bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Malachi 1
Malachi 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 2 →
1
ຕໍ່ໄປນີ້ແມ່ນຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ມອບໃຫ້ມາລາກີ ບອກປະຊາຊົນອິດສະຣາເອນ.
2
ພຣະເຈົ້າຢາເວກ່າວແກ່ປະຊາຊົນຂອງພຣະອົງວ່າ, “ເຮົາຮັກພວກເຈົ້າຕະຫລອດມາ.” ແຕ່ພວກເຂົາຕອບວ່າ, “ພຣະອົງໄດ້ສຳແດງຄວາມຮັກຂອງພຣະອົງ ຕໍ່ພວກຂ້ານ້ອຍຢ່າງໃດ?” ພຣະເຈົ້າຢາເວຕອບວ່າ, “ເອຊາວແລະຢາໂຄບເປັນອ້າຍນ້ອງກັນ ແຕ່ເຮົາຮັກຢາໂຄບແລະເຊື້ອສາຍຂອງລາວ
3
ແລະເຮົາຊັງເອຊາວແລະເຊື້ອສາຍຂອງລາວ. ເຮົາໄດ້ເຮັດໃຫ້ເຂດເນີນພູຂອງເອຊາວຖືກທຳລາຍລ້າງຜານ ແລະປະໃຫ້ເປັນຖິ່ນອາໄສຂອງສັດປ່າ.”
4
ຖ້າເຊື້ອສາຍຂອງເອຊາວ ຊາວເອໂດມ ເວົ້າວ່າ, “ຕົວເມືອງຕ່າງໆຂອງພວກເຮົາໄດ້ຖືກທຳລາຍ ແຕ່ພວກເຮົາຈະສ້າງເມືອງເຫຼົ່ານັ້ນຂຶ້ນໃໝ່.” ແລ້ວພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກໍຈະຕອບຄືນວ່າ, “ປ່ອຍໃຫ້ພວກເຂົາສ້າງຂຶ້ນໃໝ່ ແລະເຮົາຈະທຳລາຍລົງອີກ. ປະຊາຊົນຈະເອີ້ນມັນວ່າ, ‘ເມືອງເຄາະຮ້າຍ’ ແລະ ‘ຊົນຊາດທີ່ພຣະເຈົ້າຢາເວໂກດຮ້າຍຕະຫລອດໄປ.”’
5
ປະຊາຊົນອິດສະຣາເອນກຳລັງຈະໄດ້ເຫັນສິ່ງນີ້ດ້ວຍຕາຂອງຕົນເອງ ແລະພວກເຂົາຈະເວົ້າວ່າ, “ພຣະເຈົ້າຢາເວຍິ່ງໃຫຍ່ ແມ່ນແຕ່ນອກເຂດດິນແດນຂອງຊາດອິດສະຣາເອນ.”
6
ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວຕໍ່ພວກປະໂຣຫິດວ່າ, “ລູກຍ່ອມໃຫ້ກຽດພໍ່ແມ່ຂອງຕົນ ແລະຄົນຮັບໃຊ້ຍ່ອມນັບຖືນາຍຂອງຕົນ. ເຮົາເປັນພໍ່ຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ກຽດເຮົາ? ເຮົາເປັນເຈົ້ານາຍຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ນັບຖືເຮົາ? ພວກເຈົ້າດູຖູກເຮົາ ແລະຍິ່ງໄປກວ່ານີ້ອີກ ພວກເຈົ້າຍັງຖາມວ່າ, ‘ພວກຂ້ານ້ອຍໝິ່ນປະໝາດພຣະນາມຂອງພຣະອົງຢ່າງໃດ?’
7
ກໍຢ່າງນີ້ແຫລະ ຄືໂດຍນຳເອົາອາຫານທີ່ເປັນມົນທິນມາທີ່ແທ່ນບູຊາຂອງເຮົາ. ແລ້ວພວກເຈົ້າກໍຖາມວ່າ, ‘ພວກຂ້ານ້ອຍໄດ້ຂາດການນັບຖືພຣະອົງຢ່າງໃດແດ່?’ ເຮົາຈະບອກໃຫ້ພວກເຈົ້າຮູ້ກໍໄດ້ ຄືໂດຍສະແດງການຫຍໍ້ຫຍັນຕໍ່ແທ່ນບູຊາຂອງພຣະເຈົ້າຢາເວ.
8
ເມື່ອພວກເຈົ້ານຳສັດຕາບອດ ຫລືສັດເຈັບໂຊ ຫລືສັດຂາພິການ ມາຖວາຍແກ່ເຮົາ ພວກເຈົ້າຄິດວ່າເປັນການຖືກຕ້ອງແລ້ວບໍ? ຈົ່ງລອງນຳສັດເຊັ່ນນັ້ນໄປໃຫ້ຜູ້ປົກຄອງຂອງພວກເຈົ້າເບິ່ງດູ ເພິ່ນຈະພໍໃຈນຳພວກເຈົ້າບໍ? ຫລືພວກເຈົ້າຈະໄດ້ຮັບຄວາມດີຄວາມຊອບຫຍັງແດ່ຈາກເພິ່ນ?” ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
9
“ບັດນີ້ບັນດາປະໂຣຫິດເອີຍ ລອງພາວັນນາອະທິຖານຂໍຕໍ່ພຣະເຈົ້າ ໃຫ້ກະລຸນາພວກເຮົາເບິ່ງດູ. ພຣະອົງຈະບໍ່ຕອບຄຳພາວັນນາອະທິຖານຂອງພວກເຈົ້າດອກ ແລະຄົງຈະເປັນເພາະຄວາມຜິດຂອງພວກເຈົ້າ.” ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
10
“ເຮົາຢາກໃຫ້ມີຜູ້ໜຶ່ງໃນພວກເຈົ້າອັດປະຕູພຣະວິຫານໄວ້ ເພື່ອປ້ອງກັນບໍ່ໃຫ້ພວກເຈົ້າເຂົ້າໄປໄຕ້ໄຟຢ່າງບໍ່ມີປະໂຫຍດ ທີ່ເທິງແທ່ນບູຊາຂອງເຮົາ. ເຮົາບໍ່ພໍໃຈນຳພວກເຈົ້າ,” ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ແລະເຮົາຈະບໍ່ຮັບເຄື່ອງບູຊາຂອງພວກເຈົ້າທີ່ນຳມາຖວາຍແກ່ເຮົາ.
11
ນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດທົ່ວໂລກ ຈາກທິດຕາເວັນອອກເຖິງທິດຕາເວັນຕົກ. ໃນທຸກທີ່ທຸກບ່ອນມີຄົນເຜົາເຄື່ອງຫອມຖວາຍແກ່ນາມຊື່ຂອງເຮົາ ແລະໄດ້ນຳເຄື່ອງບູຊາທີ່ບໍຣິສຸດມາຖວາຍແກ່ນາມຊື່ຂອງເຮົາ. ເພາະນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
12
“ແຕ່ພວກເຈົ້ານັ້ນໝິ່ນປະໝາດເຮົາ ເມື່ອພວກເຈົ້າເວົ້າວ່າ, ‘ແທ່ນບູຊາຂອງເຮົາໜ້າລັງກຽດ’ ແລະເວລາທີ່ພວກເຈົ້າຖວາຍອາຫານເປັນມົນທິນທີ່ເທິງແທ່ນນັ້ນ.
13
ພວກເຈົ້າເວົ້າວ່າ, ‘ຊ່າງອິດເມື່ອຍຕໍ່ການຖວາຍນີ້ແທ້ນໍ’ ແລະພວກເຈົ້າກໍງຶກດັງຂຶ້ນປະໝາດເຮົາ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. “ແລະເມື່ອຖວາຍບູຊາ ພວກເຈົ້ານຳສັດທີ່ລັກມາ ຫລືສັດທີ່ຂາພິການ ຫລືສັດທີ່ເຈັບໂຊມາຖວາຍ. ພວກເຈົ້າຄິດວ່າເຮົາຈະຮັບເອົາສິ່ງນັ້ນຫລື?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
14
“ຂໍໃຫ້ຄຳສາບແຊ່ງຕົກຖືກຄົນຂີ້ໂກງ ຜູ້ຖວາຍສັດທີ່ໜ້າຂີ້ດຽດແກ່ເຮົາ ເມື່ອຢູ່ໃນຝູງມີສັດໂຕດີທີ່ຕົນໄດ້ສັນຍາວ່າຈະຖວາຍໃຫ້ແກ່ອົງພຣະຜູ້ເປັນເຈົ້າ ດ້ວຍວ່າ, ເຮົາເປັນກະສັດຜູ້ຍິ່ງໃຫຍ່ ແລະນາມຊື່ຂອງເຮົາເປັນທີ່ຢຳເກງໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 2 →
All chapters:
1
2
3
4