bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Amos 4
Amos 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 5 →
1
ພວກເຈົ້າ ຍິງຊາວຊາມາເຣຍເອີຍ ຈົ່ງຟັງເທີ້ນ ພວກເຈົ້າອ້ວນພີເໝືອນດັ່ງງົວແມ່ທີ່ລ້ຽງໄວ້ຢ່າງດີໃນບາຊານ ພວກເຈົ້າປະຕິບັດບໍ່ຖືກຕ້ອງຕໍ່ຜູ້ຂັດສົນ ພວກເຈົ້າກົດຂີ່ຄົນຍາກຈົນ ແລະຂໍຮ້ອງຜົວໃຫ້ຂົນເອົາເຫຼົ້າມາໃຫ້ພວກເຈົ້າດື່ມຢູ່ບໍ່ຂາດ
2
ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ສາບານດ້ວຍຄວາມບໍຣິສຸດຂອງພຣະອົງວ່າ, “ວັນທັງຫລາຍກໍໃກ້ເຂົ້າມາແລ້ວ ຄືເມື່ອສັດຕູຈະເອົາຂໍເກາະແກ່ລາກພວກເຈົ້າໄປ; ແຕ່ລະຄົນໃນພວກເຈົ້າກໍຈະເປັນດັ່ງປາຖືກເບັດ.
3
ພວກເຈົ້າຈະຖືກແກ່ລາກອອກໄປທາງກຳແພງແຕກບ່ອນໃກ້ທີ່ສຸດ ແລະຈະຖືກໂຍນຖິ້ມອອກໄປເສຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
4
“ຊາວອິດສະຣາເອນເອີຍ ຈົ່ງໄປໃນສະຖານທີ່ສັກສິດທີ່ເມືອງເບັດເອນ ແລະເຮັດບາບໃຫ້ຫລາຍຂຶ້ນໃນທີ່ນັ້ນສາ ຈົ່ງໄປເຮັດບາບດ້ວຍສຸດກຳລັງທີ່ເມືອງກິນການເຖີດ ຈົ່ງໄປສາແລະນຳສັດໄປຖວາຍເຊົ້າແລ້ວເຊົ້າອີກ ແລະໃນທຸກສາມວັນໃດ ໃຫ້ນຳໜຶ່ງສ່ວນສິບໄປຖວາຍດ້ວຍ.
5
ຈົ່ງໄປຖວາຍເຂົ້າຈີ່ເປັນການໂມທະນາຂອບພຣະຄຸນພຣະເຈົ້າ ແລະໃຫ້ເວົ້າຄຸຍໂມ້ເຖິງສິ່ງທີ່ພວກເຈົ້ານຳໄປຖວາຍຕື່ມນັ້ນສາ ນີ້ແຫຼະ ຄືສິ່ງທີ່ພວກເຈົ້າມັກເຮັດທີ່ສຸດ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫລະ.
6
“ແມ່ນເຮົາທີ່ນຳເອົາຄວາມອຶດຢາກມາສູ່ເມືອງທັງຫລາຍຂອງພວກເຈົ້າ; ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ຍອມກັບຄືນມາຫາເຮົາ.” ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ.
7
“ເຮົາບໍ່ໃຫ້ຝົນຕົກຕາມທີ່ເຄື່ອງປູກຂອງຝັງຂອງພວກເຈົ້າຕ້ອງການທີ່ສຸດ. ເຮົາໃຫ້ຝົນຕົກໃສ່ເມືອງໜຶ່ງ, ແຕ່ບໍ່ໃຫ້ຕົກໃສ່ອີກເມືອງໜຶ່ງ. ຝົນຕົກລົງໃສ່ທົ່ງນາແຫ່ງໜຶ່ງ ແຕ່ທົ່ງນາແຫ່ງອື່ນພັດແຫ້ງແລ້ງ.
8
ປະຊາຊົນໃນຫລາຍໆເມືອງ ຕ່າງກໍອ່ອນແຮງເພາະຫິວນໍ້າ; ສະນັ້ນ ພວກເຂົາຈຶ່ງໄປໃນເມືອງໜຶ່ງ ບ່ອນທີ່ພວກເຂົາຄິດວ່າຈະພົບນໍ້າກິນ ແຕ່ບໍ່ມີພຽງພໍຈະດື່ມ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
9
“ເຮົາໄດ້ສົ່ງລົມຮ້ອນ ມາເຮັດໃຫ້ເຄື່ອງປູກຂອງພວກເຈົ້າຫ່ຽວແຫ້ງໄປ. ຝູງຕັກແຕນໄດ້ກິນເຄື່ອງປູກໃນສວນຜັກ ແລະສວນອະງຸ່ນຂອງພວກເຈົ້າໝົດພ້ອມທັງຕົ້ນໝາກເດື່ອ ແລະຕົ້ນໝາກກອກດ້ວຍ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
10
“ເຮົາໄດ້ໃຫ້ພວກເຈົ້າເກີດພະຍາດລະບາດ ດັ່ງເຮົາໄດ້ເຮັດໃຫ້ເກີດຂຶ້ນແກ່ເອຢິບນັ້ນ. ເຮົາໄດ້ຂ້າຊາຍໜຸ່ມທັງຫລາຍຂອງພວກເຈົ້າທີ່ສະໜາມຮົບ ແລະເອົາມ້າເສິກຂອງພວກເຈົ້າໜີໄປ. ເຮົາໄດ້ໃຫ້ພວກເຈົ້າດົມກິ່ນເໝັນຊາກສົບຄົນຕາຍຕາມຄ້າຍພັກຕ່າງໆຂອງພວກເຈົ້າ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
11
“ເຮົາໄດ້ທຳລາຍບາງຄົນໃນພວກເຈົ້າ ດັ່ງໄດ້ທຳລາຍເມືອງໂຊໂດມ ແລະໂກໂມຣາ. ພວກທີ່ລອດຊີວິດມາໄດ້ກໍເປັນດັ່ງທ່ອນໄມ້ກຳລັງໄໝ້ທີ່ຖືກດຶງອອກມາຈາກໄຟ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
12
“ເພາະສະນັ້ນ ປະຊາຊົນອິດສະຣາເອນເອີຍ ເຮົາຈະລົງໂທດພວກເຈົ້າ. ເພາະເຮົາຈະເຮັດດັ່ງນີ້ຕໍ່ເຈົ້າ; ສະນັ້ນ ຈົ່ງຕຽມພ້ອມປະເຊີນກັບພຣະເຈົ້າຂອງເຈົ້າສາ.”
13
ພຣະອົງໄດ້ສ້າງໜ່ວຍພູທັງຫລາຍ ແລະໄດ້ບັນດານໃຫ້ລົມພັດມາດ້ວຍ. ພຣະອົງໄດ້ໃຫ້ມະນຸດຮູ້ຄວາມຄິດຂອງພຣະອົງ ພຣະອົງປ່ຽນແປງກາງເວັນໃຫ້ເປັນກາງຄືນໄດ້. ພຣະອົງດຳເນີນການຢູ່ເໜືອແຜ່ນດິນໂລກເຮົາ ພຣະນາມຂອງພຣະອົງຄື ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 5 →
All chapters:
1
2
3
4
5
6
7
8
9