bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Acts 12
Acts 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 13 →
1
ໃນເວລານັ້ນ ກະສັດເຮໂຣດ ໄດ້ລົງມືທຳຮ້າຍບາງຄົນຂອງຄຣິສຕະຈັກ.
2
ເພິ່ນໄດ້ຂ້າຢາໂກໂບອ້າຍຂອງໂຢຮັນດ້ວຍດາບ.
3
ເມື່ອເຫັນວ່າການກະທຳເຊັ່ນນີ້ ເປັນທີ່ພໍໃຈຂອງພວກຢິວ, ເພິ່ນຈຶ່ງຈັບເປໂຕ. (ເຫດການນີ້ໄດ້ເກີດຂຶ້ນໃນລະຫວ່າງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ.)
4
ຫລັງຈາກຈັບເປໂຕແລ້ວ ກໍຂັງເພິ່ນໄວ້ຄຸກໂດຍມອບໃຫ້ທະຫານສີ່ໝູ່, ໝູ່ລະສີ່ຄົນເປັນຜູ້ຄຸມຮັກສາ, ໂດຍໝາຍໃຈໄວ້ວ່າ ຫລັງຈາກງານສະຫລອງປັດສະຄາໄດ້ຜ່ານພົ້ນໄປແລ້ວ ຈະນຳເປໂຕອອກມາສອບສວນເປີດເຜີຍຕໍ່ປະຊາຊົນ.
5
ດັ່ງນັ້ນ ເປໂຕຈຶ່ງຖືກຄຸມຂັງໄວ້ຢູ່ໃນຄຸກ ແຕ່ພີ່ນ້ອງທີ່ເຊື່ອໃນຄຣິສຕະຈັກໄດ້ພາວັນນາອະທິຖານຕໍ່ພຣະເຈົ້າ ເພື່ອເປໂຕດ້ວຍໃຈຮ້ອນຮົນ.
6
ໃນກາງຄືນ ກ່ອນທີ່ເຮໂຣດຈະນຳເປໂຕອອກມາໃຫ້ປະຊາຊົນນັ້ນ ເປໂຕກໍນອນຫລັບຢູ່ລະຫວ່າງທະຫານຍາມສອງຄົນ ໂດຍມີໂສ້ສອງເສັ້ນລ່າມເປໂຕໄວ້ ແລະຕໍ່ໜ້າປະຕູຄຸກກໍມີທະຫານຍາມເຝົ້າຢູ່.
7
ໃນທັນໃດນັ້ນ ກໍມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ມາຢືນຢູ່ທີ່ນັ້ນ ແລະມີແສງສະຫວ່າງສ່ອງເຂົ້າໄປໃນຫ້ອງຄຸມຂັງ, ເທວະດາຕົນນັ້ນຕົບຂ້າງຂອງເປໂຕ ປຸກລາວໃຫ້ລຸກຂຶ້ນ ແລະເວົ້າວ່າ, “ລຸກຂຶ້ນໄວໆ.” ແລ້ວໂສ້ທີ່ລ່າມມືຂອງເປໂຕກໍຫລຸດອອກ.
8
ແລ້ວເທວະດາໄດ້ບອກວ່າ, “ຈົ່ງຮັດແອວ ແລະໃສ່ເກີບສາ.” ເປໂຕໄດ້ເຮັດຕາມ ແລະເທວະດາກໍບອກວ່າ, “ຈົ່ງນຸ່ງເສື້ອຊັ້ນນອກຂອງເຈົ້າ ແລະຕາມເຮົາມາ.”
9
ເປໂຕກໍໄດ້ຕາມອອກໄປໂດຍບໍ່ຮູ້ວ່າ ການທີ່ເທວະດາເຮັດນີ້ເປັນຄວາມຈິງຫລືບໍ່, ແຕ່ເປໂຕຄິດວ່າຕົນກຳລັງເຫັນນິມິດ.
10
ເມື່ອເປໂຕຜ່ານທະຫານຍາມຊັ້ນທີໜຶ່ງ ແລະຊັ້ນທີສອງແລ້ວ ກໍມາເຖິງປະຕູເຫຼັກທີ່ເຂົ້າໄປສູ່ຕົວເມືອງ, ປະຕູນີ້ກໍໄຂເອງໃຫ້ພວກເພິ່ນຍ່າງອອກໄປ, ພວກເພິ່ນຍ່າງລົງຕາມຖະໜົນສາຍໜຶ່ງ ແລະໃນທັນໃດນັ້ນ ເທວະດາກໍຈາກເພິ່ນໄປ.
11
ແລ້ວເປໂຕກໍຮູ້ສຶກຕົວໂດຍຮູ້ວ່າແມ່ນຫຍັງໄດ້ເກີດຂຶ້ນກັບຕົນ, ເພິ່ນກ່າວວ່າ, “ບັດນີ້ເຮົາຮູ້ແນ່ແລ້ວວ່າ ອົງພຣະຜູ້ເປັນເຈົ້າໄດ້ໃຊ້ເທວະດາຂອງພຣະອົງ ມາຊ່ວຍກອບກູ້ເອົາເຮົາໃຫ້ພົ້ນຈາກມືຂອງເຮໂຣດ ແລະຈາກການປອງຮ້າຍຂອງພວກຢິວ.”
12
ເມື່ອເປໂຕຄິດໄດ້ດັ່ງນີ້ແລ້ວ ເພິ່ນກໍໄປທີ່ເຮືອນຂອງມາຣີແມ່ຂອງໂຢຮັນ ຜູ້ມີຊື່ອີກວ່າ ມາຣະໂກ, ທີ່ນັ້ນ ມີຫລາຍຄົນໄດ້ມາຮ່ວມຊຸມນຸມກັນ ແລະພາວັນນາອະທິຖານຢູ່.
13
ເມື່ອເປໂຕເຄາະປະຕູເຮືອນ ກໍມີສາວໃຊ້ຄົນໜຶ່ງຊື່ວ່າ, ໂຣດາ ໄດ້ໄປເບິ່ງທີ່ປະຕູ.
14
ເມື່ອນາງຈື່ສຽງຂອງເປໂຕໄດ້ ຈຶ່ງດີໃຈທີ່ສຸດ ແລ້ວໄດ້ແລ່ນກັບຄືນມາໂດຍບໍ່ໄດ້ໄຂປະຕູໃຫ້ ແລະບອກວ່າ, “ເປໂຕກຳລັງຢືນຢູ່ໜ້າປະຕູເຮືອນ.”
15
ພວກເຂົາໄດ້ເວົ້າໃຫ້ນາງວ່າ, “ເຈົ້າເສຍສະຕິແລ້ວ” ແຕ່ນາງຢືນຢັນວ່າ ແມ່ນເປໂຕແທ້. ດັ່ງນັ້ນ ພວກເຂົາຈຶ່ງຕອບວ່າ, “ຄົງແມ່ນເທວະດາປະຈຳຕົວຂອງເປໂຕ.”
16
ແຕ່ເປໂຕຍັງເຄາະປະຕູຢູ່ ແລ້ວໃນທີ່ສຸດພວກເຂົາກໍໄຂປະຕູໃຫ້ ເມື່ອພວກເຂົາເຫັນວ່າແມ່ນເປໂຕ ພວກເຂົາກໍມີຄວາມງຶດປະຫລາດໃຈຫລາຍ.
17
ເປໂຕໃຊ້ມືເຮັດສັນຍານໃຫ້ພວກເຂົາມິດ ແລະໄດ້ເລົ່າໃຫ້ພວກເຂົາຟັງ ເຖິງເລື່ອງທີ່ອົງພຣະຜູ້ເປັນເຈົ້າໄດ້ນຳຕົນອອກມາຈາກຄຸກຢ່າງໃດ ແລ້ວເປໂຕໄດ້ສັ່ງວ່າ, “ຈົ່ງບອກເລື່ອງນີ້ໃຫ້ຢາໂກໂບ ແລະພວກພີ່ນ້ອງທີ່ເຊື່ອທັງຫລາຍໃຫ້ຮູ້ດ້ວຍ.” ເມື່ອເພິ່ນສັ່ງແລ້ວກໍອອກໄປທີ່ອື່ນ.
18
ເມື່ອຮຸ່ງເຊົ້າມາ ກໍເກີດການສັບສົນວຸ້ນວາຍຢ່າງໃຫຍ່ໃນທ່າມກາງພວກທະຫານຍາມ ພວກເຂົາຖາມກັນວ່າ, “ມີຫຍັງເກີດຂຶ້ນກັບເປໂຕ?”
19
ເມື່ອເຮໂຣດຊອກຫາເປໂຕບໍ່ພົບ. ດັ່ງນັ້ນ ເພິ່ນຈຶ່ງສືບຖາມທະຫານຍາມ ແລະສັ່ງໃຫ້ປະຫານຊີວິດພວກເຂົາເສຍ. ຫລັງຈາກເຫດການນີ້ແລ້ວ ເຮໂຣດກໍໜີຈາກແຂວງຢູດາຍ ແລະໄປອາໄສຢູ່ທີ່ເມືອງກາຍຊາເຣຍ.
20
ໃນຂະນະນັ້ນ ເຮໂຣດໄດ້ເກີດມີຄວາມໂກດຮ້າຍຕໍ່ຊາວຕີເຣ ແລະຊາວຊີໂດນຫລາຍທີ່ສຸດ, ແຕ່ຊາວເມືອງເຫຼົ່ານັ້ນໄດ້ຕົກລົງກັນມາພົບເພິ່ນ, ໂດຍມີບຣາຊະໂຕຜູ້ຮັບຜິດຊອບວັງຂອງກະສັດເປັນເພື່ອນພວກເຂົາ, ຈຶ່ງໄດ້ໄປຂໍໃຫ້ກະສັດເຮໂຣດສ້າງຄວາມເປັນມິດໄມຕຼີກັບພວກເຂົາ ເພາະເມືອງຂອງພວກເຂົາຕ້ອງໄດ້ອາໄສສະບຽງອາຫານຈາກແຜ່ນດິນຂອງເພິ່ນ.
21
ເມື່ອເຖິງວັນນັດເຂົ້າພົບ ຝ່າຍກະສັດເຮໂຣດກໍນຸ່ງເຄື່ອງກະສັດນັ່ງເທິງບັນລັງ ແລະກ່າວຄຳປາໄສແກ່ບັນດາຜູ້ຕາງໜ້າຊາວເມືອງເຫຼົ່ານັ້ນ.
22
ພວກເຂົາຮ້ອງຂຶ້ນວ່າ, “ບໍ່ແມ່ນຄົນເວົ້າ ແຕ່ແມ່ນພຣະຕົນໜຶ່ງເວົ້າ.”
23
ໃນທັນໃດນັ້ນ ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ລົງໂທດເຮໂຣດໃຫ້ລົ້ມລົງ ເພາະເພິ່ນບໍ່ໄດ້ຍົກຍໍໃຫ້ກຽດພຣະເຈົ້າ, ແລ້ວເກີດມີຕົວໜອນກັດກິນຮ່າງກາຍຂອງເພິ່ນຈົນເສຍຊີວິດ.
24
ສ່ວນພຣະທຳຂອງພຣະເຈົ້າກໍແຜ່ຂະຫຍາຍ ຈະເລີນທະວີຍິ່ງຂຶ້ນ.
25
ຝ່າຍບາຣະນາບາກັບໂຊໂລ ຫລັງຈາກໄດ້ເຮັດສຳເລັດພາລະກິດຂອງພວກເພິ່ນ ທີ່ນະຄອນເຢຣູຊາເລັມແລ້ວ ກໍໄດ້ກັບຄືນເມືອ ໂດຍພາໂຢຮັນ ຜູ້ທີ່ມີຊື່ອີກວ່າ ມາຣະໂກໄປນຳ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28