bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Galatians 6
Galatians 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
1
ພີ່ນ້ອງທັງຫລາຍເອີຍ, ຖ້າພວກເຮົາຫາກພົບຄົນທີ່ຫລົງເຮັດຜິດປະການໃດປະການໜຶ່ງ ພວກເຈົ້າທີ່ຢູ່ຝ່າຍພຣະວິນຍານ ຄວນຊ່ວຍສ້າງຜູ້ນັ້ນດ້ວຍຄວາມສຸພາບອ່ອນຫວານໃຫ້ກັບຄືນດີໃໝ່ ຈົ່ງຄອຍລະວັງຕົວເອົາໄວ້ ເພື່ອວ່າຕົນເອງຈະບໍ່ໄດ້ຖືກທົດລອງໃຫ້ເຮັດຜິດເໝືອນກັນ.
2
ຈົ່ງຊ່ວຍຮັບພາລະໜັກຂອງກັນແລະກັນ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມ ກົດບັນຍັດຂອງພຣະຄຣິດ.
3
ຖ້າຜູ້ໃດຄິດວ່າຕົນເປັນຄົນສຳຄັນ ທັງໆທີ່ຕົນບໍ່ສຳຄັນຫຍັງ ຜູ້ນັ້ນກໍຫລອກລວງຕົນເອງ.
4
ແຕ່ລະຄົນຄວນສຳຫລວດເບິ່ງການງານຂອງຕົນເອງ ຖ້າການງານດີ ກໍຈົ່ງພູມໃຈໃນການງານນັ້ນ ໂດຍບໍ່ຕ້ອງປຽບທຽບໃສ່ກັບການງານຂອງຄົນອື່ນ.
5
ດ້ວຍວ່າ, ທຸກຄົນຕ້ອງຮັບຜິດຊອບຕໍ່ພາລະຂອງຕົນເອງ.
6
ຄົນທີ່ຮັບພຣະທຳຄຳສອນແລ້ວ ຈົ່ງແບ່ງສິ່ງທີ່ດີທຸກຢ່າງໃຫ້ແກ່ຜູ້ທີ່ສັ່ງສອນຕົນ.
7
ຢ່າເຂົ້າໃຈຜິດ ພວກເຈົ້າຈະຫລອກລວງພຣະເຈົ້າບໍ່ໄດ້ ເພາະວ່າຜູ້ໃດຫວ່ານສິ່ງໃດລົງ ກໍຈະເກັບກ່ຽວສິ່ງນັ້ນ.
8
ຜູ້ທີ່ຫວ່ານຕາມຕັນຫາຂອງສັນດານມະນຸດ ກໍຈະໄດ້ເກັບກ່ຽວຄວາມເປື່ອຍເນົ່າຕາມຕັນຫານັ້ນ, ແຕ່ຜູ້ທີ່ຫວ່ານຕາມພຣະວິນຍານ ກໍຈະໄດ້ເກັບກ່ຽວຜົນແຫ່ງຊີວິດນິຣັນດອນ.
9
ຢ່າໃຫ້ພວກເຮົາອິດເມື່ອຍໃນການເຮັດດີ ເພາະຖ້າໃຈພວກເຮົາບໍ່ທໍ້ຖອຍ ພວກເຮົາກໍຈະໄດ້ເກັບກ່ຽວຜົນດີຕາມເວລາອັນສົມຄວນ.
10
ເພາະສະນັ້ນ ເມື່ອພວກເຮົາມີໂອກາດ ຈົ່ງເຮັດດີຕໍ່ທຸກຄົນ ເປັນຕົ້ນຕໍ່ຄອບຄົວທີ່ຮ່ວມຢູ່ໃນຄວາມເຊື່ອ.
11
ຈົ່ງສັງເກດເບິ່ງໂຕໜັງສືທີ່ເຮົາໄດ້ຂຽນມາຫາພວກເຈົ້າດ້ວຍມືຂອງເຮົາເອງວ່າ ໂຕໃຫຍ່ເທົ່າໃດ
12
ຄົນທີ່ຂົ່ມເຫັງ ບັງຄັບພວກເຈົ້າໃຫ້ຮັບພິທີຕັດ ເປັນພວກທີ່ຢາກໄດ້ໜ້າ ຊື່ສຽງ ແລະອວດອ້າງເຖິງເລື່ອງພາຍນອກ ທີ່ພວກເຂົາເຮັດໄປ ເພື່ອວ່າພວກເຂົາຈະບໍ່ໄດ້ຖືກຂົ່ມເຫັງຍ້ອນເລື່ອງໄມ້ກາງແຂນຂອງພຣະຄຣິດເທົ່ານັ້ນ.
13
ແມ່ນແຕ່ພວກທີ່ໃຫ້ຮັບພິທີຕັດ ກໍບໍ່ປະຕິບັດຕາມກົດບັນຍັດ ພວກເຂົາຢາກໃຫ້ພວກເຈົ້າຮັບພິທີຕັດ ເພື່ອພວກເຂົາຈະເອົາເລື່ອງເນື້ອກາຍຂອງພວກເຈົ້າໄປອວດອ້າງ.
14
ສຳລັບເຮົາແລ້ວ, ເຮົາຂໍອວດອ້າງແຕ່ເລື່ອງໄມ້ກາງແຂນຂອງອົງພຣະເຢຊູຄຣິດເຈົ້າເທົ່ານັ້ນ ຍ້ອນເລື່ອງໄມ້ກາງແຂນຂອງພຣະອົງນີ້ແຫຼະ ໂລກຈຶ່ງຕາຍແລ້ວສຳລັບເຮົາ ແລະເຮົາກໍຕາຍແລ້ວສຳລັບໂລກ.
15
ການຮັບພິທີຕັດ ຫລືບໍ່ຮັບກໍບໍ່ແມ່ນສິ່ງສຳຄັນ, ແຕ່ສິ່ງສຳຄັນແມ່ນການໄດ້ຖືກສ້າງຂຶ້ນໃໝ່.
16
ຂໍໃຫ້ສັນຕິສຸກແລະພຣະກະລຸນາຄຸນ ຈົ່ງມີແກ່ທຸກຄົນທີ່ປະຕິບັດຕາມກົດຢ່າງນີ້ ແລະທັງອິດສະຣາເອນຂອງພຣະເຈົ້າເທີ້ນ.
17
ແຕ່ນີ້ໄປ ຢ່າໃຫ້ຜູ້ໃດລົບກວນເຮົາອີກ ເພາະຮອຍບາດແຜທີ່ມີຢູ່ໃນຕົວເຮົາເປັນຕາປະທັບຊີ້ໃຫ້ເຫັນວ່າ, ເຮົາເປັນຂ້ອຍຂ້າຂອງພຣະເຢຊູເຈົ້າ.
18
ພີ່ນ້ອງທັງຫລາຍເອີຍ, ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າເທີ້ນ ອາແມນ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
All chapters:
1
2
3
4
5
6
Recommended Reading
Commentary
Galatians Commentaries
→
Devotional
Galatians Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→