bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Galatians 3
Galatians 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 4 →
1
ໂອ ຊາວຄາລາເຕຍຜູ້ບໍ່ມີຄວາມຄິດເອີຍ, ແມ່ນຜູ້ໃດໜໍ ທີ່ໄດ້ສະກົດຈິດໃຈຂອງພວກເຈົ້າໃຫ້ຫລົງເຊື່ອໄປ ການທີ່ພຣະເຢຊູຄຣິດເຈົ້າຖືກຄຶງທີ່ໄມ້ກາງແຂນນັ້ນ ກໍໄດ້ປາກົດແຈ້ງແກ່ຕາພວກເຈົ້າຢ່າງຄັກແນ່ແລ້ວ
2
ເຮົາຢາກຮູ້ຂໍ້ດຽວຈາກພວກເຈົ້າວ່າ ເຈົ້າທັງຫລາຍໄດ້ຮັບພຣະວິນຍານນັ້ນ ໂດຍການປະຕິບັດຕາມກົດບັນຍັດຫລື? ຫລືວ່າໄດ້ຮັບໂດຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ?
3
ເຈົ້າທັງຫລາຍຍັງໂງ່ເຖິງພຽງນັ້ນບໍ? ພວກເຈົ້າໄດ້ຕັ້ງຕົ້ນໂດຍທາງພຣະວິນຍານແລ້ວ ບັດນີ້ ພວກເຈົ້າຈະສຳເລັດລົງໂດຍທາງມະນຸດທຳມະດາບໍ?
4
ການທີ່ເຈົ້າທັງຫລາຍໄດ້ອົດທົນມາຫລາຍແລ້ວນັ້ນ ເປັນການເສຍປະໂຫຍດບໍ? ຖ້າເປັນການເສຍປະໂຫຍດແທ້.
5
ພຣະອົງຜູ້ຊົງປະທານພຣະວິນຍານແກ່ເຈົ້າທັງຫລາຍ ແລະຊົງສຳແດງອິດທິຣິດທ່າມກາງພວກເຈົ້າ ຊົງກະທຳການເຫຼົ່ານັ້ນ ເພາະດ້ວຍການປະຕິບັດຕາມກົດບັນຍັດບໍ? ຫລືວ່າເພາະດ້ວຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ
6
ຈົ່ງພິຈາລະນາເບິ່ງອັບຣາຮາມວ່າ, “ເພິ່ນໄດ້ເຊື່ອພຣະເຈົ້າ ແລະເພາະຄວາມເຊື່ອນັ້ນ ພຣະເຈົ້າຈຶ່ງຊົງຮັບວ່າເພິ່ນເປັນຄົນຊອບທຳ.”
7
ສະນັ້ນ ພວກເຈົ້າຈົ່ງຮັບຮູ້ໄວ້ວ່າ ແມ່ນຜູ້ທີ່ມີຄວາມເຊື່ອນັ້ນແຫຼະ ເປັນເຊື້ອສາຍແທ້ຂອງອັບຣາຮາມ.
8
ພຣະຄຳພີໄດ້ບອກໃຫ້ຮູ້ລ່ວງໜ້າວ່າ, ພຣະເຈົ້າຈະເຮັດໃຫ້ຄົນຕ່າງຊາດເປັນຜູ້ຊອບທຳ ຕໍ່ໜ້າພຣະອົງໂດຍທາງຄວາມເຊື່ອ. ຈຶ່ງໄດ້ປະກາດຂ່າວປະເສີດແຈ້ງແກ່ອັບຣາຮາມກ່ອນວ່າ, “ໂດຍທາງເຈົ້າ ພຣະເຈົ້າຈະອວຍພອນຊົນຊາດທັງຫລາຍ.”
9
ອັບຣາຮາມໄດ້ເຊື່ອ ແລະໄດ້ຮັບພຣະພອນ. ດັ່ງນັ້ນ ທຸກຄົນທີ່ວາງໃຈເຊື່ອຈຶ່ງໄດ້ຮັບພຣະພອນເໝືອນກັນກັບເພິ່ນ.
10
ດ້ວຍວ່າ, ທຸກຄົນທີ່ອາໄສການປະຕິບັດຕາມກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ໃດກໍຕາມທີ່ບໍ່ໄດ້ປະຕິບັດຕາມທຸກຂໍ້ ທີ່ຂຽນໄວ້ໃນກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ”
11
ເປັນທີ່ຮູ້ແຈ້ງແລ້ວວ່າ ບໍ່ມີມະນຸດຄົນໃດ ທີ່ຊົງຖືວ່າເປັນຄົນຊອບທຳຕໍ່ໜ້າພຣະເຈົ້າ ໂດຍການປະຕິບັດຕາມກົດບັນຍັດ ເພາະມີຂຽນໄວ້ໃນພຣະຄຳພີວ່າ, “ຜູ້ທີ່ຊົງຖືວ່າເປັນຄົນຊອບທຳ ເພາະດ້ວຍຄວາມເຊື່ອເທົ່ານັ້ນຈະມີຊີວິດ.”
12
ແຕ່ກົດບັນຍັດນັ້ນບໍ່ໄດ້ອາໄສຄວາມເຊື່ອ ເພາະ “ຜູ້ໃດກໍຕາມທີ່ເຮັດທຸກສິ່ງຕາມກົດບັນຍັດ ກໍຈະດຳລົງຊີວິດຢູ່ຕາມກົດນັ້ນ.”
13
ພຣະຄຣິດໄດ້ຊົງໄຖ່ພວກເຮົາ ໃຫ້ພົ້ນຈາກການສາບແຊ່ງຂອງກົດບັນຍັດ ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງແທນພວກເຮົາ (ເພາະພຣະຄຳພີຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນໄວ້ທີ່ຕົ້ນໄມ້ ກໍຖືກສາບແຊ່ງແລ້ວ.”)
14
ເພື່ອພຣະພອນທາງອັບຣາຮາມຈະໄດ້ມາເຖິງບັນດາຄົນຕ່າງຊາດໂດຍທາງພຣະຄຣິດເຈົ້າເຢຊູ, ເພື່ອພວກເຮົາຈະໄດ້ຮັບພຣະວິນຍານຕາມພຣະສັນຍາໂດຍທາງຄວາມເຊື່ອ.
15
ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເຮົາຂໍຍົກເອົາເລື່ອງເຫດການທຳມະດາມາເປັນຕົວຢ່າງ ເມື່ອສອງຄົນຕົກລົງກັນໃນເລື່ອງໃດເລື່ອງໜຶ່ງ ແລະເຊັນສັນຍາລົງໄປແລ້ວ ບໍ່ມີຜູ້ໃດຈະລົ້ມເລີກ ຫລືເພີ່ມເຕີມໄດ້ອີກ.
16
ບັນດາພຣະສັນຍາທີ່ພຣະເຈົ້າກ່າວແກ່ອັບຣາຮາມ ແລະເຊື້ອສາຍຂອງເພິ່ນນັ້ນ ບໍ່ໄດ້ກ່າວວ່າ, “ແກ່ເຊື້ອສາຍທັງຫລາຍ,” ແຕ່ຊົງກ່າວວ່າ, “ແກ່ເຊື້ອສາຍຂອງທ່ານ.” ໝາຍເຖິງຄົນດຽວ ຄືພຣະຄຣິດ.
17
ເຮົາຈຶ່ງເວົ້າຢ່າງນີ້ວ່າ ກົດບັນຍັດທີ່ມາພາຍຫລັງເຖິງສີ່ຮ້ອຍສາມສິບປີ ຈະທຳລາຍພັນທະສັນຍາ ຊຶ່ງພຣະເຈົ້າໄດ້ຊົງແຕ່ງຕັ້ງໄວ້ກ່ອນນັ້ນ ຈະຖືກລຶບລ້າງບໍ່ໄດ້.
18
ເພາະວ່າ ຖ້າການຮັບມໍຣະດົກມີມາໂດຍທາງກົດບັນຍັດ ກໍບໍ່ແມ່ນໂດຍທາງພຣະສັນຍາອີກຕໍ່ໄປ ແຕ່ພຣະເຈົ້າໄດ້ຊົງໂຜດປະທານມໍຣະດົກນັ້ນ ໃຫ້ແກ່ອັບຣາຮາມໂດຍທາງພຣະສັນຍາ.
19
ຖ້າດັ່ງນັ້ນແລ້ວ ມີກົດບັນຍັດໄວ້ເພື່ອຫຍັງ? ທີ່ເພີ່ມກົດບັນຍັດໄວ້ ກໍເພື່ອຄວາມຜິດບາບຈະໄດ້ປາກົດເປັນການລ່ວງລະເມີດ ຈົນກວ່າເຊື້ອສາຍທີ່ໄດ້ຮັບພຣະສັນຍານັ້ນຈະມາເຖິງ ພວກເທວະດາໄດ້ແຕ່ງຕັ້ງກົດບັນຍັດນັ້ນໄວ້ໂດຍມືຂອງຄົນກາງ.
20
ເມື່ອມີຝ່າຍດຽວ ກໍບໍ່ຕ້ອງການຄົນກາງ ແລະພຣະເຈົ້າຊົງເປັນຝ່າຍດຽວນັ້ນ.
21
ຖ້າດັ່ງນັ້ນ ກົດບັນຍັດຂັດແຍ້ງກັບພຣະສັນຍາຂອງພຣະເຈົ້າບໍ? ບໍ່ແມ່ນຢ່າງນັ້ນດອກ ເພາະວ່າ ຖ້າຊົງປະທານກົດບັນຍັດ ອັນອາດໃຫ້ມີຊີວິດຢູ່ໄດ້ ການຊົງຖືວ່າເປັນຄົນຊອບທຳຄົງຈະໄດ້ມີຢູ່ໂດຍກົດບັນຍັດນັ້ນແທ້.
22
ແຕ່ພຣະຄຳພີໄດ້ຮວບຮວມສິ່ງທັງໝົດ ໃຫ້ເຂົ້າຢູ່ພາຍໃຕ້ອຳນາດຄວາມຜິດບາບ ເພື່ອວ່າທຸກຄົນທີ່ເຊື່ອຈະໄດ້ຮັບຂອງປະທານຕາມທີ່ຊົງສັນຍາໄວ້ ຊຶ່ງໄດ້ຊົງໂຜດປະທານ ໂດຍອາໄສຄວາມເຊື່ອໃນພຣະເຢຊູຄຣິດເຈົ້າເປັນຫລັກ.
23
ເມື່ອຄວາມເຊື່ອຍັງບໍ່ທັນມານັ້ນ ພວກເຮົາໄດ້ຕົກຢູ່ໃນຂອບເຂດອຳນາດຂອງກົດບັນຍັດ ຖືກຄວບຄຸມໄວ້ຈົນເຖິງຄວາມເຊື່ອຈະໄດ້ມາປາກົດ.
24
ເພາະສະນັ້ນ ກົດບັນຍັດຈຶ່ງເປັນຜູ້ດູແລພວກເຮົາ ຈົນກວ່າພຣະຄຣິດສະເດັດມາ ເພື່ອວ່າພວກເຮົາຈະໄດ້ເປັນຄົນຊອບທຳ ໂດຍທາງຄວາມເຊື່ອ.
25
ບັດນີ້ ເວລາແຫ່ງຄວາມເຊື່ອກໍມາເຖິງແລ້ວ ກົດບັນຍັດບໍ່ໄດ້ເປັນຜູ້ດູແລພວກເຮົາອີກຕໍ່ໄປ.
26
ເພາະວ່າເຈົ້າທັງຫລາຍກໍເປັນບຸດຂອງພຣະເຈົ້າ ຮ່ວມໃນພຣະຄຣິດເຈົ້າເຢຊູໂດຍທາງຄວາມເຊື່ອ.
27
ເພາະວ່າ ຄົນໃດໃນພວກເຈົ້າໄດ້ຮັບບັບຕິສະມາໃນພຣະຄຣິດແລ້ວ ຄົນນັ້ນກໍໄດ້ສວມຊີວິດຂອງພຣະອົງ.
28
ດັ່ງນັ້ນ ຈຶ່ງບໍ່ມີຄວາມແຕກຕ່າງອັນໃດ ລະຫວ່າງຄົນຢິວແລະຄົນຕ່າງຊາດ ລະຫວ່າງທາດແລະອິດສະຫລະ ລະຫວ່າງຊາຍແລະຍິງ ເພາະພວກເຈົ້າທຸກຄົນເປັນອັນໜຶ່ງອັນດຽວກັນໃນພຣະຄຣິດເຈົ້າເຢຊູ.
29
ຖ້າພວກເຈົ້າເປັນຄົນຂອງພຣະຄຣິດແລ້ວ ພວກເຈົ້າກໍເປັນເຊື້ອສາຍຂອງອັບຣາຮາມ ຄືເປັນຜູ້ໄດ້ຮັບມໍຣະດົກຕາມພຣະສັນຍາ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 4 →
All chapters:
1
2
3
4
5
6
Recommended Reading
Commentary
Galatians Commentaries
→
Devotional
Galatians Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→