bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
John 21
John 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
1
ຕໍ່ມາ ພຣະເຢຊູເຈົ້າໄດ້ສຳແດງແກ່ພວກສາວົກອີກຄັ້ງໜຶ່ງ ຢູ່ແຄມທະເລສາບຕີເບເຣຍ, ເຫດການເກີດຂຶ້ນດັ່ງນີ້:
2
ຊີໂມນເປໂຕ, ໂທມາທີ່ເອີ້ນວ່າຝາແຝດ, ນະທານາເອັນໄທບ້ານການາ ແຂວງຄາລີເລ, ລູກຊາຍທັງສອງຂອງເຊເບດາຍ ແລະສາວົກຂອງພຣະອົງອີກສອງຄົນກໍຢູ່ພ້ອມໜ້າກັນ.
3
ຊີໂມນເປໂຕບອກພວກເພິ່ນວ່າ, “ຂ້ອຍຈະໄປຫາປາ.” ພວກເພິ່ນຕອບວ່າ, “ພວກເຮົາກໍຈະໄປກັບເຈົ້າດ້ວຍ,” ແລ້ວພວກເພິ່ນກໍລົງເຮືອໄປ ແຕ່ໃນຄືນນັ້ນ ພວກເພິ່ນບໍ່ໄດ້ປາຈັກໂຕ.
4
ເມື່ອຮຸ່ງເຊົ້າມາ ພຣະເຢຊູເຈົ້າຢືນຢູ່ແຄມຝັ່ງ ແຕ່ພວກສາວົກບໍ່ຮູ້ວ່າແມ່ນພຣະອົງ.
5
ພຣະອົງຖາມພວກເພິ່ນວ່າ, “ລູກເອີຍ ພວກເຈົ້າມີຂອງກິນບໍ່?” ພວກເພິ່ນຕອບພຣະອົງວ່າ, “ບໍ່ມີ.”
6
ພຣະເຢຊູເຈົ້າບອກພວກເພິ່ນວ່າ, “ຈົ່ງຖິ້ມມອງລົງເບື້ອງຂວາຂອງເຮືອ ແລ້ວພວກເຈົ້າຈະໄດ້ປາ.” ດັ່ງນັ້ນ ພວກເພິ່ນຈຶ່ງຖິ້ມມອງລົງ ມອງຖືກປາຫລາຍຈົນດຶງມອງຂຶ້ນບໍ່ໄດ້.
7
ສາວົກຜູ້ທີ່ພຣະເຢຊູເຈົ້າຊົງຮັກບອກເປໂຕວ່າ, “ແມ່ນພຣະອົງເຈົ້ານັ້ນແຫລະ.” ເມື່ອຊີໂມນເປໂຕໄດ້ຍິນວ່າ ແມ່ນພຣະອົງເຈົ້າ ລາວຈຶ່ງຈັບເອົາເສື້ອມານຸ່ງເພາະຕົນເປືອຍຕົວຢູ່ ແລ້ວໂຕນລົງນໍ້າ.
8
ສ່ວນສາວົກຄົນອື່ນໆໄດ້ເອົາເຮືອນ້ອຍລາກດຶງເອົາມອງ ທີ່ມີປາເຕັມຢູ່ນັ້ນເຂົ້າຝັ່ງ ເພາະພວກເພິ່ນຢູ່ໄກຈາກຝັ່ງພຽງແຕ່ຮ້ອຍແມັດເທົ່ານັ້ນ.
9
ເມື່ອພວກເພິ່ນຂຶ້ນມາເຖິງຝັ່ງແລ້ວ ກໍເຫັນຖ່ານໄຟລຸກຢູ່ພ້ອມທັງມີປາ ແລະເຂົ້າຈີ່ຂາງໄວ້.
10
ພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເພິ່ນວ່າ, “ຈົ່ງເອົາປາບາງໂຕທີ່ພວກເຈົ້າຈັບໄດ້ມາ.”
11
ຊີໂມນເປໂຕຈຶ່ງເຂົ້າໄປໃນເຮືອ ດຶງມອງຂຶ້ນຝັ່ງ ມີປາໂຕໃຫຍ່ເຕັມຢູ່ ຈຳນວນໜຶ່ງຮ້ອຍຫ້າສິບສາມໂຕ, ເຖິງວ່າ ມີປາຫລວງຫລາຍປານນັ້ນ ມອງກໍຍັງບໍ່ຂາດ.
12
ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ຈົ່ງພາກັນມາກິນເຂົ້າສາ,” ໃນຈຳນວນພວກສາວົກບໍ່ມີຜູ້ໃດກ້າຖາມເລີຍວ່າ ທ່ານແມ່ນຜູ້ໃດ? ເພາະພວກເພິ່ນຮູ້ວ່າ ພຣະອົງແມ່ນອົງພຣະຜູ້ເປັນເຈົ້າ.
13
ແລ້ວພຣະເຢຊູເຈົ້າກໍເຂົ້າມາຈັບເອົາເຂົ້າຈີ່ ແລະປາຢາຍໃຫ້ພວກເພິ່ນ.
14
ນີ້ເປັນເທື່ອທີສາມ ທີ່ພຣະເຢຊູເຈົ້າປາກົດແກ່ພວກສາວົກ ຫລັງຈາກທີ່ພຣະອົງເປັນຄືນມາຈາກຕາຍ.
15
ຫລັງຈາກກິນເຂົ້າແລ້ວ ພຣະເຢຊູເຈົ້າກ່າວແກ່ຊີໂມນເປໂຕວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາຫລາຍກວ່າສິ່ງເຫຼົ່ານີ້ບໍ?” ເປໂຕຕອບວ່າ, “ໂດຍ ພຣະອົງເຈົ້າເອີຍ ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ.” ພຣະອົງຈຶ່ງສັ່ງເປໂຕວ່າ, “ຈົ່ງລ້ຽງແກະໜຸ່ມຂອງເຮົາເດີ.”
16
ພຣະອົງກ່າວແກ່ເປໂຕເປັນຄັ້ງທີສອງວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາບໍ?” ເປໂຕຕອບວ່າ, “ໂດຍ ພຣະອົງເຈົ້າເອີຍ, ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະອົງຈຶ່ງສັ່ງວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເດີ.”
17
ແລ້ວພຣະອົງກໍກ່າວແກ່ເປໂຕເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາບໍ?” ເປໂຕທຸກໃຈທີ່ພຣະເຢຊູເຈົ້າໄດ້ຖາມຕົນເຖິງສາມເທື່ອວ່າ, “ເຈົ້າຮັກເຮົາບໍ?” ສະນັ້ນ ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຮູ້ຈັກທຸກໆສິ່ງ ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ.
18
ເຮົາບອກເຈົ້າຕາມຄວາມຈິງວ່າ ເມື່ອເຈົ້າຍັງໜຸ່ມ ເຈົ້າຄາດແອວຂອງເຈົ້າເອງ ແລະທຽວໄປມາທາງໃດຕາມໃຈມັກ, ແຕ່ເມື່ອເຈົ້າເຖົ້າແກ່ແລ້ວ ເຈົ້າຈະຢຽດມືຂອງເຈົ້າອອກ ແລະຄົນອື່ນຈະຄາດແອວໃຫ້ ແລະຈະພາເຈົ້າໄປໃນບ່ອນທີ່ເຈົ້າບໍ່ຢາກໄປ.” (
19
ພຣະອົງກ່າວດັ່ງນີ້ ໝາຍເຖິງວິທີທີ່ເປໂຕຈະຕາຍ ແລະຈະນຳກຽດຕິຍົດມາສູ່ພຣະເຈົ້າ.) ເມື່ອພຣະອົງກ່າວດັ່ງນີ້ແລ້ວ ພຣະອົງຈຶ່ງສັ່ງເປໂຕວ່າ, “ຈົ່ງຕາມເຮົາມາ.”
20
ເປໂຕຫລຽວຫລັງເຫັນສາວົກຜູ້ທີ່ພຣະອົງຊົງຮັກຕາມມາ ຄືຜູ້ທີ່ນັ່ງເນີ້ງຕົວອີງໃສ່ພຣະອົງໃນເວລາຮັບປະທານອາຫານ ແລະເຄີຍໄດ້ຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ, ແມ່ນຜູ້ໃດທີ່ຈະທໍລະຍົດຕໍ່ພຣະອົງ?”
21
ເມື່ອເປໂຕເຫັນສາວົກຄົນນັ້ນແລ້ວ ຈຶ່ງຖາມພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າເອີຍ ຜູ້ນີ້ເດຈະເປັນຢ່າງໃດ?”
22
ພຣະເຢຊູເຈົ້າຕອບເພິ່ນວ່າ, “ຖ້າເຮົາຢາກໃຫ້ລາວມີຊີວິດຢູ່ຈົນເຮົາກັບມາ ຈະກ່ຽວຂ້ອງອັນໃດກັບເຈົ້າ? ສ່ວນເຈົ້າຈົ່ງຕາມເຮົາມາ.”
23
ເຫດສະນັ້ນ ຄຳທີ່ວ່າສາວົກຄົນນັ້ນຈະບໍ່ຕາຍ ຈຶ່ງຊ່າລືທົ່ວໄປໃນທ່າມກາງພວກພີ່ນ້ອງ, ແຕ່ພຣະເຢຊູເຈົ້າບໍ່ໄດ້ກ່າວວ່າ ສາວົກຄົນນີ້ຈະບໍ່ຕາຍ, ແຕ່ພຣະອົງກ່າວວ່າ, “ຖ້າເຮົາຢາກໃຫ້ລາວມີຊີວິດຢູ່ຈົນເຮົາກັບມາ ຈະກ່ຽວຂ້ອງອັນໃດກັບເຈົ້າ.”
24
ແມ່ນສາວົກຄົນນີ້ເອງ ທີ່ໄດ້ເປັນພະຍານເຖິງສິ່ງເຫຼົ່ານີ້ ທັງເປັນຜູ້ທີ່ບັນທຶກເລື່ອງເຫຼົ່ານີ້ໄວ້ດ້ວຍ ແລະພວກເຮົາກໍຮູ້ວ່າ ຄຳຢືນຢັນຂອງເພິ່ນເປັນຄວາມຈິງ.
25
ພຣະເຢຊູເຈົ້າຍັງໄດ້ກະທຳສິ່ງອື່ນໆອີກຫລາຍຢ່າງ ຖ້າຈະຂຽນໄວ້ຕາມລຳດັບທຸກປະການ ຂ້າພະເຈົ້າຄິດວ່າ ທົ່ວທັງໂລກນີ້ຈະບໍ່ມີບ່ອນພໍ ສຳລັບມ້ຽນໜັງສືຕ່າງໆທີ່ຂຽນນັ້ນ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21