bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
John 3
John 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 4 →
1
ມີເຈົ້ານາຍຂອງພວກຢິວຄົນໜຶ່ງຊື່ວ່າ, ນີໂກເດມ ທີ່ສັງກັດຢູ່ໃນຄະນະຟາຣີຊາຍ.
2
ຊາຍຄົນນີ້ໄດ້ມາຫາພຣະເຢຊູເຈົ້າໃນຕອນກາງຄືນ ແລະເວົ້າຕໍ່ພຣະອົງວ່າ, “ພຣະອາຈານເອີຍ, ພວກຂ້ານ້ອຍຮູ້ດີວ່າ ທ່ານເປັນຄູສອນມາຈາກພຣະເຈົ້າ ເພາະບໍ່ມີຜູ້ໃດທີ່ເຮັດການອັດສະຈັນທີ່ທ່ານເຮັດນີ້ໄດ້ ຖ້າພຣະເຈົ້າບໍ່ສະຖິດຢູ່ນຳຜູ້ນັ້ນ.”
3
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດບໍ່ໄດ້ບັງເກີດໃໝ່ ຜູ້ນັ້ນຈະເຫັນອານາຈັກຂອງພຣະເຈົ້າບໍ່ໄດ້.”
4
ນີໂກເດມຖາມວ່າ, “ຄົນເຖົ້າແລ້ວຈະເກີດໃໝ່ໄດ້ຢ່າງໃດ? ຈະເຂົ້າໃນທ້ອງແມ່ຂອງຕົນເທື່ອທີສອງ ແລ້ວເກີດມາໄດ້ບໍ?”
5
ພຣະເຢຊູເຈົ້າຕອບຄືນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຖ້າຜູ້ໃດບໍ່ບັງເກີດຈາກນໍ້າ ແລະຈາກພຣະວິນຍານ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້.
6
ຜູ້ທີ່ເກີດຈາກເນື້ອໜັງກໍເປັນເນື້ອໜັງ ແລະຜູ້ທີ່ເກີດຈາກພຣະວິນຍານກໍເປັນວິນຍານ.
7
ຢ່າສູ່ປະຫລາດໃຈທີ່ເຮົາບອກເຈົ້າວ່າ ເຈົ້າທັງຫລາຍຈຳເປັນຕ້ອງເກີດມາໃໝ່.
8
ລົມຢາກພັດໄປທິດໃດກໍພັດໄປທິດນັ້ນ, ເຈົ້າໄດ້ຍິນສຽງຂອງມັນ ແຕ່ເຈົ້າບໍ່ຮູ້ວ່າມັນພັດມາຈາກໃສ ແລະພັດໄປທາງໃດ ທຸກຄົນທີ່ເກີດມາຈາກພຣະວິນຍານ ກໍເປັນດັ່ງນັ້ນແຫລະ.”
9
ນີໂກເດມຖາມພຣະເຢຊູເຈົ້າວ່າ, “ເຫດການນີ້ເປັນໄປໄດ້ຢ່າງໃດ?”
10
ພຣະເຢຊູເຈົ້າຕອບວ່າ, “ເຈົ້າເປັນອາຈານຂອງຊາດອິດສະຣາເອນ ແລະເຈົ້າຍັງບໍ່ຮູ້ຈັກສິ່ງເຫຼົ່ານີ້ບໍ?
11
ເຮົາບອກເຈົ້າຕາມຄວາມຈິງວ່າ, ພວກເຮົາເວົ້າໃນສິ່ງທີ່ພວກເຮົາຮູ້ ແລະເປັນພະຍານເຖິງສິ່ງທີ່ພວກເຮົາໄດ້ເຫັນ ແຕ່ພວກເຈົ້າບໍ່ຮັບເອົາຄຳພະຍານຂອງພວກເຮົາ.
12
ຖ້າເຈົ້າບໍ່ເຊື່ອ ເມື່ອເຮົາບອກເຖິງສິ່ງທີ່ເປັນຝ່າຍໂລກ. ດັ່ງນັ້ນ ເຈົ້າຈະເຊື່ອໄດ້ຢ່າງໃດ ຖ້າເຮົາບອກເຖິງສິ່ງທີ່ເປັນຝ່າຍສະຫວັນ?
13
ບໍ່ມີຜູ້ໃດເຄີຍຂຶ້ນໄປສະຫວັນ ນອກຈາກບຸດມະນຸດຜູ້ທີ່ໄດ້ລົງມາຈາກສະຫວັນ.
14
ໂມເຊໄດ້ຍົກງູຂຶ້ນໃນຖິ່ນແຫ້ງແລ້ງກັນດານຢ່າງໃດ ບຸດມະນຸດກໍຕ້ອງໄດ້ຮັບການຍົກຂຶ້ນຢ່າງນັ້ນ,
15
ເພື່ອວ່າ ທຸກຄົນທີ່ວາງໃຈເຊື່ອໃນພຣະອົງ ຈະມີຊີວິດນິຣັນດອນ.
16
ເພາະວ່າ ພຣະເຈົ້າຊົງຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.
17
ດ້ວຍວ່າ, ພຣະເຈົ້າໄດ້ໃຊ້ພຣະບຸດເຂົ້າມາໃນໂລກ ບໍ່ແມ່ນເພື່ອຕັດສິນລົງໂທດມະນຸດສະໂລກ ແຕ່ເພື່ອມະນຸດສະໂລກຈະໄດ້ພົ້ນດ້ວຍພຣະບຸດນັ້ນ.
18
ຜູ້ທີ່ວາງໃຈເຊື່ອໃນພຣະບຸດ ກໍບໍ່ຖືກຕັດສິນລົງໂທດ, ແຕ່ຜູ້ທີ່ບໍ່ວາງໃຈເຊື່ອ ກໍຖືກຕັດສິນລົງໂທດແລ້ວ ເພາະລາວບໍ່ໄດ້ວາງໃຈເຊື່ອໃນພຣະບຸດອົງດຽວຂອງພຣະເຈົ້າ.
19
ການຕັດສິນລົງໂທດເປັນດັ່ງນີ້: ຄືວ່າ ຄວາມສະຫວ່າງໄດ້ເຂົ້າມາໃນໂລກ ແຕ່ມະນຸດໄດ້ຮັກຄວາມມືດຫລາຍກວ່າຮັກຄວາມສະຫວ່າງ ເພາະການກະທຳຂອງພວກເຂົາຊົ່ວ.
20
ດ້ວຍວ່າ, ທຸກຄົນທີ່ເຮັດຊົ່ວ ກໍກຽດຊັງຄວາມສະຫວ່າງ ແລະຈະບໍ່ມາຫາຄວາມສະຫວ່າງ ເພາະຢ້ານວ່າ ການກະທຳຂອງຕົນນັ້ນຈະຖືກເປີດເຜີຍ.
21
ແຕ່ທຸກຄົນທີ່ເຮັດຕາມຄວາມຈິງ ກໍມາຫາຄວາມສະຫວ່າງ ເພື່ອໃຫ້ເຫັນວ່າການກະທຳຂອງຕົນໄດ້ເຮັດຕາມພຣະເຈົ້າ.”
22
ຫລັງຈາກນັ້ນ ພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງກໍໄດ້ໄປແຂວງຢູດາຍ ໃນທີ່ນັ້ນ ພຣະອົງໄດ້ພັກຢູ່ກັບພວກເຂົາ ແລະໃຫ້ຮັບບັບຕິສະມາ.
23
ສ່ວນໂຢຮັນ ກໍໃຫ້ຜູ້ຄົນຮັບບັບຕິສະມາເໝືອນກັນທີ່ບ້ານໄອນົນ ໃກ້ກັບບ້ານຊາລິມ ເພາະຢູ່ໃນທີ່ນັ້ນມີນໍ້າຫລາຍ, ປະຊາຊົນໄດ້ໄປຫາໂຢຮັນເພື່ອຮັບບັບຕິສະມາ. (
24
ດ້ວຍວ່າ, ໃນເວລານັ້ນໂຢຮັນຍັງບໍ່ທັນເຂົ້າຄຸກເທື່ອ).
25
ສິດຂອງໂຢຮັນບາງຄົນໄດ້ຖົກຖຽງກັບຄົນຢິວຜູ້ໜຶ່ງ ກ່ຽວກັບການຊຳລະລ້າງຕາມປະເພນີ.
26
ສິດເຫຼົ່ານັ້ນ ຈຶ່ງໄປບອກໂຢຮັນວ່າ, “ພຣະອາຈານເອີຍ ທ່ານຈື່ຄົນທີ່ເຄີຍຢູ່ກັບທ່ານ ທາງດ້ານຕາເວັນອອກຂອງແມ່ນໍ້າຈໍແດນ ຄືຜູ້ທີ່ທ່ານເວົ້າເຖິງນັ້ນຫລືບໍ່? ດຽວນີ້ເພິ່ນກຳລັງໃຫ້ຮັບບັບຕິສະມາ ແລະທຸກຄົນກໍກຳລັງໄປຫາເພິ່ນ.”
27
ໂຢຮັນຕອບພວກເຂົາວ່າ, “ມະນຸດຈະຮັບສິ່ງໃດບໍ່ໄດ້ ນອກຈາກທີ່ຊົງໂຜດປະທານຈາກສະຫວັນ ຈະໃຫ້ສິ່ງນັ້ນແກ່ເພິ່ນ.
28
ພວກເຈົ້າເປັນພະຍານໄດ້ ໃນຄຳເວົ້າຂອງເຮົາທີ່ວ່າ, ‘ເຮົາບໍ່ແມ່ນພຣະຄຣິດ ແຕ່ເປັນຜູ້ທີ່ຖືກໃຊ້ມາກ່ອນໜ້າພຣະອົງ.’
29
ເຈົ້າສາວຍ່ອມເປັນຂອງເຈົ້າບ່າວ, ແຕ່ພໍໄດ້ຍິນສຽງເຈົ້າບ່າວ ເພື່ອນຂອງເຈົ້າບ່າວທີ່ຢືນຟັງຢູ່ ກໍດີໃຈຢ່າງເຕັມປ່ຽມ ຢ່າງນັ້ນແຫຼະ ຄວາມຍິນດີຂອງເຮົາກໍຄົບຖ້ວນແລ້ວ.
30
ພຣະອົງນັ້ນຕ້ອງໃຫຍ່ຂຶ້ນ ແຕ່ເຮົາຈະຕ້ອງນ້ອຍລົງ.”
31
ພຣະອົງຜູ້ທີ່ມາຈາກເບື້ອງເທິງ ກໍເໜືອກວ່າທຸກສິ່ງ, ສ່ວນຜູ້ທີ່ມາຈາກແຜ່ນດິນ ຍ່ອມເປັນຝ່າຍໂລກ ແລະເວົ້າເຖິງເລື່ອງໂລກ ແຕ່ຜູ້ທີ່ມາຈາກສະຫວັນກໍຢູ່ເໜືອທຸກສິ່ງ.
32
ພຣະອົງບອກເຖິງສິ່ງທີ່ພຣະອົງໄດ້ເຫັນແລະໄດ້ຍິນ ແຕ່ບໍ່ມີຜູ້ໃດຮັບເອົາຄຳພະຍານຂອງພຣະອົງ.
33
ແຕ່ຜູ້ທີ່ຮັບເອົາຄຳພະຍານຂອງພຣະອົງກໍຢືນຢັນວ່າ ພຣະເຈົ້າຊົງເປັນຈິງ.
34
ພຣະອົງຜູ້ທີ່ພຣະເຈົ້າໄດ້ໃຊ້ມານັ້ນ ກ່າວພຣະທຳຂອງພຣະເຈົ້າ ເພາະພຣະເຈົ້າໄດ້ປະທານພຣະວິນຍານໃຫ້ເພິ່ນຢ່າງບໍ່ຈຳກັດ.
35
ພຣະບິດາຮັກພຣະບຸດ ແລະມອບທຸກສິ່ງໄວ້ໃນກຳມືຂອງພຣະບຸດ.
36
ຜູ້ທີ່ວາງໃຈເຊື່ອໃນພຣະບຸດ ກໍໄດ້ຊີວິດນິຣັນດອນ ຜູ້ທີ່ບໍ່ເຊື່ອໃນພຣະບຸດ ກໍຈະບໍ່ເຫັນຊີວິດ ແຕ່ການລົງໂທດຂອງພຣະເຈົ້າຈະປົກຄຸມຢູ່ເທິງຜູ້ນັ້ນ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21