bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
John 15
John 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 16 →
1
“ເຮົາເປັນເຄືອອະງຸ່ນອັນແທ້ຈິງ ແລະພຣະບິດາເຈົ້າຂອງເຮົາເປັນຜູ້ດູແລຮັກສາ.
2
ກິ່ງທຸກກິ່ງໃນເຮົາທີ່ບໍ່ເກີດຜົນ ພຣະອົງຊົງລິຖິ້ມເສຍ ແລະກິ່ງທຸກກິ່ງທີ່ເກີດຜົນ ພຣະອົງຊົງຕອນ ເພື່ອໃຫ້ເກີດຜົນຫລາຍຂຶ້ນ.
3
ພວກເຈົ້າຖືກຕອນແລ້ວ ດ້ວຍຖ້ອຍຄຳທີ່ເຮົາໄດ້ກ່າວແກ່ພວກເຈົ້ານັ້ນ.
4
ຈົ່ງເຂົ້າສະໜິດຢູ່ໃນເຮົາ ແລະເຮົາເຂົ້າສະໜິດຢູ່ໃນພວກເຈົ້າ, ກິ່ງຈະເກີດຜົນເອງບໍ່ໄດ້ ນອກຈາກຈະຕິດຢູ່ກັບເຄືອສັນໃດ ພວກເຈົ້າຈະເກີດຜົນເອງບໍ່ໄດ້ ນອກຈາກພວກເຈົ້າຈະເຂົ້າສະໜິດຢູ່ໃນເຮົາສັນນັ້ນ.”
5
“ເຮົາເປັນເຄືອອະງຸ່ນ ພວກເຈົ້າເປັນກິ່ງ ຜູ້ໃດທີ່ຢູ່ໃນເຮົາ ແລະເຮົາຢູ່ໃນຜູ້ນັ້ນ, ຜູ້ນັ້ນແຫລະ ຈະເກີດຜົນຫລາຍ. ເພາະຖ້າແຍກຈາກເຮົາແລ້ວ ພວກເຈົ້າບໍ່ສາມາດເຮັດສິ່ງໃດໄດ້.
6
ຖ້າຜູ້ໃດບໍ່ເຂົ້າສະໜິດຢູ່ໃນເຮົາ ຜູ້ນັ້ນກໍຕ້ອງຖືກຕັດຖິ້ມເສຍເໝືອນກິ່ງ ແລ້ວກໍຫ່ຽວແຫ້ງໄປແລະຖືກເກັບເອົາໄປເຜົາໄຟເສຍ.
7
ຖ້າເຈົ້າທັງຫລາຍເຂົ້າສະໜິດຢູ່ໃນເຮົາ ແລະຖ້ອຍຄຳຂອງເຮົາຝັງຢູ່ໃນພວກເຈົ້າແລ້ວ ພວກເຈົ້າປາຖະໜາສິ່ງໃດຈົ່ງຂໍ ແລ້ວສິ່ງນັ້ນຈະເກີດມີແກ່ພວກເຈົ້າ.
8
ໃນການນີ້ແຫຼະ ພຣະບິດາເຈົ້າຂອງເຮົາຈະໄດ້ຮັບກຽດຕິຍົດ ຄືເມື່ອພວກເຈົ້າເກີດຜົນຫລາຍ ພວກເຈົ້າຈຶ່ງເກີດເປັນສາວົກຂອງເຮົາ.
9
ພຣະບິດາເຈົ້າຮັກເຮົາຢ່າງໃດ ເຮົາກໍຮັກພວກເຈົ້າຢ່າງນັ້ນ, ຈົ່ງຕັ້ງຢູ່ໃນຄວາມຮັກຂອງເຮົາ.
10
ຖ້າພວກເຈົ້າເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ພວກເຈົ້າກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ ເໝືອນດັ່ງເຮົາໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະບິດາເຈົ້າ ແລະຕັ້ງຢູ່ໃນຄວາມຮັກຂອງພຣະອົງ.”
11
“ເຮົາໄດ້ບອກຂໍ້ຄວາມເຫຼົ່ານີ້ແກ່ພວກເຈົ້າ ເພື່ອຄວາມຊົມຊື່ນຍິນດີຂອງເຮົາຈະໄດ້ຢູ່ໃນພວກເຈົ້າ ແລະເພື່ອວ່າຄວາມຊົມຊື່ນຍິນດີຂອງພວກເຈົ້າຈະໄດ້ຄົບເຕັມບໍລິບູນ.
12
ນີ້ແຫລະ ແມ່ນຂໍ້ຄຳສັ່ງຂອງເຮົາ: ຄືຈົ່ງຮັກຊຶ່ງກັນແລະກັນ ເໝືອນດັ່ງເຮົາຮັກພວກເຈົ້າ.
13
ບໍ່ມີຜູ້ໃດມີຄວາມຮັກໃຫຍ່ກວ່ານີ້ ຄືການທີ່ຜູ້ໜຶ່ງໄດ້ສະຫລະຊີວິດ ເພື່ອມິດສະຫາຍຂອງຕົນ.
14
ຖ້າພວກເຈົ້າປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ພວກເຈົ້າກໍເປັນມິດສະຫາຍຂອງເຮົາ.
15
ເຮົາບໍ່ເອີ້ນພວກເຈົ້າວ່າຄົນຮັບໃຊ້ອີກຕໍ່ໄປ ເພາະຄົນຮັບໃຊ້ບໍ່ຮູ້ວ່ານາຍຂອງຕົນກຳລັງເຮັດຫຍັງ, ແຕ່ເຮົາເອີ້ນພວກເຈົ້າວ່າ, ‘ມິດສະຫາຍ’ ເພາະເຮົາໄດ້ບອກພວກເຈົ້າໃຫ້ຮູ້ທຸກສິ່ງ ທີ່ເຮົາໄດ້ຍິນຈາກພຣະບິດາເຈົ້າ.
16
ບໍ່ແມ່ນເຈົ້າທັງຫລາຍໄດ້ເລືອກເອົາເຮົາ, ແຕ່ຝ່າຍເຮົາໄດ້ເລືອກເອົາພວກເຈົ້າ ແລະແຕ່ງຕັ້ງເຈົ້າທັງຫລາຍເພື່ອໃຫ້ອອກໄປ ແລະເກີດຜົນ, ເພື່ອຜົນຂອງພວກເຈົ້າຈະຕັ້ງຢູ່ຖາວອນ, ເພື່ອວ່າເມື່ອເຈົ້າທັງຫລາຍຈະທູນຂໍສິ່ງໃດ ຈາກພຣະບິດາເຈົ້າໃນນາມຂອງເຮົາ ພຣະອົງກໍຈະຊົງປະທານສິ່ງນັ້ນໃຫ້ແກ່ພວກເຈົ້າ.
17
ນີ້ແຫລະ ແມ່ນຂໍ້ຄວາມທີ່ເຮົາສັ່ງພວກເຈົ້າຄື: ‘ຈົ່ງຮັກຊຶ່ງກັນແລະກັນ.”’
18
“ຖ້າໂລກກຽດຊັງເຈົ້າທັງຫລາຍ ຈົ່ງຮູ້ວ່າໂລກໄດ້ກຽດຊັງເຮົາກ່ອນແລ້ວ.
19
ຖ້າເຈົ້າທັງຫລາຍເປັນຝ່າຍໂລກ ໂລກກໍຈະຮັກແພງສິ່ງທີ່ເປັນຂອງມັນ ແຕ່ເພາະເຈົ້າທັງຫລາຍບໍ່ເປັນຂອງຝ່າຍໂລກ ແລະຝ່າຍເຮົາໄດ້ເລືອກເອົາພວກເຈົ້າອອກຈາກໂລກນີ້ ເພາະສະນັ້ນ ໂລກຈຶ່ງກຽດຊັງພວກເຈົ້າ.
20
ຈົ່ງລະນຶກເຖິງຂໍ້ຄວາມທີ່ເຮົາໄດ້ບອກພວກເຈົ້າວ່າ, ‘ຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ.’ ຖ້າພວກເຂົາຂົ່ມເຫັງເຮົາ ພວກເຂົາຈະຂົ່ມເຫັງເຈົ້າທັງຫລາຍເໝືອນກັນ, ຖ້າພວກເຂົາເຊື່ອຟັງຖ້ອຍຄຳຂອງເຮົາ ພວກເຂົາກໍຈະເຊື່ອຟັງຖ້ອຍຄຳຂອງພວກເຈົ້າເໝືອນກັນ.
21
ແຕ່ພວກເຂົາຈະເຮັດສິ່ງທັງປວງນີ້ແກ່ພວກເຈົ້າ ເພາະເຫັນແກ່ນາມຂອງເຮົາ. ດ້ວຍວ່າ, ພວກເຂົາບໍ່ຮູ້ຈັກພຣະອົງຜູ້ທີ່ໃຊ້ເຮົາມາ.
22
ຖ້າເຮົາບໍ່ໄດ້ມາບອກພວກເຂົາ ພວກເຂົາກໍຄົງບໍ່ມີຄວາມຜິດບາບ, ແຕ່ບັດນີ້ ພວກເຂົາບໍ່ມີຂໍ້ແກ້ຕົວໃນເລື່ອງບາບກຳຂອງພວກເຂົາ.
23
ຜູ້ທີ່ກຽດຊັງເຮົາ ກໍກຽດຊັງພຣະບິດາເຈົ້າຂອງເຮົາເໝືອນກັນ.
24
ຖ້າເຮົາບໍ່ໄດ້ເຮັດກິດຈະການໃນທ່າມກາງພວກເຂົາ ຊຶ່ງບໍ່ມີຜູ້ໃດເຄີຍໄດ້ເຮັດນັ້ນ ພວກເຂົາກໍຄົງບໍ່ມີບາບກຳ, ແຕ່ບັດນີ້ ພວກເຂົາໄດ້ເຫັນສິ່ງທີ່ເຮົາໄດ້ເຮັດແລ້ວ ພວກເຂົາຈຶ່ງກຽດຊັງທັງເຮົາ ແລະພຣະບິດາເຈົ້າຂອງເຮົາດ້ວຍ.
25
ທັງນີ້ກໍເພື່ອຈະໄດ້ເປັນຈິງຕາມທີ່ມີຄຳຂຽນໄວ້ ໃນກົດບັນຍັດຂອງພວກເຂົາວ່າ, ‘ພວກເຂົາໄດ້ກຽດຊັງເຮົາໂດຍບໍ່ມີເຫດ.”’
26
“ແຕ່ເມື່ອອົງພຣະຜູ້ຊ່ວຍ ຜູ້ທີ່ເຮົາຈະໃຊ້ຈາກພຣະບິດາເຈົ້າ ມາຫາເຈົ້າທັງຫລາຍ ຄືພຣະວິນຍານແຫ່ງຄວາມຈິງ ຊຶ່ງມາຈາກພຣະບິດາເຈົ້າໄດ້ສະເດັດມາແລ້ວ ພຣະອົງນັ້ນແຫຼະ ຈະເປັນພະຍານໃຫ້ແກ່ເຮົາ.
27
ຝ່າຍພວກເຈົ້າກໍຈະເປັນພະຍານກ່ຽວກັບເຮົາເໝືອນກັນ ເພາະພວກເຈົ້າໄດ້ຢູ່ກັບເຮົາຕັ້ງແຕ່ຕົ້ນມາແລ້ວ.”
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21