bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Acts 6
Acts 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 7 →
1
ໃນຄາວນັ້ນ ເມື່ອຈຳນວນພວກສິດກຳລັງເພີ່ມທະວີຫລາຍຂຶ້ນ ຊາວຢິວປາກພາສາກຣີກ ຈົ່ມຕໍ່ຊາວຢິວຄົນພື້ນເມືອງປາກພາສາເຮັບເຣີວ່າ ໃນແຕ່ລະວັນພວກແມ່ໝ້າຍຊາວກຣິກ ບໍ່ໄດ້ຮັບການເອົາໃຈໃສ່ໃນການແຈກຈ່າຍອາຫານ.
2
ດັ່ງນັ້ນ ພວກອັກຄະສາວົກສິບສອງຄົນ ຈຶ່ງເອົາບັນດາສິດຜູ້ທີ່ເຊື່ອທັງໝົດມາປະຊຸມກັນ ແລະກ່າວວ່າ, “ເປັນການບໍ່ສົມຄວນເລີຍ ທີ່ຈະໃຫ້ພວກເຮົາປະຖິ້ມການສັ່ງສອນພຣະທຳຂອງພຣະເຈົ້າ ແລະມາຮັບໃຊ້ການກິນການດື່ມ.
3
ດ້ວຍເຫດນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງເລືອກເອົາເຈັດຄົນໃນທ່າມກາງພວກເຈົ້າທີ່ມີຊື່ສຽງດີ ທີ່ເຕັມດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະສະຕິປັນຍາ ພວກເຮົາຈະຕັ້ງໃຫ້ພວກເຂົາຮັບຜິດຊອບດູແລໃນການງານນີ້.
4
ສ່ວນພວກເຮົາ ກໍຈະອຸທິດເວລາທັງໝົດໃສ່ໃນການພາວັນນາອະທິຖານ ແລະການສັ່ງສອນພຣະທຳ.”
5
ຄົນທີ່ເຊື່ອທັງໝົດພໍໃຈ ເຫັນດີນຳການສະເໜີຂອງພວກອັກຄະສາວົກ. ດັ່ງນັ້ນ ພວກເຂົາຈຶ່ງເລືອກເອົາຊະເຕຟາໂນ ຜູ້ທີ່ເຕັມໄປດ້ວຍຄວາມເຊື່ອ ແລະພຣະວິນຍານບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອຊາວເມືອງອັນຕີໂອເຂຍ ທີ່ເຂົ້າສາສະໜາຢິວ.
6
ພວກເຂົາໄດ້ນຳຄົນທັງເຈັດນີ້ ມາສະເໜີຕໍ່ພວກອັກຄະສາວົກ ແລະພວກເພິ່ນຈຶ່ງພາວັນນາອະທິຖານວາງມືໃສ່ພວກເຂົາ.
7
ດັ່ງນັ້ນ ພຣະທຳຂອງພຣະເຈົ້າຈຶ່ງໄດ້ຈະເລີນຂຶ້ນ ສືບຕໍ່ແຜ່ຂະຫຍາຍອອກໄປ ຈຳນວນພວກສິດໃນນະຄອນເຢຣູຊາເລັມເພີ່ມທະວີຫລາຍຂຶ້ນ ແລະໄດ້ມີປະໂຣຫິດຫລາຍຄົນ ກໍໄດ້ຍອມເຊື່ອຟັງຕໍ່ຄວາມເຊື່ອນັ້ນ.
8
ຊະເຕຟາໂນຜູ້ທີ່ບໍຣິບູນດ້ວຍພຣະຄຸນແລະຣິດເດດ ໄດ້ເຮັດການອັດສະຈັນອັນໃຫຍ່ ແລະໝາຍສຳຄັນອັນຍິ່ງໃຫຍ່ໃນທ່າມກາງປະຊາຊົນ.
9
ແຕ່ເພິ່ນຖືກຕໍ່ຕ້ານຂັດຂວາງຈາກສະມາຊິກບາງຄົນ ທີ່ມາຈາກທຳມະສາລາ ຊຶ່ງເອີ້ນວ່າ, “ໂຮງທຳຊາວຢິວອົບພະຍົບ” ມີທັງຊາວກີເຣເນ ແລະ ຊາວອາເລັກຊັນເດຍ, ກັບບາງຄົນຈາກແຂວງກີລີເກຍ ແລະ ເອເຊຍ ແລະໄດ້ພາກັນລຸກຂຶ້ນໂຕ້ຖຽງກັບຊະເຕຟາໂນ.
10
ຄົນເຫຼົ່ານັ້ນຕໍ່ສູ້ກັບຄຳທີ່ທ່ານກ່າວດ້ວຍສະຕິປັນຍາ ແລະດ້ວຍພຣະວິນຍານບໍ່ໄດ້.
11
ດັ່ງນັ້ນ ພວກເຂົາຈຶ່ງຍຸແຫຍ່ຊາຍບາງຄົນມາກ່າວຫາວ່າ, “ພວກເຮົາໄດ້ຍິນລາວເວົ້າຕໍ່ສູ້ໂມເຊ ແລະຕໍ່ສູ້ພຣະເຈົ້າ.”
12
ດ້ວຍເຫດນີ້ ພວກເຂົາຈຶ່ງຍຸຍົງປະຊາຊົນ, ພວກເຖົ້າແກ່ແລະພວກທຳມະຈານ ມາຫຸ້ມຈັບຊະເຕຟາໂນ ແລະນຳຕົວຂຶ້ນໄປທີ່ສະພາສູງສຸດ.
13
ແລ້ວພວກເຂົາກໍນຳພະຍານບໍ່ຈິງມາກ່າວວ່າ, “ຊາຍຄົນນີ້ເວົ້າຕໍ່ສູ້ພຣະວິຫານອັນສັກສິດ ແລະກົດບັນຍັດຢ່າງບໍ່ຢຸດຢັ້ງ.
14
ພວກເຮົາໄດ້ຍິນຄົນນີ້ເວົ້າວ່າ ເຢຊູໄທນາຊາເຣັດຈະທຳລາຍພຣະວິຫານຫລັງນີ້ ແລະຈະປ່ຽນແປງທຳນຽມທີ່ໂມເຊໄດ້ໃຫ້ໄວ້ແກ່ພວກເຮົາ.”
15
ແລະບັນດາຄົນທີ່ນັ່ງຢູ່ໃນສະພາສູງສຸດນັ້ນ ໄດ້ແນມໄປເບິ່ງຊະເຕຟາໂນ ແລະເຫັນວ່າໜ້າຂອງເພິ່ນເປັນເໝືອນໜ້າຂອງເທວະດາ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28