bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Acts 1
Acts 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 2 →
1
ທ່ານເທໂອຟີໂລທີ່ນັບຖື: ໃນໜັງສືເຫຼັ້ມທຳອິດ ຂ້າພະເຈົ້າໄດ້ຂຽນເຖິງກິດຈະການທັງໝົດ ຊຶ່ງພຣະເຢຊູເຈົ້າໄດ້ກະທຳ ແລະໄດ້ສັ່ງສອນປະຊາຊົນ ຕັ້ງແຕ່ເວລາທີ່ພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງ
2
ຈົນເຖິງວັນທີ່ພຣະອົງຖືກຮັບຂຶ້ນສູ່ສະຫວັນ ກ່ອນພຣະອົງຖືກຮັບຂຶ້ນດ້ວຍຣິດເດດຂອງພຣະວິນຍານບໍຣິສຸດເຈົ້ານັ້ນ ພຣະອົງໄດ້ໃຫ້ຄຳແນະນຳ ແກ່ບັນດາຜູ້ທີ່ພຣະອົງໄດ້ເລືອກໄວ້ ຄືພວກອັກຄະສາວົກຂອງພຣະອົງ.
3
ຫລັງຈາກຄວາມຕາຍຂອງພຣະອົງແລ້ວ ພຣະອົງໄດ້ປາກົດແກ່ພວກເພິ່ນຫລາຍເທື່ອ ເປັນເວລາສີ່ສິບວັນໂດຍພິສູດໃຫ້ເຫັນວ່າ ພຣະອົງໄດ້ເປັນຄືນມາຈາກຕາຍ ແລະມີຊີວິດຢູ່ ພວກເພິ່ນໄດ້ເຫັນພຣະອົງ ແລະພຣະອົງກໍໄດ້ສົນທະນາກັບພວກເພິ່ນ ເຖິງຣາຊອານາຈັກຂອງພຣະເຈົ້າ.
4
ໃນເວລາທີ່ພວກເພິ່ນມາເຕົ້າໂຮມກັນ ພຣະອົງໄດ້ສັ່ງພວກເພິ່ນດັ່ງນີ້: “ຢ່າອອກໄປຈາກນະຄອນເຢຣູຊາເລັມ, ແຕ່ໃຫ້ຄອຍຮັບຂອງປະທານໃຫ້ ທີ່ພຣະບິດາເຈົ້າຂອງເຮົາໄດ້ສັນຍາໄວ້ ຕາມທີ່ເຮົາໄດ້ບອກພວກເຈົ້າໄວ້ແລ້ວ.
5
ໂຢຮັນໄດ້ໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນໍ້າ, ແຕ່ໃນບໍ່ເທົ່າໃດວັນຕໍ່ໄປນີ້ ພວກເຈົ້າຈະໄດ້ຮັບບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດເຈົ້າ.”
6
ເມື່ອພວກອັກຄະສາວົກມາເຕົ້າໂຮມກັນ ເພື່ອພົບພຣະເຢຊູເຈົ້າ ພວກເພິ່ນຈຶ່ງຖາມພຣະອົງວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຈະໃຫ້ຊົນຊາດອິດສະຣາເອນໄດ້ຮັບອຳນາດຄືນໃນເວລານີ້ບໍ?”
7
ພຣະເຢຊູເຈົ້າຊົງຕອບພວກເພິ່ນວ່າ, “ບໍ່ແມ່ນໜ້າທີ່ຂອງພວກເຈົ້າ ທີ່ຈະຮູ້ເວລາ ຫລືຍາມກຳນົດ ຊຶ່ງພຣະບິດາເຈົ້າໄດ້ຊົງຕັ້ງໄວ້ ດ້ວຍສິດຂອງພຣະອົງເອງ.
8
ແຕ່ເຈົ້າທັງຫລາຍຈະໄດ້ຮັບພຣະຣາຊທານຣິດເດດ ເມື່ອພຣະວິນຍານບໍຣິສຸດເຈົ້າ ຈະສະເດັດມາເທິງພວກເຈົ້າ ແລະພວກເຈົ້າຈະເປັນພະຍານໃຫ້ແກ່ເຮົາ ໃນນະຄອນເຢຣູຊາເລັມ ຕະຫລອດທົ່ວແຂວງຢູດາຍ ກັບແຂວງຊາມາເຣຍ ແລະຈົນເຖິງທີ່ສຸດປາຍແຜ່ນດິນໂລກ.”
9
ຫລັງຈາກກ່າວເຊັ່ນນີ້ແລ້ວ ພຣະເຢຊູເຈົ້າກໍຖືກຮັບຂຶ້ນສູ່ສະຫວັນຕໍ່ໜ້າຂອງພວກເພິ່ນ ຈົນເມກມາບັງລັບພຣະອົງໄວ້ ຈາກສາຍຕາຂອງພວກເພິ່ນ.
10
ເມື່ອພວກເພິ່ນຍັງແນມເບິ່ງທ້ອງຟ້າ ໃນຂະນະທີ່ພຣະອົງຂຶ້ນໄປນັ້ນ ໃນທັນໃດ ກໍມີສອງຄົນນຸ່ງເຄື່ອງຂາວເປັນປະກາຍຢືນຢູ່ໃກ້ໆພວກເພິ່ນ
11
ແລະກ່າວວ່າ, “ຊາວຄາລີເລເອີຍ, ເປັນຫຍັງພວກເຈົ້າຈຶ່ງຢືນເບິ່ງທ້ອງຟ້າ? ພຣະເຢຊູເຈົ້າອົງນີ້ທີ່ຖືກຮັບໄປຈາກພວກເຈົ້າ ຂຶ້ນສູ່ສະຫວັນແລ້ວ ພຣະອົງຈະມາປາກົດຢ່າງທີ່ພວກເຈົ້າໄດ້ເຫັນພຣະອົງຂຶ້ນສູ່ສະຫວັນນັ້ນແຫຼະ.”
12
ແລ້ວພວກອັກຄະສາວົກກໍໄດ້ຈາກພູເຂົາໝາກກອກເທດ ກັບຄືນມານະຄອນເຢຣູຊາເລັມ ຊຶ່ງໄກປະມານໜຶ່ງກິໂລແມັດຈາກທີ່ນັ້ນ.
13
ເມື່ອເຂົ້າໄປໃນນະຄອນແລ້ວ ພວກເພິ່ນກໍຂຶ້ນໄປທີ່ຫ້ອງຊັ້ນເທິງ ບ່ອນທີ່ພວກເພິ່ນເຄີຍພັກເຊົາ ໃນພວກເພິ່ນມີ ເປໂຕ, ໂຢຮັນ, ຢາໂກໂບ ແລະ ອັນເດອາ, ຟີລິບກັບໂທມາ, ບາຣະໂທໂລມາຍ ກັບມັດທາຍ, ຢາໂກໂບລູກຊາຍຂອງອາລະຟາຍ, ຊີໂມນຜູ້ຮັກຊາດ ແລະ ຢູດາ ລູກຊາຍຂອງຢາໂກໂບ.
14
ຄົນເຫຼົ່ານີ້ທັງໝົດໄດ້ຮ່ວມໃຈກັນພາວັນນາອະທິຖານປະຈຳສະໝໍ່າສະເໝີ ໂດຍມີພວກແມ່ຍິງ ມາຣີແມ່ຂອງພຣະເຢຊູເຈົ້າ ແລະພວກນ້ອງຊາຍຂອງພຣະອົງກໍຮ່ວມຢູ່ດ້ວຍ.
15
ໃນວັນຕໍ່ມາ ກໍມີການນະມັດສະການຂອງບັນດາຄົນທີ່ເຊື່ອ ໂດຍມີຜູ້ມາລວມທັງໝົດປະມານຮ້ອຍຊາວຄົນ ຝ່າຍເປໂຕຈຶ່ງຢືນຂຶ້ນ ແລະກ່າວແກ່ຄົນເຫຼົ່ານີ້ວ່າ,
16
“ພີ່ນ້ອງທັງຫລາຍເອີຍ, ຂໍ້ຄວາມໃນພຣະຄຳພີທີ່ພຣະວິນຍານບໍຣິສຸດເຈົ້າກ່າວໄວ້ລ່ວງໜ້າ ໂດຍຜ່ານທາງກະສັດດາວິດຕ້ອງສຳເລັດເປັນຈິງ, ຂໍ້ຄວາມນັ້ນເວົ້າເຖິງຢູດາ ຜູ້ທີ່ນຳພາຄົນທັງຫລາຍໄປຈັບກຸມພຣະເຢຊູເຈົ້າ.
17
ຢູດາເປັນຄົນໜຶ່ງໃນພວກເຮົາ ລາວໄດ້ຮັບສ່ວນໃນງານນີ້ເໝືອນກັນ.” (
18
ດ້ວຍເງິນທີ່ຢູດາໄດ້ມາຈາກການກະທຳຊົ່ວຂອງຕົນ ໄປຊື້ດິນຕອນໜຶ່ງ; ລາວລົ້ມຟາດລົງທີ່ດິນຕອນນີ້ ຈົນເລົາຄີງແຕກ ແລະໄສ້ໂລ່ອອກມາທັງໝົດ.
19
ຊາວນະຄອນເຢຣູຊາເລັມທຸກຄົນ ຕ່າງກໍໄດ້ຮູ້ເຖິງເຫດການນີ້. ດັ່ງນັ້ນ ພວກເຂົາຈຶ່ງເອີ້ນດິນຕອນນີ້ຕາມພາສາຂອງພວກຕົນວ່າ ອະເກັນດາມາ ຊຶ່ງໝາຍຄວາມວ່າ ນາເລືອດ)
20
“ເພາະມີຄຳຂຽນໄວ້ໃນພຣະທຳເພງສັນລະເສີນວ່າ, ‘ຂໍໃຫ້ທີ່ຢູ່ຂອງມັນຮົກຮ້າງຫວ່າງເປົ່າໄປ ຢ່າໃຫ້ມີຜູ້ໃດເຂົ້າໄປອາໄສຢູ່ໃນທີ່ນັ້ນ.’ ແລະ ຍັງມີຂໍ້ຄວາມຂຽນໄວ້ອີກວ່າ, ‘ສ່ວນໜ້າທີ່ຂອງມັນໃຫ້ຄົນອື່ນຮັບແທນ ຊຶ່ງມັນເຄີຍໄດ້ຮັບໃຊ້ມານັ້ນ.’
21
ດ້ວຍເຫດນັ້ນ ໃນບັນດາຜູ້ທີ່ເປັນພວກດຽວກັບເຮົາ ຕະຫລອດເວລາທີ່ອົງພຣະເຢຊູເຈົ້າສະເດັດໄປມາກັບພວກເຮົາ,
22
ຄືຕັ້ງແຕ່ບັບຕິສະມາຂອງໂຢຮັນ ຈົນເຖິງວັນທີ່ພຣະເຈົ້າຊົງຮັບພຣະອົງຂຶ້ນເມືອຈາກພວກເຮົາ ຄົນໜຶ່ງໃນພວກນີ້ຈະຕ້ອງກາຍເປັນພະຍານກັບພວກເຮົາວ່າ, ພຣະອົງຊົງຄືນພຣະຊົນແລ້ວ.”
23
ດັ່ງນັ້ນ ພວກເພິ່ນຈຶ່ງສະເໜີຊາຍສອງຄົນ ຄືໂຢເຊັບ ແລະ ມັດເທຍ, ສ່ວນໂຢເຊັບນັ້ນມີຊື່ອີກວ່າ ບາຣະຊັບບາ ແລະມີນາມສະກຸນວ່າ ຢູສະໂຕ.
24
ແລ້ວພວກເພິ່ນກໍພາກັນພາວັນນາອະທິຖານວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຢັ່ງຮູ້ຄວາມນຶກຄິດຈິດໃຈຂອງທຸກຄົນ. ສະນັ້ນ ໂຜດຊີ້ບອກວ່າໃນສອງຄົນນີ້ພຣະອົງໄດ້ເລືອກເອົາຜູ້ໃດ
25
ເພື່ອໃຫ້ຮັບໃຊ້ເປັນອັກຄະສາວົກແທນໜ້າທີ່ຂອງຢູດາ ຜູ້ທີ່ຈາກໄປສູ່ບ່ອນທີ່ລາວສົມຄວນຕ້ອງໄປ.”
26
ແລ້ວພວກເພິ່ນກໍໃຊ້ສະຫລາກ ເພື່ອເລືອກເອົາຜູ້ໜຶ່ງໃນສອງຄົນນີ້ ແລະຜູ້ທີ່ຖືກເລືອກໄດ້ແມ່ນມັດເທຍ. ດັ່ງນັ້ນ ມັດເທຍຈຶ່ງຖືກນັບເຂົ້າເປັນຄົນໜຶ່ງ ໃນພວກອັກຄະສາວົກສິບເອັດຄົນນັ້ນ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28