bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Galatians 5
Galatians 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 6 →
1
ເພື່ອເສລີພາບນັ້ນແຫຼະ ພຣະຄຣິດຈຶ່ງໄດ້ປົດປ່ອຍພວກເຮົາໃຫ້ເປັນອິດສະຫລະ. ສະນັ້ນ ຈົ່ງຕັ້ງໝັ້ນຢູ່ ແລະຢ່າຍອມປ່ອຍຕົວເອງໃຫ້ຕົກເປັນຂ້ອຍຂ້າອີກ.
2
ຈົ່ງຟັງໃຫ້ດີ ເຮົາຄືໂປໂລ ຂໍບອກພວກເຈົ້າວ່າ ຖ້າພວກເຈົ້າຍອມຮັບພິທີຕັດກໍໝາຍຄວາມວ່າ ພຣະຄຣິດບໍ່ເປັນປະໂຫຍດຫຍັງສຳລັບພວກເຈົ້າ.
3
ເຮົາຂໍຢັ້ງຢືນອີກເທື່ອໜຶ່ງວ່າ ຜູ້ທີ່ຍອມຮັບພິທີຕັດ ຜູ້ນັ້ນກໍຖືກຜູກມັດໃຫ້ປະຕິບັດຕາມກົດບັນຍັດທັງໝົດ.
4
ຄົນໃດໃນພວກເຈົ້າທີ່ພະຍາຍາມເປັນຜູ້ຊອບທຳ ໂດຍປະຕິບັດຕາມກົດບັນຍັດ ຄົນນັ້ນກໍຕັດຕົນເອງອອກຈາກພຣະຄຣິດ ໄດ້ຫລຸດຕົກຈາກພຣະຄຸນເສຍແລ້ວ.
5
ໂດຍພຣະວິນຍານ ພວກເຮົາມີຄວາມຫວັງວ່າ ພຣະເຈົ້າຈະຊົງໃຫ້ພວກເຮົາເປັນຜູ້ຊອບທຳຕໍ່ໜ້າພຣະອົງ ແລະແມ່ນສິ່ງທີ່ພວກເຮົາຄອງຄອຍຖ້າຢູ່ໂດຍຄວາມເຊື່ອ.
6
ດ້ວຍວ່າ, ໃນພຣະຄຣິດເຈົ້າເຢຊູ ການຮັບພິທີຕັດຫລືບໍ່ຮັບ ກໍບໍ່ມີຜົນຫຍັງ, ແຕ່ສິ່ງສຳຄັນແມ່ນຄວາມເຊື່ອທີ່ສະແດງອອກໂດຍທາງຄວາມຮັກ.
7
ພວກເຈົ້າແລ່ນແຂ່ງຂັນດີຢູ່ແລ້ວ ແມ່ນຜູ້ໃດຂັດຂວາງພວກເຈົ້າບໍ່ໃຫ້ເຊື່ອຟັງຄວາມຈິງ?
8
ສິ່ງທີ່ເຂົາໄດ້ຊັກຊວນພວກເຈົ້ານັ້ນ ບໍ່ໄດ້ມາຈາກພຣະເຈົ້າ ອົງທີ່ໄດ້ຊົງເອີ້ນເອົາພວກເຈົ້າ.
9
“ເຊື້ອແປ້ງພຽງແຕ່ນ້ອຍດຽວກໍເຮັດໃຫ້ແປ້ງນວດທັງກ້ອນຟູຂຶ້ນ.”
10
ເຮົາໄວ້ໃຈໃນອົງພຣະຜູ້ເປັນເຈົ້າວ່າ ເຈົ້າທັງຫລາຍຈະບໍ່ມີຄວາມຄິດຢ່າງອື່ນ ແຕ່ຝ່າຍຜູ້ທີ່ມາກໍ່ກວນພວກເຈົ້ານັ້ນ ຈະເປັນຜູ້ໃດກໍຕາມ ເຂົາຄົງຈະໄດ້ຮັບໂທດ.
11
ພີ່ນ້ອງທັງຫລາຍເອີຍ, ຖ້າເຮົາຍັງເທດສະໜາຊັກຊວນໃຫ້ຮັບພິທີຕັດ ດ້ວຍເຫດໃດເຮົາຈຶ່ງຍັງຖືກຂົ່ມເຫັງຢູ່? ຖ້າເປັນດັ່ງນັ້ນ ການທີ່ໄມ້ກາງແຂນເປັນເຫດເຮັດໃຫ້ເກີດສະດຸດໃຈ ກໍຄົງຖືກຍົກເລີກເສຍແລ້ວ.
12
ສ່ວນຄົນເຫຼົ່ານັ້ນ ທີ່ກໍ່ກວນຄວາມວຸ້ນວາຍຕໍ່ພວກເຈົ້າ ໃຫ້ເຂົາຕອນຕົວເອງເສຍ.
13
ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຈົ້າໄດ້ຖືກເອີ້ນໃຫ້ມີເສລີພາບ, ແຕ່ຢ່າໃຊ້ເສລີພາບນັ້ນເປັນຊ່ອງທາງປ່ອຍຕົວໄປຕາມຕັນຫາຂອງຮ່າງກາຍ ແຕ່ຈົ່ງຮັບໃຊ້ຊຶ່ງກັນແລະກັນດ້ວຍຄວາມຮັກເທີ້ນ.
14
ດ້ວຍວ່າ, ກົດບັນຍັດທັງໝົດກໍລວມເຂົ້າໃນຂໍ້ດຽວນີ້ຄື: “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”
15
ແຕ່ຖ້າພວກເຈົ້າເຮັດເໝືອນດັ່ງສັດປ່າ ຄືກັດກັນແລະກິນເນື້ອກັນ ຈົ່ງລະວັງ ຢ້ານວ່າພວກເຈົ້າຈະພາກັນຈິບຫາຍໄປໝົດ.
16
ເຮົາບອກວ່າ, ຈົ່ງຍອມໃຫ້ພຣະວິນຍານນຳພາຊີວິດ ແລະພວກເຈົ້າຈະບໍ່ໄດ້ເຮັດຕາມສັນດານຕັນຫາມະນຸດ.
17
ດ້ວຍວ່າ, ສັນດານຕັນຫາມະນຸດກໍຕໍ່ສູ້ກັບພຣະວິນຍານ ແລະພຣະວິນຍານກໍຕໍ່ສູ້ກັບສັນດານຕັນຫາມະນຸດ ທັງສອງຝ່າຍເປັນສັດຕູກັນ. ດັ່ງນັ້ນ ສິ່ງທີ່ພວກເຈົ້າຢາກເຮັດຈຶ່ງເຮັດບໍ່ໄດ້.
18
ສະນັ້ນ ຖ້າພຣະວິນຍານນຳພາພວກເຈົ້າ ພວກເຈົ້າກໍບໍ່ຢູ່ໃຕ້ກົດບັນຍັດ.
19
ກິດຈະການແຫ່ງສັນດານມະນຸດກໍປາກົດແຈ້ງດັ່ງນີ້: ຄືການຫລິ້ນຊູ້, ຄວາມບໍ່ສະອາດ, ຄວາມປະພຶດຊົ່ວຮ້າຍ,
20
ການຂາບໄຫວ້ຮູບເຄົາຣົບ, ການເຊື່ອເວດມົນຄາຖາ, ການເປັນສັດຕູກັນ, ການວິວາດຜິດຖຽງກັນ, ການເຫິງສາກັນ, ການຄຽດແຄ້ນກັນ ແລະ ການມັກໃຫຍ່ໃຝ່ສູງຕໍ່ກັນ, ການແຕກແຍກກັນ, ການຖືພັກຖືພວກ,
21
ການອິດສາກັນ, ການເສບສຸຣາຢາເມົາ, ການກິນລ້ຽງແບບຊົ່ວຊ້າ ແລະ ການອື່ນໆອີກ ໃນທຳນອງດຽວກັນນີ້ ເຮົາຂໍເຕືອນພວກເຈົ້າດັ່ງທີ່ເຄີຍເຕືອນມາແລ້ວວ່າ, ຄົນທີ່ເຮັດສິ່ງເຫຼົ່ານີ້ ຈະບໍ່ມີສ່ວນໃນຣາຊອານາຈັກຂອງພຣະເຈົ້າ.
22
ແຕ່ຜົນຂອງພຣະວິນຍານນັ້ນຄື: ຄວາມຮັກ, ຄວາມຊົມຊື່ນຍິນດີ, ສັນຕິສຸກ, ຄວາມອົດທົນດົນນານ, ຄວາມເມດຕາປານີ, ຄວາມດີ, ຄວາມສັດຊື່,
23
ຄວາມສຸພາບອ່ອນຫວານ, ການຮູ້ຈັກບັງຄັບຕົນ, ກົດໝາຍທີ່ຫ້າມສິ່ງເຫຼົ່ານີ້ກໍບໍ່ມີ.
24
ສ່ວນພວກທີ່ຢູ່ໃນພຣະເຢຊູຄຣິດເຈົ້ານັ້ນ ກໍໄດ້ເອົາຄວາມປາຖະໜາກັບກິເລດຕັນຫາຂອງສັນດານມະນຸດຄຶງໄວ້ທີ່ໄມ້ກາງແຂນແລ້ວ.
25
ຖ້າພວກເຮົາມີຊີວິດຢູ່ໂດຍພຣະວິນຍານ ກໍຈົ່ງດຳເນີນຊີວິດໄປຕາມພຣະວິນຍານນັ້ນ.
26
ພວກເຮົາບໍ່ຕ້ອງເປັນຄົນອວດຕົວ ຫລືກຸກກວນໃຈກັນ ຫລືອິດສາກັນແລະກັນ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 6 →
All chapters:
1
2
3
4
5
6
Recommended Reading
Commentary
Galatians Commentaries
→
Devotional
Galatians Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→