bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Acts 25
Acts 25
Lao Bible 2012 (ພຣະຄຳພີສັກສິ)
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 26 →
1
ສາມວັນ ຫລັງຈາກທີ່ເຟຊະໂຕໄດ້ມາຮອດແຂວງນັ້ນ ເພິ່ນກໍຈາກເມືອງກາຍຊາເຣຍໄປທີ່ນະຄອນເຢຣູຊາເລັມ.
2
ໃນທີ່ນັ້ນ ບັນດາຫົວໜ້າປະໂຣຫິດກັບບັນດາຜູ້ນຳຂອງຊາວຢິວ ໄດ້ສະເໜີຄະດີຕໍ່ສູ້ໂປໂລແກ່ທ່ານ ພວກເຂົາຂໍຮ້ອງນຳເຟຊະໂຕ.
3
ເພື່ອຊ່ວຍພວກເຂົາໃນການຕໍ່ສູ້ໂປໂລ ໂດຍໃຫ້ສົ່ງເພິ່ນມາທີ່ນະຄອນເຢຣູຊາເລັມ, ພວກເຂົາມີແຜນການທີ່ຈະລັດຂ້າໂປໂລກາງທາງ.
4
ແຕ່ເຟຊະໂຕຕອບວ່າ, “ໂປໂລຖືກຄຸມຂັງໄວ້ຢູ່ເມືອງກາຍຊາເຣຍ ແລະເຮົາເອງກໍຈະກັບຄືນໄປທີ່ນັ້ນໃນໄວໆນີ້.
5
ດັ່ງນັ້ນ ຈົ່ງໃຫ້ບັນດາຜູ້ມີອຳນາດໃນພວກເຈົ້າໄປທີ່ເມືອງກາຍຊາເຣຍກັບເຮົາ ແລະຟ້ອງຜູ້ກ່ຽວ ຖ້າລາວເຮັດຜິດຢ່າງໃດຢ່າງໜຶ່ງ.”
6
ເຟຊະໂຕພັກຢູ່ນຳພວກເຂົາພຽງແຕ່ແປດວັນຫາສິບວັນເທົ່ານັ້ນ ແລ້ວເພິ່ນກໍກັບຄືນເມືອທີ່ເມືອງກາຍຊາເຣຍ, ວັນຕໍ່ມາ ເພິ່ນໄດ້ນັ່ງທີ່ສານ ແລະສັ່ງໃຫ້ທະຫານນຳໂປໂລເຂົ້າມາ.
7
ເມື່ອໂປໂລເຂົ້າມາແລ້ວ ພວກຢິວທີ່ມາແຕ່ນະຄອນເຢຣູຊາເລັມ ກໍຢືນອ້ອມໂປໂລ ແລະເລີ່ມຟ້ອງຄະດີໃຫຍ່ໆຫລາຍຄະດີ ຊຶ່ງພວກເຂົາບໍ່ມີຫຼັກຖານຢືນຢັນໄດ້.
8
ແຕ່ໂປໂລກ່າວແກ້ຄະດີວ່າ, “ຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງຕໍ່ສູ້ກົດໝາຍຂອງພວກຢິວ, ຕໍ່ສູ້ພຣະວິຫານ ແລະຕໍ່ສູ້ຈັກກະພັດໂຣມ.”
9
ແຕ່ເຟຊະໂຕຢາກໃຫ້ພວກຢິວພໍໃຈນຳຕົນ. ດັ່ງນັ້ນ ເພິ່ນຈຶ່ງຖາມໂປໂລວ່າ, “ເຈົ້າຢາກໄປທີ່ນະຄອນເຢຣູຊາເລັມ ເພື່ອຊຳລະຄວາມເຖິງການກ່າວຫາເຫຼົ່ານີ້ຕໍ່ໜ້າເຮົາຢູ່ທີ່ນັ້ນບໍ?”
10
ໂປໂລຕອບວ່າ, “ຂ້ານ້ອຍກຳລັງຢືນຢູ່ຕໍ່ໜ້າສານຕັດສິນຂອງຈັກກະພັດຢູ່ແລ້ວ ຈົ່ງພິພາກສາຂ້ານ້ອຍຢູ່ທີ່ນີ້ສາ, ຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງຕໍ່ພວກຢິວ ດັ່ງທີ່ທ່ານເອງກໍຮູ້ຢູ່ແລ້ວ.
11
ຖ້າຫາກຂ້ານ້ອຍໄດ້ເຮັດຜິດ ແລະເຮັດອັນໃດທີ່ຄວນຈະມີໂທດເຖິງຕາຍ ຂ້ານ້ອຍກໍຍອມຕາຍໂດຍບໍ່ຂັດຂືນ, ແຕ່ຖ້າເລື່ອງທີ່ພວກເຂົາກ່າວຟ້ອງຂ້ານ້ອຍນັ້ນ ບໍ່ເປັນຄວາມຈິງແລ້ວ ບໍ່ມີຜູ້ໃດທີ່ມີອຳນາດມອບຂ້ານ້ອຍໃຫ້ພວກເຂົາໄດ້, ຂ້ານ້ອຍຂໍອຸທອນໄປເຖິງຈັກກະພັດ.”
12
ຫລັງຈາກເຟຊະໂຕໄດ້ປຶກສາຫາລືກັບທີ່ປຶກສາ ແລ້ວກໍຕອບວ່າ, “ເຈົ້າໄດ້ຂໍອຸທອນໄປເຖິງຈັກກະພັດ. ດັ່ງນັ້ນ ເຈົ້າກໍຈະໄປຢືນຢູ່ຕໍ່ໜ້າຈັກກະພັດ.”
13
ຫລາຍອາທິດຕໍ່ມາ ກະສັດອັກຄຼີປາ ກັບນາງເບນີເກຜູ້ເປັນນ້ອງສາວ ກໍມາທີ່ເມືອງກາຍຊາເຣຍ ເພື່ອທຳການຕ້ອນຮັບເຟຊະໂຕ.
14
ຫລັງຈາກພັກຢູ່ທີ່ນັ້ນ ເປັນເວລາຫລາຍວັນ ເຟຊະໂຕກໍເລົ່າຄະດີຂອງໂປໂລໃຫ້ກະສັດຟັງວ່າ, “ມີຊາຍຄົນໜຶ່ງທີ່ເຟລິກໄດ້ຂັງປະໄວ້ໃນຄຸກ,
15
ເມື່ອຂ້ານ້ອຍໄປທີ່ນະຄອນເຢຣູຊາເລັມ ພວກຫົວໜ້າປະໂຣຫິດກັບພວກເຖົ້າແກ່ ໄດ້ມາສະເໜີຄະດີຕໍ່ສູ້ຄົນນີ້ ແລະຂໍຮ້ອງຂ້ານ້ອຍໃຫ້ຕັດສິນລົງໂທດລາວ.
16
ແຕ່ຂ້ານ້ອຍຕອບພວກເພິ່ນວ່າ, ຊາວໂຣມບໍ່ມີທຳນຽມທີ່ຈະມອບຕົວຈຳເລີຍ ກ່ອນທີ່ໂຈດກັບຈຳເລີຍມາຊ້ອງໜ້າກັນ ເພື່ອໃຫ້ຈຳເລີຍມີໂອກາດກ່າວແກ້ຄະດີຕໍ່ຂໍ້ກ່າວຫາ.
17
ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ມາທີ່ນີ້ກັບຂ້ານ້ອຍ, ຝ່າຍຂ້ານ້ອຍກໍບໍ່ໄດ້ຊັກຊ້າເສຍເວລາ ແລະໃນວັນຕໍ່ມາ ຂ້ານ້ອຍກໍນັ່ງທີ່ສານ ແລະສັ່ງໃຫ້ທະຫານນຳພາຊາຍຄົນນັ້ນເຂົ້າມາ.
18
ພວກໂຈດຈຶ່ງຢືນຂຶ້ນຟ້ອງ ແຕ່ພວກເພິ່ນບໍ່ໄດ້ກ່າວຫາລາວໃນການກະທຳຊົ່ວປະການໃດ ຕາມທີ່ຂ້ານ້ອຍໄດ້ຄາດຄິດໄວ້.
19
ພຽງແຕ່ເປັນການຖົກຖຽງກັນເຖິງບັນຫາເລື່ອງລັດທິສາສະໜາຂອງພວກເພິ່ນເອງ ແລະເຖິງຊາຍຄົນໜຶ່ງທີ່ຕາຍໄປແລ້ວຊື່ວ່າ ເຢຊູ, ແຕ່ໂປໂລກັບອ້າງວ່າເພິ່ນຍັງມີຊີວິດຢູ່.
20
ຍ້ອນຂ້ານ້ອຍບໍ່ແນ່ໃຈວ່າ ຈະພິຈາລະນາບັນຫານີ້ຢ່າງໃດ, ດັ່ງນັ້ນ ຂ້ານ້ອຍຈຶ່ງຖາມໂປໂລວ່າ, ‘ເຈົ້າຢາກໄປທີ່ນະຄອນເຢຣູຊາເລັມ ເພື່ອຊຳລະຄວາມທີ່ນັ້ນຫລືບໍ່?’
21
ແຕ່ໂປໂລໄດ້ອຸທອນຄະດີ ລາວຂໍໃຫ້ຄຸມຕົວລາວໄວ້ ເພື່ອໃຫ້ຈັກກະພັດຕັດສິນຄະດີຂອງລາວ, ດັ່ງນັ້ນ ຂ້ານ້ອຍຈຶ່ງສັ່ງໃຫ້ຄຸມຕົວຜູ້ກ່ຽວໄວ້ ຈົນກວ່າຈະໄດ້ສົ່ງໄປເຖິງຈັກກະພັດ.”
22
ອັກຄຼີປາຈຶ່ງກ່າວແກ່ເຟຊະໂຕວ່າ, “ເຮົາກໍຢາກຟັງຄົນນີ້ເວົ້າດ້ວຍຕົນເອງເໝືອນກັນ.” ເຟຊະໂຕຕອບວ່າ, “ມື້ອື່ນທ່ານຈະໄດ້ຍີນລາວເວົ້າ.”
23
ດັ່ງນັ້ນ ວັນຕໍ່ມາ ອັກຄຼີປາກັບນາງເບນີເກກໍມາເຖິງພ້ອມກັບຂະບວນແຫ່ແຫນ ແລະເຂົ້າໄປໃນຫໍປະຊຸມກັບບັນດານາຍທະຫານ ແລະບຸກຄົນສຳຄັນໃນເມືອງ. ຈາກນັ້ນ ເຟຊະໂຕໄດ້ສັ່ງທະຫານໃຫ້ນຳໂປໂລເຂົ້າມາ.
24
ເຟຊະໂຕກ່າວວ່າ, “ກາບຮຽນກະສັດອັກຄຼີປາທີ່ນັບຖື ຕະຫລອດທັງທຸກຄົນທີ່ມີໜ້າກັບພວກຂ້າພະເຈົ້າໃນທີ່ນີ້, ພວກທ່ານເຫັນຊາຍຄົນນີ້ແລ້ວ ຜູ້ທີ່ພວກຢິວທັງໝົດທັງໃນທີ່ນີ້ ແລະໃນນະຄອນເຢຣູຊາເລັມໄດ້ຮ້ອງຂໍຕໍ່ຂ້າພະເຈົ້າ, ພວກເພິ່ນຮ້ອງຂໍວ່າ ລາວບໍ່ຄວນມີຊີວິດຢູ່ຕໍ່ໄປ.
25
ສ່ວນຂ້າພະເຈົ້າໄດ້ເຫັນວ່າ ຄົນນີ້ບໍ່ໄດ້ເຮັດຜິດອັນໃດທີ່ຄວນຈະຕ້ອງຕາຍ, ແຕ່ເພາະຜູ້ກ່ຽວເອງໄດ້ອຸທອນໄປເຖິງຈັກກະພັດ, ຂ້າພະເຈົ້າຈຶ່ງຕັດສິນໃຈຈະສົ່ງລາວໄປ.
26
ຂ້າພະເຈົ້າບໍ່ມີລາຍລະອຽດອັນໃດກ່ຽວກັບລາວຢ່າງຄັກແນ່ ພໍທີ່ຈະຂຽນໄປກາບຮຽນຈັກກະພັດ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງນຳລາວມາທີ່ນີ້ຕໍ່ໜ້າພວກທ່ານ ແລະໂດຍສະເພາະຕໍ່ໜ້າກະສັດອັກຄຼີປາ ເພື່ອວ່າຫລັງຈາກສອບຖາມຄະດີຂອງລາວແລ້ວ ຂ້າພະເຈົ້າອາດຈະມີເລື່ອງເພື່ອຂຽນເປັນລາຍງານ.
27
ເພາະສຳລັບຂ້າພະເຈົ້າແລ້ວເຫັນວ່າ ເປັນການບໍ່ເໝາະສົມ ທີ່ຈະສົ່ງນັກໂທດຄົນໜຶ່ງໄປ ໂດຍບໍ່ມີຂໍ້ກ່າວຫາຂອງຜູ້ກ່ຽວໄປພ້ອມ.”
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 26 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28