາງຊ່ວຍເຫລືອດານີເອນ. ເພິ່ນຄິດຫາຊ່ອງທາງຢູ່ຈົນຕາເວັນຕົກດິນ.
15
ແລ້ວຊາຍເຫຼົ່ານັ້ນກໍກັບມາຫາກະສັດ ແລະເວົ້າຕໍ່ເພິ່ນວ່າ, “ພະຣາຊາກໍຮູ້ຢູ່ວ່າຕາມກົດໝາຍຂອງເມເດຍ ແລະເປີເຊຍນັ້ນ ບໍ່ມີຄຳສັ່ງໃດໆທີ່ພະຣາຊາປະກາດອອກໄປແລ້ວຖືກປ່ຽນແປງໄດ້.”
16
ດັ່ງນັ້ນ ກະສັດຈຶ່ງອອກຄຳສັ່ງໃຫ້ໂຍນດານີເອນເຂົ້າໄປໃນຖໍ້າສິງ. ເພິ່ນກ່າວຕໍ່ດານີເອນວ່າ, “ຂໍພຣະເຈົ້າຂອງເຈົ້າ ຜູ້ທີ່ເຈົ້າບົວລະບັດຮັບໃຊ້ດ້ວຍຄວາມຈົງຮັກພັກດີນັ້ນ ຊ່ວຍກູ້ເອົາເຈົ້າເຖີດ.”
17
ພວກເຂົາເອົາກ້ອນຫີນມາອັດປາກຖໍ້າໄວ້ ແລະກະສັດກໍປະທັບກາຂອງເພິ່ນ ແລະກາຂອງພວກເຈົ້ານາຍຊັ້ນສູງໃສ່ເທິງກ້ອນຫີນ ເພື່ອບໍ່ໃຫ້ຜູ້ໃດຊ່ວຍກູ້ເອົາດານີເອນໄດ້.
18
ແລ້ວກະສັດກໍກັບຄືນເມືອວັງຂອງຕົນ ແລະນອນບໍ່ຫລັບທັງຄືນ ທັງບໍ່ໄດ້ກິນອາຫານຫລືບໍ່ໃຫ້ມີການມ່ວນຊື່ນລື້ນເລີງໃດໆ.
19
ກະສັດຕື່ນແຕ່ເດິກໆ ແລະຟ້າວໄປທີ່ຖໍ້າສິງ.
20
ເມື່ອເພິ່ນໄປເຖິງທີ່ນັ້ນແລ້ວ ເພິ່ນຈຶ່ງເອີ້ນຫາດານີເອນດ້ວຍຄວາມກະວົນກະວາຍໃຈວ່າ, “ດານີເອນ ຜູ້ຮັບໃຊ້ຂອງພຣະເຈົ້າອົງຊົງພຣະຊົນຢູ່ ພຣະເຈົ້າອົງທີ່ເຈົ້າຮັບໃຊ້ດ້ວຍຄວາມຈົງຮັກພັກດີນັ້ນ ສາມາດຊ່ວຍເຈົ້າໃຫ້ພົ້ນຈາກສິງໄດ້ບໍ່?”
21
ດານີເອນຕອບວ່າ, “ຂໍໃຫ້ພະຣາຊາຈົ່ງໝັ້ນຍືນຕະຫລອດໄປເຖີດ
22
ພຣະເຈົ້າໄດ້ໃຊ້ເທວະດາຂອງພຣະອົງມາອັດປາກສິງໄວ້ ເພື່ອບໍ່ໃຫ້ມັນທຳຮ້າຍຂ້ານ້ອຍ. ຂ້າແດ່ພະຣາຊາ ພຣະເຈົ້າໄດ້ເຮັດດັ່ງນີ້ຍ້ອນພຣະອົງຮູ້ວ່າ ຂ້ານ້ອຍບໍ່ມີຄວາມຜິດຫຍັງແລະຂ້ານ້ອຍກໍບໍ່ໄດ້ເຮັດຜິດຫຍັງຕໍ່ທ່ານ.”
23
ກະສັດມີຄວາມຊົມຊື່ນຍິນດີທີ່ສຸດ ຈຶ່ງສັ່ງໃຫ້ດຶງດານີເອນຂຶ້ນມາຈາກຖໍ້າ. ສະນັ້ນ ພວກເຂົາຈຶ່ງດຶງເອົາດານີເອນຂຶ້ນມາ ແລະເຫັນວ່າເພິ່ນບໍ່ໄດ້ຖືກທຳຮ້າຍແຕ່ຢ່າງໃດ ເພາະເພິ່ນໄວ້ວາງໃຈໃນພຣະເຈົ້າຂອງເພິ່ນ.
24
ແລ້ວກະສັດກໍອອກຄຳສັ່ງໃຫ້ຈັບຊາຍທັງໝົດທີ່ຟ້ອງດານີເອນ ແລະໃຫ້ໂຍນພວກເຂົາທັງເມຍແລະລູກໆລົງໄປໃນຖໍ້າສິງ. ຝູງສິງໄດ້ໂດດຄຸບກິນພວກເຂົາ ແລະຫັກກະດູກທຸກຄົນກ່ອນທີ່ພວກເຂົາຕົກລົງເຖິງພື້ນຖໍ້າ.
25
ແລ້ວກະສັດດາຣິອຸດກໍໄດ້ຂຽນຂໍ້ຄວາມສົ່ງໄປເຖິງປະຊາຊົນທຸກຊົນຊາດ, ທຸກເຊື້ອຊາດ ແລະທຸກພາສາໃນແຜ່ນດິນໂລກວ່າ: “ຂໍຄວາມສຸກສຳລານ ຈົ່ງມີແກ່ທ່ານທັງຫລາຍເທີ້ນ
26
ເຮົາຂໍສັ່ງໃຫ້ທຸກຄົນທົ່ວອານາຈັກຂອງເຮົາ ຈົ່ງເຄົາຣົບຢຳເກງຕໍ່ໜ້າພຣະເຈົ້າຂອງດານີເອນ. ພຣະອົງເປັນພຣະເຈົ້າອົງຊົງຊີວິດຢູ່ ແລະພຣະອົງປົກຄອງຕະຫລອດໄປ; ອານາຈັກຂອງພຣະອົງຈະບໍ່ຖືກທຳລາຍເລີຍ ຣິດອຳນາດຂອງພຣະອົງຈະບໍ່ສູນສິ້ນໄປຈັກເທື່ອ.
27
ພຣະອົງເປັນພຣະຜູ້ຊ່ວຍ ແລະກອບກູ້ເອົາຊີວິດເຮົາ ພຣະອົງກະທຳສິ່ງໜ້າງຶດງໍ້ແລະການອັດສະຈັນທັງສິ້ນ ໃນສະຫວັນແລະໃນແຜ່ນດິນໂລກກໍດີ ພຣະອົງຊ່ວຍດານີເອນໃຫ້ພົ້ນຈາກຝູງສິງໄດ້.”
28
ຕໍ່ມາ ດານີເອນໄດ້ຮັບຕຳແໜ່ງອັນສຳຄັນຫລາຍ ໃນຣາຊການຂອງກະສັດດາຣິອຸດ ແລະໃນຣາຊການຂອງກະສັດໄຊຣັດຄົນເປີເຊຍ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12