bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Galatians 1
Galatians 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 2 →
1
ໂປໂລຜູ້ເປັນອັກຄະສາວົກ (ບໍ່ແມ່ນມະນຸດແຕ່ງຕັ້ງ ຫລືມະນຸດເປັນຕົວແທນແຕ່ງຕັ້ງ ແຕ່ວ່າພຣະເຢຊູຄຣິດເຈົ້າ ແລະພຣະບິດາເຈົ້າ ຜູ້ຊົງບັນດານໃຫ້ພຣະອົງຄືນພຣະຊົນໄດ້ຊົງແຕ່ງຕັ້ງ)
2
ກັບບັນດາພີ່ນ້ອງທີ່ຢູ່ນຳເຮົາ ເຖິງຄຣິສຕະຈັກທັງຫລາຍຢູ່ໃນແຄ້ວນຄາລາເຕຍ:
3
ຂໍໃຫ້ພຣະຄຸນແລະສັນຕິສຸກ ຊຶ່ງມາຈາກພຣະເຈົ້າ ພຣະບິດາເຈົ້າຂອງເຮົາທັງຫລາຍ ແລະອົງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີ້ນ.
4
ເພື່ອໂຜດພວກເຮົາໃຫ້ພົ້ນຈາກຍຸກອັນຊົ່ວຊ້າໃນປະຈຸບັນນີ້ ພຣະຄຣິດໄດ້ສະຫລະພຣະອົງເອງ ແທນການບາບຂອງພວກເຮົາ ຕາມນໍ້າພຣະໄທຂອງພຣະເຈົ້າ ຄືພຣະບິດາເຈົ້າຂອງພວກເຮົາ.
5
ຈົ່ງຖວາຍກຽດຕິຍົດແດ່ພຣະອົງນັ້ນ ສືບໆໄປເປັນນິດ ອາແມນ.
6
ເຮົາຮູ້ສຶກປະຫລາດໃຈ ທີ່ເຈົ້າທັງຫລາຍພາກັນປະຖິ້ມພຣະອົງຢ່າງຮີບດ່ວນ ພຣະອົງຊົງເອີ້ນພວກເຈົ້າມາດ້ວຍພຣະຄຸນຂອງພຣະຄຣິດ ແຕ່ພວກເຈົ້າຕ່າວຄືນໄປຫາຂ່າວປະເສີດອັນແຕກຕ່າງເສຍ.
7
ຕາມທີ່ຈິງແລ້ວ “ຂ່າວປະເສີດຢ່າງອື່ນ” ບໍ່ມີ ແຕ່ທີ່ເຮົາກ່າວຢ່າງນີ້ ກໍເພາະວ່າມີບາງຄົນໄດ້ເຮັດໃຫ້ພວກເຈົ້າວຸ້ນວາຍໃຈ ແລະຫາທາງປ່ຽນແປງຂ່າວປະເສີດເລື່ອງພຣະຄຣິດ.
8
ແຕ່ເຖິງແມ່ນວ່າພວກເຮົາ ຫລືເທວະດາຈາກສະຫວັນກໍຕາມ ຈະປະກາດຂ່າວປະເສີດ ທີ່ແຕກຕ່າງໄປຈາກທີ່ພວກເຮົາໄດ້ປະກາດແກ່ພວກເຈົ້າແລ້ວນັ້ນ ກໍໃຫ້ຜູ້ນັ້ນຖືກສາບແຊ່ງ
9
ເໝືອນດັ່ງພວກເຮົາໄດ້ກ່າວກ່ອນແລ້ວ ແລະບັດນີ້ ເຮົາຂໍກ່າວຢໍ້າອີກວ່າ, ຖ້າຜູ້ໃດປະກາດຂ່າວປະເສີດແກ່ພວກເຈົ້າ ທີ່ແຕກຕ່າງໄປຈາກທີ່ພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ ກໍໃຫ້ຜູ້ນັ້ນຖືກສາບແຊ່ງ.
10
ບັດນີ້ ເຮົາພະຍາຍາມເອົາໃຈມະນຸດຊັ້ນບໍ? ບໍ່ ເຮົາຢາກໃຫ້ພຣະເຈົ້າພໍໃຈຕ່າງຫາກ ເຮົາພະຍາຍາມເຮັດໃຫ້ຖືກໃຈມະນຸດຊັ້ນບໍ? ຖ້າເຮົາເຮັດເຊັ່ນນີ້ ເຮົາກໍບໍ່ເປັນຜູ້ຮັບໃຊ້ຂອງພຣະຄຣິດ.
11
ພີ່ນ້ອງທັງຫລາຍເອີຍ ເຮົາຢາກບອກໃຫ້ພວກເຈົ້າຮູ້ວ່າ ຂ່າວປະເສີດທີ່ເຮົາໄດ້ປະກາດແກ່ເຈົ້າທັງຫລາຍນັ້ນ ບໍ່ແມ່ນຂອງມະນຸດ.
12
ດ້ວຍວ່າ, ເຮົາບໍ່ໄດ້ຮັບຂ່າວປະເສີດນັ້ນຈາກມະນຸດ ຫລືບໍ່ມີມະນຸດຄົນໃດສອນເຮົາ ແຕ່ເຮົາໄດ້ຮັບຂ່າວປະເສີດນັ້ນໂດຍພຣະເຢຊູຄຣິດເຈົ້າຊົງສຳແດງແກ່ເຮົາ.
13
ເພາະວ່າ ເຈົ້າທັງຫລາຍໄດ້ຍິນເຖິງຊີວິດເບື້ອງຫລັງຂອງເຮົາ ເມື່ອເຮົາຍັງຢູ່ໃນລັດທິຢິວນັ້ນວ່າ ເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າຢ່າງຮ້າຍແຮງເຫລືອເກີນ ແລະທຳຮ້າຍຕໍ່ຄຣິສຕະຈັກນັ້ນ.
14
ເຮົາເປັນຜູ້ກ້າວໜ້າເກີນກວ່າເພື່ອນຮ່ວມຊາດຊາວຢິວ ທີ່ມີອາຍຸລຸ້ນລາວຄາວດຽວກັນ ແລະເຮົາກໍກະຕືລືລົ້ນຫລາຍກວ່າພວກເຂົາ ໃນການປະຕິບັດຕາມສາສະໜາຢິວ ທີ່ສືບມາຈາກບັນພະບຸລຸດຂອງພວກເຮົາ.
15
ແຕ່ດ້ວຍພຣະຄຸນຂອງພຣະເຈົ້າ ພຣະອົງໄດ້ຊົງເລືອກເຮົາໄວ້ຕັ້ງແຕ່ຢູ່ໃນທ້ອງແມ່ ແລະໄດ້ເອີ້ນເຮົາໃຫ້ບົວລະບັດຮັບໃຊ້ພຣະອົງ ເມື່ອພຣະອົງຊົງພໍພຣະໄທ
16
ທີ່ຈະໂຜດສຳແດງພຣະບຸດຂອງພຣະອົງໃຫ້ປາກົດແກ່ເຮົາ ເພື່ອໃຫ້ເຮົາໄດ້ປະກາດຂ່າວປະເສີດເລື່ອງພຣະບຸດນັ້ນ ໃນທ່າມກາງພວກຕ່າງຊາດ ເຮົາບໍ່ໄດ້ປຶກສາກັນກັບມະນຸດຄົນໃດ,
17
ແມ່ນແຕ່ພວກທີ່ເປັນອັກຄະສາວົກກ່ອນເຮົາໃນນະຄອນເຢຣູຊາເລັມ ເຮົາກໍຍັງບໍ່ໄດ້ໄປຫາ ແຕ່ເຮົາໄດ້ໄປເຖິງອາຣາເບຍໃນທັນທີ ແລ້ວຈຶ່ງກັບຄືນມາເມືອງດາມັສກັດ.
18
ຫລັງຈາກນັ້ນສາມປີ ເຮົາໄດ້ຂຶ້ນໄປທີ່ນະຄອນເຢຣູຊາເລັມ ເພື່ອທຳຄວາມລື້ງເຄີຍກັບເປໂຕ ແລະໄດ້ພັກຢູ່ກັບເພິ່ນເປັນເວລາສອງອາທິດ.
19
ເຮົາບໍ່ໄດ້ພົບກັບອັກຄະສາວົກຄົນອື່ນເລີຍ ນອກຈາກຢາໂກໂບ ຜູ້ທີ່ເປັນນ້ອງຊາຍຂອງອົງພຣະຜູ້ເປັນເຈົ້າ.
20
ເລື່ອງທີ່ເຮົາຂຽນມານີ້ເປັນຄວາມຈິງ ພຣະເຈົ້າຊົງເປັນພະຍານໄດ້ວ່າ ເຮົາບໍ່ໄດ້ເວົ້າຕົວະ
21
ຫລັງຈາກນັ້ນ ເຮົາໄດ້ໄປໃນເຂດແດນຊີເຣຍ ແລະ ກີລີເກຍ.
22
ສ່ວນສະມາຊິກໃນຄຣິສຕະຈັກທັງຫລາຍທີ່ແຂວງຢູດາຍນັ້ນ ຍັງບໍ່ໄດ້ຮູ້ຈັກໜ້າຂອງເຮົາ
23
ພວກເຂົາພຽງແຕ່ໄດ້ຍິນວ່າ, “ຜູ້ທີ່ແຕ່ກ່ອນເຄີຍໄດ້ກົດຂີ່ຂົ່ມເຫັງພວກເຮົາ ມາບັດນີ້ໄດ້ປະກາດຂ່າວປະເສີດເລື່ອງຄວາມເຊື່ອ ຊຶ່ງຕົນໄດ້ເຄີຍທຳຮ້າຍແລ້ວນັ້ນ.”
24
ແລະເຂົາທັງຫລາຍຈຶ່ງຖວາຍກຽດສັນລະເສີນພຣະເຈົ້າ ເພາະດ້ວຍເລື່ອງຂອງເຮົາ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 2 →
All chapters:
1
2
3
4
5
6