bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Amos 9
Amos 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
1
ຂ້າພະເຈົ້າໄດ້ເຫັນພຣະເຈົ້າຢາເວຢືນຢູ່ຂ້າງແທ່ນບູຊາ. ພຣະອົງໄດ້ສັ່ງວ່າ, “ຈົ່ງທຸບຕີຍອດເສົາວິຫານໃຫ້ແຮງໆ ຈົນພື້ນຂອງມັນສະເທືອນຫວັ່ນໄຫວ. ຈົ່ງຫັກເສົາລົງເປັນທ່ອນໆທັບຫົວປະຊາຊົນ. ສ່ວນຄົນທີ່ຍັງເຫລືອນັ້ນ ເຮົາຈະຂ້າພວກເຂົາໃນສະໜາມຮົບ. ເຮົາຈະບໍ່ໃຫ້ຜູ້ໃດແລ່ນປົບໜີໄປໄດ້ແມ່ນແຕ່ຜູ້ດຽວ.
2
ເຖິງແມ່ນວ່າ ພວກເຂົາຈະຂຸດຊ່ອງທາງໄປສູ່ພິພົບຄົນຕາຍ ເຮົາກໍຈະໄລ່ຈັບພວກເຂົາໃຫ້ທັນ. ຖ້າພວກເຂົາປີນຂຶ້ນເມືອສະຫວັນ ເຮົາກໍຈະດຶງພວກເຂົາລົງມາ.
3
ຖ້າພວກເຂົາລີ້ຢູ່ເທິງຍອດພູກາເມນ ເຮົາກໍຈະຄົ້ນຫາ ແລະຈັບພວກເຂົາມາ. ຖ້າພວກເຂົາລີ້ຢູ່ພື້ນທະເລ ເຮົາກໍຈະສັ່ງມັງກອນທະເລ ກັດກິນພວກເຂົາເສຍ.
4
ຖ້າພວກເຂົາຖືກສັດຕູຈັບໄປ ເຮົາກໍຈະສັ່ງໃຫ້ສັດຕູຂ້າພວກເຂົາຖິ້ມ. ເຮົາໄດ້ຕັດສິນໃຈທຳລາຍພວກເຂົາ ແລະບໍ່ແມ່ນຊ່ວຍເຫລືອພວກເຂົາ.”
5
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະອົງແຕະຕ້ອງແຜ່ນດິນ ໂລກເຮົາກໍຫວັ່ນໄຫວໂລດ ທຸກໆຄົນທີ່ອາໄສຢູ່ໃນທີ່ນັ້ນກໍໂສກເສົ້າເສຍໃຈ ທົ່ວທັງໂລກຟົ້ງຂຶ້ນໂຍບລົງດັ່ງແມ່ນໍ້ານິນໃນເອຢິບນັ້ນ.
6
ພຣະອົງສ້າງພຣະຣາຊວັງທີ່ເທິງຟ້າສະຫວັນ ແລະໃຫ້ວົງໂຄ້ງທ້ອງຟ້າປົກຄຸມເທິງແຜ່ນດິນໂລກ. ພຣະອົງເອົານໍ້າຂຶ້ນມາຈາກທ້ອງທະເລ ແລະເທນໍ້າທະເລລົງໃສ່ແຜ່ນດິນໂລກ. ນາມຂອງພຣະອົງແມ່ນພຣະເຈົ້າຢາເວ.
7
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນອິດສະຣາເອນເອີຍ ເຮົາຄິດເຖິງພວກເຈົ້າດັ່ງຄິດເຖິງຊາວເອທີໂອເປຍ. ເຮົາໄດ້ພາພວກຟີລິດສະຕິນອອກຈາກເກາະກະເຣເຕ ແລະພາພວກຊີເຣຍອອກມາຈາກເມືອງກີຣະ ດັ່ງທີ່ເຮົາໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ.
8
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງສັງເກດເບິ່ງອານາຈັກທີ່ເຕັມໄປດ້ວຍການບາບ ແລະເຮົາຈະທຳລາຍມັນໃຫ້ໝົດໄປຈາກຜືນແຜ່ນດິນໂລກນີ້. ແຕ່ເຮົາຈະບໍ່ທຳລາຍຄອບຄົວທັງໝົດຂອງຢາໂຄບ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
9
ເຮົາຈະອອກຄຳສັ່ງ ແລະຈະຝັດຮ່ອນພວກອິດສະຣາເອນ ດັ່ງຝັດຮ່ອນເຂົ້າຢູ່ໃນກະດົ້ງ. ເຮົາຈະຝັດຮ່ອນພວກເຂົາໃນທ່າມກາງຊົນຊາດທັງຫລາຍ ເພື່ອເອົາຜູ້ທີ່ບໍ່ມີຄຸນຄ່າທຸກຄົນອອກໄປ.
10
ຄົນບາບທີ່ຢູ່ທ່າມກາງປະຊາຊົນຂອງເຮົາຈະຖືກຂ້າໃນສະໜາມຮົບ ຄືຜູ້ທີ່ເວົ້າວ່າ, ‘ພຣະເຈົ້າຈະບໍ່ໃຫ້ໄພອັນຕະລາຍຢ່າງໃດມາໃກ້ພວກເຮົາດອກ.”’
11
“ວັນໜຶ່ງໃກ້ເຂົ້າມາແລ້ວ ເມື່ອເຮົາຈະສ້າງຫໍເຕັນຂອງດາວິດຂຶ້ນໃໝ່ ຄືເປັນດັ່ງເຮືອນຫລັງໜຶ່ງທີ່ຮົກຮ້າງເພພັງນັ້ນ. ເຮົາຈະສ້ອມແປງກຳແພງອີກໃໝ່ ໃຫ້ເປັນດັ່ງທີ່ເຄີຍເປັນມາແຕ່ດົນນານແລ້ວ.
12
ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງຈະໄດ້ຢຶດຄອງອີກເທື່ອໜຶ່ງ ພວກທີ່ຍັງເຫລືອຢູ່ໃນເອໂດມ ແລະຊົນຊາດອື່ນໆທີ່ເປັນຝ່າຍເຮົາມາກ່ອນ.” ພຣະເຈົ້າຢາເວຜູ້ເຮັດໃຫ້ສິ່ງນີ້ບັງເກີດຂຶ້ນກ່າວດັ່ງນີ້ແຫລະ.
13
ພຣະເຈົ້າຢາເວກ່າວວ່າ, “ວັນນັ້ນກຳລັງມາເຖິງ ເມື່ອຕົ້ນເຂົ້າຈະໃຫຍ່ໄວກ່ອນເວລາພໍກ່ຽວ ແລະໝາກອະງຸ່ນກໍໃຫຍ່ໄວກ່ອນເວລາບີບອະງຸ່ນ ນໍ້າອະງຸ່ນຈະຍ້ອຍລົງຈາກພູເຂົາ ແລະໄຫລສູ່ພູນ້ອຍ.
14
ເຮົາຈະນຳປະຊາຊົນຂອງເຮົາຄືນສູ່ດິນເດີມຂອງພວກເຂົາ ສ້າງເມືອງເພພັງຂຶ້ນໃໝ່ ແລະອາໄສຢູ່ທີ່ນັ້ນ; ພວກເຂົາຈະເຮັດສວນອະງຸ່ນອີກ ແລະດື່ມເຫຼົ້າອະງຸ່ນ ພວກເຂົາຈະເຮັດສວນຜັກແລະກິນເຄື່ອງປູກຝັງນັ້ນ.
15
ເຮົາຈະປູກປະຊາຊົນຂອງເຮົາໄວ້ຢູ່ໃນດິນແດນ ບ່ອນທີ່ເຮົາມອບໃຫ້ແກ່ພວກເຂົາ ແລະພວກເຂົາຈະບໍ່ຖືກຫລົກອອກໜີໄປເລີຍ.” ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກ່າວດັ່ງນີ້ແຫຼະ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
All chapters:
1
2
3
4
5
6
7
8
9