bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Malachi 2
Malachi 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 3 →
1
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວຕໍ່ບັນດາປະໂຣຫິດວ່າ, “ຄຳສັ່ງນີ້ແມ່ນສຳລັບພວກເຈົ້າ:
2
ພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດເຮົາໃນສິ່ງທີ່ພວກເຈົ້າກະທຳ. ຖ້າພວກເຈົ້າບໍ່ຍອມຟັງໃນສິ່ງທີ່ເຮົາກ່າວ ເຮົາຈະນຳຄຳສາບແຊ່ງມາສູ່ພວກເຈົ້າ. ເຮົາຈະນຳຄຳສາບແຊ່ງມາສູ່ສິ່ງຕ່າງໆທີ່ພວກເຈົ້າໄດ້ຮັບໃນຖານະເປັນປະໂຣຫິດ. ຕາມຄວາມເປັນຈິງ ເຮົາໄດ້ນຳຄຳສາບແຊ່ງນັ້ນມາແລ້ວ ເພາະວ່າພວກເຈົ້າບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາຢ່າງແທ້ຈິງ.
3
ເຮົາຈະລົງໂທດລູກຂອງພວກເຈົ້າ ແລະເອົາໜ້າພວກເຈົ້າຖູໃສ່ຂີ້ສັດທີ່ພວກເຈົ້ານຳມາຖວາຍບູຊານັ້ນ ແລ້ວພວກເຈົ້າກໍຈະຖືກໂຍນອອກໄປພ້ອມກັບຂີ້ສັດນັ້ນ.
4
ແລ້ວພວກເຈົ້າກໍຈະຮູ້ວ່າເຮົາໄດ້ໃຫ້ຄຳສັ່ງນີ້ແກ່ພວກເຈົ້າ ເພື່ອວ່າພັນທະສັນຍາຂອງເຮົາຊຶ່ງໄດ້ເຮັດໄວ້ກັບພວກປະໂຣຫິດ ຜູ້ທີ່ເປັນເຊື້ອສາຍຂອງເລວີນັ້ນ ຈະດຳລົງຄົງຢູ່ຕໍ່ໄປ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫລະ.
5
“ໃນພັນທະສັນຍາຂອງເຮົານັ້ນ ເຮົາໄດ້ສັນຍາວ່າຈະໃຫ້ຊີວິດແລະສັນຕິສຸກແກ່ພວກເຂົາ; ອັນນີ້ຄືສິ່ງທີ່ເຮົາໄດ້ມອບໃຫ້ພວກເຂົາ ເພື່ອວ່າພວກເຂົາຈະໄດ້ເຄົາຣົບນັບຖືເຮົາ. ໃນຄາວນັ້ນ ພວກເຂົາໄດ້ເຄົາຣົບນັບຖືແລະຢຳເກງຈົນຕົວສັ່ນຕໍ່ນາມຊື່ຂອງເຮົາ.
6
ພວກເຂົາໄດ້ສອນສິ່ງທີ່ຖືກຕ້ອງແລະບໍ່ໄດ້ສອນສິ່ງທີ່ຜິດ. ພວກເຂົາໄດ້ດຳເນີນຊີວິດທີ່ຮວມເຂົ້າກັບເຮົາຢ່າງສະໜິດ; ພວກເຂົາບໍ່ໄດ້ເຮັດໃນສິ່ງທີ່ຖືກຕ້ອງເທົ່ານັ້ນ, ແຕ່ພວກເຂົາຍັງໄດ້ຊ່ວຍຄົນອື່ນໆ ຕັ້ງຫລວງຫລາຍໃຫ້ເຊົາເຮັດຊົ່ວ.
7
ແມ່ນໜ້າທີ່ຂອງປະໂຣຫິດທີ່ຈະສັ່ງສອນຄົນອື່ນໃຫ້ຮູ້ຈັກພຣະເຈົ້າ. ປະຊາຊົນຄວນໄປຫາພວກເຂົາ ເພື່ອຮຽນຮູ້ຄວາມປະສົງຂອງເຮົາ ເພາະພວກເຂົາເປັນຜູ້ແຈ້ງຂ່າວຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
8
ແຕ່ມາບັດນີ້ ບັນດາປະໂຣຫິດເອີຍ ພວກເຈົ້າໄດ້ຫັນໜ້າໜີຈາກທາງອັນຊອບທຳ. ຄຳສັ່ງສອນຂອງພວກເຈົ້າໄດ້ພາໃຫ້ຫລາຍຄົນເຮັດຜິດ. ພວກເຈົ້າໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ກັບພວກເຈົ້າ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫລະ.
9
“ດັ່ງນັ້ນ ເຮົາຈຶ່ງຈະເຮັດໃຫ້ປະຊາຊົນອິດສະຣາເອນໝິ່ນປະໝາດພວກເຈົ້າຄືນ ຍ້ອນພວກເຈົ້າບໍ່ໄດ້ປະຕິບັດຕາມຄວາມປະສົງຂອງເຮົາ ແລະເມື່ອພວກເຈົ້າສັ່ງສອນປະຊາຊົນຂອງເຮົາ ພວກເຈົ້າກໍບໍ່ໄດ້ປະຕິບັດຕໍ່ທຸກຄົນໃຫ້ສະເໝີພາບກັນ.”
10
ພວກເຮົາທຸກຄົນມີພຣະບິດາອົງດຽວກັນບໍ່ແມ່ນບໍ? ບໍ່ແມ່ນພຣະເຈົ້າອົງດຽວກັນບໍ ທີ່ສ້າງພວກເຮົາທຸກຄົນ? ດ້ວຍເຫດໃດພວກເຮົາຈຶ່ງລະເມີດຄຳສັນຍາ ທີ່ພວກເຮົາມີຕໍ່ກັນແລະກັນ; ດ້ວຍເຫດໃດພວກເຮົາຈຶ່ງໝິ່ນປະໝາດພັນທະສັນຍາ ທີ່ພຣະເຈົ້າໄດ້ເຮັດກັບປູ່ຍ່າຕາຍາຍຂອງພວກເຮົາ?
11
ປະຊາຊົນຢູດາໄດ້ລະເມີດພັນທະສັນຍາທີ່ມີຕໍ່ພຣະເຈົ້າ ແລະໄດ້ເຮັດສິ່ງອັນໜ້າກຽດຊັງໃນນະຄອນເຢຣູຊາເລັມແລະໃນທົ່ວປະເທດ. ພວກເຂົາໄດ້ເຮັດໃຫ້ພຣະວິຫານທີ່ພຣະເຈົ້າຢາເວຮັກນັ້ນເປັນມົນທິນ. ພວກຜູ້ຊາຍໄດ້ແຕ່ງງານກັບພວກແມ່ຍິງ ທີ່ນັບຖືພະຂອງຊາວຕ່າງຊາດ.
12
ຂໍໃຫ້ພຣະເຈົ້າຢາເວທຳລາຍລ້າງຜານຜູ້ທີ່ກະທຳເຊັ່ນນັ້ນ ໃຫ້ໝົດໄປຈາກຊຸມຊົນອິດສະຣາເອນ ແລະຢ່າສູ່ອະນຸຍາດໃຫ້ພວກເຂົາເຂົ້າຮ່ວມໃນການຖວາຍບູຊາ ທີ່ຊົນຊາດຂອງພວກເຮົານຳມາຖວາຍແກ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
13
ມີອີກສິ່ງໜຶ່ງທີ່ພວກເຈົ້າຍັງເຮັດຢູ່. ພວກເຈົ້າຮ້ອງໄຫ້ແລະຄວນຄາງໃສ່ແທ່ນບູຊາຂອງພຣະເຈົ້າຢາເວ ຍ້ອນພຣະອົງບໍ່ຮັບເຄື່ອງຖວາຍບູຊາ ຊຶ່ງພວກເຈົ້ານຳມານັ້ນອີກຕໍ່ໄປ.
14
ພວກເຈົ້າຖາມວ່າ, “ເປັນຫຍັງພຣະອົງຈຶ່ງບໍ່ຍອມຮັບເອົາ?” ກໍເພາະພຣະເຈົ້າຢາເວຮູ້ວ່າພວກເຈົ້າໄດ້ລະເມີດຄຳສັນຍາ ທີ່ໄດ້ເຮັດໄວ້ກັບເມຍຂອງຕົນສະໄໝແຕ່ງງານກັນແຕ່ຍັງໜຸ່ມຢູ່ນັ້ນ. ນາງເປັນຄູ່ຄອງຂອງເຈົ້າ ແລະເຈົ້າໄດ້ລະເມີດຄຳສັນຍາທີ່ມີໄວ້ກັບນາງ ເຖິງແມ່ນວ່າ ເຈົ້າໄດ້ສັນຍາຢູ່ຊ້ອງໜ້າພຣະເຈົ້າວ່າ ຈະສັດຊື່ຕໍ່ນາງກໍດີ.
15
ພຣະເຈົ້າບໍ່ໄດ້ເຮັດໃຫ້ເຈົ້າມີເນື້ອກາຍ ແລະມີຈິດໃຈເປັນອັນໜຶ່ງອັນດຽວກັນກັບນາງບໍ? ຄວາມປະສົງຂອງພຣະອົງກ່ຽວກັບເລື່ອງນີ້ແມ່ນຫຍັງ? ກໍເພື່ອຢາກໃຫ້ພວກເຈົ້ານັ້ນມີລູກ ທີ່ເປັນປະຊາຊົນຂອງພຣະເຈົ້າຢ່າງແທ້ຈິງ. ດັ່ງນັ້ນ ຈົ່ງໃຫ້ແນ່ໃຈວ່າຜູ້ໃດຜູ້ໜຶ່ງໃນພວກເຈົ້າ ບໍ່ໄດ້ລະເມີດຄຳສັນຍາທີ່ມີຕໍ່ເມຍຂອງຕົນ.
16
ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ເຮົາກຽດຊັງການຢ່າຮ້າງ. ເຮົາກຽດຊັງເມື່ອຜູ້ໃດຜູ້ໜຶ່ງໃນພວກເຈົ້າ ເຮັດຮຸນແຮງເຊັ່ນນັ້ນຕໍ່ເມຍຂອງຕົນ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ ຈົ່ງແນ່ໃຈວ່າ ພວກເຈົ້າບໍ່ໄດ້ລະເມີດຄຳສັນຍາທີ່ວ່າຈະສັດຊື່ຕໍ່ເມຍຂອງຕົນ.
17
ພວກເຈົ້າໄດ້ເຮັດໃຫ້ພຣະເຈົ້າຢາເວເບື່ອໜ່າຍຄຳເວົ້າຂອງພວກເຈົ້າ. ແຕ່ພວກເຈົ້າຊໍ້າຖາມວ່າ, “ພວກເຮົາໄດ້ເຮັດໃຫ້ພຣະອົງເບື່ອໜ່າຍຢ່າງໃດ?” ກໍໂດຍເວົ້າວ່າ, “ພຣະເຈົ້າຢາເວຖືວ່າ ທຸກຄົນທີ່ເຮັດຊົ່ວລ້ວນແຕ່ເປັນຄົນດີ ພຣະອົງກໍເຫັນດີນຳພວກເຂົາ.” ຫລືໂດຍຖາມວ່າ, “ພຣະເຈົ້າອົງຊົງຕັດສິນນັ້ນຢູ່ໃສ?”
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 3 →
All chapters:
1
2
3
4