bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Malachi 4
Malachi 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
1
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ວັນນັ້ນກຳລັງມາເຖິງ ຄືມື້ທີ່ຄົນຈອງຫອງແລະຄົນຊົ່ວທຸກຄົນຈະຖືກໄຟເຜົາດັ່ງເຟືອງ. ໃນວັນນັ້ນ ພວກເຂົາຈະຖືກໄຟເຜົາ ແລະຈະບໍ່ມີຫຍັງເຫຼືອຢູ່ເລີຍ.
2
ແຕ່ສຳລັບພວກທີ່ຢຳເກງນາມຂອງເຮົາ ເຮົາຈະນຳຄວາມພົ້ນມາໃຫ້ພວກເຂົາ ດ້ວຍອານຸພາບອັນຮຸ່ງເຮືອງຂອງເຮົາ ດັ່ງດວງຕາເວັນຂຶ້ນ ແລະຈະນຳເອົາການປິ່ນປົວມາສູ່ພວກເຂົາ ດັ່ງແສງດວງອາທິດ. ພວກເຈົ້າຈະເປັນອິດສະຫລະເສລີແລະມີຄວາມສຸກ ດັ່ງລູກງົວທີ່ອອກມາຈາກຄອກ.
3
ໃນມື້ທີ່ເຮົາດຳເນີນການນັ້ນ ພວກເຈົ້າຈະຊະນະຄົນຊົ່ວຊ້າອະທຳ ແລະພວກເຂົາຈະເປັນດັ່ງຂີ້ຝຸ່ນຢູ່ໃຕ້ພື້ນຕີນຂອງພວກເຈົ້າ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
4
“ຈົ່ງຈົດຈຳກົດບັນຍັດຕ່າງໆຂອງໂມເຊຄົນຮັບໃຊ້ຂອງເຮົາ ຄືກົດບັນຍັດທັງຫລາຍແລະຂໍ້ຄຳສັ່ງຕ່າງໆ ຊຶ່ງເຮົາໄດ້ມອບໃຫ້ລາວທີ່ເທິງພູເຂົາຊີນາຍ ເພື່ອໃຫ້ປະຊາຊົນອິດສະຣາເອນທຸກຄົນປະຕິບັດຕາມ.
5
ແຕ່ກ່ອນວັນຍິ່ງໃຫຍ່ແລະວັນອັນໜ້າຢ້ານຂອງພຣະເຈົ້າຢາເວຈະມາເຖິງ ເຮົາຈະໃຊ້ເອລີຢາຜູ້ທຳນວາຍຂອງເຮົາມາ.
6
ລາວຈະນຳພໍ່ກັບລູກມາພົບກັນອີກ; ບໍ່ດັ່ງນັ້ນ ເຮົາຈະມາ ແລະທຳລາຍປະເທດຂອງພວກເຈົ້າ.”
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
All chapters:
1
2
3
4