bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Amos 1
Amos 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 2 →
1
ຕໍ່ໄປນີ້ແມ່ນຄຳເວົ້າຂອງອາໂມດ ຄົນລ້ຽງແກະຜູ້ໜຶ່ງໃນເມືອງເຕກົວ. ກ່ອນແຜ່ນດິນໄຫວສອງປີ ເມື່ອອຸດຊີຢາເປັນກະສັດແຫ່ງຢູດາຍ ແລະເຢໂຣໂບອາມ ລູກຊາຍຂອງເຢໂຮອາດເປັນກະສັດແຫ່ງອິດສະຣາເອນ; ພຣະເຈົ້າໄດ້ເປີດເຜີຍເລື່ອງລາວເຫຼົ່ານີ້ທັງໝົດ ກ່ຽວກັບຊາດອິດສະຣາເອນໃຫ້ແກ່ອາໂມດ.
2
ອາໂມດໄດ້ກ່າວວ່າ, “ພຣະເຈົ້າຢາເວສົ່ງສຽງກຶກກ້ອງມາຈາກພູເຂົາຊີໂອນ ຈາກນະຄອນເຢຣູຊາເລັມສຽງພຣະອົງດັງກ້ອງສະໜັ່ນ ສະນັ້ນ ທົ່ງຫຍ້າຈຶ່ງຫ່ຽວແຫ້ງໄປໝົດ ຫຍ້າຂຽວເທິງຈອມພູກາເມນລ່າເຫລືອງໄປສິ້ນ.”
3
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວດາມັສກັດໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ໂດຍສະເພາະແລ້ວ ພວກເຂົາໄດ້ປະຕິບັດຢ່າງໂຫດຮ້າຍຕໍ່ຊາວກີເລອາດ.
4
ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ວັງທີ່ກະສັດຮາຊາເອນໄດ້ສ້າງຂຶ້ນ ແລະຈະຈູດປ້ອມປ້ອງກັນເມືອງຂອງກະສັດເບັນຮາດາດ.
5
ເຮົາຈະທຳລາຍເມືອງດາມັສກັດໃຫ້ແຕກໝຸ່ນທະລາຍ ແລະຈະຂັບໄລ່ຄົນທີ່ຢູ່ໃນຮ່ອມພູອາເວນອອກໜີໄປ ແລະຜູ້ປົກຄອງເບັດເອເດນດ້ວຍ. ປະຊາຊົນຊາວຊີເຣຍຈະຖືກກວາດໄປເປັນຊະເລີຍໃນດິນແດນກີຣະ.”
6
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວກາຊາໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ນຳຄົນທັງຊາດໄປຂາຍເປັນທາດຮັບໃຊ້ໃຫ້ຊາວເອໂດມ.
7
ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ກຳແພງເມືອງກາຊາ ແລະຈູດປ້ອມປ້ອງກັນຂອງເມືອງນີ້.
8
ເຮົາຈະຂັບໄລ່ຜູ້ປົກຄອງເມືອງອາຊະໂດດ ແລະເມືອງອາຊະເກໂລນໃຫ້ອອກໜີໄປ; ເຮົາຈະລົງໂທດຊາວເມືອງເອັກໂຣນ ແລະຊາວຟີລິດສະຕິນທັງໝົດທີ່ຍັງເຫລືອຢູ່ກໍຈະຕາຍ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
9
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວຕີເຣໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ຈັບເອົາຄົນທັງຊາດໄປເປັນຊະເລີຍໃນດິນແດນເອໂດມ ແລະບໍ່ໄດ້ຖືຮັກສາສັນຍາມິດຕະພາບທີ່ພວກເຂົາໄດ້ເຮັດໄວ້.
10
ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ກຳແພງເມືອງຕີເຣ ແລະຈູດປ້ອມປ້ອງກັນຂອງເມືອງນີ້.”
11
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວເອໂດມໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ຕາມລ່າຊາວອິດສະຣາເອນ ອ້າຍເອື້ອຍນ້ອງຂອງພວກຕົນ ໂດຍບໍ່ມີໃຈເມດຕາຕໍ່ພວກເຂົາເລີຍ. ຄວາມໂກດຮ້າຍຂອງພວກເຂົາບໍ່ມີຂອບເຂດຈຳກັດ ແລະພວກເຂົາບໍ່ເຄີຍປະຄວາມໂກດຮ້າຍນັ້ນໃຫ້ສູນສິ້ນໄປຈັກເທື່ອ.
12
ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ເມືອງເຕມານ ແລະຈະຈູດປ້ອມປ້ອງກັນຂອງເມືອງໂບຊະຣາ.”
13
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວອຳໂມນໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ເຮັດເສິກຢຶດເອົາອານາເຂດຂອງຄົນອື່ນຕື່ມ ແລ້ວພວກເຂົາກໍຍັງໄດ້ແຫກທ້ອງພວກແມ່ມານໃນເມືອງກີເລອາດ.
14
ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ກຳແພງເມືອງຣັບບາ ແລະຈູດປ້ອມປ້ອງກັນຂອງເມືອງນີ້. ໃນວັນສູ້ຮົບນັ້ນຈະມີສຽງໂຮ່ຮ້ອງກ້ອງສະໜັ່ນ ແລະການຕໍ່ສູ້ກໍຈະດຸເດືອດດັ່ງລົມພະຍຸ.
15
ກະສັດຂອງພວກເຂົາແລະພວກນາຍທະຫານທັງໝົດ ຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 2 →
All chapters:
1
2
3
4
5
6
7
8
9