bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
John 7
John 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 8 →
1
ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສະເດັດທຽວໄປມາຕາມແຂວງຄາລີເລ ພຣະອົງບໍ່ຢາກທຽວໄປໃນແຂວງຢູດາຍ ເພາະພວກເຈົ້າໜ້າທີ່ຢິວໃນທີ່ນັ້ນຢາກຂ້າພຣະອົງ.
2
ເທດສະການປຸກຕູບຢູ່ຂອງຊາວຢິວກໍໃກ້ເຂົ້າມາແລ້ວ
3
ພວກນ້ອງຊາຍຂອງພຣະອົງຈຶ່ງບອກພຣະອົງວ່າ, “ຈົ່ງອອກໄປຈາກບ່ອນນີ້ ແລະໄປທີ່ແຂວງຢູດາຍ ເພື່ອວ່າພວກທີ່ຕິດຕາມເຈົ້າຈະໄດ້ເຫັນສິ່ງທີ່ເຈົ້າເຮັດຢູ່ນັ້ນ.
4
ເພາະບໍ່ມີຜູ້ໃດປິດບັງສິ່ງທີ່ຕົນກຳລັງເຮັດຢູ່ ຖ້າຜູ້ນັ້ນຕ້ອງການໃຫ້ຄົນຮູ້ ໃນເມື່ອເຈົ້າເຮັດການເຫຼົ່ານີ້ຢູ່ ຈົ່ງສະແດງໃຫ້ໂລກຮູ້ເຈົ້າສາ” (
5
ແມ່ນແຕ່ພວກນ້ອງຊາຍຂອງພຣະອົງ ກໍບໍ່ເຊື່ອວາງໃຈໃນພຣະອົງ).
6
ພຣະເຢຊູເຈົ້າຊົງບອກພວກເຂົາວ່າ, “ເວລາກຳນົດສຳລັບເຮົາຍັງບໍ່ມາເຖິງເທື່ອ ແຕ່ເວລາຂອງພວກເຈົ້າແລ້ວ ແມ່ນມີຢູ່ສະເໝີ.
7
ໂລກບໍ່ສາມາດກຽດຊັງພວກເຈົ້າ ແຕ່ວ່າມັນກຽດຊັງເຮົາ ເພາະເຮົາເປັນພະຍານວ່າກິດຈະການຂອງໂລກນັ້ນຊົ່ວຮ້າຍ.
8
ໃຫ້ພວກເຈົ້າພາກັນໄປເທດສະການສາ ເຮົາຍັງບໍ່ໄປ ໃນເທດສະການນັ້ນເທື່ອ ເພາະເວລາເໝາະສຳລັບເຮົາຍັງບໍ່ມາເຖິງ.”
9
ເມື່ອເວົ້າດັ່ງນີ້ແລ້ວ ພຣະອົງກໍຢູ່ໃນແຂວງຄາລີເລຕໍ່ໄປ.
10
ຫລັງຈາກທີ່ພວກນ້ອງຊາຍຂອງພຣະເຢຊູເຈົ້າໄດ້ໄປໃນເທດສະການນັ້ນແລ້ວ ພຣະອົງກໍໄປເໝືອນກັນ ພຣະອົງໄປຢ່າງລັບໂດຍບໍ່ເປີດເຜີຍ.
11
ສ່ວນພວກເຈົ້າໜ້າທີ່ຢິວກໍຊອກຫາພຣະອົງໃນເທດສະການນັ້ນ ພວກເຂົາຖາມວ່າ, “ຄົນນັ້ນຢູ່ໃສ?”
12
ປະຊາຊົນໄດ້ຊິ່ມກັນເຖິງເລື່ອງຂອງພຣະອົງບາງຄົນເວົ້າວ່າ, “ລາວເປັນຄົນດີ.” ແຕ່ຄົນອື່ນພັດເວົ້າວ່າ, “ບໍ່ແມ່ນດອກ ລາວຫລອກປະຊາຊົນໃຫ້ຫລົງຜິດໄປຊື່ໆ.”
13
ແຕ່ບໍ່ມີຜູ້ໃດກ້າເວົ້າເຖິງເລື່ອງຂອງພຣະອົງຢ່າງເປີດເຜີຍ ເພາະຢ້ານເຈົ້າໜ້າທີ່ຢິວ.
14
ພໍເທດສະການດຳເນີນໄປໄດ້ເຄິ່ງໜຶ່ງແລ້ວ ພຣະເຢຊູເຈົ້າກໍໄດ້ເຂົ້າໄປໃນພຣະວິຫານ ແລະໄດ້ສັ່ງສອນຢູ່ທີ່ນັ້ນ.
15
ພວກເຈົ້າໜ້າທີ່ຢິວປະຫລາດໃຈຢ່າງໃຫຍ່ຈຶ່ງເວົ້າກັນວ່າ, “ເຫດໃດຄົນນີ້ຈຶ່ງຮູ້ກົດບັນຍັດຫລາຍແທ້ ທັງໆທີ່ລາວບໍ່ເຄີຍໄດ້ຮໍ່າຮຽນຈັກເທື່ອ?”
16
ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ສິ່ງທີ່ເຮົາສັ່ງສອນບໍ່ແມ່ນຂອງເຮົາ ແຕ່ແມ່ນຄຳສັ່ງສອນຈາກພຣະເຈົ້າຜູ້ທີ່ໄດ້ໃຊ້ເຮົາມາ.
17
ຜູ້ໃດທີ່ເຕັມໃຈປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ຜູ້ນັ້ນກໍຈະຮູ້ວ່າສິ່ງທີ່ເຮົາສັ່ງສອນນັ້ນ ມາຈາກພຣະເຈົ້າ ຫລືເຮົາກ່າວຕາມໃຈຂອງເຮົາເອງ.
18
ຜູ້ໃດທີ່ເວົ້າຕາມໃຈຊອບຂອງຕົນເອງ ຜູ້ນັ້ນກໍສະແຫວງຫາກຽດສຳລັບຕົນເອງ ແຕ່ທ່ານຜູ້ທີ່ສະແຫວງຫາກຽດຂອງພຣະອົງ ຜູ້ທີ່ໄດ້ໃຊ້ຕົນມາ ຜູ້ນັ້ນແຫລະ ເປັນຄົນຈິງແລະບໍ່ມີອະທຳໃນຕົວ.
19
ໂມເຊໄດ້ໃຫ້ກົດບັນຍັດແກ່ພວກເຈົ້າບໍ່ແມ່ນບໍ? ແລະມີຜູ້ໃດໃນພວກເຈົ້າທີ່ປະຕິບັດຕາມກົດບັນຍັດນັ້ນ ເປັນຫຍັງພວກເຈົ້າຈຶ່ງຊອກຫາທີ່ຈະຂ້າເຮົາ?”
20
ປະຊາຊົນຕອບວ່າ, “ເຈົ້າມີຜີມານຮ້າຍສິງຢູ່ ແມ່ນຜູ້ໃດຊອກຫາຈະຂ້າເຈົ້າ?”
21
ພຣະເຢຊູເຈົ້າຊົງຕອບວ່າ, “ເຮົາໄດ້ເຮັດການອັດສະຈັນພຽງຢ່າງດຽວ ພວກເຈົ້າທຸກຄົນກໍປະຫລາດໃຈແລ້ວ.
22
ໂມເຊໄດ້ສັ່ງພວກເຈົ້າໃຫ້ເຮັດພິທີຕັດແກ່ພວກລູກຊາຍຂອງພວກເຈົ້າ (ຄຳສັ່ງນັ້ນບໍ່ແມ່ນຂອງໂມເຊ, ແຕ່ແມ່ນປູ່ຍ່າຕາຍາຍຂອງພວກເຈົ້າເປັນຜູ້ເລີ່ມເຮັດ) ແລະ ພວກເຈົ້າໄດ້ເຮັດພິທີຕັດໃຫ້ເດັກຊາຍໃນວັນຊະບາໂຕ.
23
ຖ້າເດັກຊາຍຄົນໜຶ່ງຮັບພິທີຕັດໃນວັນຊະບາໂຕ ເພື່ອວ່າ ບໍ່ໃຫ້ເປັນການລ່ວງລະເມີດກົດບັນຍັດຂອງໂມເຊ ແລ້ວເປັນຫຍັງພວກເຈົ້າຈຶ່ງໂກດຮ້າຍໃຫ້ເຮົາ ເມື່ອເຮົາຊົງໂຜດຄົນໃຫ້ຫາຍພະຍາດໃນວັນຊະບາໂຕ?
24
ຢ່າຕັດສິນຕາມທີ່ເຫັນພາຍນອກ ແຕ່ຈົ່ງຕັດສິນຕາມທາງຍຸດຕິທຳ.”
25
ຊາວນະຄອນເຢຣູຊາເລັມບາງຄົນໄດ້ເວົ້າວ່າ, “ບໍ່ແມ່ນຊາຍຜູ້ນີ້ບໍ ທີ່ພວກເຈົ້າໜ້າທີ່ກຳລັງຊອກຫາເພື່ອຈະຂ້າ?
26
ເບິ່ງແມ! ລາວກຳລັງເວົ້າຢ່າງເປີດເຜີຍ ແຕ່ພວກເຂົາບໍ່ກ້າເວົ້າຫຍັງເພື່ອຕໍ່ສູ້ລາວ. ເປັນໄປໄດ້ບໍ ທີ່ພວກເຂົາຮູ້ຈັກຄັກວ່າ ລາວເປັນພຣະຄຣິດ?
27
ເມື່ອພຣະຄຣິດມາປາກົດ ບໍ່ມີຜູ້ໃດຮູ້ບ່ອນທີ່ພຣະອົງມາ ແຕ່ພວກເຮົາທຸກຄົນຮູ້ວ່າ ຊາຍຄົນນີ້ມາແຕ່ໃສ.”
28
ໃນຂະນະທີ່ພຣະເຢຊູເຈົ້າຊົງສັ່ງສອນຢູ່ໃນພຣະວິຫານນັ້ນ ພຣະອົງກ່າວດ້ວຍສຽງດັງວ່າ, “ສ່ວນເຮົາ ເຈົ້າທັງຫລາຍກໍຮູ້ຈັກ ທັງຮູ້ວ່າເຮົາມາຈາກໃສ ເຮົາບໍ່ໄດ້ມາດ້ວຍລຳພັງໃຈຂອງເຮົາເອງ ແຕ່ພຣະອົງຜູ້ທີ່ໄດ້ໃຊ້ເຮົາມານັ້ນກໍສັດຈິງ, ພວກເຈົ້າບໍ່ຮູ້ຈັກພຣະອົງ
29
ແຕ່ເຮົາຮູ້ຈັກພຣະອົງ ເພາະເຮົາມາຈາກພຣະອົງ ແລະແມ່ນພຣະອົງນີ້ແຫຼະໄດ້ໃຊ້ເຮົາມາ.”
30
ແລ້ວພວກເຂົາກໍຊອກຫາທາງຈັບພຣະອົງ, ແຕ່ບໍ່ມີຜູ້ໃດຍື່ນມືໄປແຕະຕ້ອງພຣະອົງໄດ້ ເພາະບໍ່ເຖິງກຳນົດເວລາຂອງພຣະອົງເທື່ອ.
31
ແຕ່ມີຫລາຍຄົນໃນປະຊາຊົນນັ້ນ ໄດ້ຮັບເຊື່ອໃນພຣະອົງ ແລະເວົ້າວ່າ, “ເມື່ອພຣະຄຣິດສະເດັດມານັ້ນ ເພິ່ນຈະເຮັດໝາຍສຳຄັນການອັດສະຈັນຫລາຍກວ່າຜູ້ນີ້ເຮັດບໍ?”
32
ເມື່ອພວກຟາຣີຊາຍໄດ້ຍິນປະຊາຊົນຊິ່ມກັນ ເຖິງເລື່ອງພຣະເຢຊູເຈົ້າ ພວກເຂົາແລະພວກຫົວໜ້າປະໂຣຫິດ ກໍໃຊ້ເຈົ້າໜ້າທີ່ພຣະວິຫານໄປຈັບພຣະອົງ.
33
ພຣະເຢຊູເຈົ້າກ່າວວ່າ, “ເຮົາຈະຢູ່ກັບພວກເຈົ້າຕໍ່ໄປອີກໜ້ອຍໜຶ່ງ ແລ້ວເຮົາກໍຈະກັບໄປຫາພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ.
34
ພວກເຈົ້າຈະຊອກຫາເຮົາແຕ່ຈະບໍ່ພົບເຮົາ ເພາະບ່ອນທີ່ເຮົາຈະໄປນັ້ນພວກເຈົ້າໄປບໍ່ໄດ້.”
35
ພວກຢິວຈຶ່ງເວົ້າກັນວ່າ, “ຊາຍຄົນນີ້ກຳລັງຈະໄປໃສ ທີ່ພວກເຮົາຈະຊອກຫາລາວບໍ່ພົບ ລາວຈະໄປເມືອງຕ່າງໆຂອງຊາວກຣີກ ບ່ອນທີ່ມີປະຊາຊົນຂອງພວກເຮົາຢູ່ ແລະສັ່ງສອນຊາວກຣີກຢູ່ບ່ອນນັ້ນບໍ?
36
ລາວບອກວ່າ, ‘ພວກເຮົາຈະຊອກຫາລາວ ແຕ່ຈະບໍ່ພົບລາວ ບ່ອນທີ່ລາວໄປນັ້ນພວກເຮົາໄປບໍ່ໄດ້,’ ສິ່ງທີ່ລາວເວົ້ານັ້ນໝາຍຄວາມວ່າຢ່າງໃດ?”
37
ໃນວັນສຸດທ້າຍ ຊຶ່ງເປັນວັນສຳຄັນຂອງເທດສະການ ພຣະເຢຊູເຈົ້າໄດ້ຢືນຂຶ້ນ ແລະ ຮ້ອງດັງໆວ່າ, “ຖ້າຜູ້ໃດຫິວນໍ້າໃຫ້ມາຫາເຮົາແລະດື່ມ.”
38
ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຜູ້ໃດທີ່ເຊື່ອວາງໃຈໃນເຮົາ ແມ່ນໍ້າແຫ່ງຊີວິດຈະໄຫລອອກຈາກພາຍໃນຜູ້ນັ້ນ.”
39
ສິ່ງທີ່ພຣະເຢຊູເຈົ້າໄດ້ກ່າວນັ້ນໝາຍເຖິງພຣະວິນຍານ ຊຶ່ງຜູ້ທີ່ເຊື່ອໃນພຣະອົງຈະໄດ້ຮັບ ໃນເວລານັ້ນ ພຣະວິນຍານບໍຣິສຸດເຈົ້າ ຍັງບໍ່ໄດ້ປະທານໃຫ້ເທື່ອ ເພາະພຣະເຢຊູເຈົ້າຍັງບໍ່ທັນໄດ້ຮັບສະຫງ່າຣາສີ.
40
ເມື່ອປະຊາຊົນບາງຄົນໄດ້ຍິນພຣະເຢຊູເຈົ້າກ່າວດັ່ງນັ້ນ, ຈຶ່ງເວົ້າວ່າ, “ຈິງແທ້ແລ້ວ ຊາຍຄົນນີ້ເປັນຜູ້ທຳນວາຍ.”
41
ຄົນອື່ນເວົ້າວ່າ, “ເພິ່ນເປັນພຣະຄຣິດ.” ແຕ່ຄົນອື່ນເວົ້າອີກວ່າ, “ພຣະຄຣິດຄົງບໍ່ມາຈາກຄາລີເລ.”
42
ພຣະຄຳພີກ່າວໄວ້ວ່າ, “ພຣະຄຣິດມາຈາກເຊື້ອວົງຂອງກະສັດດາວິດ ແລະຈະເກີດຢູ່ໃນເບັດເລເຮັມ ບ້ານເກີດເມືອງນອນຂອງດາວິດ.”
43
ເຫດສະນັ້ນ ປະຊາຊົນຈຶ່ງມີຄວາມເຫັນແຕກແຍກກັນໃນເລື່ອງພຣະເຢຊູເຈົ້າ.
44
ບາງຄົນໃນພວກເຂົາຄິດຢາກຈັບພຣະອົງ ແຕ່ບໍ່ມີຜູ້ໃດຍື່ນມືໄປແຕະຕ້ອງພຣະອົງ.
45
ເມື່ອພວກເຈົ້າໜ້າທີ່ພຣະວິຫານກັບຄືນມາແລ້ວ ພວກຫົວໜ້າປະໂຣຫິດ ແລະພວກຟາຣີຊາຍໄດ້ຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ຈັບມັນມາ?”
46
ພວກເຈົ້າໜ້າທີ່ຕອບວ່າ, “ບໍ່ເຄີຍເຫັນຜູ້ໃດທີ່ເວົ້າເໝືອນດັ່ງຊາຍຄົນນີ້ຈັກເທື່ອ.”
47
ພວກຟາຣີຊາຍຖາມພວກເຂົາວ່າ, “ພວກເຈົ້າກໍໄດ້ຖືກມັນຊັກຈູງໃຫ້ຫລົງຜິດຊັ້ນບໍ?
48
ມີຜູ້ໃດໃນພວກເຈົ້າໜ້າທີ່ ຫລືພວກຟາຣີຊາຍເຊື່ອໃນມັນບໍ?
49
ປະຊາຊົນກຸ່ມນີ້ບໍ່ຮູ້ກົດບັນຍັດຂອງໂມເຊ. ດັ່ງນັ້ນ ພວກເຂົາຈຶ່ງຢູ່ໃຕ້ການສາບແຊ່ງ.”
50
ຍັງມີຄົນໜຶ່ງໃນພວກຟາຣີຊາຍຊື່ວ່າ, ນີໂກເດມ ຜູ້ທີ່ເຄີຍໄປພົບພຣະເຢຊູເຈົ້າມາແລ້ວ ໄດ້ເວົ້າຕໍ່ພວກເຂົາວ່າ,
51
“ຕາມກົດບັນຍັດຂອງພວກເຮົາແລ້ວ ພວກເຮົາຈະລົງໂທດຄົນໃດຄົນໜຶ່ງບໍ່ໄດ້ ຈົນກວ່າໄດ້ຟັງຄຳໃຫ້ການຂອງລາວກ່ອນ ແລະຮູ້ວ່າລາວໄດ້ເຮັດຜິດຢ່າງໃດແດ່.”
52
ແລ້ວພວກເຂົາກໍເວົ້າຕໍ່ນີໂກເດມວ່າ, “ເຈົ້າກໍມາຈາກຄາລີເລເໝືອນກັນບໍ? ໃຫ້ຄົ້ນເບິ່ງໃນພຣະຄຳພີແລ້ວເຈົ້າຈະຮູ້ວ່າ ບໍ່ເຄີຍມີຜູ້ທຳນວາຍທີ່ມາ ຈາກຄາລີເລ.” [
53
ແລ້ວທຸກຄົນຕ່າງກໍກັບຄືນເມືອເຮືອນຂອງໃຜລາວ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21