bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Amos 5
Amos 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 6 →
1
ຊາວອິດສະຣາເອນເອີຍ ຈົ່ງຟັງເພງໄວ້ອາໄລທີ່ເຮົາຮ້ອງສູ່ພວກເຈົ້າຟັງດັ່ງຕໍ່ໄປນີ້:
2
ອິດສະຣາເອນ ສາວບໍຣິສຸດໄດ້ລົ້ມລົງແລ້ວເດ ນາງຈະລຸກຂຶ້ນມາບໍ່ໄດ້ອີກຈັກເທື່ອ ນາງຖືກປະປ່ອຍໃຫ້ນອນຢຽດຢູ່ກັບພື້ນດິນ ແລະບໍ່ມີຜູ້ໃດຈະຊ່ວຍເຫຼືອນາງໃຫ້ລຸກຂຶ້ນ.
3
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເມືອງໜຶ່ງໃນຊາດອິດສະຣາເອນໄດ້ສົ່ງທະຫານພັນຄົນອອກໄປ, ແຕ່ມີຮ້ອຍຄົນເທົ່ານັ້ນທີ່ກັບຄືນມາ; ແລະເມືອງໜຶ່ງອີກກໍສົ່ງທະຫານຮ້ອຍຄົນອອກໄປ, ແຕ່ມີພຽງສິບຄົນເທົ່ານັ້ນທີ່ກັບຄືນມາ.”
4
ພຣະເຈົ້າຢາເວກ່າວຕໍ່ປະຊາຊົນອິດສະຣາເອນວ່າ, “ຈົ່ງມາຫາເຮົາ ແລະພວກເຈົ້າຈະມີຊີວິດຢູ່.
5
ຢ່າສູ່ໄປນະມັດສະການທີ່ເມືອງເບເອນເຊບາ. ຢ່າສູ່ພະຍາຍາມໄປຊອກຫາເຮົາທີ່ເບັດເອນ ເພາະວ່າເບັດເອນຈະບໍ່ມີຫຍັງໝົດ. ຢ່າສູ່ໄປເມືອງກິນການ ເພາະຊາວເມືອງຈະໄດ້ຮັບເຄາະກຳ ຄືຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.”
6
ຈົ່ງສະແຫວງຫາພຣະເຈົ້າຢາເວ ແລະພວກເຈົ້າກໍຈະມີຊີວິດຢູ່. ຖ້າບໍ່ຍອມ ພຣະອົງກໍຈະກຳຈັດປະຊາຊົນອິດສະຣາເອນດັ່ງໄຟທີ່ເຜົາຜານ. ໄຟນັ້ນຈະລຸກໄໝ້ຊາວເບັດເອນ ແລະບໍ່ມີຜູ້ໃດຈະມອດມັນໄດ້.
7
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າຜູ້ທີ່ບິດເບືອນຄວາມຍຸດຕິທຳແລະສໍ້ໂກງຄົນ ເພື່ອບໍ່ໃຫ້ໄດ້ຮັບສິດທິຂອງຕົນ.
8
ພຣະອົງ ອົງໄດ້ສ້າງດວງດາວທັງຫລາຍ ຄືດາວໄກ່ນ້ອຍ ແລະດາວໄຖດ້ວຍ. ພຣະອົງເຮັດໃຫ້ມືດກາຍເປັນສະຫວ່າງ ແລະໃຫ້ກາງເວັນນັ້ນກາຍເປັນກາງຄືນ. ພຣະອົງເອີ້ນນໍ້າທະເລແລະເທໃສ່ພິພົບ ພຣະອົງຊົງນາມວ່າ ພຣະເຈົ້າຢາເວ.
9
ພຣະອົງນຳກຳລັງການທຳລາຍມາສູ່ຜູ້ມີກຳລັງ ແລະສະພາບຮົກຮ້າງເພພັງມາສູ່ເມືອງມີທີ່ໝັ້ນ.
10
ພວກເຈົ້າກຽດຊັງຜູ້ທີ່ກ່າວຕຳໜິໃນຄວາມຍຸຕິທຳ ແລະດູຖູກລາວຜູ້ທີ່ເວົ້າຄວາມຈິງ.
11
ພວກເຈົ້າຂົ່ມເຫັງຄົນຍາກຈົນ ແລະລັກເອົາເຂົ້າຂອງຂອງພວກເຂົາ. ເພາະສະນັ້ນ ພວກເຈົ້າຈຶ່ງຈະບໍ່ໄດ້ຢູ່ໃນເຮືອນຫລັງງາມໆທີ່ພວກເຈົ້າສ້າງຂຶ້ນມາດ້ວຍຫີນ ຫລືຈະບໍ່ໄດ້ດື່ມເຫຼົ້າອະງຸ່ນຈາກສວນອັນສວຍງາມທີ່ພວກເຈົ້າໄດ້ເຮັດໄວ້.
12
ເຮົາຮູ້ວ່າການບາບຂອງພວກເຈົ້າຮ້າຍແຮງສໍ່າໃດ ແລະພວກເຈົ້າໄດ້ກໍ່ອາຊະຍາກຳໄວ້ຫລາຍເທົ່າໃດ. ພວກເຈົ້າບຽດບຽນຄົນດີ, ຮັບເງິນສິນບົນ, ແລະບໍ່ໃຫ້ຄວາມຍຸດຕິທຳແກ່ຄົນຍາກຈົນໃນສານ.
13
ເພາະສະນັ້ນ ການມິດງຽບຢູ່ໃນຄາວແຫ່ງຄວາມຊົ່ວຮ້າຍນີ້ ຈຶ່ງເປັນການສະຫລາດທີ່ຄວນເຮັດ.
14
ເມື່ອພວກເຈົ້າມີຊີວິດຢູ່ ຈົ່ງຕັ້ງເປົ້າໝາຍເຮັດແຕ່ສິ່ງທີ່ດີ ບໍ່ແມ່ນເຮັດສິ່ງທີ່ຊົ່ວຮ້າຍ; ແລ້ວພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ກໍຈະສະຖິດຢູ່ກັບພວກເຈົ້າຢ່າງແທ້ຈິງ ດັ່ງທີ່ພວກເຈົ້າເວົ້າອ້າງເຖິງພຣະອົງນັ້ນ.
15
ຈົ່ງກຽດຊັງຄວາມຊົ່ວ ຈົ່ງຮັກແຕ່ຄວາມດີ ແລະໃຫ້ການຢ່າງສັດຊື່ໃນສານ. ບາງທີພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ອາດຈະເມດຕາປະຊາຊົນໂຢເຊັບ ທີ່ຍັງລອດຊີວິດຢູ່ໃນປະເທດຊາດນີ້ກໍໄດ້.
16
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຕາມຖະໜົນຫົນທາງໃນເມືອງຈະມີແຕ່ການຮ້ອງໄຫ້ ແລະການຄວນຄາງດ້ວຍຄວາມທຸກລຳບາກ. ພວກເຂົາຈະເອີ້ນພວກຊາວນາມາຮ່ວມຮ້ອງໄຫ້ໄວ້ທຸກ ແລະຜູ້ທີ່ຖືກຈ້າງມາໃຫ້ໄວ້ທຸກນັ້ນ.
17
ການຮ້ອງໄຫ້ຄວນຄາງຈະມີຢູ່ໃນສວນອະງຸ່ນທຸກແຫ່ງ. ສິ່ງເຫຼົ່ານີ້ທັງໝົດຈະເກີດຂຶ້ນ ເພາະວ່າເຮົາຈະມາລົງໂທດພວກເຈົ້າ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
18
ຄວາມທຸກລຳບາກໃຫຍ່ເປັນຂອງຜູ້ທີ່ຄອຍຖ້າວັນຂອງພຣະເຈົ້າຢາເວ, ວັນຂອງພຣະເຈົ້າຢາເວຈະມີຫຍັງດີແດ່ສຳລັບພວກເຈົ້າ? ເພາະວ່າສຳລັບພວກເຈົ້າແລ້ວ ວັນນັ້ນຈະເປັນວັນແຫ່ງຄວາມມືດມົນ ແລະບໍ່ແມ່ນວັນແຫ່ງຄວາມສະຫວ່າງ.
19
ວັນນັ້ນຈະເປັນດັ່ງຊາຍຄົນໜຶ່ງທີ່ແລ່ນປົບໜີຈາກສິງ ແລ້ວໄປພົບໝີ ຫລືດັ່ງຊາຍຄົນໜຶ່ງທີ່ກັບຄືນເມືອເຮືອນ ແລ້ວເອົາມືຂົ່ມໃສ່ຝາແລະຖືກງູຕອດ.
20
ເປັນວັນທີ່ພຣະເຈົ້າຢາເວຈະໃຫ້ເກີດມືດມົນ ແຕ່ບໍ່ແມ່ນແສງແຈ້ງບໍ່ແມ່ນບໍ? ມັນເປັນວັນແຫ່ງຄວາມໂສກເສົ້າ ໂດຍບໍ່ມີຄວາມສະຫວ່າງໃດໆບໍ່ແມ່ນບໍ?
21
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາກຽດຊັງເທດສະການທາງສາສະໜາຂອງພວກເຈົ້າ; ເຮົາບໍ່ຢາກເຫັນເລີຍ
22
ເມື່ອພວກເຈົ້ານຳເຄື່ອງເຜົາບູຊາ ແລະຜົນລະປູກມາຖວາຍບູຊາແກ່ເຮົາ ເຮົາຈະບໍ່ຮັບເອົາ; ເຮົາຈະບໍ່ຮັບເອົາສັດທີ່ພວກເຈົ້າໄດ້ລ້ຽງໄວ້ໃຫ້ຕູ້ຍພີ ແລະນຳມາຖວາຍບູຊາໂມທະນາຂອບພຣະຄຸນແກ່ເຮົາ.
23
ຈົ່ງເຊົາຮ້ອງເພງອັນອຶກກະທຶກຂອງພວກເຈົ້ານັ້ນສາ ເຮົາບໍ່ຢາກຟັງສຽງດົນຕຼີຂອງພວກເຈົ້າ.
24
ແຕ່ຈົ່ງໃຫ້ຄວາມຍຸດຕິທຳໄຫລມາດັ່ງສາຍນໍ້າ ແລະໃຫ້ຄວາມຊອບທຳໄຫລມາດັ່ງຫ້ວຍນໍ້າທີ່ບໍ່ມີວັນເຫືອດແຫ້ງໄດ້.
25
ປະຊາຊົນອິດສະຣາເອນເອີຍ ເຮົາບໍ່ໄດ້ຂໍພວກເຈົ້າຖວາຍເຄື່ອງບູຊາແກ່ເຮົາ ຕະຫລອດສີ່ສິບປີທີ່ເຮົານຳພາພວກເຈົ້າ ຜ່ານຖິ່ນແຫ້ງແລ້ງກັນດານນັ້ນ.
26
ແຕ່ບັດນີ້ຍ້ອນພວກເຈົ້າໄດ້ຂາບໄຫວ້ຮູບເຄົາຣົບ ຄືຮູບສັກກູດ ທີ່ເປັນພະແຫ່ງກະສັດຂອງພວກເຈົ້າ ແລະຮູບໄກວັນ ທີ່ເປັນພະແຫ່ງດວງດາວຂອງພວກເຈົ້າ ພວກເຈົ້າຈະຕ້ອງອູ້ມຫອບເອົາພະເຫຼົ່ານີ້ໄປ
27
ເມື່ອເຮົາໃຫ້ພວກເຈົ້າຖືກຈັບເປັນຊະເລີຍໃນດິນແດນໜຶ່ງທີ່ກາຍນະຄອນດາມັສກັດໄປ.” ພຣະເຈົ້າຢາເວອົງທີ່ມີນາມວ່າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 6 →
All chapters:
1
2
3
4
5
6
7
8
9