bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Malachi 3
Malachi 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 4 →
1
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕອບວ່າ, “ເຮົາຈະໃຊ້ຜູ້ແຈ້ງຂ່າວຂອງເຮົາໄປຕຽມທາງໄວ້ສຳລັບເຮົາ. ແລ້ວອົງພຣະຜູ້ເປັນເຈົ້າ ຜູ້ທີ່ພວກເຈົ້າກຳລັງຊອກຫານັ້ນ ກໍຈະມາທີ່ພຣະວິຫານໃນທັນໃດ. ຜູ້ແຈ້ງຂ່າວທີ່ພວກເຈົ້າຢາກເຫັນນັ້ນຈະມາ ແລະປະກາດພັນທະສັນຍາຂອງເຮົາ.”
2
ແຕ່ຜູ້ໃດແດ່ຈະສາມາດທົນຕໍ່ວັນທີ່ພຣະອົງສະເດັດມານັ້ນໄດ້? ຜູ້ໃດແດ່ຈະສາມາດມີຊີວິດລອດຢູ່ໄດ້ເມື່ອພຣະອົງມາປາກົດ? ພຣະອົງຈະເປັນດັ່ງສະບູທີ່ມີກຳລັງແຮງ ແລະເປັນດັ່ງໄຟທີ່ຫລອມໂລຫະ.
3
ພຣະອົງຈະມາຕັດສິນເໝືອນດັ່ງຄົນທີ່ຫລອມເງິນ ແລະຊຳລະມັນໃຫ້ບໍຣິສຸດ. ຊ່າງໂລຫະຫລອມເງິນແລະຄຳສັນໃດ ຜູ້ແຈ້ງຂ່າວຂອງອົງພຣະຜູ້ເປັນເຈົ້າ ກໍຈະຊຳລະບັນດາປະໂຣຫິດໃຫ້ບໍຣິສຸດສັນນັ້ນ ເພື່ອວ່າພວກເຂົາຈະໄດ້ນຳເຄື່ອງບູຊາຊະນິດທີ່ຖືກຕ້ອງມາຖວາຍແກ່ພຣະເຈົ້າຢາເວ.
4
ແລ້ວເຄື່ອງຖວາຍບູຊາທີ່ປະຊາຊົນຢູດາແລະເຢຣູຊາເລັມ ນຳມາຖວາຍແກ່ພຣະເຈົ້າຢາເວນັ້ນກໍຈະເປັນທີ່ພໍໃຈພຣະອົງ ດັ່ງເຄື່ອງບູຊາຂອງພວກເຂົາທີ່ເຄີຍເປັນມາແຕ່ຄາວກ່ອນ.
5
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”
6
“ເຮົາແມ່ນພຣະເຈົ້າຢາເວ ແລະເຮົາບໍ່ປ່ຽນແປງ. ສ່ວນພວກເຈົ້າເຊື້ອສາຍຂອງຢາໂຄບ ຍັງບໍ່ສູນສິ້ນໄປໝົດເທື່ອນໍ.
7
ພວກເຈົ້າໄດ້ຫັນໜີຈາກກົດບັນຍັດທັງຫລາຍຂອງເຮົາ ແລະບໍ່ໄດ້ປະຕິບັດຕາມກົດບັນຍັດນັ້ນ ເໝືອນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ. ຈົ່ງກັບຄືນມາຫາເຮົາເຖີດ ແລະເຮົາຈະກັບຄືນໄປຫາພວກເຈົ້າ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. ແຕ່ພວກເຈົ້າຊໍ້າພັດຖາມວ່າ, ‘ພວກຂ້ານ້ອຍຕ້ອງເຮັດຢ່າງໃດຈຶ່ງຈະກັບຄືນໄປຫາພຣະອົງໄດ້?’
8
ເຮົາຂໍຖາມພວກເຈົ້າວ່າເປັນການຖືກຕ້ອງບໍທີ່ມະນຸດສໍ້ໂກງພຣະເຈົ້າ? ແນ່ນອນບໍ່ເປັນການຖືກຕ້ອງ, ແຕ່ພວກເຈົ້າຕ່າງກໍສໍ້ໂກງເຮົາ. ພວກເຈົ້າຖາມວ່າ, ‘ສໍ້ໂກງຢ່າງໃດ?’ ກໍສໍ້ໂກງໃນເລື່ອງໜຶ່ງສ່ວນສິບ ແລະເຄື່ອງຖວາຍຕ່າງໆນັ້ນແຫຼະ.
9
ຄຳສາບແຊ່ງຈະຕົກຖືກພວກເຈົ້າທັງໝົດ ກໍເພາະວ່າຄົນທັງຊາດສໍ້ໂກງເຮົາ.
10
ຈົ່ງນຳໜຶ່ງສ່ວນສິບເຕັມຈຳນວນມາທີ່ວິຫານຂອງເຮົາ ເພື່ອວ່າໃນທີ່ນັ້ນຈະມີອາຫານຢ່າງເຕັມບໍຣິບູນ. ຈົ່ງລອງເຮັດຢ່າງນັ້ນກັບເຮົາເບິ່ງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ແລະພວກເຈົ້າຈະເຫັນວ່າ ເຮົາຈະໄຂປະຕູສະຫວັນ ແລະຖອກເທພຣະພອນນາໆຊະນິດ ຈົນບໍ່ມີຫ້ອງໃສ່ໄວ້ໃນເຮືອນຂອງພວກເຈົ້າ.
11
ເຮົາຈະບໍ່ປ່ອຍໃຫ້ຝູງແມງໄມ້ມາທຳລາຍຜົນລະປູກຂອງພວກເຈົ້າ ແລະຕົ້ນອະງຸ່ນຂອງພວກເຈົ້າກໍຈະມີໝາກຫລາຍ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
12
“ແລ້ວປະຊາຊົນທຸກຊາດກໍຈະເອີ້ນພວກເຈົ້າວ່າ, ‘ຜູ້ມີຄວາມສຸກ’ ເພາະດິນແດນຂອງພວກເຈົ້າຈະເປັນທີ່ຢູ່ອາໄສຢ່າງຜາສຸກ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
13
ພຣະເຈົ້າຢາເວກ່າວວ່າ, “ພວກເຈົ້າໄດ້ເວົ້າໃສ່ຮ້າຍເຮົາ ແຕ່ພວກເຈົ້າຊໍ້າຖາມວ່າ, ‘ພວກຂ້ານ້ອຍໄດ້ເວົ້າໃສ່ຮ້າຍຫຍັງແດ່ແກ່ພຣະອົງ?’
14
ພວກເຈົ້າໄດ້ເວົ້າວ່າ, ‘ຮັບໃຊ້ພຣະເຈົ້ານັ້ນໄຮ້ປະໂຫຍດ. ມີປະໂຫຍດຫຍັງທີ່ປະຕິບັດຕາມສິ່ງທີ່ພຣະອົງບອກ ຫລືພະຍາຍາມສະແດງຕໍ່ໜ້າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ວ່າ ພວກເຮົາເສຍໃຈຕໍ່ສິ່ງທີ່ພວກເຮົາໄດ້ເຮັດມາ?
15
ຕາມທີ່ພວກເຮົາເຫັນແລ້ວ ຄົນຈອງຫອງແມ່ນຄົນພວກໜຶ່ງທີ່ມີຄວາມສຸກ. ຄົນຊົ່ວບໍ່ແມ່ນຮັ່ງມີເທົ່ານັ້ນ ແຕ່ພວກເຂົາຍັງທົດລອງພຣະເຈົ້າດ້ວຍການເຮັດຊົ່ວ ແລະພວກເຂົາກໍບໍ່ໄດ້ຮັບໂທດຫຍັງເລີຍ.”’
16
ແລ້ວຄົນຢຳເກງພຣະເຈົ້າຢາເວກໍໄດ້ເວົ້າຕໍ່ກັນແລະກັນ; ພຣະເຈົ້າຢາເວກໍໄດ້ຍິນ ແລະໄດ້ຟັງສິ່ງທີ່ພວກເຂົາໄດ້ເວົ້ານັ້ນ. ຊ້ອງໜ້າຂອງພຣະອົງ ມີໜັງສືເຫຼັ້ມໜຶ່ງຊຶ່ງບັນທຶກຊື່ຄົນທີ່ຢຳເກງພຣະເຈົ້າຢາເວ ແລະເຄົາຣົບນັບຖືພຣະນາມຂອງພຣະອົງ.
17
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ພວກເຂົາຈະເປັນປະຊາຊົນຂອງເຮົາ. ໃນມື້ທີ່ເຮົາດຳເນີນການນັ້ນ ພວກເຂົາຈະເປັນກຳມະສິດຂອງເຮົາແທ້ໆ. ເຮົາຈະເມດຕາພວກເຂົາດັ່ງພໍ່ເມດຕາລູກຜູ້ທີ່ຮັບໃຊ້ຕົນ.
18
ອີກເທື່ອໜຶ່ງ ປະຊາຊົນຂອງເຮົາຈະເຫັນຄວາມແຕກຕ່າງລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຄົນຊອບທຳແລະຄົນອະທຳ ແລະລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຜູ້ທີ່ຮັບໃຊ້ພຣະເຈົ້າ ແລະຕໍ່ຜູ້ທີ່ບໍ່ຮັບໃຊ້ພຣະອົງ.”
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 4 →
All chapters:
1
2
3
4