bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Amos 8
Amos 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 9 →
1
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ໃຫ້ຂ້າພະເຈົ້າເຫັນນິມິດຢ່າງອື່ນອີກ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນກະຕ່າໝາກໄມ້ກະຕ່າໜຶ່ງ.
2
ພຣະອົງຖາມວ່າ, “ອາໂມດ ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ເຫັນກະຕ່າໝາກໄມ້ລະດູຮ້ອນ.” ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຍຸກສຸດທ້າຍ ໄດ້ມາຮອດແລ້ວສຳລັບຊາດອິດສະຣາເອນ ປະຊາຊົນຂອງເຮົາ. ເຮົາຈະບໍ່ປ່ຽນໃຈໃນການລົງໂທດພວກເຂົາ.
3
ພຣະເຈົ້າຢາເວ ພຣະເຈົ້າກ່າວດັ່ງນີ້ແຫຼະ ໃນວັນນັ້ນ ສຽງຮ້ອງເພງໃນວັງຈະກາຍເປັນສຽງຄໍ່າຄວນ. ຊາກສົບຂອງຄົນຕາຍຈະມີຢູ່ທຸກບ່ອນ. ພວກເຂົາຈະຖືກໂຍນຖິ້ມອອກໄປຢູ່ໃນຄວາມງຽບ.”
4
ຈົ່ງຟັງເລື່ອງນີ້ເຖີດ ພວກທີ່ຢຽບຢໍ່າຄົນຂັດສົນແລະພະຍາຍາມທຳລາຍຄົນຍາກຈົນຢູ່ໃນປະເທດ. ພວກເຈົ້າເວົ້າກັບຕົນເອງວ່າ, “ພວກເຮົາລໍຖ້າຢາກໃຫ້ວັນເດືອນຂຶ້ນໃໝ່ເຫຼົ່ານີ້ຜ່ານພົ້ນໄປເກືອບບໍ່ໄຫວ ເພາະພວກເຮົາຢາກຂາຍເຂົ້າສາລີ.
5
ຍັງດົນປານໃດວັນຊະບາໂຕຈະໝົດໄປ ເພື່ອວ່າພວກເຮົາຈະເລີ່ມຂາຍເຂົ້າສາລີໄດ້? ແລ້ວພວກເຮົາກໍຈະຄິດຄ່າເກີນກວ່າລາຄາ, ໃຊ້ເຄື່ອງຜອງບໍ່ຖືກຕ້ອງ ແລະດັດແປງຊິງເພື່ອສໍ້ໂກງລູກຄ້າຂອງພວກເຮົາ.
6
ພວກເຮົາສາມາດຂາຍເຂົ້າບໍ່ດີໃນລາຄາແພງ. ພວກເຮົາຈະຊອກຫາຊື້ເອົາຄົນຍາກຈົນ ມາເປັນທາດຮັບໃຊ້ໃນລາຄາເທົ່າກັບເກີບພຽງຄູ່ດຽວ.”
7
ພຣະເຈົ້າຢາເວໄດ້ສາບານໄວ້ໂດຍກຽດສັກສີຂອງຢາໂຄບວ່າ, “ເຮົາຈະບໍ່ລືມການກະທຳອັນຊົ່ວຊ້າຂອງພວກເຂົາ.
8
ສະນັ້ນ ແຜ່ນດິນໂລກຈະຫວັ່ນໄຫວ ທຸກຄົນໃນດິນແດນນີ້ຈະຕ້ອງໂສກເສົ້າເສຍໃຈ. ທົ່ວທັງປະເທດຈະສັ່ນສະເທືອນຟົ້ງຂຶ້ນ ແລະເຈື່ອນລົງເໝືອນກັນກັບແມ່ນໍ້ານິນ.
9
ໃນວັນນັ້ນ ເຮົາຈະໃຫ້ຕາເວັນຕົກໃນຍາມທ່ຽງ ແລະແຜ່ນດິນໂລກຈະມືດມົນໃນຍາມກາງເວັນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
10
ເຮົາຈະໃຫ້ເທດສະການຕ່າງໆກາຍເປັນງານແຫ່ສົບ ແລະຈະປ່ຽນເພງສະໜຸກສະໜານໃຫ້ເປັນສຽງຮ້ອງໄຫ້ທີ່ໂສກເສົ້າເສຍໃຈ. ເຮົາຈະໃຫ້ພວກເຈົ້າແຖຫົວແລະນຸ່ງເຄື່ອງໄວ້ທຸກ ແລະພວກເຈົ້າກໍຈະເປັນດັ່ງພໍ່ແມ່ທີ່ຮ້ອງໄຫ້ໄວ້ທຸກນຳລູກຊາຍໂທນທີ່ຕາຍໄປ. ໃນວັນນັ້ນຈະມີແຕ່ຄວາມຂົມຂື່ນຈົນເຖິງທີ່ສຸດ.
11
ເວລາໃກ້ເຂົ້າມາແລ້ວ ເມື່ອເຮົາຈະໃຫ້ການອຶດຢາກເກີດຂຶ້ນໃນແຜ່ນດິນ. ປະຊາຊົນຈະຫິວເຂົ້າແຕ່ບໍ່ແມ່ນຫິວເຂົ້າຈີ່; ພວກເຂົາຈະຄໍແຫ້ງແຕ່ບໍ່ແມ່ນກະຫາຍນໍ້າ; ພວກເຂົາຈະຫິວກະຫາຍຖ້ອຍຄຳທັງຫຼາຍຂອງພຣະເຈົ້າຢາເວ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
12
ປະຊາຊົນຈະທ່ອງທ່ຽວໄປມາ ແຕ່ທະເລຕາຍຈົນເຖິງທະເລເມດີແຕຣາເນ ແລ້ວແຕ່ທາງເໜືອໄປສູ່ທາງຕາເວັນອອກ. ພວກເຂົາຈະຊອກຫາຖ້ອຍຄຳຂອງພຣະເຈົ້າຢາເວຈາກທຸກທີ່ທຸກບ່ອນ ແຕ່ພວກເຂົາຈະບໍ່ພົບ.
13
ໃນວັນນັ້ນ ແມ່ນແຕ່ພວກຜູ້ສາວ ແລະພວກຜູ້ບ່າວທີ່ມີສຸຂະພາບດີ ກໍຈະລົ້ມສະຫລົບລົງຍ້ອນກະຫາຍນໍ້າ.
14
ສ່ວນຜູ້ທີ່ສາບານໂດຍຮູບເຄົາຣົບແຫ່ງຊາມາເຣຍ ທີ່ວ່າ ‘ໃນນາມພະຂອງເມືອງດານ’ ຫລື ‘ໃນນາມພະຂອງເມືອງເບເອນເຊບາ’ ພວກເຂົາກໍຈະລົ້ມລົງແລະຈະລຸກຂຶ້ນບໍ່ໄດ້ອີກຈັກເທື່ອ.”
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 9 →
All chapters:
1
2
3
4
5
6
7
8
9